ສ້າງເມື່ອ ກ.ລ.. 17, 2011 21 ຄົນໂຫວດ,
0 ຄຳເຫັນ,
ອ່ານ 517 ເທື່ອ
ກິລາໃດທີ່ເຈົ້າມັກຫຼີ້ນ
|
ສ້າງເມື່ອ ກ.ລ.. 16, 2011 17 ຄົນໂຫວດ,
0 ຄຳເຫັນ,
ອ່ານ 491 ເທື່ອ
ໃນບູນຊວ່ງເຂົ້າພັນສານິ້ຖາມແນ່ວາຈະງົດໃດ້ບໍ
|
ສ້າງເມື່ອ ກ.ລ.. 13, 2011 25 ຄົນໂຫວດ,
0 ຄຳເຫັນ,
ອ່ານ 437 ເທື່ອ
ຈາກການສັງເກດແລ້ວເຫັນວ່າຄົນລາວບໍ່ມັກໃຊ້ຜະລິດຕະພັນລາວຂໍຖາມແນ່ວ່າເປັນເພາະຫຍັງ
|
ສ້າງເມື່ອ ກ.ຍ.. 2, 2010 21 ຄົນໂຫວດ,
0 ຄຳເຫັນ,
ອ່ານ 559 ເທື່ອ
ຕະຫຼອດໄລຍະປະມານ 3 ເດືອນມານີ້, ຂ່າວລືກ່ຽວກັບການພົບງູໃຫຍ່ຢູ່ເຂດຂຸດຄົ້ນຄຳພູເບ້ຍ ແຂວງຊຽງຂວາງ ໄດ້ແພ່ກະຈາຍໄປທົ່ວທຸກຂົງເຂດໃນທົ່ວປະເທດຂອງລາວ ເຊິ່ງມາຮອດປັດຈຸບັນນີ້ບາງທ້ອງຖິ່ນກໍຍັງພາກັນສົນທະນາຖົກຖຽງກັນ ກ່ຽວກັບເລື່ອງນີ້ຢູ່.
ຮູບການແພ່ກະຈາຍຂອງຂ່າວແມ່ນເລິ່ມຈາກການເອົາຮູບງູໃຫຍ່ທີ່ຖືກ ໂພສຂຶ້ນເວັບໄຊ໊ຂອງຕ່າງປະເທດມາສົ່ງຕໍ່ກັນດ້ວຍລະບົບ ອີເມລ, ດ້ວຍໂທລະສັບ, ດ້ວຍການໂຫຼດໃສ່ເຄື່ອງເອເລັກໂຕນິກ ແລະພິມອອກເປັນໃບ ພ້ອມທັງຂຽນໃສ່ວ່າ “ພົບງູໃຫຍ່ຢູ່ພໍເບ້ຍ” ບ່ອນຂຸດຄົ້ນບໍ່ແຮ່ແຫ່ງໜຶ່ງຢູ່ແຂວງຊຽງຂວາງ.
ເມື່ອຂ່າວຄາວແພ່ກະຈາຍອອກໄປເຮັດໃຫ້ຜູ້ຄົນທີ່ຮັບຂ່າວແລະບໍ່ ມີການພິຈາລະນາ ເກີດຄວາມເຊື່ອແລະເລົ່າຕໍ່ໆກັນໄປຢ່າງກວ້າງຂວາງ. ບາງເທື່ອການເລົ່າມີການຕື່ມເຫດການຕ່າງໆໃສ່ພ້ອມ ເຊັ່ນ ມີຄົນກິນງູດັ່ງກ່າວ ຫຼືມີຄົນກິນໄຂ່ຂອງງູດັ່ງກ່າວ ຫຼືບຸກຄົນທີ່ຂຸດພົບງູດັ່ງກ່າວ ນັ້ນໄດ້ເສຍຊີວິດໄປຫຼາຍຄົນ… ເຊິ່ງລ້ວນແຕ່ເປັນຂ່າວລືທີ່ບໍ່ມີມູນຄວາມຈິງ.
