ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 13, 2008 | ມີ 4 ຄຳເຫັນ ແລະ 0 trackback(s)

ຄວາມຮັກກໍ່ຄືກັບນ້ຳລ້າ ເຖີງບໍ່ມີລົດຊາດແຕ່ກໍ່ຂາດບໍ່ໄດ້

ຄວາມຮັກກໍ່ຄືກັບນ້ຳລ້າ ເຮັດໃຫ້ເຮົາມີຊີວິດຢູ່ໄດ້
ຄວາມຮັກກໍ່ຄືກັບນ້ຳລ້າ ບາງຄັ້ງເຮົາກໍ່ຕ້ອງການຫຼາຍແຕ່ບາງຄັ້ງກໍ່ນ່າເບື່ອ
ຄວາມຮັກກໍ່ຄືກັບນ້ຳລ້າ ມັນເຮັດໃຫ້ເຮົາສົດຊື່ນແລະມີກຳລັງໃຈຈະເຮັດຫຍັງຕໍ່

ຄວາມຮັກກໍ່ຄືກັບນ້ຳລ້າ ມັນອາດຈະເບິ່ງບໍ່ມີຫຍັງແຕ່ມັນມີອິດທິພົນຕໍ່ຊີວິດເຮົາຫຼາຍ
ຄວາມຮັກກໍ່ຄືກັບນ້ຳລ້າ ໜ້ອຍໄປກໍ່ກະຫາຍ ຫຼາຍໄປກໍ່ອຽນ
ຄວາມຮັກກໍ່ຄືກັບນ້ຳລ້າ ຍິ່ງຫ່່າງເຫີນມັນດົນເທົ່າໃດ ຍິ່ງກະຫາຍມັນຫຼາຍເທົ່ານັ້ນ

ໃຜຈະ "ຂັດຂວາງ" ຄວາມຮັກ ຄົງຈະບໍ່ສຳເລັດຢ່າງທີ່ຄິດ
ໃຜຈະ "ຕັດໃຈ" ຈາກຄວາມຮັກ ຄົງຈະເຮັດບໍ່ໄດ້ເຊັ່ນກັນ
ຫຼືໃຜທີ່ຄິດຈະ "ລືມ" ຄວາມຮັກລະກໍ້ ບໍ່ມີທາງ
ຄືກັບນ້ຳລ້າ ທ່ານລືມນ້ຳລ້າໄດ້ບໍ່ໍ່ ແລະຢ່າເຂົ້າໃຈວ່າ ຄວາມຮັກຄືນ້ຳຫວານ
ຫຼືນ້ຳອັດລົມຊ້າໆ ມັນຈະເປັນພຽງແຕ່ນ້ຳລ້າເທົ່ານັ້ນ ຖ້າມັນເປັນຮັກແທ້
ເພາະນ້ຳລ້າ ມີຄຸນປະໂຫຍດທຽບເທົ່ານ້ຳຫວານ ຫຼືນ້ຳອັດລົມ
ເຖີງມັນຈະໄຮ້ນ້ຳຕານເຊິ່ງເປັນຕົວກະຕຸ້ນໃຫ້ເກີດພະລັງ ແຕ່ນ້ຳລ້າ

ມັນແທບບໍ່ມີຜົນຂ້າງຄຽງເລີຍ ມັນຮັກສາຄຸນຄ່າທີ່ດີເອົາໄວ້ໄດດີກວ່ານ້ຳໃດໆ
ນ້ຳລ້າ ເຈີກັບເກືອ ມັນກໍລະລາຍເກືອ
ຄືກັບຮັກແທ້ ຄົນທີ່ຮັກທ່ານແທ້ໆ ເມື່ອທ່ານພົບກັບຄວາມທຸກ
ເຂົາກໍຈະພະຍາຍາມຮັບຄວາມທຸກຈາກທ່ານໄວ້ໃຫ້ຫຼາຍທີ່ສຸດ

ເຖີງບໍ່ມີລົດຊາດແຕ່ກໍ່ຂາດບໍ່ໄດ້

Delicious Digg Fark Twitter