ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 13, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

<!--[if gte mso 9]>Normal0falsefalsefalseEN-USX-NONETH<![endif]--><!--[if gte mso 9]><![endif]--><!-- /* Font Definitions */ @font-face {font-family:"Cordia New"; panose-1:2 11 3 4 2 2 2 2 2 4; mso-font-charset:0; mso-generic-font-family:swiss; mso-font-pitch:variable; mso-font-signature:-2130706429 0 0 0 65537 0;}@font-face {font-family:"Cambria Math"; panose-1:2 4 5 3 5 4 6 3 2 4; mso-font-charset:1; mso-generic-font-family:roman; mso-font-format:other; mso-font-pitch:variable; mso-font-signature:0 0 0 0 0 0;}@font-face {font-family:Calibri; panose-1:2 15 5 2 2 2 4 3 2 4; mso-font-charset:0; mso-generic-font-family:swiss; mso-font-pitch:variable; mso-font-signature:-520092929 1073786111 9 0 415 0;}@font-face {font-family:"Saysettha OT"; panose-1:2 11 5 4 2 2 7 2 2 4; mso-font-charset:0; mso-generic-font-family:swiss; mso-font-pitch:variable; mso-font-signature:-2097151825 268443658 0 0 65537 0;} /* Style Definitions */ p.MsoNormal, li.MsoNormal, div.MsoNormal {mso-style-unhide:no; mso-style-qformat:yes; mso-style-parent:""; margin-top:0in; margin-right:0in; margin-bottom:10.0pt; margin-left:0in; line-height:115%; mso-pagination:widow-orphan; font-size:11.0pt; mso-bidi-font-size:14.0pt; font-family:"Calibri","sans-serif"; mso-ascii-font-family:Calibri; mso-ascii-theme-font:minor-latin; mso-fareast-font-family:Calibri; mso-fareast-theme-font:minor-latin; mso-hansi-font-family:Calibri; mso-hansi-theme-font:minor-latin; mso-bidi-font-family:"Cordia New"; mso-bidi-theme-font:minor-bidi;}.MsoChpDefault {mso-style-type:export-only; mso-default-props:yes; mso-ascii-font-family:Calibri; mso-ascii-theme-font:minor-latin; mso-fareast-font-family:Calibri; mso-fareast-theme-font:minor-latin; mso-hansi-font-family:Calibri; mso-hansi-theme-font:minor-latin; mso-bidi-font-family:"Cordia New"; mso-bidi-theme-font:minor-bidi;}.MsoPapDefault {mso-style-type:export-only; margin-bottom:10.0pt; line-height:115%;}@page Section1 {size:8.5in 11.0in; margin:1.0in 1.0in 1.0in 1.0in; mso-header-margin:.5in; mso-footer-margin:.5in; mso-paper-source:0;}div.Section1 {page:Section1;}--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0in 5.4pt 0in 5.4pt;mso-para-margin-top:0in;mso-para-margin-right:0in;mso-para-margin-bottom:10.0pt;mso-para-margin-left:0in;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->

ສາເຫດສຳຄັນທີ່ເຮັດໃຫ້ຄົນໜຸ່ມສາວຕິດເຊື້ອ HIV ຢູ່ທຸກມື້ນີ້ກໍ່ເພາະປະເພດນີທີ່ຄັບແຄບແລະສິນລະທຳຈອມປອມທີ່ສ້າງຂື້ນມາໂດຍກຸ່ມຄົນກຸ່ມໜຶ່ງ ເຊິ່ງຈາຮີດປະເພນີດັ່ງກ່າວກຳລັງເຮັດໃຫ້ຄົນຕາຍແລະເດືອດຮ້ອນຢ່າງຫຼວງຫຼາຍ ເຊິ່ງມັນບໍ່ໄດ້ແມ່ນສິ້ງທີ່ດີງາມຢ່າງທີ່ເອີຍອ້າງແຕ່ຢ່າງໃດ.