ຂ່າວກ່ຽວກັບງູໂຕດັ່ງກ່າວນີ້ ນັກຂ່າວ ເວັບໄຊ໊ ແສນສຸກ ດັອດຄອມ ໄດ້ເຫັນມາແລ້ວແຕ່ເດືອນພະຈິກ 2009. ເຊິ່ງເປັນຂ່າວຈາກຕ່າງປະເທດທີ່ລາຍງານວ່າ “ວັນທີ 12 ພະຈິກ 2007 ພົບງູຄົນຍັກ ກາງປ່າເມືອງກູຜິງ ມົນທົນຈຽງຊີ ສ້າງຄວາມຮືຮາສຳລັບວົງການນັກຄົ້ນຫາຄວາມຈິງເທິງອິນເຕີເນັດ ເມືອງຈີນເປັນຈຳນວນຫລາຍ.
ງູຍັກ ຂະໜາດ 55 ຟຸດ (16.7 ແມັດ) ນ້ຳໜັກ 300 ກິໂລກຣາມ ຄາດວ່າອາຍຸປະມານ 140 ປີ ຖືກເປີດເຜີຍໂດຍ ກະທູ້ໃນເວັບໄຊ໊ People’s Daily ໂດຍເນື້ອຫາຂອງກະທູ້ລະບຸມີງູຍັກທີ່ຖືກພົບ 2 ຕົວ ໂດຍເກີດຈາກການເປີດພື້ນທີ່ເພື່ອສ້າງຖະໜົນສາຍໃໝ່ໃນ ມົນທົນຈຽງຊີ ຊຶ່ງໃນການເປີດໜ້າດິນເທື່ອທີ່ສາມລົດຈົກຂຸດພົບຮອຍເລືອດບໍລິເວນ ໜ້າດິນ ແຕ່ຍັງຂຸດຕໍ່ໄປຈົນພົບງູຍັກດັ່ງກ່າວ ໂດຍມີງູອີກໂຕໜຶ່ງຢູ່ບໍລິເວນໃກ້ໆ ກັນ ຊຶ່ງເຮັດໃຫ້ຄົນງານທີ່ຂຸດແລ່ນໜີເອົາຊີວິດລອດ ແຕ່ຫລັງຈາກຕັ້ງສະຕິໄດ້ບວກກັບຄວາມຢາກຮູ້ຢາກເຫັນຈຶ່ງຍ້ອນກັບ ມາຍັງສະຖານທີ່ເກີດເຫດອີກ ພົບວ່າງູໂຕທີ່ຂຸດຖືກໄດ້ຕາຍແລ້ວ ສ່ວນອີກໂຕໜຶ່ງຫາຍໄປຂາດຮ່ອງຮອຍ.
ເຈົ້າຫນ້າທີ່ເມືອງກູຜິງ ເປີດເຜີຍຕໍ່ຫນັງສືພິມພີເພີນສ໌ເດລີ່ຂອງຈີນ ວ່າຮູບງູຍັກແລະເລື່ອງທີ່ນັກໂພສລະບຸໃນເວັບໄຊ໊ People’s Daily ລ້ວນເປັນເລື່ອງຫລອກລວງ ທີ່ເມືອງກູຜິງບໍ່ແມ່ນຖິ່ນທີ່ມີງູອາໄສຢູ່.”
ເພື່ອຢືນຢັນວ່າເຫດການທີ່ພູເບ້ຍດັ່ງກ່າວມີຄວາມຈິງຫຼືບໍ່?, ນັກຂ່າວ ແສນສຸກ ໄດ້ໂທສອບຖາມໄປຍັງບໍລິສັດ ພູເບ້ຍມາຍຈິງ ຈຳກັດ ແລະໄດ້ຮັບການຢືນຢັນວ່າບໍ່ມີການຂຸດຄົ້ນພົບງູໃຫຍ່ດັ່ງກ່າວແຕ່ ຢ່າງໃດ. ຂ່າວລືດັ່ງກ່າວລ້ວນແຕ່ແມ່ນການຫຼອກລວງ…
|
ສ້າງເມື່ອ ສ.ຫ.. 19, 2010 33 ຄົນໂຫວດ,
0 ຄຳເຫັນ,
ອ່ານ 470 ເທື່ອ
ທຸກຄົນຄິດວ່າໃຜເຕະບານເກັ່ງ
|
ສ້າງເມື່ອ ສ.ຫ.. 17, 2010 28 ຄົນໂຫວດ,
0 ຄຳເຫັນ,
ອ່ານ 295 ເທື່ອ
ທ່ານຈະເຊຍທິມໃດໃນpremierleagueອັງກິດ
|