ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 4, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
1. ເຫລັກຄົດ ເອົາໄວ້ເຮັດຂໍ
ເຫລັກງໍ ເອົາໄວ້ເຮັດກ່ຽວ
ຄົນຄົດລ້ຽວ ເອົາໄວ້ບໍ່ດີແທ້ເນີ
2. ຢ່າໄວ້ວາງໃຈຊ້າງສານ, ງູເຫົ່າ, ຂ້າເກົ່າ, ເມຍຮັກຢ່າວາງໃຈ
- ຊ້າງສານ: ເພາະເປັນຊ້າງທີ່ໃຫຍ່ອັນຕະລາຍ, ມັນບໍ່ມີສະຕິປັນຍາເພື່ອທົບທວນຄວາມດີ ຄວາມຊົ່ວຄືຄົນ: ຍາມໃຈຮ້າຍມັນອາດບ້າຂຶ້ນມາຍາມໃດກໍ່ໄດ້, ບໍ່ແນ່ນອນ ເຖິງຕອນນັ້ນ ແມ່ນແຕ່ເຈົ້າຂອງມັນ ກໍ່ອາດຂ້າໄດ້.
- ງູເຫົ່າ: ເປັນສັດທີ່ມີພິດ ມັນບໍ່ຮູ້ບາບບຸນຄຸນໂທດ, ບໍ່ຄວນຈະໄວ້ໃຈບໍ່ດັ່ງນັ້ນຈະເປັນເໝືອນ ນິທານ ພໍ່ນາກັບ ງູເຫົ່າ. ພວກເຮົາຈະໄປທວງເອົາບຸນຄຸນນຳສັດບໍ່ໄດ້.
- ຂ້າເກົ່າກໍບໍ່ຄວນໄວ້ໃຈ ເພາະເຄີຍເປັນທາດເປັນຂ້ອຍເຮົາມາກ່ອນ ແລ້ວອາດຈະມີແນວຄິດອາ ຄາດບາດໝາງນຳມາແກ້ແຄ້ນ ຫລື ທຳຮ້າຍເຮົາກໍໄດ້.
- ເມຍຮັກກໍບໍ່ຄວນເຊື່ອ ແລະ ໄວ້ໃຈເຊັ່ນກັນ. ໃນຂໍ້ນີ້ບູຮານອາດຈະແລເຫັນວ່າ ແມ່ຍິງເປັນ ຜູ້ມີອາລົມຈິດສູງ ແລະ ມີຄວາມຮັກເປັນຫລັກພ້ອມກັນນັ້ນກໍມີຄວາມຄອນແຄນງ່າຍ, ຫລັກໝັ້ນບໍ່ແໜ້ນ, ຮັກສາຄວາມລັບບໍ່ເປັນ ແລະ ມີຈິດໃຈເອນອຽງ (ສຽງນີ້ເປັນທັດສະນະ ຂອງຄຳສຸພາສິດນີ້ ແຕ່ບໍ່ໝາຍຄວາມວ່າ ແມ່ຍິງທຸກຄົນ ຈະເປັນແນວນັ້ນໝົດ).

ສຸພາສິດທີ່ເວົ້າເຖິງຄຸນສົມບັດການພົວພັນລະຫວ່າງຄົນມີຄວາມຈຳເປັນທີ່ຈະຕ້ອງມີຄຸນສົມບັດທີ່ດີຕໍ່ກັນ, ລູກຕ້ອງຮູ້ນັບຖືພໍ່ແມ່, ຄູອາຈານ, ຜູ້ເຖົ້າຜູ້ແກ່ ບໍ່ວ່າແຕ່ການປາກເວົ້າ ຫຼືການກະທຳ. ຄຸນສົມບັດອັນດີທີ່ກ່າວມານີ້ ແມ່ນມູນເຊື້ອອັນດີງາມອັນຫນຶ່ງຂອງຄົນລາວທີ່ເຊື່ອຖື ແລະປະຕິບັດກັນມາຈົນມີຄຳສຸພາສິດເປັນຄະຕິເຕືອນໃຈໄວ້ວ່າ: ຄຸນພໍ່ເທົ່າພູເຂົາກ້າ ຄຸນແມ່ທໍ່ຟ້າກັບດິນ ບຸນຄຸນພໍ່ແມ່ນີ້ ຫນັກເກິ່ງທໍລະນີ ໃຜຜູ້ຢຳແຢງນົບ ຫາກຈະດີເມືອຫນ້າ ນາດີຖາມຫາເຂົ້າປູກ ລູກດີຖາມຫາພໍ່ແມ່ ລູກເວົ້າຍາກ ພໍ່ແມ່ປາກປຽກ ສຸພາສິດທີ່ເວົ້າເຖິງຄຸນສົມບັດ ດ້ານຄວາມສາມັກຄີຮັກແພງຊ່ວຍເຫຼືອ ເຊິ່ງກັນແລະກັນ ກໍ່ມີຄວາມສຳຄັນຫລາຍ, ເພາະຄຳສຸພາສິດເຫຼົ່ານັ້ນ ໄດ້ກາຍເປັນຄຳຕັກເຕືອນ ບອກສອນຢ່າງມີຄຸນຄ່າແກ່ຄົນຮຸ່ນຫລັງ ເຊັ່ນ: ພີ່ນ້ອງບໍ່ຫລາຍ ຫາສະຫາຍໃສ່ຕື່ມ ເພື່ອນກິນຫາງ່າຍ ເພື່ອນຕາຍຫາຍາກ ພົບຄົນດີ ມີສີແກ່ຕົວ ພົບຄົນຊົ່ວ ພາຕົວຫມົ່ນຫມອງ ຮົ້ວຫລາຍຫລັກຈຶ່ງຫມັ້ນ ພີ່ນ້ອງຫລາຍຊັ້ນຈິ່ງດີ ສຸພາສິດສັ່ງສອນເຖິງການສ້າງຄຸນງາມຄວາມດີໃຫ້ແກ່ຕົນເອງ ກໍ່ເປັນສິ່ງທີ່ມີຄຸນຄ່າ, ຄົນດີຈະຕ້ອງເປັນຄົນທີ່ມີຄວາມຖະຫນອມທ່ອມຕົວ ໄດ້ຮັບຄວາມຮັກແພງຈາກພໍ່ແມ່, ຄູອາຈານ ແລະເພື່ອນມິດ. ສະນັ້ນ ເຖົ້າແກ່ບູຮານຈິ່ງສັ່ງສອນໄວ້ວ່າ: ຊິຖົ່ມນ້ຳລາຍ ໃຫ້ຫຼຽວເບິ່ງປ່ອງ ຊິເຕັ້ນຂ້າມຮ່ອງ ໃຫ້ຫຼຽວເບິ່ງໜາມ ພ້າເຂົ້າຢ່າຟັນແຮງ ຂອງເພິ່ນແພງຢ່າເຂົ້າໃກ້ ສິບສະຫຼຶງຢູ່ຟາກນ້ຳ ຢ່າຟ້າວອ່າວຄະນິງຫາ ສອງສະຫຶຼງມາມື ໃຫ້ກອບກຳເອົາໄວ້ ຢ່າເວົ້າກ່ອນເກີດ ຢ່າສະເດີດກ່ອນຕາຍ ກົບຕາຍຍ້ອນປາກ ຄັນຄາກຕາຍຍ້ອນສຽງ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 4, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ຕາມຕຳນານ ຜູ້ເຖົ້າຜູ້ແກ່ເຄີຍເລົ່າເລື່ອງລາວກ່ຽວກັບຄົນປ່າໃຫ້ຟັງເລື້ອຍໆ ແຕ່ເພິ່ນກໍບໍ່ສາມາດຮູ້ ແລະຢັ້ງຢືນວ່າພວກຄົນປ່າເຫລົ່ານັ້ນສືບເຊື້ອສາຍມາຈາກຖິ່ນກຳເນີດຫົນແຫ່ງໃດ ແຕ່