ຊົນຊົ້ນປົກຄອງລາວຫຼືບັນດານັກການເມື່ອງທັ້ງຫຼາຍຕົວະເຮົາສະເໝີວ່າ ເຂົາປ້ອງກັນ ຮີດຄອງປະເພນີແລະວັດທະນະທຳອັນດີງາມຂອງຊາດ ຈາກອິດທິພົນຕາເວັນຕົກທີ່ມີການສ້າງພາບວ່າ ສັງຄົມຕາເວັນຕົກບ້າເຊັກ ໃນຂະນະທີ່ມີການອ້າງວ່າສັງຄົມລາວມີ ທຳນຽມອັນດີງາມ ແຕ່ໃນຄວາມເປັນຈິງແລ້ວຖ້າເຮົາສຶກສາປະຫວັດສາດໃຫ້ດີແລ້ວ ການແຕ່ງກາຍແບບປັດຈຸບັນແມ່ນໄດ້ມາຈາກພວກຕາເວັນຕົກໃນຊ່ວງທີ່ພວກມັນເຂົ້າມາປົກຄອງແລະເຜີຍແຜ່ວັດທະນະທຳຂອງມັນ ເຊິ່ງການແຕ່ງກາຍຂອງລາວໃນສະໄໝກ່ອນ(ກ່ອນທີ່ຈະມີຄົນຕ່າງປະເທດເຂົ້າມາຢູ່ລາວ) ແມ່ນຈະມີການນຸ່ງຖືຕ່າງຈາກປະຈຸບັນ ແລະ ນອກຈາກນີ້ການຮັກນວນສະຫງວນໂຕກໍ່ເປັນຄ່ານິຍົມໃໝ່ໃນຍຸກທຶນນິຍົມ ເພາະໃນຍຸກກ່ອນໆຊາຍກັບຍິງຈະຢູ່ນຳກັນໂດຍບໍ່ມີການຈົດທະບຽນແຕ່ງງານ ແລະຄູ່ຮັກມັກຈະໜີໄປຢູ່ນຳກັນປະຈຳ.

      ນອກຈາກນັ້ນຄ່ານິຍົມ ຮັກນວນສະຫງວນໂຕ ເປັນຄ່ານິຍົມຈອມປອມທີ່ເລືອກປະຕິບັດ ເພາະມີການພະຍາຍາມໃຊ້ກັບຍິງຢ່າງເຄັ່ງຄັດ ແຕ່ໃນຜູ້ຊາຍບໍ່ໄດ້ໃຫ້ຄວາມສຳຄັນ ຍິ່ງໄປກ່ວານັ້ນໃນອາດີດ ໃນໝູ່ຄົນຜູ້ໃຫຍ່ທີ່ມີອຳນາດ ມັກຈະມີການໃຊ້ແຮງງານເໝືອນທາດແລ້ວ ຊາຍໃນຊົນຊັ້ນປົກຄອງ(ໃນຊ່ວງສະໄໝທີ່ມີການປົກຄອງໂດຍເຈົ້າຊີວິດ) ມັກຈະມີເມຍນ້ອຍຈຳນວນຫຼາຍໆຄົນ ໂດຍເຫັນຜູ້ຍິງເປັນຊັບຊົມບັດ ແລະນີ້ຄືປະເພນີຊົວໆຂອງຄົນໃນສະໄໝທີ່ກ່ອນທີ່ນິຍົມກະທຳມາ.

