ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 3, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ມື້ວານນີ້ 02/12/2011 ເປັນວັນຄ້າຍວັນເກີດຂອງເຮົາ...ຄົບຮອບ 20 ປີ...(ເຮົາກາເຖົ້າໄປອີກແລ້ວ)...

ກ່ອນອື່ນກາຢາກຈະຂອບໃຈ ພໍ່ກັບແມ່ ທີ່ເຮັດໃຫ້ເຮົາເກີດມາເປັນຜູ້ເປັນຄົນກັບຄົນອື່ນໄດ້...ສັນຍາເລີຍວ່າສິເປັນຄົນດີເພື່ອຕອບແທນບຸນຄຸນ

ແລະ ກາຂອບໃຈໝູ່ທຸກຄົນທີໄດ້ເອົາເຄັກມາໃຫ້ເຮົາເປົ່າ...(ນຶກວ່າສິບໍ່ໃດ້ເປົ່ານຳເຂົາລ່ະ)

ແລ້ວສຸດທ້າຍນີ້ກາຂໍຂອບໃຈພີນ້ອງ ເພື່ອນ ທຸກໆຄົນ ທີ່ໃຫ້ຂອງຂັວນ ຫຼື ມາວັນເກີດເຮົາ ແລະ ທີ່ອວຍພອນເຮົາທຸກໆຄົນບໍ່ວ່າຈະເປັນຜ່ານທາງ ພັນລາວ ຫຼື FB...

ຂອງຂັວນເລັກໆນ້ອຍໆ

 

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 13, 2011 | ມີ 15 ຄຳເຫັນ ແລະ 0 trackback(s)

ມີບ້ານຫຼັງໜຶ່ງ ເຊິ່ງຕັ້ງຢູ່ຊອຍປ່ຽວຫຼັງວັດ.....

 ກັບຄ່ຳຄືນທີ່ມີປັນຢາກາດຫງຽບກິ່ມ...

ໄດ້ມີສາວຮ່າງນ້ອຍຄົນໜຶ່ງກຳລັງນັ່ງພິມເອກະສານຢູ່.....

ໃນຂະນະທີ່ສາວນ້ອຍນັ່ງພິມຢູ່ນັ້ນ ລາວກໍ່ຮູ້ສຶກໃດ້ເຖິງອາກາດເລີ່ມໜາວຂື້ນ ແລະ ມີລົມທີເຢືອກເຢັນພັດເຂົ້າມາ

ພ້ອມໆກັບສຽງໝາຫອນດັງຂື້ນ....ດັງຂຶ້ນ....ແລ້ວ ກໍ່ດັງຂຶ້ນອີກ

ສາວນ້ອຍເລີ່ມມີຄວາມຮູ້ສຶກກັງວົນ,ຢ້ານກົວ,ໃຈເຕັ້ນແຮງ ແລະ ທີ່ຍິ່ງໄປກ່ວານັ້ນລາວຮູ້ສຶກວ່າມີສິ່ງໃດສິ່ງໜຶ່ງກຳລັງເດີ່ນເຂົ້າຫາລາວ...

ສາວນ້ອຍຕັດສິນໃຈຫຼຽວຊ້າຍ ຫຼຽວຂວາ ກໍ່ບໍ່ເຫັນຫຍັງ 

   : )   ສາວນ້ອຍຢິ້ມຢ່າງດີໃຈທີ່ບໍ່ແມ່ນສິ່ງທີ່ລາວກຳລັງຄິດຢູ່....

ແຕ່ແລ້ວສາວນ້ອຍກໍ່ຕ້ອງໃຈເຕັ້ນແຮງຂຶ້ນອີກຄັ້ງ ແລະ ຄັ້ງນີ້ສາວນ້ອຍເຖິງກັບຂັ້ນວ່າຂົນໜາວແຕກຕົວສັ່ນ

ເມື່ອໃດ້ຍິນສຽງຮ້ອງຄ່ອຍໆວ່າ  :

"ໜາວ ~~~ໜາວ~~~ໜາວ~~~"  ພ້ອມກັບມີ ມື ເຢັນໆ ວາງລົງມາທີ່ບ່າໄຫຼເບື້ອງຊ້າຍຂອງສາວນ້ອຍ

=

 ກີ໊ດດດດດດດດດດດດດດດດດດ !!!!!!!!!!!!!!!!!!!!!!