ຖ້າຫາກຫວນຄືນເບິ່ງປະຫວັດສາດລາວກ່ອນໜ້ານີ້ລະຫວ່າງ 1.300 ປີກ່ອນ ເພິ່ນເວົ້າວ່າຄົນທີ່ຢູ່
ປະເທດລາວກ່ອນໝູ່ນັ້ນແມ່ນພວກຂ້າ ພວກເຂົາຢູ່ເປັນຈຸ້ມເປັນໝວດຂອງໃຜຂອງມັນ ແລະມີການລົບເລວກັນສະເໝີ.
      ພວກເຂົາບໍ່ມີໜັງສື ບໍ່ມີຫໍໂຮງແຕ່ຢ່າງໃດເລີຍ ພວກເຂົາທຳມາຫາກິນໂດຍການລ່າເນື້ອ
ແລະຫາປາຕາມຫ້ວຍຕາມຮ່ອງ, ພວກຄົນທີ່ມີກຳລັງ ມີອາວຸດ ມີລະບຽບການບ້ານເມືອງຮຽບຮ້ອຍດີກວ່າພວກຂ້ານັ້ນຄອຍລົບກວນ ໄລ່ພວກເຂົາໜີ ຫລືເອົາບ້ານເຮືອນຂອງພວກເຂົາເປັນຫົວເມືອງຂຶ້ນຂອງຕົນຢູ່ສະເໝີ.
      ພວກຂ້າຖືກໄລ່ເຂົ້າປ່າເຂົ້າພູໄປເລື້ອຍໆ ຊຶ່ງພວກທີ່ຂັບໄລ່ພວກເຂົາໜີນັ້ນເອີ້ນວ່າພວກຈາມ ( Chammalais ) ເພາະແຕ່ກ່ອນພວກຈາມຊອກທ່ຽວຕີເມືອງຕ່າງໆເພື່ອເອົາເປັນເມືອງຂຶ້ນຂອງຕົນ ແລ້ວກໍຕັ້ງເຂດແຂວງເປັນປະເທດແຂງແຮງປະເທດໜຶ່ງຊື່ວ່າຈຳປາ ຫລື ຈາມປາ.
      ສະນັ້ນພວກຄົນປ່າເຫລົ່ານີ້ກໍອາດຈະແມ່ນເຊື້ອສາຍ ຫລືເຜົ່າພັນໜຶ່ງຢູ່ໃນກຸ່ມພວກຂ້າ ເຫລົ່ານັ້ນທີ່ໄປລີ້ຊ້ອນຫລົບຫລີກຈາກການໄລ່ລ່າຂອງພວກຈາມເຂົ້າໄປຢູ່ໃນປ່າດົງພົງໄພຮ່ອມ ຫ້ວຍພູເຂົາ ບ່ອນທີ່ເປັນປ່າຕຶບດົງໜາ ບ່ອນທີ່ເຫັນວ່າມີຄວາມປອດໄພ ຍ້ອນຄວາມຢ້ານກົວ ແລະບໍ່ຍອມໃຫ້ຄົນຊົນເຜົ່າອື່ນໆໄດ້ພົບໄດ້ເຫັນໜ້າຈົນກາຍເປັນຄົນປ່າ.
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 4, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ປູກັບນົກຍາງ

