
ຂຽນເມື່ອ: ກ.ພ.. 10, 2010
| ມີ
4 ຄຳເຫັນ
ແລະ
0 trackback(s)
ລຸງພອນ ກັບ ທ້າວຈ່ອຍຊວນກັນໄປເກັບເງິນຊຸກຍູ້ບ້ານຕາມແຕ່ລະຫລັງຄາເຮືອນ.ພໍເກັບໄດ້ສອງສາມຫລັງກໍ່ຖືກໝາເຫົ່າ.ທ້າວຈ່ອຍຢ້ານໝາກັດເລີຍໂດດກອດລຸງພອນ.ລຸງພອນເລີຍບອກທ້າວຈ່ອຍວ່າ:
"ບໍ່ຕ້ອງຢ້ານ ເຮັດເສີຍໆເດີບັກຈ່ອຍ"
ທ້າວຈ່ອຍ: ໂອຍ ມັນເຮັດທ່າທາງຄືຊິກັດຂ້ອຍແລ້ວໆໆໆໆໆໆ!!
ລຸງພອນ: ບໍ່ເປັນຫຍັງດອກ ສຸພາສິດເພີ່ນຍັງເວົ້າວ່າໄວ້ວ່າ: ໝາທີ່ເຫົ່າ ມັນບໍ່ກັດ
ທ້າວຈ່ອຍ: ຄັນຊັ້ນ ໝາໂຕນີ້ ມັນຮູ້ສຸພາສິດຢູ່ຫວ໋າ ລຸງພອນ!!