<!--[if gte mso 9]><![endif]--><!--[if gte mso 9]>Normal0falsefalsefalseEN-USZH-TWTH<![endif]--><!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->
Yeh-shin ສາວນ້ອຍຫົວໃຈທໍລະນົງ
ເລື່ອງເລົ່າເທບນິຍາຍນີ້ເປັນເລື່ອງທີ່ໄດ້ເກີດຂຶ້ນກ່ອນເລື່ອງເລົ່າທີ່ພວກເຈົ້າໄດ້ປະຈັກໃນແບບສະບັບຂອງຊາວຕາເວັນຕົກ ແລະ ມັນເປັນເລື່ອງທີ່ມີໄດ້ຮັບຄວາມນິຍົມຫລາຍໃນກຸ່ມຄົນເອເຊຍເຮົາ, ຊາວອາເມລິກາ. ຕະ ຫລອດເຖິງວິລະບຸລຸດ ແລະ ວິລະສັດຕີ ໃນເລື່ອງນີ້, ຄົນໜຸ່ມສາວເອເຊຍເຮົາ ອາເມລິກາ ສາມາດຖ່າຍທອດຄວາມຜູກພັນໃນການຢູ່ຮ່ວມກັນຂອງຄອບຄົວ ແລະ ການໃຫ້ກຽດແກ່ພໍ່ແມ່ຜູ້ລ້ຽງດູເຮົາ. ເຊິ່ງເລື່ອງ ຊິນເດເລລ່າຈີນເປັນແບບຢ່າງທີ່ດີ.
ທັງຫມົດນີ້ຂ້ອຍຈະບອກໃຫ້ເຈົ້າຮູ້ກ່ຽວກັບເລື່ອງທີ່ເກີດຂຶ້ນນານມາແລ້ວ ນານກ່ອນເວລາທີ່ພວກເຮົາໄດ້ຂຽນລົງຜ່ານ ແຕ່ລະຊ່ວງເວລາຂອງແຕ່ລະປີ ເມື່ອຄົນຈີນສ່ວນໃຫຍ່ທີ່ດຳລົງຊີວິດຢູ່ໃນຖ້ຳ. ມີຊາຍຄົນໜຶ່ງຊື່ ວູ ເຊິ່ງເປັນຫົວໜ້າຖ້ຳເຊິ່ງ ອາໄສຢູ່ທາງພາກຕາເວັນຕົກຂອງງຈີນກັບເມຍສອງຄົນ, ເມຍແຕ່ລະຄົນຂອງວູໄດ້ໃຫ້ກຳເນີດລູກສາວຜູ້ລະຄົນ
ແຕ່ວ່າ ຕໍ່ມາເມຍຄົນຫນຶ່ງຂອງລາວເປັນໄຂ້ແລະໄດ້ເສຍຊີວິດແບບກະທັນຫັນ, ຫັງຈາກໄດ້ກຳເນີດລູກສາວລາວຊື່ຶເຢ່ເຊັນ ແລະ ໃນຊ່ວງເວລາບໍ່ດົນລາວກໍ່ໄດ້ເປັນລູກກຳພ້າເມື່ອພໍ່ລາວໄດ້ເປັນໄຂ້ ແລະ ກໍ່ຕາຍ. ດັ່ງນັ້ນ ເຢ່ເຊັນຈຶ່ງໄດ້ອາາໄສຢູ່ນຳເຮືອນຂອງແມ່ລ້ຽງ ແລະ ລາວກໍ່ໄດ້ເຕີບໃຫຍ່ຂຶ້ນເປັນສາວທີ່ງົດງາມຫລາຍ ກັບ ດວງຕາທີ່ດຳຄືນິນ (ແກ້ວມະນີ) ຜິວຂາວດັ່ງຄຣີມ. ແມ່ລ້ຽງຂອງເຢເຊັນເບິ່ງແຍງລູກຂອງຕົນເອງເປັນຢ່າງດີ ແລະ ສ່ວນການລ້ຽງເຢເຊັນແມ່ນລ້ຽງແບບຕົບຕີຢ່າງໂຫດຮ້າຍປ່າເຖື່ອນແລະ ໃຫ້ລາວເຮັດວຽກບ້ານທຸກຢ່າງບໍ່ວ່າວຽກຫນັກຫລືເບົາ.