ມີປ່າໃຫຍ່ແຫ່ງນຶ່ງຢູ່ເຂດເມືອງ ມັດຊິມະວິໄສ ໃກ້ປ່ານັ້ນມີໜອງນຶ່ງຊື່ ກັກກຸທະ ມີໝູ່ປາອາໄສຢູ່ເປັນອັນມາກ. ນົກຍາງເຖົ້າຕົວນຶ່ງມາເຫັນໜອງປານັ້ນມີປາຫຼາຍ ກໍບິນແວະລົງໄປ ປະສົງຈະໄດ້ກິນປາ, ສ່ວນພວກປາທັງຫຼາຍເຫັນນົກຍາງ ກໍເຕືອນກັນ ບໍ່ໃຫ້ອອກມາບ່ອນແປນ. ນົກຍາງບໍ່ໄດ້ກິນປາຢູ່ແຄມໜອງດ້ານນີ້ກໍ່ບິນໄປດ້ານອື່ນ ແລ້ວເຮັດອຸບາຍເປັນທຸກ ຢືນຂາດຽວ, ມີນ້ຳຕາຍ້ອຍອອກ, ເຫັນປານ້ອຍລອຍມາໃກ້ຜ່ານໄປມາຕາມວ່າງຂາກໍ່ບໍ່າສວບກິນ, ປາໃຫຍາໂຕນຶ່ງມາເຫັນອາການນົກຍາງອາການນົກຍາງເປັນດັ່ງນັ້ນກໍ່ຄິດປະຫຼາດໃຈ ຈຶ່ງຮ້ອງຖາມແຕ່ໄກວ່າ: ”ເຫດໃດທ່ານຈຶ່ງມາຢືນໂສກເສົ້າເຫງົາຫງ່ວມ ບໍ່ກິນອາຫານ?”
ນົກຍາງຕອບ: ”ດູລາປາ ຂໍທ່ານຈົ່ງຟັງຂ້າພະເຈົ້າກ່ອນ, ຂ້າພະເຈົ້ານີ້ ແຕ່ກ່ອນບໍ່ເຄີຍກິນປາເປັນອາຫານ, ບັດນີ້ໄດຮັບສິນມາຈາກທ່ານ ມຸນີ ທີ່ຢູ່ໃນປ່າຫິມມະພານ ທ່ານສອນໃຫ້ງົດເວັ້ນກນຂ້າສັດເສຍ ເພາະເປັນບາບ. ຂ້າພະເຈົ້າຈຶ່ງໄດ້ງົດເວັ້ນບໍ່ກິນສັດເປັນອາຫານຕັ້ງແຕ່ນັ້ນມາ, ພ້ອມກັບໄດ້ຮຽນທຳຫຼາຍຂໍ້ ຈຶ່ງເປັນຜູ້ມີໃຈກະລຸນາ.
ມື້ນີ້ຂ້າພະເຈົ້າມາຈາກ ອຸຕະນະຄອນ ໄດ້ຍິນຄຳສັ່ງຂອງພະຍາເມືອງນັ້ນວ່າ ຈະໃຫ້ພວກພານແຫມາຫາປາໃນໜອງນີ້ຂ້າພະເຈົ້າໄດ້ຍິນຄຳນັ້ນ ກໍ່ມີຄວາມສົງສານພວກສູເຈົ້າເປັນອັນມາກ ຈຶ່ງໄດ້ມາບອກ.
      ປາທັງຫຼາຍໄດ້ຍິນນົກຍາງເວົ້າດັ່ງນັ້ນກໍ່ມີຄວາມຕົກໃຈຢ້ານ ຈຶ່ງເວົ້າວິງວອນນົກຍາງວ່າ: ”ຂ້າແຕ່ທ່ານນົກຍາງ ຖ້າແມ່ນຈິງຄືຄວາມທ່ານເວົ້າແທ້ ທ່ານຄິດເຫັນຈັ່ງໃດແດ່ໃນການທີ່ຈະຊ່ວຍເຫຼືອພວກຂ້າພະເຈົ້າ?” ນົກຍາງຕອບວ່າ: ”ມີໜອງໃຫຍ່ແຫ່ງນຶ່ງຢູ່ທາງປະເທດ ທັກສິນາບົດ, ນ້ຳກໍ່ເລິກ ແລະ ໃສສະອາດດີ. ຖ້າພວກທ່ານຍ້າຍໄປຢູ່ໜອງນັ້ນໄດ້ ກໍ່ຈະພົ້ນຈາກໄພ”.
      ປາຖາມ: ”ເຮັດແນວໃດ ພວກຂ້າພະເຈົ້າຈຶ່ງຈະໄປໄດ້?”
      ນົກຍາງຕອບ: ” ຖ້າພວກເຈົ້າເຊື່ອໃຈຂ້າພະເຈົ້າ, ຂ້າພະເຈົ້າກໍ່ຈະພາໄປ ໂດຍຄາບພວກທ່ານໄປເທື່ອລະໂຕ”.
      ປາທັງຫຼາຍປຶກສາກັນ ຕົກລົງໃຫ້ນົກຍາງພາປາໂຕນຶ່ງໄປເບີ່ງກ່ອນ. ຖ້າມີຈິງແທ້ໃຫ້ຄືນມາບອກ, ເມື່ອຕົກລົງກັນແລ້ວ ນົກຍາງກໍ່ຄາບປາໂຕນັ້ນພາໄປເຖິງໜອງໃຫຍ່ ອັນເປັນປະເທດ ທັກສິນາບົດ ແລະ ປ່ອຍປາໂຕນັ້ນລົງໄປໃນໜອງ ໃຫ້ລອຍຫຼິ້ນຕາມສະບາຍໃຈ ແລ້ວກໍ່ພາກັບຄືນມາໜອງເດີມ. ປາໂຕນັ້ນ ກໍ່ບອກເຫຼົ່າຝູງປາທັງຫຼາຍ ຕາມທີ່ຕົນໄດ້ເຫັນມາ; ຝູງປາໄດ້ຮູ້ດັ່ງນັ້ນ ກໍ່ຊ້ອງຊໍກັນເຂົ້າມາ ຂໍໃຫ້ນົກຍາງພາໄປ ນົກຍາງໄດ້ທ່າ ຈຶ່ງຄາບປາໃນໜອງນັ້ນໄປກິນເທື່ອລະໂຕ ເທື່ອລະໂຕ ຈົນປາຢູ່ໜອງໝົດ.
      ໃນຄັ້ງນັ້ນ ມີປູ​ໃຫຍ່​ໂຕ​ນຶ່ງ ຊື່ ຈັນທາ​ລະ​ກັດ​ກະຕະ ມັນ​ເຫັນ​ນົກຍາງ​ຄາບ​ປາ​ໄປ​ດັ່ງ​ນັ້ນ​ທຸກ​ວັນ ກໍ​ມີ​ຄວາມ​ສົງ​ໄສ ຄຶດ​ໃນ​ໃຈ​ວ່າ: ”ນົດຍາງ​ໂຕ​ນີ້​ຫຼອກ​ເອົາ​ພີ່ນ້ອງ​ກູ​ໄປ​ກິນ​ໝົດ​ແລ້ວ​ຫຼື? ກູ​ລອງ​ໄປ​ເບີ່​ງ​ເອງ​ກ່ອນ​ນາ” ຄຶດ​ແລ້ວ​ຈຶ່ງ​ເຂົ້າ​ໄປ​ຫາ​ນົກຍາງ ​ແລະ ​ເວົ້າ​ອ້ອນວອນ​ວ່າ ”ດູລາ​ທ່ານ​ນົກຍາງ ທ່ານ​ຈົ່ງ​ເມດ​ຕາ​ຂ້າພະ​ເຈົ້າ​ໄປ​ນຳ​ແດ່” ນົກຍາງ​ເຫັນ​ກໍ່​ຄິດ​ວ່າ ”ປາ​ນີ້​ກູ​ໄດ້​ກິນ​ທຸກ​ວັນ ທຸກ​ວັນ ຈົນ​ເປີດ​ແລ້ວ (ຈົນ​ເບື່ອ) ສ່ວນ​ປູ​ຍັງ​ບໍ່​ທັນ​ໄດ້​ລອງ​ເບີ່​ງ ມື້​ນີ້​ກູ​ຈະ​ລອງ​ຊີມ​ອ້າຍ​ປູ​ນີ້​ລອງ​ເບີ່​ງກ່ອນ​ນາ”. ຄິດ​ແລ້ວ​ກໍ່​ຮັບຮອງ​ວ່າຈະ​ພາ​ປູ​ໄປ ​ແຕ່​ພໍ​ອ້າງ​ປາກ​ຈະ​ຄາບ​ເອົາ​ປູ, ປູ​ສະຫຼາດ​ຈຶ່ງ​ເວົ້າ​ກັບ​ນົກຍາງ​ວ່າ: ”ຂ້າພະ​ເຈົ້າ​ລອກຄາບ​ໃໝ່, ອອງຍັງ​ອ່ນຢູ່, ​ເມື່ອ​ທ່ານ​ຄາບ​ແຮງ ອອງຂອງ​ຂ້າພະ​ເຈົ້າ​ກໍ່​ຈະ​​ແຕກ, ປະການ​ໜຶ່ງ ຂ້າພະ​ເຈົ້າ​ຢ້ານ​ທ່ານ​ຄາບ​ບໍ່​ໝັ້ນ ​ແລ້ວ​ຂ້າພະ​ເຈົ້າ​ກໍ່​ຈະ​ຕົກຕາ​ຍ. ສະ​ນັ້ນ​ຂໍ​ທ່ານ​ກະລຸນາ​ໃຫ້​ຂ້າພະ​ເຈົ້າ​ໄດ້​ຄາບ​ຄໍ​ທ່ານ​ໄປ​ເຖີ້ນ.
      ນົກຍາງ​ບໍ່​ຮູ​້ກົນອຸບາຍ​ຂອງ​ປູ ກໍ່​ຍອມ​ໃຫ້​ປູ​ຄາບ​ຄໍ ​ແລ້ວ​ພາ​ໄປ​ເຖິງ​ບ່ອນ​ທີ່​ຕົນ​ເຊົາ​ກິນ​ປາ ພໍ​ພາ​​ແວະ​ລົງ. ປູ​ແລ​ເຫັນ​ກ້າງປາ​ເຕັມ​ຢູ່​ໃນ​ທີ່​ນັ້ນ​ກໍ່​ຮູ້​ທັນທີ​ວ່າ​ນົກຍາງ​ເອົາ​ປາ​ ມາ​ກິນ​ໃນ​ທີ່​ນີ້ ຈຶ່ງ​ໜີບ​ຄໍ​ນົກຍາງ​ໃຫ້​ແໜ້ນ​ເຂົ້າ​ແລ້ວ​ເວົ້າ​ຂູ່​ນົກຍາງ​ວ່າ ”ມຶງ​ຈົ່ງ​ພາ​ກູ​ຄືນ​ໄປ​ໜອງ​ເກົ່າ​ຂອງ​ກູ​ດຽວ​ນີ້ ກູ​ຈຶ່ງ​ຈະ​ວາງ​ຄໍ​ມຶງ ບໍ່​ດັ່ງ​ນັ້ນ​ມຶງ​ຕ້ອງຕາ​ຍ ນົກຍາງ​ເຈັບ​ຫຼາຍ​ຈຶ່ງ​ພາ​ປູ​ບິນ​ກັບ​ຄືນ​ໄປ ພໍ​ໄປ​ເຖິງ​ໜອງ​ປູ​ກໍ່​ໜີບ​ຄໍ​ນົກຍາງ​ຂາຍ​ຕາຍ​ກັບ​ບ່ອນ.
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 4, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

