ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 17, 2010 | ມີ 13 ຄຳເຫັນ ແລະ 0 trackback(s)

 

ອັນນີ້ເປັນຄຳເວົ້າທີ່ ກວ໊ນກ໊ວນ  ກວນຫູແນ່

ບາງທີກໍ່ມັກຈະມີຄຳເວົ້າທີ່ ບໍ່ສຸພາບ  ກະຕ້ອງກາບຂໍອະໄພນຳເດີ.......

                     .....................................

                     .....................................

           ສາຍນ້ຳໄຫລໄປບໍ່ເຄີຍກັບ     ແຕ່ທຸກຄືນທີ່ຂ້ອຍຫລັບຝັນເຫັນເຈົ້າສະເຫມີ.......( ... )

 

                           ທຳຄືນນີ້ໃຫ້ດີທີ່ສຸດ          ແລ້ວຢ່າຢຸດຖ້າບໍ່ເຖິງຈຸດສຸດຍອດ

 

           ຄວາມດີກໍ່ປຽບເຫມືອນກາງເກງໃນ     ມີຕິດຕົວໄວ້ແຕ່ບໍ່ໄດ້ເອົາມາໂຊ

 

                          ທຳດີຕ້ອງໄດ້ດີ     ແຕ່ຖ້າທຳອັບປີ    ມັນຈະເປັນດີໄດ້ແນວໃດ

 

            ຄວາມພະຍາຍາมຄັ້ງທີ 100     ດີກວ່າຄິດທໍ້ຖອຍກ່ອນທີ່ຍັງບໍ່ເຮັດ

 

                         ສຸກໃດຈະບໍ່ເທົ່າ       ຕອນທີ່ຈົກກະເປົາແລ້ວພົບເງິນ   (  ອິອິ )

 

             ສາມີຄືເປົ້າຫມາຍ     ຜູ້ຊາຍຄືທາງຜ່ານ    ຄົບເດັກຄືນິພານ     ບາດຂຶ້ນຄານຈະຮູ້ສຶກ.

 

                          ກຳຂີ້ດີກວ່າກຳຕົດ        ແຕ່ຖ້າກຳຂີ້ສົດສົດ    ຂໍກຳຕົດດີກວ່າກຳຂີ້  ............

 

             ເພື່ອນກິນ ເພື່ອນກັນ            ເພື່ອนກິ່ນບໍ່ທັນ  ເພື່ອກັນເອົາໄປກິນ

 

                          ຕັດເຈ້ຍ  ໃຊ້ມີດຕັດ-ຕັດໄດ້            ແຕ່ຕັດໃຈມັນຕ້ອງໃຊ້ເວລາ   ...............!

 

                          ບາງສິ່ງບໍ່ຄວນຈຳ            ຖ້າມັນທຳໃຫ້ໃຈເຈັບ

                          ບາງສິ່ງກໍ່ຄວນເກັບ          ຖ້າມັນເປັນຄວາມເຈັັບທີ່ຕ້ອງຈຳ

                          ເຈັບແລ້ວຈຳຄືຄົນ             ເຈັບແລ້ວທົນຄື (........)

 

 

 

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 16, 2010 | ມີ 17 ຄຳເຫັນ ແລະ 0 trackback(s)

.....................................................................................................

.....................................................................................................