ເຢເຊັນໄດ້ມີເພື່ອນຫນຶ່ງຄົນທີ່ເຊິ່ງເຕີບໂຕມາພ້ອມລາວ, ເປັນປາທີ່ມີສີຄຳເຫລື້ອມເປັນຕາຮັກທີ່ໄດ້ອາໄສຢູ່ໃນຫນອງນ້ຳໃກ້ໆກັນ ແລະ ປານັ້ນກໍ່ໄດ້ລໍຖ້າເຢເຊັນມາຢ້ຽມເປັນປະຈຳ. ເຢເຊັນມັກແອບລັກອອກຈາກເຮືອນແມ່ລ້ຽງຂອງລາວເພື່ອແບ່ງອາຫານຂອງຕົນໃຫ້ປາກິນນຳ, ແລະ ປານັ້ນກໍ່ໃຫຍ່ຂຶ້ນຫລາຍ.
ບໍ່ມີໃຜຮູ້ເລີຍວ່າແມ່ລ້ຽງຂອງລາວໄດ້ຮູ້ກ່ຽວກັບຄວາມລັບຂອງປາ (ລະວ່າງປາກັບເຢເຊັນ) ມັນກໍ່ອາດເປັນໄປໄດ້ທີ່ເອື້ອຍລ້ຽງຂອງເຢເຊັນເປັນຜູ້ບອກ ແຕ່ວ່ານາງກໍ່ໄດ້ຍ່າງລົງໄປຫນອງດ້ວຍຄວາມໃຈຮ້າຍ, ແລະ ໄດ້ອອກອຸບາຍເອີ້ນປາຂຶ້ນມາຫນ້ານ້ຳດ້ວຍການໃຫ້ເສດອາຫານ, ທັນໃດນັ້ນປາກໍ່ຂຶ້ນມາ ແລະ ລາວກໍ່ໄດ້ໃຊ້ມີດນ້ອຍທີ່ລາວຈັບມານັ້ນແທງປາ ແລ້ວລາວກໍ່ໄດ້ເອົາມັນກັບບ້ານ ແລ້ວກໍ່ເອົາປາຖິ້ມໃສ່ໃນຫມໍ້ນ້ຳທີ່ກຳລັງຟົດຢູ່
ຫລັງຈາກມື້ນັ້ນມາ, ເຢເຊັນກໍ່ໄປຊອກຫາເພື່ອນ (ປາ) ຂອງລາວ ປະກົດວ່າມັນໄດ້ຫາຍໄປແລ້ວ ແລະ ນາງກໍ່ລົ້ມຟຸມລົງຂ້າງແຄມຫນອງດັ່ງກ່າວດ້ວຍຄວາມເສຍໃຈ ທັນໃດນັ້ນນາງກໍ່ໄດ້ງິນສຽງ
ສຽງນັ້ນໄດ້ດັງຂຶ້ນວ່າ “ຂໍໂທດນາງ” ເຢເຊັນຫລຽວເບິ່ງ ເຫັນຊາຍແກ່ຄົນໜຶ່ງທີ່ຢູ່ໃກ້ໆລາວ. ລາວນຸ່ງເສື້ອຄຸມຂົນສັດຫນາໆ, ແລະມີຫນວດຍາວລາມລົງຮອດຫົວເຂົ່າລາວ
ຊາຍແກ່ຄົນນັ້ນບອກວ່າ “ ນີ້ເປັນຊ່ວງເວລາທີ່ເຈົ້າເສົ້າຫມອງທີ່ສຸດ” “ແມ່ລ້ຽງເຈົ້າເປັນຜູ້ຂ້າເພື່ອນຂອງເຈົ້າແລະ ນາງກໍ່ໄດ້ເອົາໄປເຮັດແກງກິນ. ແຕ່ວ່າປາຂອງເຈົ້າຍັງມີພະລັງທີ່ມະຫັດສະຈັນຢູ່ ແລະ ພະລັງເລົ່ານັ້ນກໍ່ຍັງຄົງຢູ່ໃນກ້າງປາ. ເມື່ອໃດກໍ່ຕາມທີ່ເຈົ້າຈຳເປັນແທ້ໆ, ເຈົ້າສາມາດນັ່ງຂຸເຂົ່າແລ້ວອະທິຖານຕໍ່ກ້າງປານັ້ນຕາມທີ່ໃຈເຈົ້າຕ້ອງການ ” ຊາຍແກ່ຄົນນັ້ນທັງຍິ້ມແລ້ວເວົ້າອີກວ່າ “ ແມ້ແຕ່ສິ່ງນີ້ກໍ່ບໍ່ສາມາດຢູ່ນຳເຈົ້າໄດ້ຕະຫລອດ ແຕ່ວ່າມັນບໍ່ໄດ້ຫາຍໄປໃສນີ້ເປັນຂອງຂວັນຈາກປາ” ແລະແລ້ວຊາຍແກ່ຄົນນັ້ນກໍ່ໄດ້ຫາຍຕົວໄປ.
ດຽວນີ້, ນ້ຳກຳລັງຟົດ ຊີ້ນປາກໍ່ໄດ້ເປື່ອຍອອກຈາກກ້າງປາ ແລະແມ່ລ້ຽງຂອງລາວກໍ່ໄດ້ຖິ້ມກ້າງປາອອກຈາກປະຕູເຮືອນຄົວໃສ່ກອງເສດຂີ້ເຫຍື້ອ, ເຢຊິນກໍ່ໄດ້ຮີບໂຮມເອົາກ້າງປາເລົ່ານັ້ນໄວ້ໃນບ່ອນທີ່ປອດໄພ (ບ່ອນທີ່ເປັນຄວາມລັບຂອງລາວ). ໃນບາງເວລານາງກໍ່ໄດ້ໄປຫາກ້າງປາ ແລະລົມກັບກ້າງປານັ້ນທັງເລື່ອງຄວາມເສຍໃຈແລະຄວາມຫວັງຂອງລາວ, ແຕ່ວ່າເຢເຊັນກໍ່ບໍ່ເຄີຍຖາມ, ຂໍຂອງຂວັນ ແລະສິ່ງທີ່ລາວມັກຕໍ່ກ້າງປານັ້ນເລີຍ.
ເມື່ອລະດູຫນາວຜ່ານໄປລະດູໃບໄມ້ປົ່ງກໍ່ໄດ້ມາຮອດ, ແລະເວລານີ້ເອງກໍ່ເປັນຊ່ວງການສະເຫີລມສະຫລອງບຸນ ເມື່ອຜູ້ຄົນກໍ່ໄດ້ອອກມາປຸງແຕ່ງອາຫານ ແລະ ນຸ່ງເຄື່ອງງາມໆອອກມາຍ່າງເລາະຫລິ້ນ, ຟັງເພງຮ່ວມສະ ຫລອງງານບຸນດັ່ງກ່າວ, ທຳມະດາມັນເປັນງານທີ່ເຊິ່ງຄົນຫນຸ່ມສາວອອກມາຊອກຫາຄົນທີ່ຕົນເອງຈະເອົາເປັນເນື້ອຄູ່ (ແຕ່ງານ). ຍ້ອນສາເຫດນີ້ເອງແມ່ລ້ຽງຂອງເຢເຊັນບໍ່ຕ້ອງການໃຫ້ຜູ້ຊາຍມາເຫັນຄວາມງາມຂອງເຢຊິນ ແລະ ມາປຽບທຽບກັນລູກຂອງລາວ, ດັ່ງນັ້ນ ນາງຈຶ່ງສັ່ງໃຫ້ ເຢເຊັນຢູ່ເຮີອນ ແລະ ເບິ່ງແຍງ(ເຝົ້າ)ບ້ານ
ເມື່ອນາງຢູ່ຄົນດຽວ ເຢເຊັນກໍ່ຍ່າງໄປບ່ອນທີ່ລາວເກັບກ້າງປາໄວ້ແລະເວົ້າຕໍ່ກ້າງປາ.