 

ສາມອ້າຍນ້ອງ

ໃນ​ສະ​ໄໝ​ກ່ອນ​ຢູ່​ນະຄອນ​ພະ​ລາ​ນະ​ ສີ ມີ​ຄອບຄົວ​ໜຶ່ງ​ຊຶ່ງ​ມີ​ອ້າຍ​ນ້ອງ​ສາມ​ຄົນ​ໄດ້​ດຳລົງ​ຊີວິດ​ຮ່ວມ​ກັນ. ພາຍຫຼັງ​ທີ່​ພໍ່​ແມ່​ເຂົາ​ເຈົ້າ​ໄດ້​ຕາຍ​ໄປ ອ້າຍ​ກົກ​ກໍ່​ເປັນ​ຜູ້​ເບີ່​ງ​ແຍງ​ຄອບຄົວ. ​ເຂົາ​ເຈົ້າ​ໄດ້​ພ້ອມ​ກັນ​ອອກ​ເຫື່ອ​ເທ​ແຮງ ​ເພີ່ມພູນ​ຜະລິດຜົນຈົນ​ມີ​ຊື່ວ່າ “ຄອບຄົວ​ເລົ້າ​ເຂົ້າ​ຫຼວງ“ ຍ້ອນ​​ແນວ​ນັ້ນ​ພວກ​​ໂຈນ​ຈຶ່ງ​ມາ​ປອງ​ລັກ​ເຂົ້າ ​ແລະ ຄວາຍ, ສາມ​ອ້າຍ​ນ້ອງ​ສາມັກຄີ​ກັນ​ ປ້ອງ​ກັນ​ເປັນ​ຢ່າງ​ດີ, ​ໂຈນ​ທີ່​ມາ​ປອງ​ລັກ​ນັ້ນ​ຕ້ອງ​ພ່າຍ​ໜີ​ໄປ.
     ຢູ່​ມາ​ມື້ໜຶ່ງ​ນ້ອງ​ຊາຍ​ຫຼ້າ​ໄດ້​ເຊື່ອ​ຟັງ​ໂຈນ​ຜູ້​ໜຶ່ງ ກໍ່​ມີ​ແນວ​ຄິດ​ຂັດ​ແຍ້​ງກັນ ​ແລະ ຢາກ​ພາ​ເມຍ​ຂອງ​ຕົນ​ອອກ​ເຮືອນ​ຕ່າງ​ຫາກ. ມື້ໜຶ່ງ​ອ້າຍ​ນ້ອງ​ທັງ​ສາມ​ໄດ້​ແບ່ງ​ນາ​ທີ່​ພໍ່​ແມ່​ປະ​ໄວ້​ນັ້ນ, ອ້າຍ​ກົກ​ໄດ້​ຫງ່ວມ​ເຫງົາ​ເສົ້າ​ໂສກ​ພ້ອມ​ທັງ​ຮ້ອງ​ໄຫ້ ​ເມື່ອ​ເຫັນ​ງ່າ​ໄມ້​ງ່າ​ໜຶ່ງ​ຢູ່​ໜ້າ​ເຮືອນ​​ແຫ່ວ​ແຫ້ງ​ລົ່ນລົງ​ດິນ, ນ້ອງ​ທັງ​ສອງ​ເຫັນ​ສະພາບ​ຂອງ​ອ້າຍ​ຈຶ່ງ​ຖາມ​ວ່າ ” ກົກ​ໄມ້​ນັ້ນ​ມັນ​ມີ​ອັນ​ໃດ​ທີ່​ພາ​ໃຫ້​ອ້າຍ​ຮ້ອງ​ໄຫ້?“ ອ້າຍ​ກົກ​ຕອບ​ວ່າ: “​ແຕ່​ກ່ອນ​ງ່າ​ໄມ້​ທີ່​ຖຶກ​ແຫ່ວ​ແຫ້ງ​ນີ້​ມັນ​ຂຽວງາມ​ດີ, ມັນ​ມີ​ຊີວວິດ​ຄື​ກັນ​ກັບ​ງ່າ​ອື່ນ, ພ້ອມ​ກັນ​ສົ່ງ​ພືດ​ຜົນ​ຄວາມ​ເຢືອກ​​ເຢັນ​ມາສູ່​ຄອບ​ຄົວ​ເຮົາ; ມາ​ເຖິງ​ດຽວ​ນີ້​ຄວາມ​ແຫ່ວ​ແຫ້ງ​ຂອງ​ມັນ​ເກີດ​ຂື້ນ ຍ້ອນ​ມີ​ບົ້ງ​ເຈາະ​ລຳ​ຕົ້ນ​ຂອງ​ມັນ, ກິ່ງ​ກ້ານ​ສາຂາ​ໃກ້​ຈະ​ລົ່ນອອກ​ຈາກ​ລຳ​ມັນ​ແລ້ວ; ມັນ​ກໍ່​ປຽບ​ເໝືອນ​ນ້ອງ​ຊາຍ​ຫຼ້າ​ຮ່ວມ​ທ້ອງ​ແມ່​ດຽວ​ທີ່​ຈະ​ຈາກ​ພວກ​ເຮົາ​ໄປ ​ໃນ​ເວລາ​ນີ້. ຄິດ​ເຖິງ​ບ່ອນ​ນີ້​ຈຶ່ງ​ພາ​ໃຫ້​ອ້າຍ​ຮ້ອງ​ໄຫ້​ເພາະ​ເປັນ​ຫ່ວງ​ນຳ​ຄອບຄົວ.
     ນ້ອງ​ຊາຍ​ຫຼ້າ​ສະ​ເດີ​ດຂື້ນ ​ເພາະ​ຮູ້​ຄວາມ​ຜິດ​ຂອງ​ຕົນ ​ແລະ ກໍ່​ຮ້ອງ​ໄຫ້​ຕາມ​ກັນ​ຍ້ອນ​ເຫັນ​ຄວາມ​ຜິດພາດ. ​ແຕ່​ນັ້ນ​ເຂົາ​ເຈົ້າ​ກໍ່​ໄດ້​ປຸ້ມລຸມ​ກັນ​ສ້າງສາ ​ແລະ ຂະຫຍາຍ​ການ​ເພີ່ມ​ພູນ​ຈົນ​ໄດ້​ກາຍ​ເປັນ​ຄອບ​ຄົວ​ແບບຢ່າງ.
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 4, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ພະຍາຖຶກຊຽງໝ້ຽງຕົ້ມ

