ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 18, 2009 | ມີ 18 ຄຳເຫັນ ແລະ 0 trackback(s)

ຂໍເຊີນພີ່ນ້ອງ ສະມາຊິກທຸກໆ ທ່ານ ເຂົ້າຮ່ວມງານວັນເກີດລາວຊ້າ ວັນ ເສົາ ທີ່ 23 / 05 / 2009
ເພື່ອເປັນການສະເຫລີມສະຫລອງ ວັນຄົບຮອບການສ້າງຕັ້ງ ເວັບໄຊ້ຊຸມຊົນ ຄົນໄອທີ ຂອງເວັບລາວຊ້າ ແຫ່ງນີ້,
ເພື່ອເປັນການສ້າງຄວາມສາມັກຄີ ພົບປະ ລະຫວ່າງ ທີມງານລາວຊ້າ ແລະ ສະມາຊິກ ພາຍໃນເວັບທັງໃຫມ່ ແລະ ເກົ່າ ຢ່າງແຫນ້ນແຟ້ນ

ທາງທີມງານລາວ ມີຄວາມຍິນດີ ເຕັມໃຈຂໍເຊີນພີ່ນ້ອງທຸກໆທ່ານ ເຂົ້າຮ່ວມງານລ້ຽງພົບປະໂອ້ລົມສົນທະນາ
ແບບເປັນກັນເອງທີ່ ຮ້ານອາຫານ ບຸ໋ບເຟ ກຸ້ງເຜົາດອນຈັນ (ກາຍບຶງຂະຫຍອງໄປ)
ໃນວັນທີ່ 23 / 05 / 09 ເວລາ 18:00

ເຊິ່ງ ເນື້ອໃນລາຍການກໍຄົງຈະບໍ່ມີຫຍັງຫລາຍ ນອກຈາກ ການກິນອາຫານ ຕາມສັ່ງ ແລະ ດື່ມຕາມສັ່ງ
ພິທີ ແຈກເສື້ອສຳລັບຜູ້ທີ່ສັ່ງຈອງໄວ້ ແລະ ອາດຈະມີເກມແຈກລາງວັນ ເລັກໆ ນ້ອຍໆໃຫ້ກັບຜູ້ມາຮ່ວມງານ
ສຳຄັນທີ່ສຸດ ແມ່ນ ພິທີເປົ່າເຄັກວັນເກີດລາວຊ້າ ອັນຫນ້າຮັກ ແລະ ສົດໃສ

ປີນີ້ຕ່າງປີກາຍ ເນະ ເພາະປີກາຍຍັງມີຜູ້ສະຫນັບສະຫນູນຫລາຍໆຢ່າງ ແລະ ຍັງມີການ ສຳມະນາ ໃນທາງເຕັກນິກ ຈາກທີມງານ
ເຊັ່ນການ ປ້ອງກັນການເຈາະລະບົບ ການ ຂຽນໂປຣແກຣມ php ແລະ ຄວາມຮູ້ດ້ານ Hardware ໂຟໂຕຊ໋ອບ ເຟລສ ແລະ ອື່ນໆ
ສຳລັບປີນີ້ ທາງທີມງານ ບໍ່ມີງົບໃນການ ຈັດງານ ແລະ ບໍ່ມີ ການສະຫນັບສະຫນູນໃດໆ ດັ່ງນັ້ນຈຶ່ງໄດ້ປຶກສາກັນວ່າ ສຳລັບ ຄ່າໃຊ້ຈ່າຍໃນງານ
ແມ່ນ ຮັບຜິດຊອບຕົວເອງ ແບບວ່າ ໃຜສັ່ງອັນໃດກໍ່ຈ່າຍອັນນັ້ນ ກິນຫນ້ອຍ ສັ່ງນ້ອຍ ກະ ຈ່າຍ ຫນ້ອຍ / ກິນຫລາຍ ສັ່ງຫລາຍ
ກະຈ່າຍຫລາຍ ເພື່ອຍຸດຕິທຳໃຫ້ກັບຜູ້ທີ່ບໍ່ກິນຫລາຍ

