ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 21, 2011 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 ຈາກຄວາມຮັກຂອງບາວສາວທີ່ຫວານຊື້ງ ຮັກກັນບໍ່ມີວັນລືມຊົ່ວຟ້າດີນຈະວອດວາຍ ແລະແລ້ວສອງຄົນກະໄດ້ຈາກກັນ ເພາະຊາຍໄດ້ໄປຮຽນ5ປີ...............5ປີຜ່ານໄປ....ຊາຍຄົນນັ້ນກະຮຽນຈົບກັບມາ  ສ່ວນຍີງທີ່ຄ່ອຍຖ້າກໍ່ດີໃຈຟ້າວໄປຮັບຢູ່ຄິວລົດ ຄວາມຮັກຂອງທັງສອງຕ່າງຝ່າຍຕາງຈົດຈຳຢູ່ໃນໃຈ  ເມື່ອເຖີງທີ່ໄດພົບກັນ ຊາຍຄົນນັ້ນໄດ້ຢ່າງອອກມາຈາກລົດ ແລະ ຍີງຄົນນັ້ນກັບຊາຍຄົນນັ້ນກະເຫັນກັນ ຕ່າງຝ່າຍຕ່າງແລ່ນເຂົ້າໄປກອດກັນ  ພ້ອມທັງຮອ້ງໄປວ່າ

ຍີງເວົ້າວ່າ: ອ້າຍດົມຂອງນ້ອງ..........

ຊາຍເວົ້າວ່າ: ນ້ອງອົມຂອງອ້າຍ..........

.....................................................

ຢຸດຢ່າຟ້າວຄິດເລິກ   ອ້າຍດົມນັ້ນແມ່ນຊື່ຂອງຊາຍຄົນນັ້ນ  ແລະນ້ອງອົມກະແມ່ນຊື່ຂອງຍີງຄົນນັ້ນ

555555555555  ຫົວໄດ້ແລ້ວບາດນີ້ 5555555555

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 29, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຊີວິດທຸກຄົນກະເໝືອນນິຍາຍນ້ຳເນົ່າຖ້າເວົ້າໃນເລື່ອງຂອງຄວາມຮັກ

ເວົ້າເລື່ອງຄວາມຮັກແລ້ວມັນກະມີສອງຢ່າງທີ່ຄົນເຄີຍພົບພໍ໊

ນັ້ນກໍ່ຄື ຄວາມສົມຫວັງ ແລະ ຜິດຫວັງ ແຕ່ຕົວຂອງຂ້ອງເອງ

ບໍ່ໄດ້ເປັນໄປທັງສອງຢ່າງນັ້ນ ຄວາມຮັກຂອງຂ້ອຍນັ້ນ

ມັນຄືກັບນິຍາຍ  ທີ່ວ່າ ແຟນຂອງເຮົາເຮັດເຮົາຄືສີ່ງຂອງ

ໂດຍເກັບເຮົາໄວ້ແຕ່ບໍ່ໄຊ້  ແລະ ກະບໍ່ຖີ້ມເຮົາ

ແບບວ່າ  ຕອນເຮົາສົນໃຈເຂົາ ເຂົາກັບບໍ່ສົນ

ບາດເຮົາບໍ່ສົນໃຈເຂົາເຂົາກັບມາສົນໃຈເຮົາ

ແບບນີ້ຂ້ອຍວ່າມັນໂຄດໆໆໆໆໆ ເບື່ອເລີຍ

ເຊັງ.....................

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 7, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄຳວ່າ Fan ແປລາວວ່າພັດລົມ

ແຕ່ແຟນພາສາລາວແປລາວວ່າແມ່ນຄົນຮັກກັນ

ດັງນັ້ນຈື່ງໄດ້ສັບໃໝ່ເອີ້ນຄົນທີ່ເຮົາຮັກແມ່ນພັດລົມ  ປ່ຽນຈາກແຟນມາເປັນພັດລົມ

ແລະໃນຕໍ່ໆໆໄປອາດຈະປ່ຽນຈາກພັດລົມມາເປັນ hatari  ເພາະ hatari ແມ່ນ ຊື່ພັດລົມ

555  ນີ້ແມ່ນສັບຕະຫຼາດທີ່ເຄີຍເວົ້າ 555

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 6, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ທຸກຄົນທີ່ເຂົາມາອ່ານອາດຈະເຄີຍເປັນແບບຂ້ອຍ

