ຂຽນເມື່ອ: ພ.ຈ.. 1, 2008
| ມີ
2 ຄຳເຫັນ
ແລະ
0 trackback(s)
| ກາບສົດ 5 ຕອນ ຕ້ອຍຂີ້ກ່າຍ 12:52 AM on Oct. 30, 2008 ເອົາອີກແລ້ວ ບໍ່ຍອມນອນງ່າຍ ຄັນບໍ່ວາຍ ໄດ້ແຕ່ງກາບກອນ ບໍ່ສະອອນ ໃຜນອນກະຢ່າ ຂໍແຕ່ວ່າ ໄດ້ແຕ່ງເປັນພໍ ມື້ນີ້ຂໍ ເລົ່າເລື່ອງທ້າວຕ້ອຍ ຄົນນ້ອຍໆ ຮຽນຢູ່ມະຫາ ຮຽນຮຽນມາ ຈົນຊິຈົບແລ້ວ ສຽງແວ້ວໆ ສາຍາຂີ້ກ່າຍ ເອີ້ນຈົນອາຍ ເອີ້ນຫຼາຍຈົນລື້ງ ເອີ້ນຈົນຊື້ງ ທ້າວຕ້ອຍບໍ່ອາຍ ລູກຜູ້ຊາຍ ອາຍເຮັດຫຍັງຕ້ອຍ ສູ້ກັບຖອຍ ຊ່ອຍຕ່ອຍກ່າຍແນ່ ບໍ່ທໍ້ແທ້ ເສັງກ່າຍສຸດໃຈ ບໍ່ສົນໃຜ ກ່າຍເອົາໂຕລອດ ພໍໃຫ້ຮອດ ຄາດໝາຍນຳເພິ່ນ ພໍກະເທີນ ພໍຖູພໍໄຖ ພໍໄດ້ໄປ ເຂົ້າວັດເຂົ້າວາ ພໍເອົາໜ້າ ອີ່ພໍ່ອີ່ແມ່ ຍອມແທ້ໆ ຕ້ອຍກ່າຍເກັ່ງຫຼາຍ ເສັງຍາມໃດ ບໍ່ຫຼຸດ ເກຼດ C ເປັນແບບນິ້ີ້ ຂ້ອຍເລີຍສະອອນ ຂໍຖອດຖອນ ບົດຮຽນນຳລາວ ທ້າວເອີຍທ້າວ ເຈົ້າຮຽນແບບໃດ ຕອບຢ່າງໄວ ຕ້ອຍຮຽນແບບກ່າຍ ບໍ່ມີອາຍ ໝັ້ນໃຈຕ້ອຍຕອບ ກ່າຍຕອນສອບ ບໍ່ຍາກປານໃດ ຖ້າສົນໃຈ ສອນໃຫ້ບໍ່ຍາກ ຕອນເສັງພາກ ຂ້ອຍກ່າຍເລີຍສະ ໃຊ້ວິຊາ ຂອງຕ້ອຍຂີ້ກ່າຍ ເລີຍໝັ້ນໃຈ ບັກຕ້ອຍນຳໜ້າ ຜົນອອກມາ ພັດວ່າໄດ້F ຈຸກຈົນເຈັບ Fໜ່ວຍບັກໃຫຍ່ Fຂອງໃຜ ຄັນບໍ່ຂອງຂ້ອຍ ມຶງບັກຕ້ອຍ ມາຊ່ອຍກູແນ່ ບອກກູແດ່ ມືງຄືໄດ້A ຕ້ອຍໜ້າເທ້ ຍິ້ມແບບສະໃຈ ມັນເອົາໃຫ້ ອາຈານສາມລັງ ຂ້ອຍລະຊັງ ມັນຈ້າງອາຈານ ທໍລະມານ Fການຕະຫຼາດ ເຊັງຂະໜາດ ຕະຫຼາດໄດ້F ຂ້ອຍຊິເກັບ ຈື່ໄວ້ແລ້ວວ່າ ກ່າຍເທື່ອໜ້າ ຕ້ອງກ່າຍດ້ວຍເງິນ ບໍ່ຈະເລີນ ເອົາເງິນຟາດຫົວ ບໍ່ແມ່ນຊົ່ວ ແຕ່ຂ້ອຍບໍ່ມັກ ໃຜວ່າຄັກ ກະຟາດກັນໄປ ເປັນນິໄສ ຟາດງ່າຍເລີຍລຶ້ງ ເຫັນແລ້ວອື້ງ ພາກັນມັກງ່າຍ ເຫັນເງິນຫຼາຍ ຕາລາຍຂີ້ຫຼັກ ເອົາຄັກໆ ຂ້ອຍຈຶ່ງAnti ຄົນແບບນີ້ ໃຫ້ເງິນຟາດຫົວ ເຮັດໄປທົ່ວ ບໍ່ອາຍຈັກດີ້ ມາປີນີ້ ຂ້ອຍຕັ້ງໃຈຮຽນ ເຖິງຊິຫ້ຽນ ແຕ່ຂ້ອຍບໍ່ຈ້າງ ອ່ອນກະຊ່າງ ຄະແນນພູມໃຈ ບອກອອກໄປ F is no more like before No more got F ເລື່ອງທີ່ແຕ່ງມາແມ່ນສົມມຸດຂຶ້ນ ບົນພື້ນຖານຂອງຄວາມຈິງ ບໍ່ມີທ້າວຕ້ອຍຂີ້ກ່າຍໃນໂລກຄວາມຈິງດ໋ອກ ພົບກັນໃໝ່ ກາບສົດ 5 |
|
|
|