ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 15, 2013 | ມີ 8 ຄຳເຫັນ ແລະ 0 trackback(s)

 

 

ໃນຕອນ​​ແລງອງວັນສຸກ ວັນທີ 11 ມັງກອນປີ 2013 ນີ້, ຢູ່ທີ່ເດີນບິນເກົ່າຂອງເມືອງວັງວຽງແຂວງວຽງຈັນ, ເມືອງວັງວຽງ ໄດ້ພ້ອມໃຈ ກັນມ່ວນຊື່ນ ປະກາດຮັບຮອງເອົາບ້ານວັງວຽງ, ບ້ານສະຫວ່າງ, ບ້ານວຽງແກ້ວ, ບ້ານວຽງໄຊ - ນາຫລວງ, ບ້ານຫ້ວຍງາມ ແລະບ້ານໂພນຊູເປັນບ້ານພັດທະນາແຫ່ງທີ 9-14 ຂອງເມືອງເປັນບ້ານພັດທະນາຂຶ້ນຢ່າງເປັນທາງການ. ​ໂດຍ​​ການເຂົ້າຮ່ວມ​​ເປັນປະທານ ຂອງທ່ານ ຄຳ​​ເມີງ ພົງທະດີ ກຳມະການສູນກາງພັກເລຂາພັກແຂວງເຈົ້າແຂວງໆວຽງຈັນ, ມີ ທ່ານ ອຸ່ນແສງແກ້ວດາວັນ ຄະນະປະຈຳພັກແຂວງເລຂາພັກເມືອງ-​ເຈົ້າເມືອງໆ ວັງວຽງ,ມີບັນດາຫົວໜ້າພະແນກຂອງແຂວງວຽງຈັນ, ບັນດາເມືອງອ້ອມຂ້າງ, ຄະນະປະຈຳພັກເມືອງ, ກຳມະ ການພັກເມືອງ​, ຫົວໜ້າຫ້ອງການອ້ອມຂ້າງເມືອງ, ​ພະນັກງານອາວຸ​ໂສ​ບຳນານ, ເລຂາ​ຄະນະ​ພັກ​ຮາກ​ຖານ​ກຸ່ມ​ບ້ານ, ທະ ຫານ, ຕຳຫຼວດ, ນັກທຸລະກິດແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.

 

      ທ່ານພອນແກ້ວ ຂຸນພົນ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໆວັງວຽງ ​​ໄດ້ຂຶ້ນປະເມີນຜົນ ແລະ ລາຍງານ ກ່ຽວ ກັບການຫ້າງຫາກະກຽມ ບັນມາດຖານເງື່ອນໄຂໃນການກຳນົດເອົາ 6 ບ້ານດັ່ງກ່າວ ເປັນບ້ານ ພັດທະນາ ໂດຍປະຕິບັດຕາມຄຳສັ່ງແນະນຳເລກທີ 03/ກມສພ, ວ່າ:ດ້ວຍການສ້າງບ້ານ ເປັນຫົວໜ່ວຍພັດທະນາ, ສ້າງບ້ານໃຫຍ່ກາຍເປັນຕົວເມືອງນ້ອຍ ໃນຊົນນະ ບົດ ແລະ ດຳລັດ201/ລບ ວ່າດ້ວຍມາດຖານຄວາມທຸກຍາກ ແລະ ມາດຖານການພັດທະນາ.

 

     ​​ໃນພິທີ ທ່ານ ສີທອງ ລາດວົງໄຊເລຂາພັກບ້ານນາຍບ້ານໆວຽງແກ້ວຕ່າງໜ້າໃຫ້ອຳນາດ​ການ​ປົກຄອງ 6 ​ບ້ານໄດ້ຂຶ້ນຜ່ານບົດສະຫລຸບກ່ຽວກັບ ການສ້າງເປັນບ້ານພັດທະນາທັງ 6 ບ້ານວ່າ:  ບ້ານວັງວຽງ, ບ້ານສະຫວ່າງ, ບ້ານວຽງແກ້ວ, ບ້ານວຽງໄຊ - ນາຫລວງ, ບ້ານຫ້ວຍງາມ ແລະບ້ານໂພນຊູແມ່ນຕັ້ງຢູ່ລຽບຕາມເສັ້ນທາງ 13 ​ເໜືອແລະຂຶ້ນກັບ ກຸ່ມບ້ານວັງວຽງ, ທິດຕາເວັນອອກຕິດກັບບ້ານໂພນເພັງແລະ ສາຍພູບານ,  ທິດຕາເວັນຕົກຕິດກັບສາຍນ້ຳຊອງ, ທິດ

