ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 3, 2023 | ມີ 2 ຄຳເຫັນ ແລະ 0 trackback(s)
  1. ຂີ້ໝິ້ນ: ມີການສຶກສາໃນຄີນິກທີມີຜູ້ເປັນໂຣກຊືມເສົ້າ ຊຶ່ງໄດ້ມີການໃຊ້ສານສະກັດຈາກຂີ້ໝິ້ນ 500 ມກ ຫຼັງຮັບປະທານອາຫານເຊົ້າ ແລະ ແລງ, ຢາຕ້ານໂຣກຊືມເສົ້າ (Fluoxetine 20 mg) ເປັນເວລາ 6 ອາທິດ ສໍາລັບເປີເຊັນໃນການຕອບສະໜອງຜົນການການຮັກສາຂອງຜູ້ປ່ວຍ ຢາຕ້ານຊືມເສົ້າ 64.7% ສານສະກັດຂີ້ໝິ້ນ 62.5% ແລະ ເມື່ອໃຊ້ຮ່ວມກັນທັງຢາຕ້ານຊືມເສົ້າ ແລະ ສານສະກັດຂີ້ໝິ້ນ ຈະໃຫ້ຜົນຕອບສະໜອງ 77.8% 
  2. ຜັກໜອກ: ມີການໃຊ້ຜັກໜອກມາເຮັດເປັນຢາມາແຕ່ສະໄໝບູຮານ ຊຶ່ງຜັກໜອກສາມາດຊ່ວຍບັນເທົາອາການໂຣກວິຕົກກັງວົນ ຈາກການສຶກສາໃຊ້ສານສະກັດຜັກໜອກ 500 ມກ ມື້້້້ລະ 2 ເທື່ອຫຼັງອາຫານ ໃນຜູ້ປ່ວຍທີ່ໄດ້ຮັບການວິນິໄສວ່າເປັນໂຣກວິຕົກກັງວົນ ອາຍຸຕັ້ງແຕ່ 18 ປີຂຶ້ນໄປ ຈໍານວນ 33 ຄົນພົບວ່າ ເລີ່ມເຫັນຜົນການຮັກສາທີ່ 1 ເດືອນ ແລະ ເຫັນຜົນຊັດເຈນຂຶ້ນທີ່ 2 ເດືອນ.
  3. ນໍ້າມັນຈາກລໍາຕົ້ນຂອງເຂົ້າ ແລະ ໜໍ່ເຂົ້າ: ນໍ້າມັນຈາກລໍາຕົ້ນຂອງເຂົ້າ ແລະ ໜໍ່ເຂົ້າ ມີສານສໍາຄັນທີ່ຊ່ວຍເຮັດໃຫ້ນອນຫຼັບໄດ້ງ່າຍ ດ້ວຍສານ GABA (Gamma-aminobutyric acid) ເປັນສານສື່ປະສາດ ພົບຢູ່ໃນລະບົບປະສາດສ່ວນກາງຄືສະໝອງ ແລະ ໄຂສັນຫຼັງ ມີປະສິດທິພາບທີ່ຊ່ວຍໃຫ້ຮ່າງກາຍຜ່ອນຄາຍ ບໍ່ມີຄວາມກັງວົນ ແລະ ເຮັດໃຫ້ຫຼັບສະບາຍ ຊຶ່ງຢານອນຫຼັບສ່ວນໃຫຍ່ທີ່ໃຊ້ໃນປັດຈຸບັນກໍອອກລິດໂດຍການຈັບຕົວຮັບ GABA ແລະ ສານ N-Acetylserotonin ເປັນສານທີ່ພົບເຫັນຕາມທໍາມະຊາດຂອງນໍ້າມັນລໍາຕົ້ນເຂົ້າ ເປັນສານຕັ້ງຕົ້ນໃນການສ້າງສານເມລາໂທນິນ (melatonin) ຊຶ່ງມີໜ້າທີ່ໃນການຄວບຄຸມວົງຈອນການນອນຫຼັບຂອງຄົນ ມີສ່ວນຊ່ວຍໃນການຄາຍຄວາມຄຽດ, ຄວາມກັງວົນ, ຕ້ານການຊືມເສົ້າ, ຕ້ານອະນຸມົນອິດສະຫຼະ ປົກປ້ອງສະໝອງ ແລະ ປົກປ້ອງເຊວຮັບແສງຈາກຈໍປະສາດຕາອີກດ້ວຍ.