ສະ​ໄໝ​ກ່ອນ​ມີ​ພະຍາ​ອົງ​ໜຶ່ງ ​​ເວ​ລາ​ໄປ​ໃສ​ມາ​ໃສກໍ່​ເອົາ​​ແຫຼ້ງ​ໄປ​ນຳ​ເພື່ອ​ຮັບ​​ໃຊ້​ພາຍ​ຖົງ​ຍ່າມ ​ແລະ ຫາ​ຫຍ້າ​ມາ​ໃຫ້​ມ້າ​ກິນ.
      ​ເຖິງ​ວ່າ​ແຫຼ້ງ​ນັ້ນ​ຈະ​ຮັບ​ໃຊ້​ເມື່ອຍ ​ແລະ ຫິວ​ໂຫຍ​ປານ​ໃດ​ກໍ່ຕາມ, ​ແຕ່​ຍັງ​ຖຶກປ້ອຍ​ດ່າ​ສາລະພັດ.
      ພະຍາ​ອົງ​ນີ້​ນິດ​ໄສ​ຂີ້​ຖີ່ ຈັງ​ໄຮ ​ແລະ ມັກ​ສົງ​ໄສ​ຄົນ, ມື້ໜຶ່ງ​ພະຍາ​ໄດ້​ສັ່ງ​ໃຫ້​ຊຽງ​ໝ້ຽງ​ມາ​ຫາ ​ແລ້ວ​ເວົ້າ​ວ່າ: ”ຊຽງ​ເອີຍ! ມື​ງ​ເຫັນ​ຫຍັງ​ຂອງ​ກູ​ຢູ່​ໃສ​ໃຫ້​ປະ​ໄວ້​ຢູ່​ຫັ້ນ, ຢ່າ​ແຕະຕ້ອງ​ຂອງ​ກູ​ເນີ! ​ໄດ້​ຍິນ​ບໍ່?” ຊຽງ​ໝ້ຽງ​ຕອບ: “ໂດຍຂ້ານ້ອຍ”. ສ່ວນ​ໃນ​ໃຈ​ຂອງ​ຊຽງ​ໝ້ຽງ​ຄຽດ​ແຄ້ນ​ແໜ້ນ​​ໃຈ​ຫາ​ອັນ​ປຽບ​ບໍ່​ໄດ້, ​ແຕ່​ບໍ່​ຮູ້​ຈະ​ເຮັດ​ແນວ​ໃດ. ມື້ໜຶ່ງ​ພະຍາ​ໄປ​ທ່ຽວ ຊຽງ​ໝ້ຽງ​ກໍ່​ແລ່ນ​ຕ່ອງ​ຕ້ອຍ​ນຳກົ້ນ. ພະຍາ​ເຮັດ​ຖົງ​ເງິນ​ເຮ່ຍ​ກາງ​ທາງ, ຊຽງ​ໝ້ຽງ​ເຫັນ ​ແຕ່​ບໍ່​ເກັບ, ມາ​ຮອດ​ເຮືອນ​​ແລ້ວ ພະຍາ​ຈຶ່ງ​ຮູ້​ວ່າ​ເງິນ​ເສຍ. ພະຍາ​ຮ້ອນຮົນ​ກະວົນກະ​ວາຍ, ຮ້ອງ​ຊຽງ​ໝ້ຽງ​ມາ​ຖາມ​ວ່າ:
- ຊຽງ​ໝ້ຽງ ມຶງ​ໄດ້​​ເກັບ​ຖົງ​ເງິນ​ກູ​ເຮ່ຍ​ບໍ່? ມຶງ​ເຊື່ອງ​ໄວ້​ໃສ​ຮຶ?
ຊຽງ​ໝ້ຽງ​ຕອບ​ຢ່າງ​ໄວວາ​ວ່າ:
- ຂ້ານ້ອຍ​ເຫັນ​ຢູ່.
ພະຍາ​ຖາມ​ວ່າ:
- ມຶງ​ເຫັນ​ຢູ່​ໃສ? ສົ່ງ​ກູ​ທະ​ແມ!
ຊຽງ​ໝ້ຽງ​ຕອບ​ວ່າ:
- ອາດຍາ​ສັ່ງ​ຂ້ານ້ອຍ​ວ່າ ​ເຫັນ​ຂອງ​ອາດຍາ​ຢູ່​ໃສ​ໃຫ້​ປະ​ໄວ້​ຢູ່​ຫັ້ນ ຢ່າ​​ແຕະຕ້ອງ​ຊັ້ນ​ເນ!
      ພະຍາ​ໄດ້​ຟັງ ທັງ​ສູນ​ທັງ​ຄຽດ, ​ແຕ່​ຈົນ​ໃຈ ຍ້ອນ​ວ່າ​ຊຽງ​ໝ້ຽງ​ໄດ້​ປະຕິບັດ​ຕາມ​ຄຳ​ທີ່​ຕົນ​ສັ່ງ. ພະຍາ​ດ່າ​ສົ່ງ​ເດດ​ສອງ​ສາມ​ຄຳ​ແລ້ວ​ສັ່ງ​ວ່າ:
- ​ແຕ່​ນີ້​ຕໍ່​ໄປ ຫາກ​ເຫັນ​ກູ​ເຮັດ​ສິ່ງ​ຂອງ​ອັນໃດ​ເຮ່ຍ ຕ້ອງ​ເກັບ​ມາ​ໃຫ້​ກູ​ເນີ! ​ໄດ້​ຍິນ​ບໍ່? ສອງ​ສາມ​ມື້​ຕໍ່​ມາ​ ພະຍາ​ໄປ​ຢາມ​ພີ່ນ້ອງ, ພະຍາ​ຂີ່​ມ້າ​ໄປ​ຢ່າງ​ສະຫວາດສະ​ເຫວີຍ, ຊຽງ​ໝ້ຽງ​ກໍ່​ແລ່ນ​ຕ່ອງ​ຕ້ອຍ​ນຳ​ກົ້ນ ​ເມື່ອ​ຫຼົບ​ມາ ພະຍາ​ຮອດ​ເຮືອນ​ກ່ອນ ​ເຫີ​ງ​ເຕີບ​ຈິ່ງ​ເຫັນ​ຊຽງ​ໝ້ຽງ​ມາ​ຮອດ ພະຍາ​ສົງ​ໄສ​ວ່າ​ຊຽງໝ້ຽງ​ແວ່​ຫຼິ້ນ​ຕາມ​ທາງ​ຈຶ່ງ​ຮ້າຍ​ວ່າ:
- ​ເປັນ​ຫຍັງ​ມື​ງມາ​ຊ້າ​ແທ້?
      ຊຽງ​ຄ່ອຍ​ວາງ​ຖົງ​ຍ່າມ​ລົງ ​ແລ້ວ​ນັ່ງ​ນົບ​ຂາບ​ໄຫ​ວ້ ທັງ​ຄ່ອຍ​ເວົ້າ​ວ່າ:
- ບໍ່​ແມ່ນຂ້ານ້ອຍ​ແວ່​ຫຼິ້ນ​ຕາມ​ທາງ​ດ໋ອກ, ອາດຍາ​ເຮັດ​ເຄື່ອງ​ເຮ່ຍ​ຫຼາຍ​ໂພດ, ຂ້ານ້ອຍ​​ເມົາ​ເກັບ​ຈົນ​ກ້ຽງ ຈຶ່ງ​ໄດ້​ມາ​ຊ້າ​ແດ່.
      ພະຍາ​ໄດ້​ຍິນ​ວ່າ: ​“ເຮັດ​ເຄື່ອງ​ເຮ່ຍ​ຫຼາຍ​ໂພດ” ຕົກ​ໃຈ​ວາບ ​ເລີຍ​ປ່ຽນ​ຄຳ​ຮ້າຍ​ມາ​ເປັນ​ຄຳ​ອອຍ ​ແລະ ຖາມ​ຊຽງ​ວ່າ:
- ມຶງ​ເກັບ​ຫຍັງ​ຂອງ​ກູ​ເຮ່ຍ​ຮຶ​ຊຽງ? ມາ​ສົ່ງ​ກູ​ທະແມ໋! ຊຽງ​ຍື່ນ​ຖົ່ງ​ຍ່າມ​ໃຫ້​ທັງ​ເວົ້າ​ວ່າ:
- ນີ້​ເດ​ອາດຍາ, ຂ້າ​ນ້ອຍ​ເກັບ​ໝົດບໍ່​ຫຼໍ​ຈັກ​ແນວ​ດ໋ອກ, ພະຍາ​ດີ​​ໃຈ​ຟ້າວ​ເປີດ​ເບີ່​ງຖົງ​ຍ່າມ ​ເລີຍ​ເຫັນ​ແຕ່​ກ້ອນ​ຂີ້​ມ້າ. ພະຍາ​ຂຶງ​ຕາ​ໃສ່​ຊຽງ​ໝ້ຽງ, ​ແລ້ວ​ທືບ​ພື້ນ​ເຮືອນ​ດ່າ​ວ່າ:
- ບ໊ະ! ບັກ​ນີ້​ຈອງ​ຫອງ​ແທ້. ​ເກັບ​ເອົາ​ໂລໆ​ເລໆ. ຊຽງ​ໝ້ຽງ​ສະ​ແດງ​ໃຫ້​ພະຍາ​ເຫັນ​ໃຈ​ແລ້ວ​ເວົ້າ​ວ່າ: “ພະຍາ​ເຄີ​ຍສັ່ງ​ວ່າ: ຖ້າ​ເຫັນ​ເຄື່ອງ​ຫຍັງ​ຂອງ​ອາດຍາ​ເຮ່ຍ​ໃຫ້​ຂ້ານ້ອຍ​ເກັບ​ມາ​ໃຫ້​ໝົດ​ກ້ຽງ ຊັ້ນ​ເນ!” ພະຍາ​ໄດ້​ຟັງຊຽງ​ເວົ້າ​ກໍ່​ຄື​ແມ່ນ​ຄວາມ​ຊຽງ.
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 3, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