ເມື່ອອອກຈາກບ້ານມາໄກແສນໄກແລະຄິດວ່າຈະບໍ່ໄດ້ກັບຄືນໄປອີກນັ້ນແມ່ນແສນທໍ່ລະມານ  

ແຕ່ກະຍັງມີພາບຕິດຕືງຢູ່ໃນດວງຕາ  ຄວາມຮັກທີ່ເຄີຍມີ ແລະ ຄວາມມ່ວນຊື່ນທີ່ເຄີຍຫຼີ້ນກັບໝູ່

ສະຖານທີ່ໆເຄີຍທ່ຽວ  ໂຮງຣຽນທີ່ເຄີຍຮຽນ  ອາຈານທີ່ເຄີຍສອນ ມັນເຫຼືອແຕ່ຄວາມຊົງຈຳ

ມີແຕ່ໄດ້ແຕ່ຝັນວ່າຈັກມື້ໜື່ງເຮົາຕ້ອງກັບໄປອີກໃຫ້ໄດ້

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 5, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄວາຍໂຕໜື່ງກຳລັງມີຄວາມຮັກແຕ່ຖືກຫຼອກຕະຫຼອດ

ຄວາຍມີເຂົາຢູ່ເທີ່ງຫົວ ງົວມາເຫັນກະເລີຍບອກໄປຕັດເຂົາອອກ ຄວາຍບອກວ່າ

ບໍ່ເອົາອອກດອກເພາະຮັກເຂົາຫຼາຍ  ມື້ໜື່ງຄວາຍລອງເຮັດຄືງົວບອກ

ຄວາຍໄປຕັດເຂົາອອກຈາກຫົວ ງົວເຫັນເລີຍຖາມຄວາຍວ່າເປັນແນວໃດລະເມື່ອຕັດເຂົາອອກ

ຄວາຍບອກຍັງບໍ່ລື້ງເຄີຍເທື່ອນະ ງົວເລີຍບອກເຫັນບໍ່ ບໍ່ມີເຂົາເຮົາກະຢູ່ໄດ້

ພຽງແຕ່ບໍ່ລື້ງເຄີຍເທົ່ານັ້ນເອງ

ບອກທຸກຄົນເດີ  ອົກຫັກກໍ່ຕັດໃຈຈາກເຂົາສາຢຸ່ຈົມປັກຄືກັບຄວາມໂຕນີ້

55555

ຂຽນເມື່ອ ຂຽນເມື່ອ: ກ.ລ.. 28, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຕໍ່ຈາກສະບັບກ່ອນ ແລກຮັກເລີກຮັກ

ຫຼັງຈາກທີ່ຜູຍີ່ງຄົນນັ້ນ ອົກຫັກຈາການຈັບປາສອງມືແລ້ວ ລາວກະຄິດຈະຂ້າຕົວຕາຍຫຼາຍໆໆຄັ້ງແຕ່ມີໝູ່ຊ່ວຍຫ້າມ

ໝູ່ລາວຄົນໜື່ງເວົ້າວ່າ ຂ້ອຍມີວິທີເຮັດໃຫ້ຫາຍເຈັບໄດ້  ລາວກະໂທຫາຄູບາມາ ແລະຄູບາກະເລີຍເທດຂື້ນວ່າ

ຟັງທຳມະຈະເຮັດໃຫ້ບໍ່ໂງ່      ຖ້າຟັງໂປເຕໂຕຖືງມີຣັກແທ້ແຕ່ກໍ່ດູແລໄມ່ໄດ້

ຖ້າຟັງທຳມະແລ້ວຈະເຮັດໃຫ້ບໍ່ເພີ້ເຈີ້   ຖ້າຟັງບອຍພີກສະແມັກເກີຈະລະເມີເຖີງແຕ່ເລື່ງບົນຕຽງ