      ແລ້ວເປັນຫຍັງໃນປັດຈຸບັນພວກຈາຮີດນິຍົມ(ກຸມຄົນທີ່ເຄັ່ງໃນຈາຮີດ ເວົ້າງ່າຍໆຄືພວກທີ່ບໍ່ເບິ່ງຄວາມເປັນຈິງທີ່ເປັນຢູ່)ຈຶ່ງມັກເບິ່ງໃນມຸມມອງແຄບໆຕໍ່ການມີຄູ່ຮັກຫຼືເພດສຳພັນ? ຜົນໃນຮູບປະທຳຄື ພວກຈາຮີດນິຍົມພະຍາຍາມຕົວະຍົວະໃຫ້ເຮົາຄິດວ່າການມີເພດສຳພັນເປັນເຮື່ອງສົກກະປົກ,ໜ້າອາຍ ແທນທີ່ຈະຄິດວ່າມັນແມ່ນຄວາມຕ້ອງການໂດຍພື້ນຖານຕາມທຳມະຊາດຂອງມະນຸດ ເພາະເຫດນັ້ນພວກສິນລະທຳຈອມປອມກໍ່ພະຍາຍາມສະເໜີວ່າການໄປມີເພດສຳພັນກ່ອນແຕ່ງງານເປັນເລື່ອງເສຍຫາຍໃນຂະນະທີ່ບັນດາຄົນມີອຳນາດໃຊ້ເງິນຊື້ບໍລິການທາງເພດຈາກເດັກນ້ອຍເປັນສິດທິສ່ວນບຸກຄົນ ພວກນີ້ຍັງໄດ້ເວົ້າຕໍ່ໄປອີກວ່າການມີເພດສຳພັນບໍ່ແມ່ນເລື່ອງທີ່ຄິດວ່າຈະມ່ວນແລະກໍ່ໃຫ້ເກີດຄວາມສຸກແຕ່ຢ່າງໃດອີກດ້ວຍໂດຍສະເພາະໃນເພດຍິງ ດັ່ງນັ້ນໄວຫຼຸ້ນທີ່ມັກກັນແລະມີເພດສຳພັນກັນຈຶ່ງຖືກເບິ່ງວ່າເປັນພວກ ບໍ່ມີສິນລະທຳ

      ປັນຫາຄື ໃນຄວາມເປັນຈິງ ການມີເພດສຳພັນນອກກອບຂອງຈາຮີດເກີດຂື້ນຕະຫຼອດເວລາ ແລະ ຍ້ອນຈາຮີດທີ່ຄັບແຄບເຮັດໃຫ້ການສົນທະນາເລື່ອງເພດແລະການເຂົ້າໃຈວິທີປ້ອງກັນໂຕເອງຈາກໂລກຕິດຕໍ່ທາງເພດເປັນເລື່ອງທີ່ຍາກ ສັງຄົມຖືກກົດດັນໃຫ້ປະຕິເສດຄວາມຈິງທີ່ວ່າ ໄວຫຼຸ້ນໃນປະຈຸບັນມີເພດສຳພັນກ່ອນແຕ່ງງານ ດັ່ງນັ້ນການເຜີຍແຜ່ຄວາມຮູ້ເລື່ອງເພດສືກສາຢ່າງລະອຽດຫຼືການກຳນົດໃຫ້ມີວິຊາເພດສຶກສາໃນໂຮງຮຽນເປັນເລື່ອງທີ່ບໍ່ຈຳເປັນ ຄິດແຕ່ວ່າເປັນການສົ່ງເສີມໃຫ້ເດັກນ້ອຍມີເພດສຳພັນກ່ອນໄວອັນຄວນ ແລະຜູ້ຍິງເສຍປຽບຢູ່ບ່ອນວ່າບໍ່ກ້າບັງຄັບໃຫ້ຄູ່ນອນໃສ່ຖົງຢາງອານາໄມ ທັ້ງໆທີ່ແຟນຂອງເຂົາອາດຈະໄປມີເພດສຳພັນກັບຄົນອືື່ນ ເຊັ່ນຕາມຮ້ານບໍລິການເປັນຕົ້ນ. ດັ່ງນັ້ນຍ້ອນຈາຮີດທີ່ຄັບແຄບແລ້ວ ການທີ່ຜູ້ຍິງຖືກກົດຂີ່, ກີດກັ້ນໃນສັງຄົມ ຈຶ່ງເປັນອີກສາເຫດໜຶ່ງທີ່ເພີ່ມຄວາມສ່ຽງໃຫ້ເຂົາເຈົ້າໃນເລື່ອງ HIV ອີກດ້ວຍ.

