ເຮິໆໆໆ ເປັນແນວໃດ...
ສຳລັບພໍ່ເຖົ້າກັບລູກເຂີຍພາກ1...
ຫວັງວ່າຄົງຈະມັນກັນເດີ້...
ມາອ່ານຕໍ່ກັນເລີຍເນາະ... ^_^
ຫຼັງຈາກນັ້ນລູກເຂີຍເລີຍບໍ່ໄດ້ຊື້ພັດລົມໃຫ້ພໍ່ເຖົ້າ...
ເລີຍພາພໍ່ເຖົ້າໄປກິນເຝີຢູ່ຮ້ານເຝີ...
"ພໍ່ໆ, ຄັນເຮົາເຮັດຫຍັງລະເຮັດນຳເຮົາເດີ້ ເຂົ້າໃຈບໍ່?" ລູກເຂີຍບອກ(ຍ້ານພໍ່ເຖົ້າເຮັດອັບອາຍອີກ)...
ພໍ່ເຖົ້າກະບໍ່ຂັດຂືນ ເລີຍເຮັດຕາມທີ່ລູກເຂີຍບອກ...
ພໍໄປຮອດຮ້ານເຝີປຸບ...
"ເຈ້! ເຝີສອງຖ້ວຍ" ລູກເຂີຍສັ່ງ...
"ເຈ້! ເຝີສອງຖ້ວຍ" ພໍ່ເຖົ້າເຮັດຕາມທີ່ລູກເຂີຍບອກ...
ເຝີມາເສີບແລ້ວວວ...
ລູກເຂີຍທັງກິນທັງຫົວ...
ຫົວໃນຄວາມເປີ່ນຂອງພໍ່ເຖົ້າ...
ພໍ່ເຖົ້າກໍ່ຫົວຕາມລູກເຂີຍໄປ...
ຫົວໄປຫົວມາລູກເຂີຍສະມັກເສັ້ນເຝີຈົນອອກດັງ... ອຸອຸ
ພໍ່ເຖົ້າບໍ່ຮູ້ຈັກຊິເຮັດແນວໃດດີໃຫ້ເສັ້ນເຝີມັນອອກດັງຄືລູກເຂີຍ...
"ກັນກະຍອມເດີ້, ເຮັດແນວໃດກະເຮັດໃຫ້ມັນອອກດັງຄືໂຕບໍ່ໄດ້ໂອ" ພໍ່ເຖົ້າຈົມ...
ອອກມາຈາກຮ້ານເຝີ...
ພໍ່ເຖົ້າຫຼຽວໄປເຫັນພັດລົມທີ່ກຳລັງເປິດຢູ່ໃນຮ້ານຂາຍເຄື່ອງ...
"ເອີ! ກັນລະຢາກໄດ້ແບບນີ້ແຫຼະ ອັນມັນເປັນດິ້ວດຽວແບບນີ້ແຫຼະ" ພໍ່ເຖົ້າເອີຍຂື້ນຢ່າງແຮງ...
"ມັນກະແນວດຽວກັບໂຕທີ່ເຮົາພາພໍ່ໄປເບິ່ງຫັ້ນລະ" ລູກເຂີຍຕອບ...
"ບໍ່ຄື! ໂຕນັ້ນມັນເປັນ3ດິ້ວ ໂຕນີ້ມັນເປັນດິ້ວດຽວ" ພໍ່ເຖົ້າວ່າ...
ລູກກະເລີຍໄດ້ຂໍຊື້ນຳເຈົ້າຂອງຮ້ານຂາຍເຄື່ອງໃຫ້...
ພໍເຈົ້າຂອງຮ້ານຖອດປັກສ້ຽບອອກ ຊີຂາຍໃຫ້ກັບພໍ່ເຖົ້າ ມັນກໍ່ກາຍເປັນ3ດິ້ວຄືເກົ່າ...
ພໍ່ເຖົ້າງົງ... ແຕ່ກໍ່ໄດ້ຊື້ໄປຈົນໄດ້...
ພໍຢ່າງກາຍຮ້ານຂາຍວິທະຍຸ...
ພໍ່ເຖົ້າໄດ້ຍິນສຽງວິທະຍຸດັງ...
"ມັນແມ່ນອີ່ຫຍັງອັນນີ້, ມັນຄືມີສຽງດັງອອກມາໄດ້" ພໍ່ເຖົ້າຖາມດ້ວຍຄວາມຢາກຮູ້...
"ສະບາຍດີລຸງ, ວິທະຍຸຂອງເຮົາມີຫຼາຍແບບຫຼາຍລູ້ນ ສົນໃຈເຂົ້າມາເບິ່ງທາງໃນກ່ອນ" ເຈົ້າຂອງຮ້ານຕອບ...
"ມັນເປັນແນວໃດ ອັນວິທະຍຸນີິ້..?? " ພໍ່ເຖົ້າຖາມ...
"ວິທະຍຸຂອງເຮົານີ້ຮັບໄດ້ຫຼາຍຄື້ນ ບໍ່ວ່າຈະເປັນ M.F 105.5, 103.7, 97.25 ໆລໆລໆ ບັກຫຼາຍໆລຸງເອີ້ຍ!" ເຈົ້າຂອງຮ້ານຕອບ...
