ພາຍຫຼັງເຫດການເກີດ ບໍ່ດົນ ກໍ່ພໍດີຮອດລະດູການ ປິດພາກຮຽນ, ນັກຮຽນໃນຫໍພັກ ກໍ່ຄ່ອຍໆ ທະຍອຍ ກັນກັບບ້ານໃຜມັນ, ສ່ວນເລື່ອງເປັນຕາຢ້ານ ຂົນຫົວລຸກ ກໍ່ຍັງບໍ່ທັນຍຸດພຽງເທົ່ານີ້…
ຕອນຄ່ຳມື້ໜຶ່ງ, ພະນັກງານຮັກສາອານາໄມ ຫໍພັກນັກສຶກສາດັ່ງກ່າວ. ໄດ້ໄປອານາໄມ ແຕ່ລະຫ້ອງ (ຍ້ອນນັກຮຽນເສັງ ແລ້ວໃຜໆ ກໍ່ຟ້າວກັບບ້ານໃຜລາວ,ພະນັກງານຮັກສາອານາໄມລວມ ຈຳເປັນຕ້ອງໄດ້ຮັບ ພາລະທຳຄວາມສະອາດ ອານາໄມແຕ່ລະຫ້ອງ ມ້ຽນມັດເຄື່ອງຂອງພາຍໃນໃຫ້ເປັນລະບຽບ). ພໍດີ ອານາໄມໄປຮອດ ຫ້ອງທີ່ຍິງສາວ ກະໂດດຕຶກຕາຍເຄີຍອາໃສຢູ່ນັ້ນ, ລາວກໍ່ເຮັດວຽກໄປເປັນປົກກະຕິ ຄືບໍ່ມີເລື່ອງຫຍັງເກີດຂື້ນ, ແຕ່ລາວເອງຮູ້ສຶກມີອັນ ຜິດປົກກະຕິເກີດຂຶ້ນໃນຫ້ອງນີ້, ໂຕຂອງລາວປະກົດວ່າຂົນຫົວຂົນຄີງລຸກ, ເໝືອນກັບ ຫົວໂຕເອງໃຫຍ່ຂຶ້ນ. ລາວຢຸດຢູ່ໜ້ອຍໜຶ່ງ ຫຼຽວໄປມາຊ້າຍຂົວ ອ້ອມຕົວລາວ ໃນຫ້ອງບໍ່ມີຫຍັງເກີດຂື້ນ. ລາວຄິດໃນໃຈວ່າ ຊ່າງມັນເທິ! ບໍ່ສົນໃຈເຖິງມັນດອກ ມີວຽກກໍ່ເຮັດໄປ ບໍ່ເຫັນກັບຕາບໍ່ຕ້ອງເຊື່ອ. ແລ້ວລາວກໍ່ປັດກວດ ຫ້ອງນັ້ນຕໍ່ໄປ ແລະ ລາວກໍ່ໄດ້ຢ່າງໄປໄຂປະຕູ ຫ້ອງດ້ານໜ້າ ດ້ານຫຼັງອອກໝົດ, ປະກົດວ່າມີລົມພັດຄ່ອຍ ເປັນສີເຢັນໆ……
ພາຍຫຼັງໄດ້ເປີດປະຕູໄວ້ແລ້ວ ພະນັກງານອານາໄມຄົນນີ້ ກໍ່ທຳການອານາໄມ ຫ້ອງນີ້ຕໍ່ໄປ, ເວລານີ້ ລາວແມ່ນອຸ່ນໃຈທຸ່ນທ່ຽງແລ້ວ ເພາະວ່າລາວຫຼຽວເປິ່ງປະຕູແມ່ນໄດ້ເປີດປະໄວ້ໝົດແລ້ວ, ອານາໄມໃນຫ້ອງນີ້ພໍດີແລ້ວ ລາວກໍ່ເດີນໄປປິດປະຕູດ້ານຫຼັງ ທີ່ໄດ້ເປີດຢູ່, ໃນຄະນະນັ້ນ ກໍ່ປະກົດໄດ້ຍິນສຽງດັງ ເປິ໊ງ….ບາດໜຶ່ງ. ລາວຕື່ນສະດຸ້ງຕົວທັນທີ ຫຼຽວ ງວກມາດ້ານໜ້າ ເຫັນປະຕູໄດ້ອັດແຈບແລ້ວ