ເລີກຮື້​ກຸ່ມ​ວິຊາ​ຊີບ​ລັກ​ລົດ​ຈັກ ສາມາດ​ລວມຕົວ​ໄດ້​ຈຳນວນ 06 ຄົນ

*(ຂປລ): ​ເຈົ້າ​ໜ້າ​ທີ່​ຕຳຫລວດ ​ເມືອງ​ໄກສອນ ພົມວິຫານ ​ໄດ້​ທຳ​ການ​ເລີກຮື​ກຸ່ມ​ວິຊາ​ຊີບ ກວນ​ເມືອງ ທີ່​ເລາະ​ຫາ​ລັກ​ລົດຈັກ ປະ​ເພດ​ລົດ​ເວ​ບ ​ໄທ ຊຶ່ງ​ສາມາດ ​ລວບ​ຕົວ​ຜູ້​ຕ້ອງ​ຫາ​ຈຳນວນ 06 ຄົນ ແລະ ​ອີກ 01 ຄົນ​ແມ່ນ​ຍັງ​ລອຍ​ນວນ ຄື​ທ້າວ​ ທອງ​ຈັນ ອາຍຸ 20 ປີ ອາຊີບ​ນັກຮຽນ . ຊຶ່ງ​ການ​ລວບ​ຕົວ​ຜູ້​ຕ້ອງ​ຫາ​ມີ​ຂຶ້ນ​ໃນ​ວັນ​ທີ 17 ​ແລະ​ ວັນ​ທີ 22 ຕຸລາ 2011. ຈາກ​ການ​ສຶບສວນ-ສອບ​ສວນພົບ​ວ່າ: ຜູ້​ຕ້ອງ​ຫາ​ທັງ 06 ຄົນ​ມີ​ຊື່​ວ່າ: ທ້າວ ສິດ​ຕີ້ ອາຍຸ​ 16 ປີ ອາຊີບ​ຫວ່າງ​ງານ ຢູ່ບ້ານນາ​ຄຳ​ນົນ ​ເມືອງ​ສອງ​ຄອນ, ທ້າວ ສຸພາ​ພອນ (ລ​້ານ)ອາຍຸ​ 18 ປີ ປີ ອາຊີບ​ ຫວ່າງ​ງານ ຢູ່​ບ້ານນາ​ຄຳ​ນົນ​ເມືອງ​ສອງ​ຄອນ, ທ້າວ​ທອງ​ໃບ ອາຍຸ 2​0 ປີ ອາຊີ​ນັກຮຽນ ຢູ່​ບ້ານ​ຫລັກ​ເມືອງ ​ເມືອງ​ສອງ​ຄອນ, ທ້າວ​ສີພັນ ອາຍຸ 18 ປີ ອາຊີບຫວ່າງງານ ຢູ່ບ້ານນາຄຳນົນ ເມືອງ ສອງຄອນ, ທ້າວ ໂກະ ອາຍຸ 30 ປີ ອາຊີບເຮັດນາ ຢູ່ບ້າໄໝ່ໜອງຫວ້າ ເມືອງສອງຄອນ ສ່ວນ​ທ້າວ ສັງ ອາຍຸ 18 ປີ ອາຊີບ​ວ່າງ​ງານ​ກໍ່​ຖືກ​ຈັບ​ຢຸູ່​ເມືອງ​ສອງ​ຄອນ​ກ່ອນ​ແລ້ວ.

