ຂຽນເມື່ອ: ກ.ຍ.. 7, 2009
| ມີ
13 ຄຳເຫັນ
ແລະ
0 trackback(s)
ມື້ນີ້ຈະມາເລົ່າເລື່ອງສຸພາສິດຂອງຈີນສູ່ກັນຟັງ ອ່ານເລີຍເນາະ
ແຕ້ມງູຕື່ມຕີນ
ສະໄໝລາຊວົງສູ່ ຜູ້ມີຕະກູນສູງສັກຄົນໜຶ່ງ ຫຼັງຈາກເສັ້ນໄຫວ້ບັນພະບຸລຸດແລ້ວ
ກໍ່ເອົາເຫຼົ້າແກ້ວໜຶ່ງມອບໃຫ້ແກ່ປັນຍາຊົນໃຕ້ອານັດເພື່ອຂອບໃຈທີ່ໄປຊ່ວຍເຮັດວຽກ.
ຫຼັງຈາກນັ້ນພວກເຂົາໄດ້ຕົກລົງກັນວ່າ “ເຫຼົ້າແກ້ວນີ້ບໍ່ພໍໃຫ້ທຸກຄົນດື່ມ
ແຕ່ພໍສຳລັບຄົນດຽວ ໃຫ້ມາແຂ່ງກັນແຕ້ມງູເທິງພື້ນດິນ
ໃຜແຕ້ມແລ້ວກ່ອນຄົນນັ້ນຈະໄດ້ດື່ມເຫຼົ້າແກ້ວນີ້”.
ມີຄົນໜຶ່ງແຕ້ມງູແລ້ວຮຽບຮ້ອຍກ່ອນເພິ່ນ
ລາວໃຊ້ມືຊ້າຍຍົກແກ້ວເຫຼົ້າຂຶ້ນມາຢ່າງພາກພູມໃຈ
ໃນຂະນະດຽວກັນກໍ່ໃຊ້ມືຂວາແຕ້ມຮູບຕໍ່ໄປ ແລະເວົ້າວ່າ “ພວກເຈົ້າເບິ່ງແມະ
ຂ້ອຍຍັງມີເວລາທີ່ຈະແຕ້ມຕີນງູຕື່ມອີກຊ້ຳ”. ແຕ່ແຕ້ມຍັງບໍ່ທັນແລ້ວ
ອີກຄົນໜຶ່ງກໍ່ແຕ້ມຮູບງູແລ້ວຄືກັນ
ຊາຍຄົນຫຼັງໄດ້ຍາດເອົາແກ້ວເຫຼົ້າຈາກມືຂອງລາວ
ແລະເວົ້າວ່າ“ ງູເປັນສັດບໍ່ມີຕີນ ເຈົ້າຈະຕື່ມຕີນງູໄດ້ຈັ່ງໃດ ”
ເວົ້າຈົບລາວກໍ່ດື່ມເຫຼົ້າໃນແກ້ວຈົນໝົດ,
ຄົນທີ່ຕື່ມຕີນງູກໍ່ເລີຍໝົດໂອກາດດື່ມເຫຼົ້າແກ້ວນັ້ນຢ່າງໜ້າເສຍດາຍ
ສຸພາສິດເລື່ອງນີ້ສອນໃຫ້ຮູ້ວ່າ
ຈະເຮັດວຽກການງານເລື່ອງໃດກໍ່ຢ່າ
ຕ້ອງມີຂໍ້ກຳນົດລາຍລະອຽດແລະເປົ້າໝາຍທີ່ຊັດເຈນ
ຕ້ອງມີສະຕິແລະຈິດໃຈແນ່ວແນ່ ມຸ່ງໜ້າເຕັມທີ່ແລະເຮັດໃຫ້ສຳເລັດ
ຢ່າລືມຕົວເມື່ອໄດ້ຮັບໄຊຊະນະ
ເພາະຈະກັບນຳຄວາມລົ້ມເຫຼວມາໃຫ້ໃນພາຍຫຼັງ