ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 14, 2008 | ມີ 5 ຄຳເຫັນ ແລະ 0 trackback(s)

ຄົນທີ່ເຈົ້າຄົບຫາຢູ່...ເຈົ້າຮັກເຂົາບໍ່?

ຄົນທີ່ເຈົ້າຄົບຫາຢູ່...ເຈົ້າຕ້ອງການໃຫ້ເຂົາເປັນຄູ່ຊີວິດຂອງເຈົ້າ?

ຄົນທີ່ເຈົ້າຄົບຫາຢູ່...ອານາຄົດເຈົ້າຈະຕ້ອງຢູ່ກັບເຂົາຕະຫຼອດໄປ?

ຄົນທີ່ເຈົ້າຄົບຫາຢູ່...ເປັນທີ່ຮັກ ແລະເປັນທຸກໆສິ່ງຂອງເຈົ້າ

ເຈົ້າແນ່ໃຈຫວາ?...ວ່າເຈົ້າຄົບຫາເຂົາດ້ວຍຄວາມຮັກ
ຫຼືທີ່ເຈົ້າຄົບຫາກັບເຂົາ ພຽງແຕ່ເຫງົາ?
ຢ່າຄົບຫາໃຜຊັກຄົນ ເພາະພຽງແຕ່ຢາກມີໃຜຊັກຄົນ

ເພາະມັນບໍ່ມີປະໂຫຍດຫຍັງ...
ທີ່ຈະຄົບຫາໃຜຊັກຄົນ ເພາະພຽງແຕ່ຢາກມີເພື່ອນຄາຍເຫງົາ
ຄວາມເຫງົາ...ອາດເຮັດໃຫ້ເຮົາຄິດວ່າ
ຄົນທີ່ເຂົ້າມານັ້ນ ເຂົາຄືຄົນທີເຮົາຮັກ

ຄວາມຈິງແລ້ວ...ມັນບໍ່ແມ່່ນດອກ
ມັນເປັນພຽງແຕ່ ອາລົມຊົ່ວວູບ ທີ່ມີຄວາມເຫງົາພາໄປ
ເຮົາອາດຈະຕ້ອງການໃຜຊັກຄົນ ມາຢູ່ຂ້າງກາຍເຮົາ
ຄອຍປອບໃຈເຮົາ...ໃນຊ່ວງເວລາໜຶ່ງເທົ່ານັ້ນ
ແຕ່ພໍດົນໄປ...ຫຼັງຈາກອາລົມເຫງົາຫາຍໄປ
ຄວາມຮັກ...ມັນກໍ່ອາດຈະຫາຍໄປນຳ
ສຸດທ້າຍ...ທັງເຂົາແລະເຮົາກໍ່ເຈັບທັງສອງຝ່າຍ...
ດັ່ງນັ້ນຢ່າຮັກໃຜຫຼື ເຮັດໃຫ້ໃຜຮັກເພາະຄວາມເຫງົາ
ເພາະມັນຈະເຮັດໃຫ້ຄົນທີ່ເຂົາຮັກເຈົ້າ
ຫຼືຄົນທີ່ເຈົ້າຮັກເຂົາ ພອຍເຈັບໄປນຳ...
ຢ່າເຮັດໃຫ້ຄົນໆໜຶ່ງຕ້ອງເຈັບອີກເລີຍ...
Delicious Digg Fark Twitter