ຈາກ​ການ​ສືບສວນ​ຂອງ​ເຈົ້າ​ໜ້າ​ທີ່​ພົບ​ວ່າ: ​ໃນ​ເດືອນ 8 ປີ 2011 ທ້າວ​ທອງ​ໃບ, ທ້າວ​ສິດ​ຕີ້, ທ້າວ​ສັງ​ ແລະ ​ທ້າວ​ ທອງ​ຈັນ ​ໄດ້​ຮ່ວມ​ຫົວ​ກັນ​ໄປ​ລັກ​ລົດຈັກ​ເວ​ບ ​ໄທ​ສີ​ແດງ-ດຳ​ ບໍ່​ຈື່​ປ້າຍ​ ທີ່​ຈອດ​ຢູ່​ຮ້ານ​ເຊ​ເວັ້ນ ​ເມືອງ​ໄກສອນ ພົມວິຫານ ​ໂດຍ​ທ້າວ​ ທອງ​ໃບ ​ເປັນ​ຜູ້ລົງມີ ​ໂດຍ​ໃຊ້​ເຫລັກ​ທີ່​ເປັນ​ຮູບ​ໂຕ​ເຕ ທີ່​ໄດ້​ດັດ​ແປງ​ກ່ອນ​ໜ້າ​ນີ້​ ໂດຍ​ເອົາ​ມາ​ສຽບ​ໃສ່​ຮູ​ກຸນ​ແຈ​ລົດຈັກ​ແລ້ວ​ຫງັດ ກໍ່​ແລ້ວ​ເລື້ອງ ໝາຍວ່າ​ສຳ​ເລັດ , ສ່ວນ​ໝູ່​ຄື​ທ້າວ ສິດ​ຕິ້, ທ້າ​ສັງ ​ແລະ​ທ້າວ​ທອງ​ຈັນ​ແມ່ນ​ຕິດຕາມ​ຄົນ​ຂ້າງ​ນອກ ​ໃນ​ເມື່ອ​ລັກ​ລັດ​ໄດ້​ແລ້ວ ທ້າວ​ສິດ​ຕີ້​ກໍເອົາ​ລົດ​ຄັນ​ດັ່ງກ່າວ​ໄປ​ຂາຍ​ໃຫ້​ທ້າວ​ໂກະ ​ໃນ​ລາຄາ​ຄັນ​ລະ 18.000 ບາດ, ຕໍ່​ມາ​ທ້ອງ​ເດືອນ 9 ປີ 2011​ເວລາ 15 ​ໂມງ ທ້າວ​ສິດ​ຕີ້, ທ້າວ​ສັງ ​ແລະ​ທ້າວ​ທອງ​ຈັນ ​ໄດ້​ຮ່ວມ​ກັນ​ໄປ​ລັກ​ລົດຈັກ​ເວ​ບ​ໄທ​ອີກ 01 ຄັນ ສີ​ແດງ-ດຳ ທີ່​ຈອດ​ຢູ່​ຮ້ານ​ເຊ​ເວັ້ນບ່ອນ​ເກົ່າ ​ໂດຍ​ຮູບ​ການ​ລັກ​ແມ່ນ​ເຮັດ ​ແບບ​ເກົ່າ​ທີ່​ເອົາ​ເຫລັກ​ຮູບ​ຕົວ​ເຕ ຫງັດ ​ໃນ​ເມື່ອ​ລັກ​ໄດ້​ແລ້ວ​ກໍ່​ນຳ​ໄປ​ຂາຍ​ໃຫ້​ທ້າວ​ໂກະ​ຄື​ເກົ່າ​ຄື:ຄັນ​ລະ 18.000 ບາດ ​ແລະ​ໃນ​ເດືອນ​ດຽວ​ເວລາ​ປະມານ 18 ​ໂມງ ທ້າວ​ສິດ​ຕີ​ກັບ​ທ້າວ​ສັງ ກໍ​ໄດ້​ໄປ​ລັກ​ລົດຈັກ​ເວ​ບ​ໄທ​ອີກ( ​ເວ​ບກະ​ແຈ​ໃຫຍ່)ຢູ່​ຮ້ານ​ອາຫານ​ນາໆ​ເບຍ ​ໃນ​ເມື່ອ​ລັກ​ລົດ​ໄດ້​ແລ້ວ​ກໍ່​ເອົາ​ໄປ​ຂາຍ​ໃຫ້​ທ້າວ​ໂກະ​ຄື​ເກົ່າ ​ໃນ​ລາຄາ ຄັນ​ລະ 18.000 ບາດ.ຕໍ່​ມາ​ໃນ​ວັນ​ທີ 02 ​ເດືອນ10 ປີ 2011 ​ເວລາ 19 ​ໂມງ ທ້າວ​ສິດ​ຕີ​້ກັບ​ທ້າວ​ສຸພາ​ພອນໄດ້​ພ້ອມ​ກັນ​ ໄປ​ລັກ​ລົດຈັກ​ເວ​ບ​ໄທ ​ສີດຳ​ປອນ ທີ່​ບໍ່​ມີ​ປ້າຍ​ທະບຽນ​ແລະ​ກໍ່​ໄດ້​ນຳ​ມາ​ຂາຍ​ເຊັ່ນ​ກັນ.

ສ່ວນ​ທ້າວ​ສີ​ພັນ​ໃຫ້ການ​ວ່າ:ພວກ​ຕົນ ມີ​ທ້າວ​ສິດ​ຕິ້ ທ້າວ​ທອງ​ໃບ ​ແລະ​ ທ້າວ​ສຸພາ​ພອນ ​ໄດ້​ຮ່ວມ​ຫົວ​ກັນ​ໄປ​ລັກ​ລົດຈັກ​ເວ​ບ​ໄທ​ ສີ​ແດງ-ດຳ​ ທີ່​ຈອດ​ຢູ່​ຮ້ານ​ຂາຍ​ເຄື່ອງ ນຸ່ງ​ຫົ່ມ​ແຖວ​ບ້ານ​ທ່າ​ແຮ່ ຕໍ່ໜ້າ​ໂຮງ​ແຮມ​ບົວຫລວງ ​ເມືອງ​ໄກສອນ ພົມ​ວິຫານ​ໂດຍ​ໃນ​ທິມ​ແມ່ນ​ມອບ​ໃຫ້​ທ້າວ​ທອງ​ໃບ​ເປັນ​ຜູ້​ລົງມື ສ່ວນ​ຜູ້​ອື່ນ​ແມ່ນ​ຕິດຕາມ ​ຂ້າງ​ນອກ ​ໃນ​ເມື່ອ​ລັກ​ໄດ້​ແລ້ວ​ແມ່ນ​ມອບ​ໃຫ້​ທ້າວ​ສິດ​ຕີ້​ແລະ​ທ້າວ​ສຸພາ​ພອນ​ນຳ​ໄປ ​ຂາຍ ​ໄດ້​ຄັນ​ລະ 18.000 ບາດ ສ່ວນ​ຜູ້​ລົງມື​ລັກ​ແມ່ນ​ໄດ້​ລໍຖ້າ​ຢູ່​ສະຫວັນ.

ຜູ້​ຕ້ອງ​ຫາ​ຄື​ທ້າວ​ໂກະ​ມີ​ຄຳ​ເຫັນ​ວ່າ:ຕົນ​ໄດ້​ຮັບ​ຊື້​ລົດຈັກ​ເວ​ບ​ໄທ​ ທີ່​ທ້າວ​ໃບ​ນຳ​ມາ​ຂາຍ​ຈຳນວນ 03 ຄັນ ​ໂດຍ​ຄັນ​ທີ 01 ຊືຄັນ​ລະ 20.000 ບາດ ​ແລ້ວ​ນຳ​ລົດ​ ໄປ​ຂາຍ​ຕໍ່​ໃຫ້​ທ້າວ ​ແຫລມ ອາຍຸ 43 ປີ ຢູ່​ບ້ານ​ຄຶມ​ສະຫວາງ ຄັນ​ລະ 25.000 ບາດ. ຄັນ​ທີ 2 ​ແມ່ນ​ເອົາ​ໄປ​ຂາຍ​ຢູ່​ບ້ານ​ໂນ​ຝາຍ ຂາຍ​ຄັນ​ລະ 22.000 ບາດ, ​ແລະ​ຄັນ​ທີ 3 ​ເອົາ​ໄປ​ຂາຍ​ໃຫ້​ຄົນ​ເມືອງ​ທ່າ​ປາງ​ທອງ ​ໃນ​ລາຄາ 21.500 ບາດ ຊຶ່ງ​ການ​ຊື້​ຂາຍ​ລົດ​ແຕ່​ລະ​ຄັນ​ແມ່ນ​ທ້າວ​ໃບ​ ບໍ່​ໄດ້​ແຈ້ງວ່າ​ທີ່​ໄປ​ທີ່​ມາ​ຂອງ​ລົດ​ ເປັນ​ແນວ​ໃດ.

ສຳລັບ​ລົດຈັກ ຮອນ​ດາ​ເວ​ບ​ໄທ​ ​ແມ່ນ​ເປັນ​​ເປົ້າ​ສາຍຕາ​ສຳລັບ​ໂຈນ ທີ່ສະ​ແຫວ​ງຫາ​ລັກ​ລົດ ຊຶ່ງ​ລົດ​ປະ​ເພດ​ນີ້ ​ແມ່ນ​ເປັນ​ລົດ​ທີ່​ສັງຄົມ​ນິຍົມ​ກັນ​ຂີ່​ຫລາຍ ​ໃນ​ເມື່ອ​ ຂາຍ​ກໍ່​​ໄດ້​ລາຄາ​ສູງ ​ໂດຍ​ຜູ້​ເປັນ​ເຈົ້າ​ຂອງ​ລົດຈັກ​ປະ​ເພດ​ນີ້​ກໍຄວນ​ເພີ່ມ​ຄວາມ​ລະມັດລະວັງ​ ຂຶ້ນ​ຕື່ມ ​ໃນ​ເມື່ອ​ເວລາ​ຈອດ​ລົດ ກໍ່​ຢ່າ​ຄວນ​ໃຫ້​ຢູ່​ໄກ​ສາຍຕາ ສຳຄັນ ​ໃນ​ເມື່ອ​ຈອດ​ແລ້ວ​ກໍ່​ຄວນ​ໃສ່​ກຸນ​ແຈ​ຄໍ ກຸນ​ແຈ​ຕີນ​ຫລື​ໂສ້​ຄັກ​ແນ່ ຖ້າ​ຫາກ​ວ່າ​ລ໋ອກ​ແຕ່​ຄໍ​ລົດ ບັນດາ​ນັກ​ໂຈນ ນັກ​ຂະ​ໂມ​ຍ ​ເຂົາ​ລົງມື​ປະຕິບັດ​ຄາວ​ດຽວ​ກໍ​ໄດ້​ ລົດ​ໄປ​ສະບາຍ.

 

ມາຈັບໂຈນຢູ່ບ້ານດອນແດງ ເມືອງຈັນທະບູລີ ນະຄອນຫຼວງ ແດ່ ທຸກບ້ານຕ້ອງໄດ້ໃສ່ກັນຄະໂມຍ ເລັກທໍນີວໂປ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 3, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 3, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ຂະໜາດນີ້ຍັງມາບິນທະບາດ ອີຕົນພຮະເດ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 28, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

 

 

ປະ­ຊາ­ຊົນ​ຫລາຍ​ພາກ ສ່ວນ​ໃຫ້​ຄວາມ​ສົນ­ໃຈ​ກ່ຽວ​ກັບຂ່າວ​ລື​ດັ່ງ­ກ່າວ​ດ້ວຍ​ການ​ເລົ່າປາກ​ຕໍ່­ປາກ ​ສູ່​ກັນ​ຟັງ ແລະ ບາງ ຄົນ​ກໍ່​ຮັບ​ຮູ້​ຂ່າວ​ຈາກ​ໂທລະ­ພາບແຫ່ງ​ຊາດ ຈິ່ງ​ເປັນ​ສາ­ເຫດ​ໃຫ້​ພາ ກັນ​ຫລັ່ງ­ໄຫລ​ໄປ​ເບິ່ງ​ເຕົ່າ​ທີ່​ມີ​ສີ ເປັນ​ສີ​ທອງ​ຄ້າຍ­ຄື​ຄຳ ເຊິ່ງ​ຫລາຍຄົນ​ກໍ່​ເຊື່ອ​ຖື​ແບບ​ງົມ­ງວາຍ​ຕ່າງໆນາໆ ເຮັດ​ໃຫ້​ບັນ­ຍາ­ກາດ​ທີ່​ນັ້ນ ເບິ່ງ​ຄ້າຍ­ຄື​ບຸນ­ຊ່ວງ­ເຮືອ.

ປະ­ຈຸ​ບັນ​ ຍັງ​ບໍ່​ທັນ​ມີ​ພາກສ່ວນ​ໃດ​ຢັ້ງ­ຢືນ​ວ່າ ເຕົ່າ​ດັ່ງ­ກ່າວເປັນ​ເຕົ່າ​ທີ່​ຫາ​ຍາກ​ອາ­ຍຸ​ຈັກ​ປີ ແລະ ມາ​ຈາກ​ສາຍ​ພັນ​ໃດ​ບັນ­ຫາດັ່ງ­ກ່າວ​ເຮັດ​ໃຫ້​ມີ​ຂໍ້​ສົງ​ໃສ ພ້ອມທັງ​ໂຕ້​ຖຽງ​ກັນ​ຢ່າງ​ກວ້າງ­ ຂວາງຢູ່​ໃນ​ສັງ­ຄົມ. ນອກ­ຈາກ​ນີ້ ຍັງເປັນ​ບ່ອນ​ທຳ­ນາຍ, ຂໍ​ຫວຍ, ສ່ຽງ​ໂຊກ​ກັນ​ສະ­ຫນັ່ນ​ຫວັ່ນ­ໄຫວຂອງ​ຜູ້​ທີ່​ເຊື່ອ​ຖື​ແບບ​ງົມ­ງວາຍໄປ​ແລ້ວ ເຊື່ອ​ແນ່​ວ່າ ຖ້າ​ມີ​ພາກສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ມາ​ວິ­ໄຈ ຢ່າງ​ຈິງ​ຈັງ​ອາດ​ຈະ​ຊ່ວຍ​ແກ້​ໄຂຂໍ​ຂ້ອງ​ໃຈ​ຂອງ​ມະ­ຫາ­ຊົນ​ໄດ້.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 26, 2011 | ມີ 21 ຄຳເຫັນ ແລະ 0 trackback(s)

ນ້ຳຖວມ ກຸງແທ້ບໍ່ເບີງຮູບນີ້

 

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 26, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 26, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ເບີງເດີພີ່ນ້ອງ

 

ໄດ້ງິນຂ່າວວ່າມີຄົນມາຕົວະຂາຍຮູບນີ້ ຊອຍບອກຕໍ່ແດ່

 

 

ເບີ່ງອີກເດີ

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 26, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ເຊັກຊີຄະໜາດ

well