ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 9, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

 ຖ້າການສໍ້ລາສບັງຫຼວງຫາກເປັນຂະະບວນການແບບພາບຂອງການຕຶກເບັດນີ້ທ່ານຄິດວ່າມັນຊິແກ້ໄຂໄດ້ບໍ?

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 9, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ປະທານາທິບໍດີ ລີ ມະຢອງ ບັກ ແຫ່ງ ເກົາຫຼີໃຕ້ ໄດ້ປະກາດໃຫ້ປະຢັດການນຳໃຊ້ພະລັງງານທັມຊາຕ ເພື່ອປະຢັດພະລັງງານ ແລະ

ຮັກສາສະພາບແວດລ້ອມ, ທັງເປັນການອອກກຳລັງກາຍເພື່ອຮັກສາສຸຂະພາບ ດ້ວຽການປະກາດຈະຂີ່ລົຖຖີບ ໄປການ. 

ຜູ່ຂຽນເຫັນວ່າ: ນີ້ຄືວິສັຍທັສທີ່ດີຂອງຜູ່ນຳ , ເຖິງຕົນເອງຈະຂີ່ລົຖຖີບ ແຕ່ກໍ່ປະຢັດເງິນເພື່ອຊ່ຽເຫຼືອປະເທດທີ່ມີຜູ່ນຳຂີ່ ເລັກສັດ ໄປການ

ໄດ້ຢ່າງສບາຽ. 

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 5, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

 ເງິນ ເຮັດຫັຽງໄດ້?

ເງິນຊື້    ຕຽງນອນໄດ້                          ແຕ່ຊື້   ການຫຼັບນອນທີ່ເປັນສຸຂບໍ່ໄດ້

ເງິນຊື້    ປຶ້ມແລະປາກກາໄດ້                  ແຕ່ຊື້    ຄວາມຄິດທີ່ຈະຂຽນບໍ່ໄດ້

ເງິນຊື້    ອາຫານດີໆກິນໄດ້                    ແຕ່ຊື້    ຄວາມຢາກກິນ ບໍ່ໄດ້

ເງິນຊື້    ການລູບແຂ່ງເລັຽຂາໄດ້               ແຕ່ຊື້    ຄວາມຈິງບໍ່ໄດ້

ເງິນຊື້    ຈ້າງຈອບອຽໄດ້                      ແຕ່ຊື້    ຄວມຈົງຮັກພັກດີບໍ່ໄດ້

ເງິນຊື້    ເພັດນິນຈິນດາໄດ້                    ແຕ່ຊື້    ຄວາມດີງາມບໍ່ໄດ້

ເງິນຊື້    ຄວາມສນຸກສນານຊົ່ວຄາວໄດ້        ແຕ່ຊື້    ຄວາມສຸຂທີ່ແທ້ຈິງບໍ່ໄດ້

ເງິນຊື້    ຄົນຮ່ວມເດີນທາງໄດ້                 ແຕ່ຊື້    ເພື່ອນແທ້ບໍ່ໄດ້

ເງິນຊື້    ອຳນາດສັກສີໄດ້                      ແຕ່ຊື້    ປັນຍາບໍ່ໄດ້

ເງິນຊື້    ອາວຸດທຳລາຽລ້າງໄດ້                ແຕ່ຊື້    ສັນຕິສຸຂແທ້ຈິງບໍ່ໄດ້

ເງິນຊື້    ເມັຽທີ່ງາມໆໄດ້                      ແຕ່ຊື້    ແມ່ທີ່ດີໆໃຫ້ລູກບໍ່ໄດ້

ແທ້ຈິງເງິນກໍ່ຄື ກະຫຼີ່ ທີ່ຕ້ອງການເມື່ອຍາມຢາກໃຊ້ທໍ່ນັ້ນ!

WTO
ຂຽນເມື່ອ ຂຽນເມື່ອ: ກ.ລ.. 29, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 29, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 29, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

 ຕາມພາບ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 29, 2012 | ມີ 3 ຄຳເຫັນ ແລະ 0 trackback(s)

ຕາມພາບໂລດລະ!  

