ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 27, 2009 | ມີ 9 ຄຳເຫັນ ແລະ 0 trackback(s)

ຢູ່ຮ້ານຂາຍສາມີ(ຜົວ) ມີຮ້ານຂາຍສາມີຮ້ານໜຶ່ງຫາກະເປີດ
ຮ້ານຫມ່ອງນີ້ ມີໄວ້ໃຫ້ຜູ້ຍິງເລືອກຊື້ຜູ້ຊາຍໄດ້

ແຕ່ມີກົດວ່າ ແຕ່ລະຄົນ ມີສິດມາຮ້ານນີ້ໄດ້ເທື່ອດຽວ
ຮ້ານມີຫົກຊັ້ນ ລະກະແຕ່ລະຊັ້ນກະຊິມີຄຸນນະພາບຫລາຍຂຶ້ນ
ແຫ່ງສູງແຫ່ງດີ
ແຕ່ຄັນຂຶ້ນຊັ້ນຕໍ່ໄປບໍ່ສາມາດຄືນມາເບິ່ງຊັ້ນເກົ່າໄດ້

ຖ້າຂຶ້ນໄປຄູ່ຊັ້ນແລ້ວຕ້ອງອອກຈາກຮ້ານເລີຍ

ຜູ້ຍິງຄົນຫນຶ່ງໄປເລືອກສາມີທີ່ຮ້ານນີ້
ເບິ່ງຊັ້ນທີ່ 1 ເຂົາຂຽນຕິດໄວ້ວ່າຜູ້ຊາຍຊຸມນີ້ມີວຽກເຮັດ

ງານການດີ
ເພິ່ນກະຍ່າງເລາະ ຄາວຫນຶ່ງ ກະວ່າບໍ່ມັກ
ໄປຊັ້ນ ສອງດີກວ່າ
ເບິ່ງຊັ້ນທີ່ ສອງ ເຂົາຂຽນຕິດໄວ້ວ່າ ຜູ້ຊາຍຊຸມນີ້ມີວຽກເຮັດ