ເວລານີ້ ລາວເອງຮູ້ສຶກສີເຢັນໆ ຂົນຫົວຂົນຄີງລຸກ ວາບ…, ຫົວໃຈເຕັ້ນຕຶກ..ຕຶກໆ… ລາວຄິດວ່າ ຈະແລ່ນໜີໄປ… ແຕ່ຍັງບໍ່ທັນໄດ້ແລ່ນ ກໍ່ໄດ້ຍິນສຽງເກິ໊ບ….ເກິ໊ບ…. ເກິ໊ບ…. ເໝືອນກັບສຽງຜູ້ຍິງໃສ່ເກີບສົ້ນຢ່ອງ ກຳລັງຢ່າງມາ ຕາມລະບຽງ ແຕ່ຫ້ອງສຸດທ້າຍ ຫຍັບເຂົ້າມາໃກ້ເຂົ້າເລື້ອຍໆ… ເຖິງຕອນນີ້ແລ້ວ ເຮົາຈະຮູ້ວ່າ ເລື່ອງຜີມີຈິງ ຫຼື ບໍ່ນັ້ນ ກໍ່ບໍ່ມີຄວາມ ໝາຍຫຍັງອີກແລ້ວ “ ລາວຄິດໃນໃຈວ່າ”…
ລາວມີຄວາມຢ້ານກົວຫຼາຍທີ່ສຸດ ຂົນຫົວລຸກ ວາບ… ໂຕສັ່ນຢັອກໆ.. , ຫົວໃຈເຕັ້ນຕຶບໆ… ບໍ່ຮູ້ຈັກຈະເຮັດຫຍັງອີກ ? ແນ່ນອນ ໄປກໍ່ບໍ່ໄດ້ ຢືນຢູ່ກໍ່ບໍ່ເປັນ, ຈິ່ງຕັດສິນໃຈ ນັ່ງໝູບລົງກ້ອງໂຕະເກົ່າ ໃນຫ້ອງ, ໃກ້ກັບຕຽງເບີ 2 ທີ່ສາວຂ້າໂຕຕາຍເຄີຍໃຊ້ນອນ ຕອນຍັງມີຊີວິດຢູ່. ສຽງດັງຄ້າຍກັບຄົນກຳລັງຍ່າງເຂົ້າມາໃກ້ເລື້ອຍໆ ລາວຍິ່ງໝົ້ນເຂົ້າກ້ອງໂຕະ ຕື່ມອີກ…. ຫວັງວ່າສຽງດັງຢູ່ລະບຽງນັ້ນຈະກາຍປະຕູຫ້ອງໄປແລ້ວ ຈິ່ງຈະລຸກແລ່ນໜີທັນທີ…
ພໍດີຖືກກັບເວລາ ສຽງເກີບສົ້ນຢ່ອງ ຢ່າງມາຮອດເຄິ່ງປະຕູພໍດີ, ຟ້າບໍ່ເປັນໃຈ, ສຽງນັ້ນກໍ່ຢຸດຢູ່ທີ່ນັ້ນ. ພ້້ອມກັນນັ້ນກໍ່ໄດ້ຍິນສຽງ ຄົນເວົ້າອອກມາຄ່ອຍໆ ແຕ່ເປັນສຽງເຢັນໆ ກ້ອງຍາວໆ “ ບໍ່…ຕ້ອງ…ລີ້…ລົງ…ກ້ອງ…ໂຕະ..ອີກ…ແລ້ວ…
ຂ້ອຍ….ໄດ້…..ເຫັນ….ເຈົ້າ….ແລ້ວ….”
ພະນັກງານຮັກສາຄວາມສະອາດ ຄິດຢູ່ໃນໃຈວ່າ: ” ເປັນຫຍັງ ເຮົາລີ້ຢູ່ກ້ອງໂຕະດີແລ້ວ ມັນຍັງເຫັນເຮົາຢູ່ ?…………