
ຂຽນເມື່ອ: ຕ.ລ.. 29, 2011
| ມີ
12 ຄຳເຫັນ
ແລະ
0 trackback(s)

ຍຸກປະຢັດຫັດສາຍແອວແບບນີ້ອາຫານສະນິດໜຶ່ງເຊື່ອວ່າເກືອບທຸກໆເຮືອນກາຕອ້ງມີຕິດໄວ້ຄື:ໝີເຄີງສຳເລັດຮູບ ເຊີ່ງມີລາຄາຖືກທັງກີນງ່າຍແລະປະຢັດເວລາ. ເພາະຮູບແບບໃນການກີນງ່າຍດາຍນີ້ເອງທີ່ເຮັດໃຫ້ເຮົາເບີ່ງຂ້າມຄວາມໃສ່ໃຈເຖີງໄພຮ້າຍທີ່ແຟງມາພອ້ມກັບການກີນໝີ່ເຄີ່ງສຳເລັດຮູບທີ່ຜິດວິທີ.
ສວ່ນປະກອບຂອງມີເຄີ່ງສຳເລັດຮູບສວ່ນຫຼາຍມີສວ່ນປະສົມຂອງແປ້ງສາລີໃນກຳມະວິທີໃນການຜະລິດ 60-70%ສວ່ນ15-20%ເປັນໄຂມັນໃນຊອງເຄື່ອງປຸງ(ນ້ຳມັນທອດໝີ່ສຳເລັດຮູບມັດເປັນນ້ຳມັນພືດລາຄາຖືກເຊິ່ງມີຄຸນສົມບັດແຕກຕົວເປັນກົດ"ໄຂມັນຊະນິດຊານສ໌"ທີ່ເປັນໜຶ່ງໃນສາເຫດການກະຕຸ້ນໃຫ້ເກີດພະຍາດຫົວໃຈ ທີ່ເຫຼືອອີກ5-6%ເປັນເກືອແລະແປ້ງນົວທັງຍັງມີປະລິມານໂຊດຽມເກີນຄວາມຕອ້ງການຂອງຮ່າງກາຍປົນຍູ່ຫຼາຍ ເຊີ່ງເປັນອັນຕະລາຍຕໍ່ໝາກໄຂ່ຫຼັງແລະຍັງເຮັດໃຫ້ຄວາມດັນເລືອດສູງອີກດວ້ຍ.
ແຕ່ຫາກຫຼີກລ້ຽງທີ່ຈະກີນບໍ່ໄດ້ ກໍ່ມີຂໍ້ແນະນຳວ່າໃຫ້ໃສ່ໄຂ່,ຜັກຫຼືຊີ້ນສັດລົຢງໄປນຳ ເພື່ອເພີ່ມສານອາຫານແລະປອ້ງກັນບໍ່ໃຫ້ຮ່າງກາຍໄດ້ຮັບໂຊດຽມຫຼາຍເກີນໄປ ຄວນຈະຊື້ໝີ່ເຄີ່ງສຳເລັດຮູບທີ່ຂຽນກຳກັບວ່າ:ເພີ່ມສານໄອໂອດີນ,ທາດເຫຼັກແລະວິຕາມີນເອໄວ້ໜ້າຊອງ.
ບໍ່ຄວນກີນໝີ່ດິບໆເພາະເສັ້ນໝີ່ນັ້ນຈະພອງຕົວໃນກະເພາະອາຫານອາດເຮັດໃຫ້ທອ້ງອືດໄດ້ແລະບໍ່ຄວນກີນໝີ່ຫຼາຍເກີນກວ່າມື້ລະຊອງເພື່ອປອ້ງກັນພະຍາດຕ່າງໆທີ່ແຊກມາພອ້ມກັບໝີ່.