ເພື່ອນທີ່ແສນດີຂອງຂ້ອຍ, ຂ້ອຍມີແຕ່ເຈົ້າຄົນຄົນດຽວ, ຂ້ອຍຈະໄປງານບຸນໄດ້ແນວໃດ
ແຕ່ວ່າ ຍິ່ງໄປກວ່ານັ້ນ ຖ້າວ່າຂ້ອຍເປັນຄົນທີ່ບໍ່ເຊື່ອຟັງ, ຂ້ອຍກໍ່ບໍ່ສາມາດນຸ່ງເຄື່ອງນີ້ໄປໄດ້ ນີ້ແມ່ນແຕ່ຜ້າຂາດ”
ນາງເບິ່ງລົງພີ້ນດ້ວຍຄວາມຫມົດຫວັງ, ແທນທີ່ຊຸດຜ້າຂາດນັ້ນນາງກໍ່ໄດ້ນຸ່ງເຄື່ອງທີ່ພົ້ນອອກມາ ເປັນຊຸດຜ້າໄຫມສີຟ້າຫຍິບແຊ່ວດ້ວຍໄຫມຄຳ ແລະທີ່ຕີນຂອງລາວເປັນເກີບຄີບ (ແຕະ) ສີຄຳອ່ອນໆຢ່າງປານີດ ເປັນປະ ກາຍແສງລະຍິບລະຍັບແວວວາວ ຄືກັບເກັດປາ
ເຢຊິນອ້າປາກຄ້າງດ້ວຍຄວາມຕົກໃຈ “ໂອ້”, ແລະ ນາງຄິດວ່ານາງໄດ້ຍິນສຽງ, ຄືກັບວ່າກ້າງປາໄດ້ບອກລາວ
ສຽງນັ້ນໄດ້ບອກວ່າ “ບໍ່ຕ້ອງຫ່ວງເກີບເຈົ້າບໍ່ໄດ້ຫາຍໄປດອກ” ດຽວນີ້ເຈົ້າໄປງານບຸນໄດ້ແລ້ວ”
ນີ້ເປັນຄວາມປິຕິຍິນດີ ປຶ້ມໃຈຂອງລາວ, ເຢເຊັນໄດ້ແລ່ນອອກໄປໃນງານທີ່ມີຜູ້ຄົນຈຳນວນຫລາຍ. ທຸກຄົນຫັນຫນ້າມາຈ້ອງທີ່ເຢເຊັນ. ບໍ່ມີຜູ້ໃດເຄີຍເຫັນສາວງາມຂະຫນາດນີ້ຈັກເທື່ອ, ນາງເປັນຄົນທີ່ງາມກວ່າຄົນອື່ນໆ. ແມ່ຍິງຄົນອື່ນໆ ກໍ່ຈ້ອງເບິ່ງດ້ວຍຄວາມອິດສາຄວາມງົດງາມຂອງລາວເທົ່າທີ່ໄດ້ພົບມາ ແລະ ກໍ່ມີສຽງວົນແຊວແລະມີການຈັດແຕ່ງຕົວໃຫ້ຮຽບຮ້ອຍ. ຜູ້ຄົນໄດ້ກະຊິບກັນ: “ນັ້ນແມ່ນຜູ້ໃດຫວາ”
ເຢເຊັນໄດ້ຢືນຂຶ້ນແລ້ວເປັນແສງສ່ອງປະກາຍໃນກາງບໍລິເວນນັ້ນ ເມື່ອນາງໄດ້ຍິນສຽງຂອງເອື້ອຍລ້ຽງລາວ