  4. ໝາກອຶ: ມີການສຶກສາພົບວ່າ ໝາກອຶຊ່ວຍບັນເທົາອາການຊຶມເສົ້າໄດ້ ໂດຍສັງເກດພຶດຕິກໍາຂອງໜູທີ່ຖືກບັງຄັບໃຫ້ລອຍນໍ້າ ເຮັດໃຫ້ໜູທົດລອງເກີດພາວະຊືມເສົ້າ ຊຶ່ງໜູຈະມີພຶດຕິກໍາຢຸດເໜັງຕີງ (ບໍ່ລອຍນໍ້າ) ຄ້າຍວ່າຢາກຕາຍ ແຕ່ການໃຫ້ໝາກອຶ ແລະ ສານເບຕ້າແຄໂຣທິນ ມີຜົນທີ່ເຮັດໃຫ້ໄລະຍະເວລາການຢຸດເໜັງຕີງຫຼຸດລົງ ແລະ ຍັງມີຜົນເພີ່ມລະດັບເຊໂຣໂທນິນ ແລະ ນໍອິນິພິເນຟຮິນ ເປັນສານສື່ປະສາດໃນສະໝອງ (norepinephrine: NE) ຊຶ່ງຈະຫຼຸດລົງເນື່ອງຈາກພາວະຊຶມເສົ້າກັບມາສູ່ລະດັບປົກກະຕິ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 15, 2017 | ມີ 2 ຄຳເຫັນ ແລະ 0 trackback(s)
ມະເຮັງຕັບອ່ອນ Pancreatic Cancer
ແມ່ນເນື້ອງອກຮ້າຍ ຫຼື ມະເຮັງເຊິ່ງເກີດຂື້ນຈາກເຊວຂອງຕັບອ່ອນ, ຜູ້ທີ່ເປັນພະຍາດມະເຮັງຕັບອ່ອນ ສ່ວນຫຼາຍຈະມາພົບທ່ານໝໍ ກໍເມື່ອກ້ອນເນືອມະເຮັງມີຂະໜາດໃຫຍ່ແລ້ວ. ເນື່ອງຈາກອາການໃນໄລຍະທຳອິດຈະບໍ່ມີອາການໃດໆສະແດງອອກມາ ຈົນກວ່າຈະເປັນຂັ້ນຮຸນແຮງຈື່ງຈະມີອາການສແດງອອກມາ ເຊັ່ນ : ເຈັບທ້ອງ ຫຼື ເຈັບຫຼັງຊຳເຮຶ້ອ, ເບື່ອອາຫານ, ນ້ຳໜັກຫຼຸດລົງ, ຕົວເຫຼືອງ, ຕາເຫຼືອງ...
ໝາຍເຫດ: ຕັບອ່ອນ Pancreas ເປັນອະໄວຍະວະທີ່ຢູ່ໃນຊ່ວງທ້ອງ ຢູ່ກ້ອງທໍ່ຕໍ່ຂອງກະເພາະອາຫານ ( ຢູ່ລະຫວ່າງ ກະເພາະອາຫານ ແລະ ກະດູກສັນຫຼັງ ), ຕັບອ່ອນແມ່ນຈັດເປັນອະໄວຍະວະທາງເດີນອາຫານຄືກັນກັບຕັບ ( ແຕ່ຕັບອ່ອນບໍ່ແມ່ນສ່ວນໜື່ງຂອງຕັບ, ເປັນຄົນລະອະໄວຍະວະກັນ ແລະ ບໍໄດ້ມີຄວາມກ່ຽວຂ້ອງກັນ ). ຕັບອ່ອນມີລັກສະນະ ແລະຂະໜາດຄນໝາກກ້ວຍ ມີຄວາມຍາວປະມານ 6 cm, ມີເຊວ 2 ເຊວຄື :
  • ເຊວຈາກຕ່ອມມີທໍ່ Exocrine Gland  ທີ່ມີໜ້າທີ່ໃນການສ້າງງນ້ຳຍ່ອຍອາຫານ ເຊີ່ງຈະຊ່ວຍຍ່ອຍອາຫານໃນລຳໃສ້ນ້ອຍ
  • ເຊວຈາກຕ່ອມບໍ່ມີທໍ່ Endocrine Gland ທີ່ມີໜ້າທີ່ສ້າງ ຮໍໂມນ ຫຼາຍຊະນິດ ເຊັນ : ຮໍໂມນອິນຊູລິນ Insulin ທີ່ມີໜ້າທີ່ສ້າງນ້ຳຕານໃນເລືອດ ເຊີ່ງມີຄວາມສຳພັນກັບການເກີດພະຍາດເບົາຫວານ.
ຊະນິດຂອງມະເຮັງຕັບອ່ອນ
  • Neuroendocrine Tumor ແມ່ນເກີດຈາກເຊວຕ່ອມບໍ່ມີທໍ່ ເປັນຊະຮິດທີ່ພົບເຫັນໄດ້ໜ້ອຍ ( Stave Jobs ກໍເສຍຊີວິດຈາກມະເຮັງຊະນິດນີ້ ) ສ່ວຍຫຼາຍຈະມີຄວາມຮຸນແຮງຄ້ອນຂ້າງຕ່ຳ ແລະ ມີໄລຍະເວລາທີ່ດົນ
  • Adenocarcinoma ແມ່ນເກີດຈາກຕ່ອມທີ່ມີທໍ່ ມີຄວາມຮຸນແຮງສູງ ແລະ ມັກພົບເຫັນຜູ້ທີ່ເປັນພະຍາດນີ້ເຖີງ 90-95% ຂອງຜູ້ເປັນພະຍາດມະເຮັງຕັບອ່ອນ

