
ຂຽນເມື່ອ: ກ.ຍ.. 7, 2010
| ມີ
9 ຄຳເຫັນ
ແລະ
0 trackback(s)

ໃຊ້ໃຈເບິ່ງໝູ່
ເຈົ້າເຊື່ອໃນພົມລິຄິດບໍ່
ຖ້າບໍ່ແລ້ວແມ່ນຍັງລະ
ທີເຮັດໃຫ້ເຮົາພາເຫັນກັບຄົນຫຼາຍຄົນ ທີ່ບໍ່ເຄີຍຮູ້ຈັກກັນມາກ່ອນ
ທີ່ເຮັດໃຫ້ເຮົາຖືກສະຕາ ແລະ ຮ້ອງຄົນນັ້ນ ວ່າໝູ່ທີ່ສະໜິດສະໜົມ

ໝູ່
ຄົນໆໜຶ່ງທີ່ຄັ້ງໜຶ່ງເປັນຄົນແປກໜ້າສຳລັບເຮົາ
ເວລາຜ່ານໄປຄົນໆນັ້ນກໍ່ກ່າຍມາເປັນຄົນທີ່ເຮົາໄວ້ໃຈ
ໝູ່
ຄົນທີ່ພ້ອມຈະຢູ່ທາງຂ້າງກັບເຮົາທຸກເທືອ
ບໍ່ວ່າຈະສຸກ, ທຸກ, ເຫງົາ, ເສົ້າກໍ່ຕາມ
ໝູ່
ຄົນທີ່ແຊ ຄວາມຮູ້ສຶກຕ່າງໆ
ໂດຍທີ່ບໍ່ເຄີຍເອີຍປາກວ່າ
ຖ້າເຮັດແບບນັ້ນແລ້ວຂ້ອຍຈະໄດ້ຍັງ
ໝູ່
ຄົນທີເບິ່ງເຮົາວ່າຈະໜ້າຕາດີ ມີນາມສະກຸນທີ່ໃຫຍ່ໂຕ
ຮັ່ງມີ ທຸກຈົນ ສູງ ຕ່ຳ ດຳ ຂາວ ຫຼື ບໍ່
ເຮົາໂດຍຕາເປົ່າບໍ່ໄດ້ວ່າຄົນໆນີ້
ເປັນຄົນພ້ອມຄຽງຂ້າງເຮົາຕະຫຼອດເວລາບໍ່
ເຮົາເບິ່ງດ້ວບຕາເປົ່າບໍ່ໄດ້ວ່າ
ຄົນໆນີ້ຈະຈິ່ງໃຈກັບເຮົາສຳໃດ
ທັງໝົດນີ້ເຮົາໃຊ້ຕາເບິ່ງບໍ່ເຫັນ

ແຕ່ທັງໝົດນີ້ເຮົາໃຊເໃຈເບິ່ງເຫັນ
ແລ້ວເຈົ້າລະໃຈຕາ ຫຼື ໃຈເບິ່ງໝູ່ຂອງເຈົ້າ
ເຮົາສາມາດບອກໄດ້ວ່າຄົນໃດດີ ຄົນ ໃດບໍ່ດີ
ຈົນກ່ວາເຮົາຈະຮູ້ຈັກຄົນໆນັ້ນແລ້ວໃຊ້ໃຈຂອງເຮົາສຳພັດກັບລາວ
ການທີຄົບໃຜຄົນໜຶ່ງທີ່ໃຊ້ຮ່າງກາຍຄົບກັນມັນກໍ່ບໍ່ມີປະໂຫຍດ
ແຕ່ການຈະຄົບໃຜຈັກຄົນນຶ່ງຄວນຈະໃຊ້ໃຈຄົບ
ດຽວນີ້ເຈົ້າໃຊ້ຫຍັງໃນການຄົບໝູ່ຂອງເຈົ້າ