ຂໍ້ມູນເພີ່ມເຕີມ laozaa.com

ແຜນທີ່ງານ

alt

ຂຽນເມື່ອ ຂຽນເມື່ອ: ກ.ພ.. 11, 2009 | ມີ 11 ຄຳເຫັນ ແລະ 0 trackback(s)

ພໍດີມື້ນີ້ເຂົ້າເວບ laozaa.com ແລ້ວທາງເວບເພີ່ນມີກິດຈະກຳຫນ້າສົນໃຈ ເອົາເປັນວ່າເຮົາກ໊ອບມາເລີຍສາເນາະ

 

ຂ້າພະເຈົ້າໃນນາມຕາງຫນ້າ ທີມງານ ລາວຊ້າ ຂໍເຊີນຊວນພໍ່ແມ່ພີ່ນ້ອງ ເຂົ້າຮ່ວມໂຄງການແປ ຊອບແວຣ ຕ່າງໆ ໃນຄອມພຶວເຕີ້ໃຫ້ເປັນພາສາລາວ ເຊິ່ງຕອນນີ້ແມ່ນພວກເຮົາກຳລັງຈະເລີ່ມໂຄງການແປ Open Office 3.0 ໃຫ້ເປັນພາສາລາວ ແລະ ໂປຣແກຣມອື່ນໆ ທີ່ເປັນລະບົບເປີດເປີຍຊອດໂຄດ ຫລັງຈາກແປສຳເລັດ ແລ້ວ ພວກເຮົາຈະໄດ້ເຮັດເປັນ Lao Language Pack ອອກມາໃຫ້ ພີ່ນ້ອງຄົນລາວເຮົາໄດ້ໃຊ້ກັນແບບຟຣີໆ

ແຕ່ເນື່ອງຈາກວ່າ ກຳລັງຄົນເຮົາຍັງບໍ່ພຽງບໍເພາະມັນມີຫລາຍຄຳສັບ ສະນັ້ນທາງທີມງານຈຶງໄດ້ອອກມາປະກາດຫາອາສາສະຫມັກທີ່ຈະເຂົ້າຮ່ວມໂຄງການແປດັ່ງກ່າວ

ຄຸນສົມບັດຂອງຜູ້ສະຫມັກ

໑.ສຳຄັນສຸດແມ່ນມີໃຈຮັກໃນການພັດທະນາ ທັງຕົວເອງ ແລະ ສັງຄົມ ເພາະນີ້ແມ່ນການເຮັດເພື່ອປະເທດເລີຍ
໒.ອາສາສະຫມັກ ເຮັດວຽກ ແບບບໍ່ມີສິ່ງຕອບແທນ
໓.ມີເວລາຫວ່າງ ແລະ ມີ Internet ທີ່ຈະຕິດຕໍ່ກັບທີມ
໔. ມີຄວາມຮັບຜິດຊອບຕໍ່ວຽກ
໕.ມີຄວາມຮູ້ໃດດ້ານ ຄອມຂັ້ນພື້ນຖານ ແລະ ພາສາອັງກິດ ພໍປະມານ

ຜົນທີ່ຄາດວ່າ ຜູ້ເຂົ້າຮ່ວມຈະໄດ້ຮັບ

໑.ໄດ້ເປັນທີມງານແປພາສາລາວໃນລະບົບຄອມພິວເຕີ
໒.ໄດ້ຄວາມຮູ້ໃຫມ່ໃນການໃຊ້ຄອມ ໂດຍສະເພາະແມ່ນພາສາທີ່ໃຊ້ໃນຄອມ
໓. ໄດ້ເປັນສ່ວນຮ່ວມໃນການພັດທະນາ ລະບົບ ໂປຣແກຣມເສລີ ໃນລະດັບປະເທດ ແລະ ລະດັບໂລກ
໔. ໄດ້ປະສົບການ ແລະ ການເຮັດວຽກຂອງພາສາລາວໃນ ລະບົບຕ່າງໆ
໕. ຮຽນຮູ້ການເຮັດວຽກເປັນທີມ ໃນສະໄຫມສັງຄົມ ໄອທີ
໖. ໄດ້ເຂົ້າຮ່ວມການຝຶກອົບຮົມກັບທີມງານ