ຂຽນເມື່ອ ຂຽນເມື່ອ: ກ.ລ.. 29, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

 ຢູ່ລາວເຮົາມີໃບຂັບຂີ່ລົຖແບບນີ້ຢູ່ບໍນໍ? ເພາະຄິດວ່າຊິເອົາມາແລ່ນຢູ່ວຽງຈັນນີ້. ລົຖສາມລໍ້ຄັນນີ້ປມ່ນປະກອບມີ: ຈັກ ຂອງລົຖຖັງ T 72

ຂອງໂຊວຽດ. ເຮັດທີ່ ເຢັຽຣມັນ

 

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 26, 2012 | ມີ 13 ຄຳເຫັນ ແລະ 0 trackback(s)

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 25, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

ໃນກຸ່ມ ອາຊຽນເຮົາມີປະເທດໜຶ່ງ ບໍ່ເຂົ້າກຸ່ມ ຂອງ ຄວາມຮັກ,  ສັນຕິພາບ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 25, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 19, 2012 | ມີ 3 ຄຳເຫັນ ແລະ 0 trackback(s)

ມີຄອບຄົວໜຶ່ງມີລູກສາວກຳລັງເປັນສາວສອງຄົນ, ນາງໜຶ່ງຊື່ ຜອງ, ນາງສອງຊື່ ຜາງ. ພວກຜູ່ບ່າວໃນບ້ານພາກັນມາຫົຼງຮັກແລະກໍ່ຢາກລົມທີ່ສຸດ, ແຕ່ພໍ່ຂອງສອງສາວນີ້ເປັນຄົນຫວງລູກສາວທີ່ສຸດ. ສະນັ້ນພວກຜູ່ບາວທີ່ມາລົມກະເລີຽມີແຕ່ສອງຄົນ, ຜູ່ໜຶ່ງເກັ່ງເລື່ອງແຄນ, ຜູ່ສອງເກັ່ງເລື່ອງຂຸ່ຽ ແລະແຕ່ລະແຕ່ລະວັນສອງບ່າວກໍ່ສັບປ່ຽນກັນມາລົມ ຜູ່ແຄນ ລົມສາວຜອງ ຜູ່ຂຸ່ຽ ລົມສາວ ຜາງ. ເວລາຜ່ານໄປໄດ້ເດືອນກວ່າໆ ມື້ນັ້ນ ໄດ້ຍິນທັງແຄນແລະຂຸ່ຽດັງຂຶ້ນ, ສອງນ້ອງເອື້ອຍກໍ່ຖຽງກັນຊິໄປລົງເຮືອນໄປລົມບ່າວເພາະໃຜກໍ່ວ່າແຟນໃຜມາ, ແຕ່ໃນທີ່ສຸດພໍ່ກໍ່ໄລ່ລູກສາວທັງສອງໄປນອນ. ຝ່າຽຜູ່ບ່າວເສັຽໃຈແຮງເລີຽລັກຂຶ້ນໄປເທິງເຮືອນແລ້ວຂີ້ໃສ່ເຕົາໄຟແລະກໍ່ລົງເຮືອນໄປ.

ຮຸ່ງເຊົ້າມາເວລາຊິດັງໄຟໜຶ້ງເຂົ້າ ເຫັນຂີ້ໃນຫັ້ນ ສອງເອື້ອຽ ກໍ່ຖຽງກັນບໍ່ຢາກມ້ຽນແລະກໍ່ໂຍນຄວາມຜິດໃສ່ຜູ່ບ່າວຂອງອີກຝ່າຽເປັນຜູ່ຂີ້. ເຫັນເປັນແນວນັ້ນພໍ່ກໍ່ເລີຽເອົາຂຽງມາວາງແລ້ວເອົາຂີ້ມາຢອງແລະກໍ່ເອົາພ້າຟັນລົງຢ່າງແຮງແລະບອກວ່າ: ອີ່ຜອງມ້ຽນຂີ້ຂ້າງຂວາ, ອີ່ຜອງມ້ຽນຂີ້ຂ້າງຊ້າຽ, ອີແມ່ເອົາຂຽງໄປລ້າງ ແລະ ອີພໍ່ຊິລ້າງພ້າ ນີ້ຄືຄວາມເປັນທັມ............ສູໄດ້ຍິນບໍ?