ງານການດີ ຮັກເດັກນ້ອຍ

ເພິ່ນກະຍ່າງເລາະ ຄາວຫນຶ່ງ ກະວ່າບໍ່ມັກ
ໄປຊັ້ນ ສາມດີກວ່າ

ເບິ່ງຊັ້ນທີ່ ສາມ ເຂົາຂຽນຕິດໄວ້ວ່າ ຜູ້ຊາຍຊຸມນີ້ມີວຽກເຮັດ

ງານການດີ ຮັກເດັກນ້ອຍ ຫນ້າຕາກະດີ
ເພິ່ນກະຄິດໃນໃຈວ່າ ວ້າວ  ແຕ່ກະຍັງຂຶ້ນໄປອີກ

ຊັ້ນສີ່  ເຂົາຂຽນຕິດໄວ້ວ່າ ຜູ້ຊາຍຊຸມນີ້ມີວຽກເຮັດ ງານການດີ

ຮັກເດັກນ້ອຍ ຫນ້າຕາກະດີ ເຮັດວຽກເຮືອນເກັ່ງ

ເພິ່ນກະຄິດໃນໃຈວ່າ ປາດທິໂທ  ແຕ່ກະຍັງຂຶ້ນໄປອີກ

ຊັ້ນທີ່ຫ້າ ເຂົາຂຽນຕິດໄວ້ວ່າ ຜູ້ຊາຍຊຸມນີ້ມີວຽກເຮັດ

ງານການດີ ຮັກເດັກນ້ອຍ ຫນ້າຕາກະດີ ເຮັດວຽກເຮືອນເກັ່ງ

ໂຣແມນຕິກພ້ອມ
ໂອ ດີແທ້ໆ
ແຕ່ເພິ່ນກະຍັງຂຶ້ນໄປອີກ

ຊັ້ນທີ່ຫົກ ບໍ່ມີຜູ້ຊາຍ ເຂົາຂຽນຕິດໄວ້ວ່າ

ຊັ້ນນີ້ເຮັດໄວ້ເພື່ອພິສູດວ່າຜູ້ຍິງບໍ່ເຄີຍພໍໃຈ ໃນອີຫຍັງງ່າຍໆ


ເພື່ອບໍ່ໃຫ້ເກີດຄຳຈົ່ມດ່າວ່າລຳອຽງ

ເພິ່ນກະເປີດຮ້ານອີກຮ້ານຫນຶ່ງເປັນຮ້ານຂາຍພັນລະຍາ

ເຊີ່ງຢູ່ຝັ່ງກົງຂ້າມ
ຊັ້ນທີ່ ຫນຶ່ງ ຂຽນວ່າຜູ້ຍິງຊຸມນີ້ ມັກມີ sex
ຊັ້ນທີ່ ສອງ ຂຽນວ່າຜູ້ຍິງຊຸມນີ້ ມັກມີ sex ລະກະລວຍ
ຊັ້ນທີ່ສາມຫາຫົກ ບໍ່ມີໃຜຮູ້ວ່າມີຜູ້ຍິງຈັ່ງໃດ ເພາະ

ບໍ່ມີໃຜເຄີຍຂຶ້ນໄປ
ຊ່ຳຊັ້ນຫນຶ່ງຊັ້ນສອງຜູ້ຊາຍ ກະພໍໃຈແລ້ວ




ທີ່ມາ http://guru.google.co.th/guru/thread?tid=0aeac685c3fa753d


 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 13, 2009 | ມີ 10 ຄຳເຫັນ ແລະ 0 trackback(s)

ອັນນີ້ອະທິບາຍກ່ອນເດີ້

ຫມາກຮອດ(mark-hot) ເປັນເກມແບບຫນຶ່ງ ຄຶໆ ກັບ checker ຂອງຝະຫຣັ່ງ ແຕ່ມີຫມາກ 8 ໂຕ ຫລິ້ນນຳກັນ 2 ຄົນ ກິນຂອງຄົນອື່ນໃຫ້ຫມົດກ່ອນຂອງເຮົາ ກິນໄດ້ເທື່ອລະຫລາຍໂຕ

---------

ມີຈົວນ້ອຍຫຼືເນນນ້ອຍ 4-5 ຄົນໃນວັດໂພທອງ  ແຖວເມືອງຫນອງຫານຫລວງ ເນນຄົນຫນື່ງຊື່ ເນນແຫຼມ ບວດໃຫມ່ ເພິ່ນກະມັກຫລິ້ນຫມາກຮອດຂະຫນາດ  ກາງຄ່ຳກາງຄຶນກະຫລິ້ນກັນ ວ່າງຍາມໃດບໍ່ໄດ້ ວ່າງກະຫລິ້ນ

ຄົນບໍ່ໄດ້ຫລິ້ນກະຊ່ວຍບອກ ຍ່າງທາງນັ້ນເດີ້  ຍ່າງທາງນີ້ເດີ້ ຫລິ້ນກັນເກືອບຊອດແຈ້ງ    ຫລິ້ນຫລາຍມື້ຕໍ່ກັນ ລະກະຕື່ນເຊົ້າໄປບິນທະບາດທຸກມື້

ມາຮອດມື້ຫນື່ງເພິ່ນກະໄປບິນທະບາດ ຄືເກົ່າຫັ້ນຫລະ ຍ່າງນຳກົ້ນຢາຄູ ໄປເປັນສາຍ ເນນແຫຼມບໍ່ໄດ້ນອນຫລາຍມື້ ກະຍ່າງໄປນຳ ເຫງົານອນໄປນຳ ໄປຮອດ ຫມ່ອງໄທບ້ານໄສ່ບາດ ກະຍືນຖ້າຍາຄູຮັບເຂົ້າ ຍືນຢູ່ຫັ້ນກະຫລັບພ້ອມ ເນນຢູ່ທາງຫລັງເນນແຫຼມ ບອກເນນແຫຼມວ່າ ເນນແຫຼມ ເນນແຫຼມ ຍ່າງຫລະແມະ ເນນແຫຼມຫລັບຢູ່ຫັ້ນ ກະເລີຍເວົ້າ ວ່າ  ຍ່າງບໍ່ໄດ້ເຂົາຊິກິນສອງ