ເໜືອຕິດກັບບ້ານຫ້ວຍສະເຫງົ້າແລະທິດໃຕ້ຕິດກັບບ້ານຂັນໝາກ. ​ ມີພົນລະເມືອງທັງໝົດ 7.859 ຄົນ, ຍິງ 3.739 ຄົນ, ມີ 1.484 ຄອວຄົວ, ມີ 1.406 ຫລັງຄາເຮືອນ, ມີ 103 ໜ່ວຍສາມັກຄີ, ປະຊາຊົນສ່ວນຫລາຍແມ່ນເຊື່ອຖືສາສະໜາພຸດ, 3 ບ້ານເທດສະບານເປັນເຂດເສດຖະກິດ - ສັງຄົມທາງດ້ານການບໍລິການ - ທ່ອງທ່ຽວແລະ ຄ້າຂາຍ, ສ່ວນ​ 3 ບ້ານແມ່ນຢູ່ຊານເມືອງ ມີເງື່ອນໄຂສະດວກທາງດ້ານການປູກຝັງລ້ຽງສັດ, ອຸດສາຫະກຳ - ຫັດຖະກຳ. 6 ບ້ານມີເນື້ອທີ່ທັງໝົດ 1.841,32 ເຮັກຕາ, ​ເນື້ອທີ່ນາ 514 ​ເຮັກຕາ, ສະມັດຕະພາບໄດ້ 4,7 ​ໂຕນ/​ເຮັກຕາ, ສະເລ່ຍໃສ່ຫົວຄົນໄດ້ 490 ກິໂລ/ຄົນ/ປີ, ຄອບຄົວມີວິດຖ່າຍ 100%, ແມ່ຍິງແລະເດັກນ້ອຍໄດ້ຮັບການສັກຢາ - ຢອດຢາກັນພະຍາດໄດ້ 100 %, ປະຊາຊົນໄດ້ຊົມໃຊ້ນ້ຳສະອາດ 100 %, ສາມາດລົບລ້າງການກຶກໜັງສືຂັ້ນປະຖົມໄດ້ 100%. 6 ບ້ານສາມາດສ້າງເປັນຄອບຄົວວັດທະນະທຳ ໄດ້ 1.288 ຄອບຄົວ, ຄອບຄົວພັດທະນາໄດ້ 98% ຄອບຄົວ ແລະ ປະກາດຮັບຮອງເປັນບ້ານວັດທະນະທຳ ເປັນທີ່ຮຽບຮ້ອຍແລ້ວ.

 