“ ແມ່, ນັ້ນບໍ່ແມ່ນເຢຊິນບໍ? ” ເອື້ອຍລ້ຽງລາວເວົ້າທັງເຮັດສຽງຮືມ (ຄາງ) “ເຢຊິນເຮັດໄດ້ແນວໃດ…..” ນາງຕົກໃຈ, ເຢຊິນໄດ້ແລ່ນອອກຈາກເວທີນັ້ນແລະລາວຫມອບລົງຂ້າງໆໂຕະງານລ້ຽງອອກໄປຄະນະນັ້ນ ລາວສະ ດຸດແລ້ວເກີບກິ່ງໜຶ່ງກໍ່ອອກຈາກຕີນເບື້ອງຊ້າຍຂອງລາວໄປ…ແລະເສື້ອຜ້າຂອງລາວກໍ່ເປັນຜ້າຂາດຄືເກົ່າ! ຊຸດສີຟ້າກໍ່ໄດ້ຫາຍໄປ. ນາງໄດ້ແລ່ນເຂົ້າເຮືອນ ນ້ຳຕາແຫ່ງຄວາມອັບອາຍກໍ່ໄດ້ໄຫລລົງແກ້ມຂອງລາວ, ແລະລາວກໍ່ຍ່າງໄປທີ່ບ່ອນລາວເກັນບກ້າງປາໄວ້ແລ້ວລົມໃຫ້ກ້າງປາຟັງກ່ຽວກັບສິ່ງທີ່ເກີດຂຶ້ນ ແລະລາວສັນຍາວ່າລາວຈະຫາເກີບອີກກິ່ງໜຶ່ງໃຫ້ໄດ້.
ກ້າງປານັ້ນກໍ່ງຽບຢູ່ ແລະກໍ່ເຮັດເສີຍຢູ່ແລະຍຸບລົງຢູ່ທີ່ນັ້ນ ແລະແລ້ວຮ່ອງຮອຍສຸດທ້າຍຂອງເພື່ອນລາວກໍ່ໄດ້ຫາຍໄປ, ແລະສິ່ງນັ້ນມັນເຮັດໃຫ້ຄວາມຫວັງ, ຄວາມຝັນຂອງເຢເຊັນໄດ້ພັງທະລາຍລົງ ລາວຫມູບລົງພື້ນພ້ອມກັບຮ້ອງໄຫ້ແລ້ວກໍ່ຫລັບໄປ
ແມ່ລ້ຽງຂອງລາວກໍ່ໄດ້ແອບລັກກັບບ້ານ ແລະ ທີ່ເຢເຊັນໄດ້ຕົວະລາວກັບເລື່ອງຊຸດຜ້າຂາດ. ແລະແລ້ວແມ່ລ້ຽງກໍ່ໄດ້ກັບຄືນໄປທີ່ງານລ້ຽງ ແລະ ໄດ້ພົບກັນລູກສາວຂອງລາວ
ລາວເວົ້າວ່າ” ໃຜກໍ່ຕາມທີ່ເຮັດແນວນັ້ນ” “ມັນບໍ່ແມ່ນເອື້ອຍລ້ຽງຂອງເຈົ້າ” ດຽວນີ້ພະຍາຍາມເບິ່ງໂຕເອງໃຫ້ດີຂຶ້ນ ເຈົ້າເຮັດໄດ້ບໍ? ຢຸດສັ່ນໄດ້ແລ້ວແລະ ເຮັດໃຫ້ຕົນເອງເປັນປະໂຫຍດ ບໍ່ດຸດ່າໃຜ ຕໍ່ໄປ ເມື່ອຊາຍຫນຸ່ມກ່າວທັກທາຍກໍ່ຄວນຍິ້ມຫນ້ອຍຫນຶ່ງແລ້ວກົ້ມຫົວລົງ
ເອື້ອຍລ້ຽງຂອງໄດ້ເຮັດໃຫ້ໂຕເອງເປັນຄົນທີ່ດີທີ່ສຸດ. ແຕ່ວ່າຜູ້ຊາຍສ່ວນໃຫຍ່ບໍ່ຄ່ອຍມັກລາວເລີຍ ເຂົ້າເຈົ້າຮູ້ຈັກລາວເປັນຄົນທີ່ມັກດຸດ່າ ແລະມັກເວົ້າສຽດສີຜູ້ອື່ນສະເຫມີຕັ້ງແຕ່ນ້ອຍຈົນໃຫຍ່, ຄະນະດຽວກັນນັ້ນ ຊາວ ບ້ານຄົນໜຶ່ງໄດ້ເຫັນເກີບກິ່ງໜຶ່ງຂອງເຢເຊັນຢູ່ກ້ອງພຸ່ມໄມ້ ແລະລາວຮີບຟ້າວນຳໄປຂາຍໃຫ້ພໍ່ຄ້າ ເນື່ອງຈາກ ພໍ່ຄ້າຈະເອົາໄປສະເຫນີໃຫ້ພະລາຊາເພື່ອເປັນການປະຈົບປະແຈງ
ພະລາຊາໄດ້ຍ່າງເຂົ້າໄປໃນ. ມັນເປັນເກີບທີ່ມີຄວາມປານີດ ງາມຫລາຍ ມີແສງລະຍິບລະຍັບເປັນແສງສີຄຳ. ລາວຕັດສິນໃຈທີ່ຈະຊອກຫາເຈົ້າຂອງເກີບ ມັນເປັນເກີບທີ່ງົດງາມຫລາຍລາວໄດ້ສັ່ງໃຫ້ແມ່ຍິງທີ່ເປັນບໍລິວານຂອງລາວພະຍາຍາມໃສ່ເກີບດັ່ງກ່າວແຕ່ວ່າມັນນ້ອຍໂພດສຳລັບພວກເຂົາ, ລາວໄດ້ສັ່ງໃຫ້ສືບຕໍ່ຄົ້ນຫາເຈົ້າຂອງເກີບດັ່ງກ່າວໄປໃນທີ່ທົ່ງນາໄກໆ ລວມທັງແມ່ຍິງທີ່ຢູ່ໃນຖ້ຳ ໃນເຂດຊົນນະບົດຫ່າງໄກສອກຫລີກ
ເສນາອາມາດສະເຫນີວ່າ: ໃນເຂດພູສູງນີ້ມີແມ່ຍິງຫລາຍພັນຄົນທີ່ດຳລົງຊີວິດຢູ່ໃນອານາຈັກແຫ່ງນີ້ ແລະມັນກໍ່ຈະໃຊ້ເວລາເປັນປີໃນການຄົ້ນຫາ
ບັນດາເສນາອາມາດໄດ້ວາງເກີບໃນສາລາແຫ່ງໜຶ່ງໃກ້ກັບທີ່ພັກຂອງພໍ່ຄ້າແລ້ວກໍ່ມີຄຳປະກາດຈາກພະລາຊາໄດ້ປະກາດວ່າ “ໃຜເປັນເຈົ້າຂອງເກີບທີ່ແທ້ຈິງໃຫ້ກັບຄືນມາເອົາ”
ຄົນຂອງພະລາຊາໄດ້ເຮັດຕາມຄຳສັ່ງຂອງພະລາຊາ ແລະການຕິດຕາມຂອງລາວກໍ່ໄດ້ໃຫ້ປິດເປັນຄວາມລັບ ຜ່ານຫລາຍມື້ຕໍ່ມາມີຜູ້ຍິງທີ່ຢູ່ໃນຖ້ຳເກືອບຮ້ອຍກວ່າຄົນໄດ້ອອກມາຂ້າງນອກເພື່ອລອງໃສ່ເກີບດັ່ງກ່າວ ແລະເອື້ອຍລ້ຽງຂອງເຢຊິນກໍ່ເປັນໜຶ່ງໃນນັ້ນ
ເອື້ອຍລ້ຽງຂອງເຢຊິນເວົ້າດ້ວຍສຽງຮ້າຍໆຂອງລາວວ່າ “ແມ່ນແລ້ວ” ນີ້ແມ່ນພໍດີກັບຕີນຂ້ອຍເລີຍ ແລະມັນຕ້ອງເປັນຂອງຂ້ອຍ..ແມ່ນນະແມ່……!!!!