ບາງສຸພາສິດທີ່ຄວນຈະຖອດຖອນບົດຮຽນ  

  1. ຜູ້ທີ່ມີສີ່ ຈ່າຍຫ້າ   ບໍ່ຈຳເປັນຈະຕ້ອງມີກະເປົາເງິນ
  2. ການກຽດຊັງຄົນ  ຄືກັບຈູດເຮືອນໄລ່ຫນູ
  3. ການກະທຳ ເຖິງມີພຽງເລັກນ້ອຍ ຍັງດີກ່ວາຄວາມຕັ້ງໃຈທີ່ຍິ່ງໃຫຍ່ທີ່ສຸດ  ແຕ່ບໍ່ໄດ້ເຮັດຫັຍງ
  4. ຢ່າຢ້ານທີ່ຈະຖາມຄຳຖາມອັນໂງ່ຈ້າ  ເພາະມັນແກ້ໄຂໄດ້ງ່າຍກວ່າຄວາມຜິດອັນໂງ່ຈ້າ
  5. ຈົ່ງປູກຝັງຄຸນສົມບັດ ທີ່ທ່ານຍົກຍ້ອງໃນຕົວຂອງຜູ້ອື່ນ ລົງໃສ່ໃນຕົວຂອງທ່ານເອງ.
  6. ການຈະປະສົບຄວາມສຳເລັດໄດ້ ເຮົາຕ້ອງເປັນຄົນສະຫລາດແຕ່ທຳຕົວເປັນຄົນໂງ່
  7. ຜູ້ທີ່ມັກຫລິ້ນກັບແມວ ຈະຕ້ອງທຳໃຈໄວ້ລ່ວງຫນ້າເລີຍວ່າ  ໃນມື້ໃດມື້ນຶ່ງຈະຖືກມັນຂູດ
  8. ສຸຂະພາບຄືຊັບສົມບັດອັນລ້ຳຄ່າ  
  9. ສຳລັບຄົນໂງ່ແລ້ວ   ໄວຊະຣາປຽບເຫມືອນລະດູຫນາວ,  ສ່ວນຄົນສະຫລາດມັນຄືລະດູເກັບກ່ຽວ
  10. ການແລ່ນໄວ  ຈະມີປະໂຫຍດອັນໃດຖ້າແລ່ນໄປຜິດທາງ  
  11. ການຄິດແກ້ແຄ້ນຄືກັບເອົາຢາພິດມາທາໃສ່ຕົວຂອງເອງ

( ນີ້ຄືບາງສ່ວນຂອງຄຳເວົ້າ ທີ່ຂັດເອົາມາຈາກປຶ້ມ ສຸດຍອດຄະຕິເຕືອນໃຈ  ໂດຍ:  ທ່ານ ສີສະເຫວີຍ ຈັນທະວີສັກ )

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 15, 2010 | ມີ 12 ຄຳເຫັນ ແລະ 0 trackback(s)

........................................................

  1. ບໍ່ມັກໃຫ້ໃຜຕຳນິ
  2. ຢາກມີຊື່ສຽງ
  3. ຈະເຮັດອັນໃດ  ກໍ່ຕໍ່ເມື່ອມີຄວາມຕ້ອງການໃນສິ່ງນັ້ນ
  4. ສົນໃຈຕົວເອງຫລາຍກວ່າຄົນອື່ນ
  5. ມັກຄົນຫນ້າຍິ້ມຫລາຍກວ່າຄົນຫນ້າບູດ
  6. ມັກໃຫ້ຄົນອື່ນຟັງໃນເມື່ອຕົນເອງເວົ້າ
  7. ບໍ່ມັກໃຫ້ໃຜໂຕ້ຖຽງ
  8. ຢາກໃຫ້ຄົນອື່ນເຄົາລົບ ແລະ ເຫັນພ້ອມກັບຄວາມຄິດຂອງຕົນ
  9. ມັກເຫັນການສາລະພາບຜິດ ເມື່ອຄົນອື່ນເຮັດຜິດ
  10. ຕ້ອງການໃຫ້ເປັນກັນເອງກ່ອນ
  11. ຢາກໄດ້ຮັບການຍົກຍ້ອງສັນລະເສີນ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 15, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

 

  1. ຍ້ອງຍໍລູກນ້ອງດ້ວຍຄວາມຈິງໃຈ
  2. ເວົ້າເຖິງຄວາມຜິດຂອງລູກນ້ອງໂດຍທາງອ້ອມ
  3. ເວົ້າເຖິງຄວາມຜິດຂອງຕົວເອງ  ກ່ອນຈະຕຳນິຄົນອື່ນ
  4. ໃຊ້ຄຳຖາມແທນການອອກຄຳສັ່ງ
  5. ຢ່າເວົ້າ ແລະ ເຮັດໃຫ້ຄົນອື່ນເສຍຫນ້າ
  6. ຍ້ອງຍໍການທຳດີຂອງລູກນ້ອງ  ແມ່ນແຕ່ເລັກຫນ້ອຍກໍ່ຕາມ
  7. ໃຫ້ກຽດ ແລະ ເຄົາລົບລູກນ້ອງ
  8. ໃຫ້ກຳລັງໃຈ ແລະ ເຮັດໃຫ້ເຂົາຮູ້ສຶກວ່າ ຄວາມຜິດຂອງເຂົາເປັ່ນເລື່ອງເລັກຫນ້ອຍ  ແລະ ແກ້ໄຂໄດ້
  9. ເຮັດໃຫ້ລູກນ້ອງສະບາຍໃຈ ແລະ ມີຄວາມສຸກຕໍ່ວຽກງານທີ່ທ່ານມອບຫມາຍໃຫ້