ທ່ານທີ່ເຂົ້າຮ່ວມໃນທີມງານ ແມ່ນຈະມີການອົບຮົມກັນກ່ອນ
ໃນດ້ານຂອງ ຄຳສັບ ແລະ ພາສາ ທີ່ໃຊ້ ເຮົາຈະມີລະບົບ ຖານຂໍ້ມູນເພື່ອໃຫ້ຄຳສັບເປັນເອກະພາບກັນ
ໃນດ້ານການປະຕິບັດງານແມ່ນເຮົາຈະມີ Server ເພື່ອແປ ອອນລາຍ ຜ່ານອິນເຕິເນັດ
ບໍ່ຕ້ອງກັງວົນວ່າທ່ານຈະເຮັດບໍ່ໄດ້ ເພາະທຸກຢ່າງມັນຕ້ອງເລີ່ມຈາກການຮຽນຮູ້ເລີ່ມຕົ້ນກັນທັ້ງ

ໂຄງການຂອງພວກເຮົາແມ່ນເນັ້ນໄປທາງ ໂອເພິ່ນຊອດ (Open Source) ເພື່ອໃຫ້ຄົນລາວໄດ້ໃຊ້ລະບົບ ທີ່ເປີດເຜີຍຊອດຄອດແບບເສລີ ເພື່ອໃຫ້ປະເທດລາວເຮົາໄດ້ມີຂອງຟຣີດີໆ ໃຊ້ນຳບ້ານນຳເມືອງເພິ່ນ

ສຳລັບທ່ານທີ່ສົນໃຈ ເຂົ້າຮ່ວມໂຄງການ ສາມາດລົງຊື່ໄດ້ເລີຍທີ່ນີ້

ເຂົ້າຮ່ວມ ກຸ່ມນັກແປ Lao L10n ໄດ້ທີ່

http://groups.google.com/group/lao-l10n

ໂຄງການຕົວຢ່າງທີ່ກຳລັງເຣັດ

www.laoubuntu.com // ໂຄງການແປ Ubuntu Linux

www.laosmf.com // ໂຄງການແປ SMF Forum ເປັນພາສາລາວ ໂດຍ ທີມງານ a8

ດ້ວຍຄວາມຮັກແພງ
Os555

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 10, 2008 | ມີ 4 ຄຳເຫັນ ແລະ 0 trackback(s)
ສອງສາມມື້ມານີ້ບໍຄ່ອຍມີເວລາເຮັດຫຍັງ ແຖມlaozaaກໍເຂົ້າບໍໄດ້ເພາະມີບັນຫາກັບດາຕ້າເບສ ຫນ້ອຍຫນື່ງ
ເອົາລະມາເຂົ້າເລື່ອງເລີຍ ຕອນນີ້ກໍກຳລັງ ເທນນີ້ງຢູ່ດົງໂດກ ກ່ຽວກັບ LINUX ໃນຫົວຂໍ້ linux training of trainer(LToT)
ເພື່ອຊິເສັງເອົາ certification LPI LEVEL 1  ວ່າຊັ້ນ ແຕ່ງົງຊິບເພາະເປັນພາສາອັງກິດຫມົດ ສ່ວນເລື່ອງລາວທີ່ມາທີ່ໄປເປັນແນວໃດ໋ເອົາ
ໄວ້ເວົ້າໃນພາຍຫນ້າ ຫຶຫຶ
alt
ສອງມື້ມານີ້ ກໍໄດ້ຮຽນກ່ຽວກັບ basic linux ນັ້ນແຫລະຕັ້ງແຕ່ເລີ່ມຈົນ ງົງ
ມີຄົນລາວນຳກັນສີ່ຄົນ ຫ້າລາວທັງ ອ້າຍອະນຸສັກ
ສ່ວນເຮົາເອງກໍເພີ່ງພາໃບບຸນຂອງos555 ເກາະຕິດສະຖານະະການ ວະຮະຮາ

ຫມົດແຫລະມາບອກແລ້ວກໍໄປ

ປລ% ບໍໄດ້ຖ່າຍຮູບຫມຼ່ເພາະເມົາມົວນຳນາລີ

Dr Francis Os and me
alt