ແຕ່ຍ້ອນເກີບເກືອບພໍດີກັບຕີນຂອງລາວນິ້ວຕີນຂອງລາວກາຍແລະຕີນຂອງລາວກໍ່ເປັນຕາເບິ່ງ
ແມ່ລາວຮ້ອງໃສ່ດ້ວຍຄວາມລຳຄານ “ນາງໄດ້ຮ້ອງວ່າ” ໃຫ້ຂ້ອຍລອງໃສ່ມັນເບິ່ງດູ!!!!!! ແຕ່ວ່າເກີບນັ້ນມັນຊ້ຳພັດນ້ອຍເກີນໄປສຳລັບລາວ
ຫລັງຈາກນັ້ນພະລາຊາໄດ້ເຊື່ອງມັນໄວ້ ດ້ວຍຄວາມສະບາຍໃຈແລະໄດ້ເຝົ້າເບິ່ງມັນໄວ້ຕະຫລອດຄືນ
ເຢຊິນໄດ້ງິນວ່າມີເກີບຢູ່ໃນສາລາແລະລາວກໍ່ຄິດວ່າມັນຕ້ອງເປັນເກີບຂອງລາວຖ້າວ່າມັນແມ່ນແທ້ເຢຊິນກໍ່ຈະໄປເອົາມັນຄືນມາ ເພື່ອໃຫ້ມັນເປັນຄູ່ກັນດັ່ງເດີມ ແລະບາງທີ່ເພື່ອນ (ປາ) ຂອງລາວກໍ່ອາດຈະກັບຄືນມາມີຊິວິດເປັນກ້າງປາຄືເກົ່າອີກຄັ້ງຫນຶ່ງ
ອີກປະມານ 1 ຊົ່ງໂມງຂ້ອນຊິແຈ້ງນາງກໍ່ໄດ້ຄ່ອຍຢ່ອງຂຶ້ນໄປສາລາລະແນມຫາເກີບຢ່າງລະມັດລະວັງ ເມື່ອເບິ່ງແລ້ວມັນຄ້າຍກັບເກີບກິ່ງໜຶ່ງຂອງລາວທີ່ເສຍໄປ! ນາງໄດ້ຢືນຢູ່ຕໍ່ຫນ້າເກີບນັ້ນ ແລະເຮັດໃຫ້ຫົວໃຈລາວເຕັ້ນແຮງຫລາຍ
ພະລາຊາໄດ້ເຫັນຜູ້ຍິງທີ່ໃສ່ຊຸດຜ້າຂາດທີ່ໄດ້ຈັບເອົາເກີບ, ຄິດວ່ານາງເປັນໂຈນທຳມະດາ ພະລາຊາກໍ່ໄດ້ສັ່ງໃຫ້ເສນາອາມາດໄລ່ລາວໜີໄປບ່ອນອື່ນ ແຕ່ວ່າ ພະລາຊາໄດ້ສັງເກດເຫັນໃບໜ້າອັນງົດງາມ ແລະທ່າທີອັນອ່ອນຊ້ອຍ ນິ້ມນວນຂອງນາງ
ພະລາຊາໄດ້ເຫັນອີກວ່ານາງໄດ້ເອົາຕີນຂອງລາວຊຸບໃສ່ເກີບລາວເບິ່ງຄືວ່າມັນພໍດີ “ເພິ່ນໄດ້ສັ່ງໃຫ້ຄົນນຳໄປ”