ຈົບແລ້ວ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 12, 2009 | ມີ 11 ຄຳເຫັນ ແລະ 0 trackback(s)

 ອັນນີ້ ອະທິບາຍ ກ່ອນເດີ້

ໃຜຮູ້ຈັກ ເຫັນ ບໍ່ ເຫັນນີ້ເປັນ ສັດແບບຫນຶ່ງ ຫນ້າຕາຄືໆ ກັບຫມາ ໂຕຊ່ຳກັນ ກັບຫມາ

---------------------

  ສະໄໝ ແຕ່ກີ້ ຊ່ວງນັ້ນໃນພາກອີສານຂອງໄທ ຫນັງ ພວມເຣິ່ມມີແລ້ວ ຍຸກນັ້ນກະມີ   ມິດ ໄຊ ບັນຊາ- ເພດຊະຣາ ເປັນໂຕ ພະເອກ ນາງເອກ  ບໍ່ມີໃຜບໍ່ຮູ້ຈັກ ວ່າຫັ້ນເຖາະ 

ທ້າວແຫຼມ ເປັນຜູ້ບ່າວຊ່ຳນ້ອຍ ພວມຢາກລົມສາວ ກາງຄ່ຳກາງຄືນກະໄປລົມສາວບ້ານນັ້ນບ້ານນີ້ ມື້ຫນຶ່ງເພິ່ນເລັງສາວເຮືອນຫລັງຫນຶ່ງ ເລັງແຕ່ເຊົ້າພູ້ນຫລະ ເຫັນຫນ້າກະບໍ່ກ້າລົມນຳ ຄຶດໃນໃຈວ່າມື້ແລງ ນີ້ຫລະ ຊິໄປລົມນຳ ຍ້ອນວ່າຫນ້າຕາບໍ່ດີປານໃດເພິ່ນກະໄປຍາມກາງຄືນ ແຕ່ກີ້ເຮືອນກະຫລັງບໍ່ໄຫຍ່ເນາະ ແອ້ມຝາຂຽບຕອງ(ໃບຕົ້ນຊາດ) ເພິ່ນກະໄປທາງຫລັງເຮືອນ ເອິ້ນຜູ້ສາວຄ່ອຍໆ ວ່າ ຜູ້ສາວໆ  ຜູ້ສາວກະຮູ້ຢູ່ວ່າມີຜູ້ບ່າວມາລົມ ນຳ ກະເວົ້ານຳດີຢູ່ ແຕ່ບໍ່ທັນເຫັນຫນ້າ  ລົມກັນດົນເຕີບ ພວມມ່ວນ  ທ້າວແຫຼມ ກະຄຶດຫາຄຳເວົ້າຢູ່  ຜູ້ສາວກະຖາມວ່າ

ເຈົ້າຄືມິດແທ້    ທ້າວແຫຼມ ບໍ່ທັນຄຶດຫຍັງ ເວົ້າໄປວ່າ ເຈົ້າຄຶ ເພດຊະຣາ  ຜູ້ສາວກະງົງ  ຖາມຄືນວ່າ ເຈົ້າຄຶ ເຫັນ    ທ້າວແຫຼມ ຄຶດວ່າ ຜູ້ສາວດ່າ ວ່າ ຄື ເຫັນ ກະເລີຍ ຮ້ອງສຽງດັງໆ ໄປວ່າ  ເຈົ້າຫັ້ນຄືຫມາ ລະກະແລ່ນຫນີເມືອເຮືອນ ຈົບແລ້ວ