      ໃນຮູບປະທຳ ສິນທຳຈອມປອມ ໄດ້ເພີ່ມຄວາມສ່ຽງໃຫ້ກັບພົນລະເມື່ອງ ເພາະແນວຈາຮີດພະຍາຍາມປິດບັງວິທີການປ້ອງກັນໂຕທີ່ແທ້ຈິງຈາກເຊື້ອ HIV, ພວກຈາຮີດນິຍົມບໍ່ຍອມຮັບຄວາມຈິງທີ່ວ່າ ໄວຫຼຸ້ນສະໄໝນີ້ທັ້ງທີ່ເປັນເພື່ອນແລະຄູ່ຮັກກັນມັກມີເພດສຳພັນກັນກ່ອນແຕ່ງງານ ແລະ ມັກມີການປ່ຽນແຟນຢ່າງເປັນເລື່ອງປົກກະຕິ ແນວຈາຮີດຈຶ່ງຄັດຄ້ານການສອນວິຊາເພດສຳພັນໃນໂຮງຮຽນ ໂດຍອ້າງວ່າຈະເປັນການສົ່ງເສີມການມີເພດສຳພັນນອກວິໄນຄອບຄົວ ແລະ ຜິດກັບຮີດຄອງປະເພນີອັນຈອມປອມທີ່ນັບຖືກັນມາແຕ່ບູຮານທັ້ງໆທີ່ຫາຈະມີໃນຊ່ວງທີ່ມີການເຂົ້າມາຂອງພວກຈັກກະພັດ.

      ສັງຄົມທີ່ເຕັມໄປດ້ວຍສິນລະທຳຈອມປອມ ມືຖືສາກ ປາກຖືສິນພ້ອມກັບກກົນໄກຂອງທຶນນິຍົມ ມີຜົນເຮັດໃຫ້ການມີເພດສຳພັນສາມາດຊື້ຂາຍກັນໄດ້ ເຊິ່ງຫຼາຍຄັ້ງທີ່ຜູ້ຂາຍບໍລິການຖືກກົດຂີ່ ແລະຖືກປາບປາມຈາກລັດ ແຕ່ບາງຄັ້ງກໍ່ມີການເຮັດຜິດຂອງເຈົ້າໜ້າທີ່ ທີ່ໄປດຳເນີນການປາບປາມຜູ້ຂາຍບໍລິການ ເຊິ່ງຜົນທີ່ຕາມມາກໍ່ຄື ພວກເຂົາຖືກດູໝິ່ນແລະຂາດການເອົາໃຈໃສ່ໃນເວລາໄປໂຮງໝໍ ດັ່ງນັ້ນເຖິງເວລາທີ່ເຮົາຕ້ອງປ່ຽນທັດສະນະຄະຕິທີ່ສັງຄົມມີຕໍ່ຜູ້ຂາຍບໍລິການທາງເພດ ເພາະແນວຄວາມຄິດຂອງຄົນທົ່ວໄປທີ່ມີຕໍ່ຜູ້ຂາຍບໍລິການຈະມີຢູ່ຫຼາຍໆຄວາມຄິດແຕ່ຫຼັກໆຈະມີຢູ່ສອງຄວາມຄິດຄື

      * ແນວຄິດທີ່ໜຶ່ງ ຄິດວ່າການຂາຍບໍລິການທາງເພດເປັນຄົນບໍ່ມີສິນລະທຳ ເປັນຄົນບໍ່ດີ ແລະຍັງດ່າບຸກຄົນເຫຼົ່ານັ້ນວ່າເປັນຄົນໂລມາກໂລພາ ທັ້ງໆທີ່ເຈົ້າຍັງບໍ່ຮູ້ເຫດຜົນທີ່ເຂົາເຈົ້າຕ້ອງມາຂາຍບໍລິການທາງເພດເຊິ່ງເຂົາເຈົ້າອາດຈະຖືກຕົວະ,ຖືກບັງຄັບ,ຫຼືເຕັມໃຈ ແຕ່ສຳຫຼັບຜູ້ທີ່ຄິດວ່າ ຄົນພວກນີ້ຂີ້ຄານ,ໂລມາໂລພາ,ບໍ່ຍອມປະກອບອາຊີບທີ່ດີ,ມັກແຕ່ທາງທີ່ງາຍແລະສະບາຍ ສຳລັບຄົນທີ່ຄິດແນວນີ້ພວກເຮົາກໍ່ມີຄຳຕອບພຽງຄຳຕອບດຽວຄື້ ຖ້າຄິດວ່າການມີເພດສຳພັນກັບຄົນແປກໜ້າຫຼາຍຄົນໃນຄືນດຽວມັນເປັນເລື່ອງ ງາຍ ກາລອງໄປເຮັດເອງເບິ່ງແມ້ມັນຊີງ່າຍຄືທີ່ຄິດບໍ່.