=

(ສຽງສາວນ້ອຍຮ້ອງດັງລັ່ນບ້ານ)

(X_X')

ສາວນ້ອຍຄ່ອຍໆຫັນກັບມາ ຫາທີ່ມາຂອງມືດັ່ງກ່ວາ ສາວນ້ອຍຈົນຫົວໃຈຈະວາຍ ແລະ ຂາກໍ່ອ່ອນຄືກັບສິລົ້ມຝຸ້ມລົງກັບທີ....

=

ເມື່ອໃດ້ເຫັນ ສາວຮ່າງໃຫ່ຍຜົມຢາວຢືນຢູ່ຕໍ່ໜ້າ....

=

ພ້ອມກັບຢື້ນມືອີກຂ້າງເຂົ້າມາເພື່ອຈະຈັບສາວນ້ອຍໃວ້ ແລ້ວກໍ່ເວົ້າຂຶ້ນວ່າ :

=

=

=

" ໂຕ ສິຮ້ອງຫາສະ..ແXກ ຫຍັງໂຕຫ່ະ  !!!!! 

ແອກະເປີດບັກເຢັນໆ  ເຫັນບໍ່ຫັ້ນ 16 ອົງສາພຸ້ນ

ໂຕ ຢາກໃຫ້ ກັນ ແຂງເປັນນ້ຳກ້ອນຫວ່ະຫ່ະ e ນິ ໂອ໊ "  ( ເອື້ອຍ ຂອງຜູ້ກ່ຽວ ທີ່ ນອນຢູ່ຫ້ອງດຽວກັນ )

 

  ຈົບ

                                                                                   ແຕ່ງບົດ / Credit : bSHs7_8'    

 

ຂໍອະທິບາຍໜ້ອຍໜຶ່ງ ຄືວ່າ ສາວນ້ອຍຮູ້ສຶກອາກາດເຢັນຂຶ້ນ ແລະ ຮູ້ສຶກໜາວຈົນຂົນລຸກ ຜູ້ກ່ຽວນຶກວ່າມີ ຜີ ມາ ແຕ່ອັນທີ່ຈິງແລ້ວ ຜູ້ກ່ຽວເປີດແອເຢັນໂພດ

ແລະ ຂໍອະໄພທີ່ໃຊ້ ຄຳເວົ້າທີ່ບໍ່ຄ່ອຍສຸພາບປານໄດ໋....

 

>>>ຕ້ອງຂໍອະໄພນຳເພາະກະໂຕເຮົານີ້ຫາກະເຄີຍແຕ່ງເລື່ອງເປັນຄັ້ງທຳອິດອາດຈະສັບສົນໄປຫຼາຍ....ມີຫຍັງກະແນະນຳແນ່ເດີ !!!!

ເຈົ້າ ຂໍຂອບໃຈ <<<

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 10, 2011 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ສະບາຍດີ ພີນ້ອງທຸກຄົນ ເນື່ອງຈາກວ່າ ຂ້າພະເຈົ້າຫາກະສິເຂົ້າມາຂຽນໄດອາຣີ່ເປັນຄັ້ງທຳອິດ ສະນັ້ນຈະຂໍແນະນຳໂຕເອງແດ່

ຂ້າພະເຈົ້າຊື່ວ່າ : ແອມນິດາ

ອາຍຸ : 19 ປີ

ເພດ : ຍິງ

ອາຊີບ : ນັກສຶກສາ , ເຊິ່ງກະລັງຮຽນຢູ່ ປີ 4 ສາຍການທະນາຄານ ຢູ່ ສະຖາບັນການທະນາຄານ

ເບີໂທ 020 2305830x

          020 7758591x

ອຶມ...ພໍລະເນາະ ແຕ່ຖ້າຢາກຮູ້ລະອຽດເຂົ້າໄປເບິ່ງຕາມໂປຣໄຟລ໌ໃດ້ເດີ

 

ຕໍ່ໄປເຮົາສິລິເລີ່ມ ຂຽນໄດອາຣີ່ເລື້ອຍໆ ມີຫຍັງຜິດພາດກະແນະນຳແດ່ເດີ....ເຈົ້າຂໍຂອບໃຈ

ໂອ໊ ! ເກືອບລືມວ່າສິຖາມແຕ່ດົນລ່ະອັນເຮົາຢາກຈະຮູ້ວ່າໄດອາຣີ່ນິມັນແມ່ນຫຍັງ ???