![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ມິ.ຖ.. 28, 2012
| ມີ
8 ຄຳເຫັນ
ແລະ
0 trackback(s)
ມາໃນຕອນເຊົ້າ ຂອງວັນທີ 28 ມີຖຸນາ ປີ 2012 ນີ້, ໄດ້ມີການເຊັນສັນຍາລົງທຶນກໍ່ສ້າງ ໂຄງການ: ກໍ່ສ້າງຫ້ອງວ່າການປົກຄອງເມືອງວັງວຽງ ດ້ວຍການລົງທຶນຂອງເອກະຊົນ 100 % ຂຶ້ນຢ່າງເປັນທາງ
ການ. ຢູ່ທີ່ ໂຮງແຮມ ຄຳປະເສີດ ເມືອງວັງວຽງ ແຂວງວຽງຈັນ. ລະຫວ່າງ ຄະນະອຳນວຍການບໍ
ລິສັດ ລາວເວີນດິນ ແລະເຮືອນຈຳກັດ ແລະ ອຳນາດການປົກຄອງເມືອງວັງວຽງ.
ໃນການກໍ່ສ້າງຈະໄດ້ລົງມືກໍ່ສ້າງເລີ່ມ ນັບແຕ່ວັນທີ່ 28 ມີຖຸນາ 2012 ຫາວັນທີ່ 28 ທັນວາ 2013 ໂດຍຈະໃຊ້ເວລາກໍ່ສ້າງ 18 ເດືອນ. ຫ້ອງວ່າການປົກເມືອງເປັນອາຄານ 3 ຊັ້ນມີເນື້ອທີໃຊ້ງານ
2.160 ມ2, ໃນນີ້ແມ່ນຈະໄດ້ ກໍ່ສ້າງປະຕູໂຂງ, ປ້ອມຢາມ ແລະກຳແພງຮົ້ວອ້ອມສຳນັກເມືອງ ເນື້ອ
ທີ່ 19.000 ມ2, ກໍ່ສ້າງສະຖານທີບ່ອນຈອດລົດໃຫຍ່, ກໍ່ສ້າງເສັ້ນທາງໃນສຳນັກເມືອງ, ຕົບແຕ່ງປູກຕົ້ນໄມ້ໃສ່ຕໍ່ຫນ້າຫ້ອງການ. ໂດຍຈະໃຊ້ທຶນກໍ່ສ້າງທັງໝົດ 900.000 s( ເກົ້າຮ້ອຍພັນໂດລາສະຫະລັດ )