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 31, 2017 | ມີ 1 ຄຳເຫັນ ແລະ 0 trackback(s)
  1. ໃນນ້ຳເຕົ້າຮູ້ ມີສານອາຫານຢ່າງຫຼວງຫຼາຍ ທີ່ປະໂຫຍດຕໍ່ຮ່າງກາຍ ເຊັ່ນ ໂປຼຕິນ, ເພາະໃນນ້ຳເຕົ້າຮູ້ ມີທາດໂປຼຕິນ ສູງທຽບເທົ່າ ທີ່ພົບເຫັນໃນຊີ້ນງົວ ແລະ ນອກຈາກນີ້ ຍັງມີກົດໄຂມັນບໍ່ອີ່ມຕົວ ຫຼາຍກ່ວາ ຊີ້ນງົວ ອີກດ້ວຍ.
  2. ໃນນ້ຳເຕົ້າຮູ້ ມີສານຊະນິດໜື່ງເອີ້ນວ່າ " ໄຟໂຕຼເອສໂຕຼເຈນ " Phaytroestrogen ເຊິ່ງສານດັ່ງກ່າວນີ້ ສາມາປ້ອງກັນພະຍາດມະເຮັງເຕົ້ານົມ ໃນແມ່ຍີງ ຖ້າຫາກຮັບປະທານນ້ຳເຕົ້າຮູ້ເປັນປະຈຳກໍຍັງສາມາຊ່ວຍຫຼຸດຜ່ອນການເປັນພະຍາດກະດູກຜ່ອຍ ແລະ ຫຼຼດຜ່ອນອາກາດວິຕົກກັງວົນຂອງແມ່ຍີງໃນໄວທອງໄດ້.
  3. ນຳ້ເຕົ້າຮູ້ ສາມາດຮັບປະທານໄດ້ງ່າຍ, ສະດວກໃນການຊື້ມາຮັບປະທານ ເພາະຢູ່ແຖວບ້ານເຂົາເຮັດມາຂາຍຫຼາຍ ແລະ ທີ່ສຳຄັນ ເປັນເຄື່ອງດື່ມທີ່ມີລາຄາບໍ່ແພງ.      
                 ພີ່ນ້ອງພັນລາວ ສາມາດປະກອບຄຳຄິດເຫັນຕື່ມໄດ້ ຖ້າຫາກ ຮູ້ປະໂຫຍດ ແລະ ຂໍ້ດີ ຂອງນ້ຳເຕົ້າຮູ້ຫຼາຍກວ່ານີ້.
    wink
ຂຽນເມື່ອ ຂຽນເມື່ອ: ມ.ສ.. 2, 2015 | ມີ 2 ຄຳເຫັນ ແລະ 0 trackback(s)