ພໍ່ແມ່ປະຊາຊົນໃນຈຳນວນ 6 ບ້ານ ແມ່ນຊົນຊາດລາວ ມີການດຳ ລົງຊີວິດຢ່າງປອດໃສ, ມີຈິດໃຈດຸໝັ່ນຂະຫຍັນພຽນ, ມັກຢູ່ຮ່ວມກັນໂດຍສັນຕິ, ມີຄວາມຈິງໃຈ ແລະ ສັດຊື່ຕໍ່ແຂກບ້ານ ແຂກເມືອງ ກໍຄືເພື່ອນມິດສະຫາຍ, ມີຄວາມຮັກແພງສາ ມັກຄີປອງດອງ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ. ບັນດາລະບົບການຈັດຕັ້ງພາຍໃນບ້ານ ມີຄວາມຮັດແໜ້ນເຂັ້ມແຂງ ສາມາດເຄື່ອນ ໄຫວຕາມພາລະບົດບາດ ແລະ ສິດໜ້າທີ່ຂອງ ການຈັດຕັ້ງຂັ້ນບ້ານ, ບ້ານມີສະຖຽນລະພາບ ແລະ ຄວາມສະຫງົບໜັກແໜ້ນ ທາງດ້ານການເມືອງ, ເປັນບ້ານປອດຢາເສບຕິດ, ເປັນບ້ານປອດຄະດີ, ເປັນບ້ານສະຫະພັນແມ່ຍິງ 3 ດີ, ເປັນບ້ານສາທາລະນະສຸກແບບຢ່າງ ແລະ ເປັນບ້ານວັດທະນະ ທຳຄົບຖ້ວນ. ລະບົບຊີວິດການເປັນຢູ່ຂອງປະຊາຊົນພາຍໃນບ້ານ ມີຄວາມຜາສຸກ ແລະ ໄດ້ຮັບ ການປົວແປງ ໃຫ້ດີຂຶ້ນເລື້ອຍໆ ຊຶ່ງມີຄອບຄົວພັດທະນາກວມອັດຕາຫລາຍກວ່າ 98% ຂອງຈຳ ນວນຄອບຄົວພາຍໃນ 6 ບ້ານ, ມີ ການບໍລິການທີ່ສ້າງລາຍຮັບໄດ້ຢ່າງຕໍ່ ເນື່ອງ ແລະ ໝັ້ນຄົງຖາວອນ. ເປັນບ້ານທີ່ມີລະບົບພື້ນຖານໂຄງລ່າງຄົບຊຸດ ເປັນບ້ານທີ່ພົ້ນຈາກ ຄວາມທຸກຍາກ 100%, ເດັກໃນເກນອາຍຸເຂົ້າໂຮງຮຽນ 100%, ເປັນບ້ານຈົບປະ ຖົມ 100% ແລະ ທຸກໆຄອບຄົວພາຍໃນບ້ານມີທີ່ຢູ່ອາໃສແບບຖາວອນ, ຊົມໃຊ້ນ້ຳສະອາດ ແລະ ມີວິດຖ່າຍ ແບບຖາວອນ ພ້ອມທັງຮັບຮອງເປັນບ້ານແບບຢ່າງສາທາລະນະສຸກ ເມື່ອທຽບໃສ່ບັນດາເງື່ອນໄຂ ຂອງບ້ານພັດທະນາແລ້ວ ເຫັນວ່າ 6 ບ້ານແມ່ນສາມາດບັນລຸໄດ້ຫລາຍກວ່າ 95% ຂອງບັນດາ ເງື່ອນໄຂ ມາດຖານທັງໝົດ ທີ່ໄດ້ບັນລຸໄວ້ໃນດຳລັດ 201/ລບ ວ່າດ້ວຍມາດຖານຄວາມທຸກຍາກ ແລະ ມາດຖານການພັດທະນາ./.

 

    ໂອກາດດັ່ງກ່າວຍັງໄດ້ມອບໃບຢັ້ງຢືນບ້ານພັດທະນາ ເປັນກຽດມອບ ໂດຍທ່ານ ຄຳ​​ເມີງ ພົງທະດີ ກຳມະການສູນກາງພັກເລຂາພັກແຂວງເຈົ້າແຂວງໆວຽງຈັນ ກ່າວຮັບໂດຍນາຍບ້ານທັງ 6 ບ້ານຄື: ບ້ານວັງວຽງ, ບ້ານສະຫວ່າງ, ບ້ານວຽງແກ້ວ, ບ້ານວຽງໄຊ - ນາຫລວງ, ບ້ານຫ້ວຍງາມ ແລະບ້ານໂພນຊູ.  ແລະທ່ານຍັງໄດ້ໃຫ້ກຽດເປີດປ້າຍບ້ານພັດທະນາ ພ້ອມທັງລັນຄ້ອນ 9 ບາດເພື່ອເປັນສີລິມຸງຄຸນ ຢ່າງສົມກຽດ.

 

       ຫລັງຈາກນັ້ນ ທ່ານ ຄຳ​​ເມີງ ພົງທະດີ ກຳມະການສູນກາງພັກເລຂາພັກແຂວງເຈົ້າແຂວງໆວຽງຈັນ ໃຫ້ກຽດໂອ້

ລົມຕໍ່ພິທີ%.

 

Delicious Digg Fark Twitter