ຂຽນເມື່ອ ຂຽນເມື່ອ: ກ.ລ.. 19, 2012 | ມີ 3 ຄຳເຫັນ ແລະ 0 trackback(s)

 ນິທານພື້ນບ້ານ

ເສຖີເຈົ້າເລ້ ແລະ ລູກສາວຊາວນາ

ເສຖີຄົນນີ້ຢາກໄດ້ລູກສາວຂອງຊາວນາຄົນນີ້ຢ່າງແຮງ, ແຕ່ບໍ່ຮູ້ແນວຊິເຮັດ ກະເລີຽວາງແຜນເຊີນສອງພໍ່ລູກຊາວນານັ້ນມາເຮືອນຕົນເອງ ໂດຽໃຫ້ນັ່ງຫຼິ້ນທີ່ເດີ່ນມີ່ປູດ້ວຽຫີນສອງສີ ຊຶ່ງມີສີດຳແລະສີຂາວ.

ເສຖີ: ພໍ່ເອີຽ! ລູກຢາກໄດ້ລູກສາວຂອງພໍ່ມາເປັນເມັຽ, ຖ້າວ່າໄດ້ ໜີ້ທັງໝົດລູກຈະບໍ່ເອົານຳ.

ຊາວນາ: ບໍ່ໄດ້! ເພາະພວກເຈົ້າບໍ່ໄດ້ຮັກກັນ. ສ່ວນໜີ້ນັ້ນຂ້ຽຈະຫາໄຊ້ເຈົ້າເອງ.

ເສຖີ: ຄັນຊັ້ນເອົາຈັ່ງຊີ້! ຂ້ຽຊິເອົາກ້ອນຫີນສອງສີໃສ່ໃນຖົງນີ້, ແລ້ວໃຫ້ລູກສາວພໍ່ຈົກເອົາ. ຄັນໄດ້ຫີນ        

       ຂາວ ແມ່ນລູກສາວພໍ່ບໍ່ໄດ້ເປັນເມັຽຂ້ຽ ພ້ອມດ້ວຽຍົກເລີກໜີ້ສິນທັງໝົດ. ຖ້າໄດ້ຫີນດຳແມ່ນ 

       ລູກສາວຕ້ອງເປັນເມັຽຂ້ຽ ແລະໜີ້ສິນຂອງພໍ່ກະຖືກຍົກເລີກຄືເກົ່າ.

ຊາວນາ: ເຫັນດີ!

ຈາກນັ້ນເສຖີກໍ່ເລືອກຫີນໃສ່ຖົງ ໒ ກ້ອນແຕ່ເປັນສີດຳທັງໝົດ, ລູກສາວຊາວນາຫັ້ນເຫັນແຕ່ບໍ່ປາກ ເພາະຢ້ານພໍ່ໂມໂຫ, ແລະອີກຢ່າງຢ້ານເສຖີຍົກເລີກເກມນີ້. ຫຼັງຈາກບັນຈຸຫີນໃສ່ຖົງແລ້ວການຫຼິ້ນກໍ່ເກີດຂຶ້ນ. ເສຖີຍໍຖົງມາວາງໄວ້ເທິງໂຕະໄມ້ແລະບອກໃຫ້ລູກສາວຊາວນາຄົນນັ້ນໄປຈົກເອົາກ້ອນຫີນນັ້ນ. ສ່ວນຕົວເຂົາເອງກັບມານັ່ງກັບຊາວນາຄົນນັ້ນເພື່ອເບິ່ງສາວຄົນນັ້ນຈົກເອົາກ້ອນຫີນ. ລູກສາວຊາວນາກໍ່ໄດ້ຈົກເອົາກ້ອນຫີນນັ້ນ, ພໍຊິເອົາມືຫວິດປາກຖົງນາງກໍ່ເຮັດກ້ອນຫີນລຸດມືຕົກລົງໄປປົນກັບຫີນຂາວຫີນດຳຕາມພື້ນນັ້ນ, ຊາວນາຕົກໃຈທີ່ລູກສາວຂອງຕົນເອງເຮັດແນວນັ້ນ. ແຕ່ລູກສາວຊາວນາກະບອກວ່າ: ບໍ່ເປັນຫັຽງດອກເພາະວ່າ ໃນຖົງມີກ້ອນຫີນພຽງ ໒ ກ້ອນ, ຖ້າກ້ອນທີ່ເຫຼືອຢູ່ໃນຖົງເປັນສີດຳ ກໍ່ສະແດງວ່າ ຂ້ຽຈົກໄດ້ກ້ອນສີຂາວ ມັນກໍ່ເທົ່ານັ້ນ. ສ່ວນເສຖີຮູ້ເລີຽວ່າ ຕົນເອງຈະບໍ່ໄດ້ລູກສາວຊາວນາມາເປັນເມັຽ ແຕ່ຕ້ອງໄດ້ລົບໜີ້ທັງໝົດທີ່ຊາວນາມີອີກ. ຈາກນັ້ນພໍ່ລູກຊາວນາກະບໍ່ມີໜີ້ສິນອີກ ແລະ ພ້ອມກັນກັບເມືອເຮືອນດ້ວຽຮຽຍິ້ມແຫ່ງຄວາມສຸຂ; ຊາວນາບໍ່ເຄີຽຄິດເລີຽວ່າ: ລູກສາວຂອງຕົນເອງຈະສຼາດເຖິງພຽງນີ້.