ຟັງທຳມະແລ້ວຈະເຮັດໃຫ້ບໍ່ແຣດ      ແຕ່ຖ້າຟັງບີກແອັດກໍ່ຈະເລ່ນຂອງສູງ  ເອວັງປະກາຣະສະນີ   ສາທຸ

5555 ຄັດຈາກໜັງຕະລົກເດີ  ເອົາມາເລົ່າສູ່ຟັງ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 18, 2011 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຕໍ່ຈາກໄດອາຣີສະບັບກ່ອນເດີ ທີວ່າ ພັດທະນາການຂອງຄວາມຮັກ

ແຕ່ໃນຕອນນີ້ເຮົາຈະມາເວົ້າກຽ່ວກັນຄວາມຮັກຂອງຍີງໜື່ງຊາຍສອງ ກະຄືກັບວ່າຍີງຮັກຫຼາຍຄົນຫັ້ນນາ ເອົາມາເຂົ້າເນື້ອເລື່ອງກັນເລີຍ ເລື່ອງມີຢູ່ວ່າ

ມີຊາຍຄົນໜື່ງແອບຮັກຍີ່ງອີກຄົນໜື່ງໂດຍບໍ່ຮູ້ວ່າເຂົາມີແຟນຢູ່ແລ້ວ ລາວກະໃຊ້ທຸກວິທີ່ທາງທີ່ຈະເຮັດໃຫ້ຍີ່ງຄົນນັ້ນສົນໃຈ ບໍ່ວ່າຈະເປັນການລົມໂທລະສັບ ການຊວນໄປກີນເຂົ້າເບີ່ງໜັງຕ່າງໆສາລະພັດ.... ມີມື້ໜື່ງເປັນມື້ທີ່ຄົນທົ່ວໂລກແບ່ງປັນຄວາມຮັກໃຫ້ເຊີ່ງກັນແລະກັນ ນັ້ນກະຄືວັນວາເລນໄທນ໌ ຊາຍຄົນນັ້ນໄດ້ຊື້ດອກໄມ້ໃຫ້ຍີ່ງຄົນທີ່ລາວຕາມຈີບນີ້ແລ້ວ ດ້ວຍການໃຊ້ຄຳຫວານໆໆ ແສນຈະໂລເມັນຕິກ ບອກໃຫ້ຍີ່ງຮັບຮູ້ວ່າຕົນເອງຮັກເຂົາ ພ້ອມທັງໃຊ້ເປັນຄຳກອນ ທັງສຽງເພງ ຈົນເຮັດໃຫ້ນາງຄັງໄຄ້ຫຼົງໄຫຼ ແລ້ວສຸດທ້າຍນາງກະຕອບຮັກລາວທັງໆໆທີຮູ້ຢູ່ວ່າຕົນເອງມີແຟນແລ້ວ ແລະຍັງບໍ່ບອກເຂົາອີກວ່າຕົນເອງມີແຟນ (ປັນຈັງໃດຖ້າລຸ້ນຢູ່ແມ່ນບໍ່ເອົາລະບໍ່ເວົ້າຍາວໄປອ່ານກັນຕໍ່ເລີຍ) ຕໍ່ມາຍີ່ງຄົນນັ້ນໄດ້ຢູ່ກັບໝູ່ຂອງລາວ ແລ້ວ ເຂົາກະແຊວກັນຕາມພາສາໝູ່ໆໆ ບາງ ນາງເປັນຄົນມີສະເໜ່ມີຄົນມາຮັກຫຼາຍ ບາງກະວ່ານາງງາມເລືອກໄດ້ ບາງກະວ່ານາງເຮັດແບບນີ້ແລ້ວແຟນເດຈະຮູ້ສຶກແນວໃດ ແຕ່ນາງຕອບວ່າ ເຮົາກະຄົບໄປຊື່ໆໆ ຄົບໄປແບບຫົວໆໆຊື່ໆໆ  ແລ້ວເລື່ອງທີ່ນາງຄິດມັນບໍ່ເປັນທີ່ນາງຄິດ ມີໝູ່ຂອງນາງອີກຄົນໜື່ງຢ່າງມາບອກນາງວ່າ ແຟນຂອງໂຕຝາກເຮົາມາບອກວ່າເຮົາເລີກກັນເນາະ ເຮົາບໍ່ມັກຄົນຫຼາຍໃຈ ພໍ່ນາງໄດ້ຍິນນາງກະຮ້ອງໄຫ້ຄັບທີບ ແຕ່ເຫດບັງເອີນ ຊາຍທີ່ຂໍນາງເປັນແຟນໃຫມ່ນັ້ນພັດມາພໍ້ເຫັນແທ່ນທີ່ຈະປອບໃຈ ຍີ່ງເວົ້າໄປຕື່ມອີກວ່າຂ້ອຍກັບເຈົ້າເລີກກັນເນາະ ເພາະຂ້ອຍບໍ່ມັກຄົນຂີ້ຕົວະແລ້ວກະຍ່າງໜີ ນາງເສຍໃຈແຮງ ທັງຮ້ອງໄຫ້ທັງຄິດກິນແໜງທີ່ຕົວເອງຈັບປາສອງມືແຕ່ສຸດທ້າຍບໍ່ໄດ້ຈັກໂຕເລີຍ....... ນາງເສຍໃຈແຮງຈົນຄິດຈະຂ້າຕົວຕາຍແຕ່ກະມີໝູ່ຊ່ວຍ ອ່ານແລ້ວຫ້າມໄຫ້ເດີ     ພໍ່ເທົ່ານີ້ກ່ອນເນາະ ແລ້ວຖ້າກຽມອ່ານໃນສະບັບຕໍ່ໄປວ່ານາງຈະເຮັດແບບໃດແລະເປັນໄປແນວໃດ  ສະບັບໜ້າມີຮາາາາາາາ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 16, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຕັ້ງແຕ່ອາດີດຕະການຄວາມຮັກ ເລີ່ມຕົ້ນຈາກກາມມະເທບຕົວນ້ອຍເຊີ່ງເອີ້ນວ່າເທບແຫ່ງຄວາມຮັກ ເຊີ່ງໄດ້ໃຊ້ທະນູຍືດຍີ່ງໃສ່ຄົນໃຫ້ໄດ້ເກີດຄວາມຮັກໃຫ້ເຊີ່ງກັນແລະກັນ