*ແນວຄວາມຄິດທີ່ສອງ ແນວຄວາມຄິດນີ້ກໍ່ມອງຂ້າມຄວາມເປັນມະນຸດຂອງຄົນທີ່ຂາຍບໍລິການເຊັ່ນກັນ ແຕ່ແທນທີ່ເຂົາຈະຄິດວ່າຜູ້ຍິງທີ່ຂາຍບໍລິການເປັນຄົນບໍ່ດີ ພວກເຂົາກັບຄິດວ່າຄົນເຫຼົ່ານີ້ແມ່ນເຫຍື່ອ, ຈິງຢູ່ວ່າໃນທຸລະກິດແບບນີ້ມັກມີກໍລະນີທີ່ເດັກນ້ອຍຖືກຕົວະມາຂາຍບໍໍລິການທາງເພດ ແຕ່ຍິງບໍລິການສ່ວນໃຫຍ່ບໍ່ແມ່ນເຫຍື່ອແບບນັ້ນ ເຂົາເປັນຜູ້ຕັດສິນໃຈໃນລະດັບໜຶ່ງໃນການປະກອບອາຊີບ ເຮົາຕ້ອງໃຊ້ຄຳວ່າ ລະດັບໜຶ່ງເພາະວ່າເສລີພາບຂອງເຂົາທີ່ຈະເລືອກວຽກງານນັ້ນມີຈຳກັດ ທັ້ງໆທີ່ຊົນຊັ້ນນຳອ້າງວ່າທຸກຄົນມີ ໂອກາດແລະເສລີພາຍເທົ່າກັນ ທີ່ຈະເລືອກອາຊີບແລະວິຖີຊີວິດ ໃນຄວາມເປັນຈິງ ຕາບໃດທີ່ຄົນສ່ວນໜ້ອຍຄວບຄຸມປັດໃຈການຜະລິດແລະມູນຄ່າສ່ວນໃຫຍ່ຈາກການຜະລິດ ມະນຸດສ່ວນໃຫຍ່ຈະມີທາງເລືອກໃນການດຳເນີນຊີວິດຈຳກັດຫຼາຍ.

      ສະຫຼຸບແລ້ວ ສິນລະທຳຈອມປອມແລະແນວຄວາມຄິດຈາຮີດນິຍົມ ທີ່ມີຕົ້ນກຳເນີດມາຈາກການສ້າງລະບຽບວິໄນໃນຄອບຄົວ ເປັນອຸປະສັກຫຼັກໃນການໃຊ້ນະໂຍບາຍທີ່ສາມາດລຸດຜ່ອນການແພ່ລະບາດຂອງໂລກເອດໃນສັງຄົມເຮົາ ດັ່ງນັ້ນພາກປະຊາຊົນຈຶ່ງຈຳເປັນທີ່ຈະໃຫ້ຄວາມສຳຄັນກັບການເມື່ອງທາງເພດ ແລະ ຄວນຈະສະໜັບສະໜູນສິດທິແມ່ຍິງ,ກະເທຍ,ເກ,ທອມດີ້ແລະສິດທິຂອງຜູ້ໃຫ້ບໍລິການທາງເພດ ແລະ ທີ່ສຳຄັນເຮົາຕ້ອງເປີດສຶກທາງແນວຄວາມຄິດກັບແນວຄວາມຄິດຈາຮີດນິຍົມ.

ອ່ານຄືນຫຼັງ
ໝວດໝູ່