ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 3, 2013 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ສິ້ນສາຍຝົນ ຄົນຍັງເຫງົາ ເສົ້າໝົ່ນໝອງ
ສາຍລົມຕ້ອງ ພັດໂຊຍມາ ພ້ອມຄວາມໜາວ
ສາຍລົມພິ້ວ ປິວສະໄຫວ ໃຈປວດລ້າວ
ສາຍລົມໜາວ ຄາວນີ້ເຫງົາ ເສົ້າໃນຊວງ

ໂອ້...ລົມໜາວ ຄາວນີ້ ສຸດແສນເສົ້າ
ຄິດຮອດເຈົ້າ ເຝົ້າຄອຍຫາ ນ້ຳຕາລ່ວງ
ສາຍລົມຮັກ ພັດຜ່ານໄປ ໃຈຊ້ຳຊວງ
ເພາະຮັກລວງ ຫວ່ງຫາເຈົ້າ ເຝົ້າມອງດາວ

ເມື່ອລົມໜາວ ພັດມາ ພາໃຈເສົ້າ
ຊ່າງງຽບເຫົງາ ເສົ້າໃຈ ເມື່ອຍາມໜາວ
ກັບຄວາມຮັກ ທີ່ຍັງ ບໍ່ເຖິງຄາວ
ຕ້ອງທົນໜາວ ເຫງົາໃຈ ບໍ່ຫ່າງກາຍ

ສາຍລົມໜາວ ພັດມາ ພາໃຈເຫງົາ
ເບິ່ງເສົ້າໆ ເຫງົາໃຈ ບໍ່ເຄີຍຫາຍ
ກັບຄວາມຮັກ ທີ່ຢູ່ ຂ້າງໆກາຍ
ມີເຫລືອຫລາຍ ແຕ່ຄົງ ບໍ່ແມ່ນເຮົາ

ໜຶ່ງຄຳໜາວ ສອງຄຳເຫງົາ ເສົ້າດວງຈິດ
ວຽນວົນຄິດ ຢາກມີຮັກ ຄົງຫາຍເຫງົາ
ໄດ້ແຕ່ຮ້ອງ ຄ່ຳຄວນ ຫລຽວມອງເງົາ
ສາຍລົມໜາວ ກັບຄວາມເຫງົາ ເສົ້າຊວງໃນ