ຈາກນັ້ນກາມມະເທບຕົວນ້ອຍໆ ກະໄປພົບຮັກ ກັບເທບນ້ອຍອີກອົງໜື່ງ ແລະບໍ່ຮູ້ວ່າສາເຫດອັນໃດກາມມະເທບນ້ອຍຈື່ງບໍ່ມີເວລາມາເຮັດໃຫ້ກັບມະນຸດ ເຮັດຄົນເກີດຮັກກັນແບບບຸບເພສັນນິວາດໄດ້

ຈື່ງເປັນຈຸດກຳເນີດຂອງການມີພໍ່ສື່ ແລະ ແມ່ສື່ ເພື່ອສື່ຮັກໃຫ້ຄົນເກີດຮັກກັນ ແລະ ໃນປະຈຸບັນມີຍຸກອິນເຕີເນັດເຂົ້າມາກ່ຽວຂ້ອງການບອກຮັກຫາຄູ່ຈື່ງຕ້ອງຜ່ານທາງເວັບໄຊ໌ຕ່າງໆ

ຈະເຫັນໄດ້ວ່າການບອກຮັກໃຜບາງຄົນວ່າມັນຍາກພຽງໃດ ແຕ່ການບອກເລີກໃຜບາງຄົນນັ້ນມັນຍາກຍີ່ງກວ່າ.

ນີ້ເປັນການສະເໜີພຽງເປີດຫົວເລື່ອງເດີ ຍັງມີຕອນຄົນສອງຄົນທີ່ຈີບກັນແລະເລີກກັນທີ່ຈະເລົ່າໃນໄດອາຣີຕໍ່ໄປ ລໍຖ້າອ່ານເດີ.......