ນ້ຳ​ແຮ່ ​ແມ່​ນນ້ຳບາ​ດານ ທີ່​ໄດ້​ມາ​ຈາກ​ແຫລ່ງ ທຳ​ມະ​ຊາດ ​ເຊັ່ນ:​ ນ້ຳພຸ ທຳ​ມະຊາດ, ນ້ຳພຸ​ຮ້ອນ… ​ເຊິ່ງ​ໃນ​ນ້ຳ​ດັ່ງ​ກ່າວ ຈະ​ປະກອບ​ມີ​ແຮ່​ທາດ​ປົນ​ຢູ່​ນຳ​ໂດຍ​ທຳມະ​ຊາດ. ​ໂດຍ​ທົ່ວ​ໄປ ນ້ຳ​ແຮ່ ຈະ​ມີ ​ແຮ່​ທາດ ທຳ​ມະ​ຊາດ 5 ຊະນິດ​ຄື:

  • ​ແຄລຊ່ຽມ.
  • ​ໂຊດຽມ.
  • ​ແມັກ​ນີຊ່ຽມ.
  • ​ໂຟທັດ​ຊ່ຽມ.
  • ກຳ​ມະ​ທັນ.

ນອກຈາກ​ນີ້ ນ້ຳ​ແຮ່​ໃນ​ແຕ່ລະ​ພື້ນ​ທີ່ ຈະ​ມີຣົດຊາດ​ທີ່​ແຕກ​ຕ່າງ​ກັນ ຍ້ອນ​ວ່າ​ໃນ​ບໍລິ​ເວນທີ່​ມີ​ນ້ຳ​ແຮ່​ນັ້ນ ຈະ​ມີ​ປະລິ​ມານ​​ແຮ່​ທາດ ນ້ອຍຫລາຍ ຕ່າງ​ກັນ ​, ຖ້າ​ຫາກ​ນ້ຳ​ແຮ່​ມີ​ຣົດ​ເຄັມ ກໍ​ເພາະວ່າ ມີ​ໂຊດຽມ​ຫລາຍ​ກ່ວາ​ທາດ​ອື່ນ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 22, 2014 | ມີ 1 ຄຳເຫັນ ແລະ 0 trackback(s)

    ເນື້ອງອກມົດລູກ

ແມ່ນເນື້ອງອກທີ່ເກີດຂື້ນໃນຕົວມົດລູກ ເຊິ່ງເປັນເນື້ອທີ່ປົ່ງອອກມາ ປພເພດທຳມະດາ ບໍ່ແມ່ນມະເຮັງ, ສ່ວນຫຼາຍແມ່ນເກີດກັບແມ່ຍິງໄວຈະເລີນພັນ ອາດຈະພົບເຫັນຢູ່ບ່ອນໃດ ບ່ອນໜື່ງ ຂອງມົດລູກ, ຈະມີຂະໜາດທີ່ຕ່າງກັນໄປ ເຊິ່ງອາດຈະເປັນກ້ອນດຽວ ຫຼື ຫຼາຍກ້ອນ ບາງຊະນິດອາດຈະໃຫຍ່ໄວ ແລະ ບາງຊະນິດອາດຈະໃຫຍ່ຊ້າ.

  •    ຖ້າແມ່ນເນື້ອງງອກກ້ອນນ້ອຍ ຄົນເຈັບຈະບໍ່ມີອາການຜິດປົກກະຕິໃດໆ ແລະ ອາດຈະພົບໂດຍບັງເອີນ  ເມື່ອເວລາໄປກວດສຸຂະພາບ ຫຼື ປຶກສານາຍໝໍດ້ວບບັນຫາອື່ນ ແລະ ກໍບໍ່ຈຳເປັນທີ່ຈະຕ້ອງຮັກສາ.
  •    ຖ້າແມ່ນເນື້ອງອກທີ່ມີຂະໜາດໃຫຍ່ ຄົນເຈັບຈະມີອາການຜິດປົກກະຕິ ເຊັ່ນ: ເຈັບທ້ອງ, ເລຶອດອອກ, ລະບົບປັດສະວະອັກເສບຊ່ຳເຮື້ອ. ກໍລະນີນີ້ ຄວນໄດ້ຮັບການປີ່ນປົວຮັກສາ ໂດຍວິທີກິນຢາ ຫຼື ວິທີຜ່າຕັດອອກ ຫຼື ອາດຈະໃສ່ທັງສອງວິທີ.

ຊື່ພາສາລາວ : ເນື້ອງອກມົດລູກ

ຊື່ພາສາອັງກິດ : Uterine fibroids, Myoma Uteri, Fibromyomas, Leiomyomas

       ( ຕິດຕາມຕອນຕໍ່ໄປ )

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 28, 2012 | ມີ 13 ຄຳເຫັນ ແລະ 0 trackback(s)

               ສຳລັບຜູ້ທີ່ຕ້ອງການ ໝາກແອບເປີ້ນ ທີ່ມີສີເປັນຕາແຊບ ບໍ່ດຳຊ້ຳ ຄືກັນກັບຕອນປອກໃໝ່ ນັ້ນມີວິທີດັ່ງນີ້:

  •    ວິທີທຳອິດ.

             ໃຫ້ປອກໝາກແອບເປີ້ນແຊ່ນ້ຳເກືອ ,           ເກຶອ 1 ບ່ວງກາເຝ ແລະ ນ້ຳ 1 ລິດ.

  • ວິທີທີ່ສອງ

          ໃຫ້ປອກໝາກແອບເປີ້ນແຊ່ນ້ຳໝາກນາວ,          ນ້ຳໝາກນາວ 1 ບ່ວງກາເຝ ແລະ ນ້ຳ 1 ລິດ.

             ຫຼັງຈາກນັ້ນ ເອົາໝາກແອບເປີ້ນ ທີ່ບອກ ຈາກ ວິທີໜື່ງໃນ ສອງທີ່ບອກກ່ອນໜ້ານີ້  ໄປລ້າງນຳອີກເທື່ອໜື່ງ ຈົນສະເດັດນ້ຳ ສຸດທ້າຍແມ່ນເອົາໃສ່ກ້ອງ ຫຼື ກັບ ແຊ່ເຢັນໄວ້.