ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 27, 2009 | ມີ 16 ຄຳເຫັນ ແລະ 0 trackback(s)

ຢູ່ທີ່ຫ້ອງນອນຂອງຄູ່ຜົວເມຍຫນຸ່ມ ໃນເວລາເດິກສະຫງັດ

ຜົວ: ເຈົ້າກາຮູ້ ວ່າຂ້ອຍນອນບໍ່ຫລັບ ຖ້າບໍ່ໄດ້...
ເມຍ: (ເວົ້າຕັດບົດ) ແຕ່ຂ້ອຍຢາກນອນ ຕາສິມືນບໍ່ຂຶ້ນແລ້ວ.. ຄືນນີ້ງົດໄດ້ບໍ່ ພະຍາຍາມນອນຫລັບຕາ ຈັກຫນ້ອຍກໍ່ຫລັບໄປເອງດອກ

ຜົວ: ໂອຍຍຍ ຂ້ອຍຮູ້ຢູ່ແລ້ວ ວ່ານອນແນວໃດກໍ່ບໍ່ຫລັບດອກ ແນວວ່າມັນຫຍ້າມແລ້ວ ເຈົ້າກາບໍ່ແມ່ນສິເມື່ອຍພໍທໍ່ໃດ ມີແຕ່ນອນຊື່ໆ ບໍ່ແມ່ນສິອອກເຫື່ອອອກແຮງຫຍັງ

ເມຍ: ບໍ່ເມື່ອຍກະຊ່າງ ບໍ່ມີອາລົມ ຄຶດເບິ່ງ ຂ້ອຍໄບ່ກັບນັກຮຽນ ຢູ່ເຫມິດມື້ ເມື່່ອຍຄາງກະໄຕ ເມື່ອຍລີ້ນ ເມື່ອຍປາກ ຈົນອ້າປາກສິບໍ່ຂຶ້ນ ເຈົ້າຍັງສີມາໃຫ້ຂ້ອຍໃຊ້ປາກອີກ ເລື່ອນໄປເປັນມື້ອື່ນເນາະ ຂ້ອຍສິບໍ່ຢຸດປາກເລີຍ ອີຫລີ ສັນຍາກະໄດ້

ຜົວ: ໂອຍນໍ... ເຈົ້າບໍ່ຮັກຂ້ອຍແລ້ວຫວາ ຂໍຫນ້ອຍດຽວຊ່ຳນີ້ ຂ້ອຍສິເອົາຫມອນອີກຫນ່ວຍຫນຶ່ງ ໄປຫມູນຫລັງໃຫ້ເຈົ້າຢູ່ໃນທ່າສະບາຍສຸດໆເດີ້... ເນາະ..​ເນາະ ທີ່ຮັກເນາະ ຖ້າເຈົ້າບໍ່ຊ່ອຍຂ້ອຍ ຕາຂ້ອຍມັນຄືສຶຫລັບບໍ່ລົງຕະຫລອດຄືນ ແທ້ໆລະ

ເມຍ: ໂອ໊ຍ ຈັ່ງແມ່ນ ທັງຕື້ ທັງງໍແງ ເປັນຕາລຳຄານແທ້ໆ ຫຍັບມາທາງນີ້ຕິ ແລ້ວນອນຊື່ໆເດີ້ ຂ້ອຍສິເລີ້ມຕົ້ນແລ້ວ ຫລັບຕາພ້ອມ ສິໄດ້ຫມົດເລື້ອງຫມົດລາວ ໄດ້ຫລັບໄດ້ນອນກັນ
 
ຜົວ: ເຈົ້າຈັ່ງແມ່ນຫນ້າຮັກກກກກກກກ ຫນ້າຮັກ ຂ້ອຍພ້ອມແລ້ວເດ ປານໃດສິເລີ້ມລະ
 
ເມຍ:​ ເອົາລະ ຟັງໃຫ້ດີເດີ້
ແຕ່ກີ້ແຕ່ກ່ອນ ຢູ່ເມືອງເມືອງຫນຶ່ງ ມີພະຍາ ກັບກຳພ້າ ຊື່ວ່າ ທ້າວກຳພ້າຜີນ້ອຍ..........

 

 

Delicious Digg Fark Twitter