ຊອກຫາວ່ານາງແມ່ນຜູ້ໃດ ແລະ “ນາງຢູ່ໃສ” ເຢຮູ້ວ່າບໍ່ມີໃຜເຫັນແລ້ວ, ລາວກໍ່ຍ່າງລົງໄປເຮືອນແລະກໍ່ໄດ້ເຊື່ອງເກີບຂອງລາວທັງສອງກິ່ງໄວ້ໃນຕຽງຂອງລາວ ທັນໃດນັ້ນລາວກໍ່ໄດ້ງິນສຽງເຄາະປະຕູ ແລະເຮັດໃຫ້ລາວຕົກໃຈຫລາຍທີ່ໄດ້ເຫັນພະລາຊາມາດ້ວຍຕົວຂອງເພິ່ນເອງ ນາງກໍ່ໄດ້ກົ້ມຫົວຄຳນັບ ແລະພະລາຊາກໍ່ໄດ້ຖາມນາງດ້ວຍຄວາມສຸພາບ ແບບເປັນມິດວ່າເຈົ້າຄືບໍ່ໃສ່ເກີບຄູ່ນັ້ນ ແລະເຢຊິນກໍ່ໄດ້ເຮັດຄືຕອນທີ່ລາວລົມກັບເພື່ອນ (ກ້າງປາ) ຂອງລາວ ແວບຫນຶ່ງ!!!! ນາງກໍ່ໄດ້ໃສ່ຊຸດຜ້າໄຫມສີຟ້າທີ່ຫຍິບແຊ່ວແລະ ປະດັບປະດາດ້ວຍໄຫມຄຳ
ພະລາຊາອ້າປາກຄ້າງທີ່ໄດ້ເຫັນຄວາມງາມຂອງນາງແລະຈັບແຂນຂອງເຢຊິນດ້ວຍມືທັງສອງຂອງລາວ ແລະຈາກນັ້ນຫລາຍໆມື້ຜ່ານໄປ ພະລາຊາກໍ່ໄດ້ມາຂໍແຕ່ງງານກັບເຢຊິນ ທົ່ວທຸກຫົນທຸກແຫ່ງໃນອານາຈັກແຫ່ງນີ້ກໍ່ໄດ້ມີການຈັດງານສະເຫລີມສະຫລອງ. ປະກອບດ້ວຍການຈັດງານກິນລ້ຽງ, ເຕັ້ນລຳຮ້ອງລຳທຳເພງ, ແຕ່ວ່າພະລາຊາກໍ່ຮູ້ວ່າແມ່ລ້ຽງ ແລະເອື້ອຍລ້ຽງຂອງເຢຊິນໄດ້ໃຊ້ຄວາມໂຫດຮ້າຍປ່າເຖື່ອນ ທໍລະມານເຢຊິນຕະຫລອດເວລາ; ພະລາຊາຈຶ່ງບໍ່ອະນຸຍາດໃຫ້ພວກເຂົາທັງສອງເຂົ້າຮ່ວມການສະຫລອງດັ່ງກ່າວ, ແທນທີ່ພວກເຂົາຈະຖືກເນລະເທດອອກຈາກຖ້ຳ ໄປໃນທີ່ໄກແສນໄກ ໃນໝູ່ບ້ານທີ່ທຸກຍາກ ເຕັມໄປດ້ວຍເຊື້ອໂລກ ແລະອີກບໍ່ດົນຫລັງຖັດຈາກນັ້ນມາ ພວກເຂົາທັງສອງກໍ່ໄດ້ສູນຫາຍໄປ. ບາງຄົນເວົ້າວ່າພວກເຂົາຖືກມັງກອນກິນ ບາງພ່ອງກໍ່ເວົ້າວ່າຕາຍຍ້ອນຖ້ຳຖະຫລົ່ມ ແຕ່ວ່າບໍ່ມີໃຜຮູ້ຄວາມຈິງເລີຍ.
ແປມາຈາກປຶ້ມ :