![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ກ.ພ.. 8, 2010
| ມີ
4 ຄຳເຫັນ
ແລະ
0 trackback(s)
ມີມື້ໜື່ງ ກະເບື້ອງ ກັບ ວົງກົບ ເຊິ່ງເປັນສ່ຽວຮັກສ່ຽວແພງກັນ ພວກເຂົາທັງ2ບໍ່ໄດ້ພົບກັນມາແຕ່ດົນນານ ບັງເອີນພວກເຂົາທັງ2 ໄດ້ມາພົບກັນຢູ່ທີ່ຮ້ານກິນດື່ມແຫ່ງໜື່ງ ກະເບື້ອງເລີຍຮ້ອງທັກທາຍວົງກົບຕາມເຄີຍ
ກະເບື້ອງ: ເປັນແນວໄດສ່ຽວ ບໍ່ໄດ້ພົບໂຕດົນແລ້ວ ສະບາຍດີຢູ່ບໍ?
ວົງກົບ: ເອີ! ສະບາຍດີສ່ຽວ ໂຕເດຊັນເປັນແນວໄດ ວຽກງານຍັງຄືເກົ່າບໍ?
ກະເບື້ອງ: ກະດີກ່ວາເກົ່າໄດສ່ຽວ
ວົງກົບ: ດີແນວໄດ?
ກະເບື້ອງ: ດ່ຽວນີ້ເຮົາເປີດກິດຈະການເລັກໆນ້ອຍໆ
ວົງກົບ: ດີແລ້ວເດ ມື້ໜ້າເຮົາຊິໄປອຸດໜູນເດີສ່ຽວ
ກະເບື້ອງ:ບໍ່ດີໄດສ່ຽວ
ວົງກົບ: ຮວຍ! ໝໍນິແປກແທ້ ເຮົາຊິໄປອຸດໜູນເປັນຫຍັງຄືວ່າບໍ່ດີ
ກະເບື້ອງ:ຄືວ່າ ເຮົາເປີດກິດຈະການໂລງສົບ ຮ່າໆໆໆໆໆໆໆໆໆໆໆໆໆໆ