"ແມ່ນບໍ! ຊັ້ນລອງບິດໃສ່ອີ່ນາງຂ້າງບ້ານລຸງເບິ່ງດຸ ຕອນນີ້ມັນກຳລັງເຮັດຫຍັງຢູ່" ພໍ່ເຖົ້າບອກເຈົ້າຂອງຮ້ານ...
ເຈົ້າຂອງຮ້ານງົງ... ບິດໃສ່ອີ່ນາງຂ້າງບ້ານ...
ບິດຈັ່ງໃດເນາະບາດນີ້...
ລູກເຂີຍເລີຍຂ້ຽວຊື້ໃຫ້ພໍ່ເຖົ້າ ເພາະອາຍເຈົ້າຂອງຮ້ານວິທະຍຸ...
ຫຼັງຈາກຊື້ວິທະຍຸແລ້ວ ລູກເຂີຍກໍ່ພາພໍ່ໄປຫາລູກສາວຢູ່ບ້ານ...
ຫຼາຍມື້ຕໍ່ມາ...
ລູກເຂີຍກໍ່ໄດ້ພາພໍ່ເຖົ້າກັບເມືອບ້ານຂອງເພິ່ນ...
ມາຮອດສະຖານນີລົດເມແຫຼ່ງໜຶ່ງ...
ພໍ່ເຖົ້າເອົາວິທະຍຸມາເປິດຟັງ...
"ທີ່ນີ້ ວິທະຍຸກະຈາຍສຽງແຫຼ່ງຊາດ..." ສຽງວິທະຍຸດັງຂຶ້ນ...
"ເອ! ຢູ່ສະຖານນີລົດເມແທ້ໆ, ຍັງວ່າຢູ່ວິທະຍຸກະຈາຍສຽງຢູ່
ໂອ! ເປັນແຮງລະໄດ໊ນີ້ ວິທະຍຸອັນນີ້ " ພໍ່ເຖົ້າເວົ້າຂື້ນ...
ພໍພໍ່ເຖົ້າຮອດບ້ານແລ້ວກໍບໍ່ຫຼາຍເລື່ອງ...
ຈັບເອົາພັດລົມມາເປິດຢ່າງເຢັນສະບາຍ...
ແລະກະເອົາວິທະຍຸມາເປິດຟັງອີກ...
ແຕ່ວ່າບ້ານເພິ່ນພັດຢູ່ສອກຫຼີກ ຫ່າງໄກຄວາມຈະເລີນ...
ເລີຍບໍ່ຄ່ອຍມີຄື້ນວິທະຍຸປານໃດ...
"ຫ້ວຍ! ວິທະຍຸນີ້ບັດຕອນຢູ່ລົດມັນຄືມີເພງຢູ່ ບັດນີ້ມັນຄືມີແຕ່ສຽງ ແຊ່ແຊ່ໆໆໆໆ" ພໍ່ເຖົ້າບໍ່ເຂົ້າໃຈ...
ເຮັດຈັ່ງໃດມັນກໍບໍ່ໄດ້... ເລີຍບິດຢູ່ຫັ້ນແລະ, ເອົາບິດ! ບິດເຂົ້າໄປ!...
ພໍ່ເຖົ້າໃຈຮ້າຍແຮງ! ດືກວິທະຍຸຖີ້ມ! ກີ້ງກະລອງກະລອງລົງເຮືອນໄປ...
ບັງເອີນນນນນນ ວິທະຍຸພັດດັງຂື້ນ "ຍັງ... ຂ້ອຍຍັງບໍ່ຕາຍ..."
"ບ໊າ! ມັນຍັງບໍ່ຕາຍປານນີ້ຫ໋ວະ ສົງໃສມັນຢາກລອງດີ" ພໍ່ເຖົ້າໂວຍວາຍຂື້ນ...
ຢ່າງລົງໄປຈັບເອົາວິທະຍຸໄປຈຸ່ມລົງອ່າງນ້ຳ...
"ໃສ ມືງຍັງຊີເກັ່ງໄດ້ອີກຫ໋ວະ" ພໍ່ເຖົ້າວ່າ...
ວິທະຍຸມັນພັດເສືອກດັງຂື້ນມາອີກ "ຍັງຫາຍໃຈສະບາຍ..."
"ບ໊າ!! ມືງຍັງຫັນໃຈສະບາຍຢູ່ຫວານີ້, ເຈີ້ເສົາບ້ານກັນເປັນຫຍັງ!" ພໍ່ເຖົ້າໃຈຮ້າຍແຮງ...
ຟາດວິທະຍຸໃສ່ເສົາບ້ານຢ່າງແຮງ... ປັ໊ກກກ!!...
ວິທະຍຸໝູ່ນອະຍະ ບໍ່ມີອັນດີ ແຕກກະແຈກກະຈາຍໄປໝົດ...
"ຫ້າໆໆໆ!!!! ຍັງຫາຍໃຈສະບາຍຢູ່ບໍບາດນີ້ນະ" ພໍ່ເຖົ້າຫົວ....
ວິທະຍຸມັນກະບໍ່ມີປະຕິກິລິຍາໃດໆທັງນັ້ນ...
" ຫ້າໆໆໆ!!!! ບໍ່ເຫັນມືງຊິເກັ່ງຊ້ຳ ຫ້າໆໆໆ..." ພໍ່ເຖົ້າຫົວດ້ວຍຄວາມສະໃຈ...
ຈົບບໍລິບູນ.