ຈົບ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 17, 2012 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

 ວັນນີ້ທີ່  ເໝືອງຖ່ານຫີນ ເຊເຣໂຮນ ປະເທດ ໂກລັມບີ ນັກຄົ້ນຄ້ວາຊາກບູຮານໄດ້ຄົ້ນພົບຊາກເຕົ່າຍັກທີ່ເຄີຽດຳລົງຊີວິດຢູ່ໃນໜ້າໂລກປະມານ ໖໐ລ້ານປີຄືນຫຼັງ. 

ມີລັກສນະລຳຕົວແບບກົມໆ ແຕ່ທີ່ແປກກໍ່ຄືຂນາດຂອງມັນຍາວປະມານ ໕ ແມັດ. ສ່ວນຂໍ້ມູນອື່ນໆນັກວິທຍາສາຕຍັງຈະຄົ້ນຄ້ວາຕໍ່ໄປ.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 17, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

ຜູ່ຫຽິງຊາວອາຣັບ ອິສລາມ ຂີ່ລົຖຫ້າມເຂົ້າໃນຫ້ອງ, ເນື່ອງຈາກຢ້ານຄົນອື່ນນິນທາ, ຈຳເປັນຕ້ອງໄດເດີນທາງແບບນີ້ລະ! 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 17, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

 

ເພື່ອກວດເອກສານລົຖໃຫ່ຽ ໂດຽທີ່ບໍ່ໃຫ້ຄົນຂັບລົງຈາກລົຖ ຕຳຫຼວດກໍ່ຕ້ອງໃຫ່ຽ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 17, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

 ໑. ເຫວ

໒. ແຫງ

໓. ເຫຍ

ມີຄົນບອກວ່າໃຜອ່ານເທື່ອດຽວໃນສາມຄຳນີ້ໃຫ້ຖືກໃຈຜູ້ຂຽນ ຈະໄດ້ຮັບເງິນ ໜຶ່ງຮ້ຽລ້ານກີບວ່າຊັ້ນ!

ຂຽນເມື່ອ ຂຽນເມື່ອ: ກ.ລ.. 17, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

 ປະຊາທິປະຕັຍ  ມີເຄົ້າມາຈາກພາສາ ເກຼັກ ບູຮານ ທີ່ວ່າ: Demokratia ຊຶ່ງມາຈາກ ໒ ຄຳ ຄື: Demos ແປວ່າ: ປະຊາຊົນ ແລະ Kratos ແປວ່າ: ປົກຄອງ, ຫຼັກການ ໃນເມື່ອເອົາສອງຄຳມາໂຮມກັນຈະໄດ້ຄວາມໝາຽວ່າ: ປະຊາຊົນປົກຄອງຕົນເອງ ຫຼື ການປົກຄອງຂອງປະຊາຊົນ. ປະຊາຊົນຈະມີອຳນາດໃນການຕັດສິນທຸກບັນຫາທາງດ້ານການຈັດຕັ້ງຂອງການປົກຄອງເຊັ່ນ: ຂັ້ນບ້ານ ກໍ່ໃຫ້ມີສະພາບ້ານ, ຂັ້ນເມືອງ ກໍ່ໃຫ້ມີສະພາປະຊາຊົນເມືອງ, ຂັ້ນແຂວງ ກໍ່ໃຫ້ມີສະພາປະຊາຊົນແຂວງ, ຂັ້ນປະເທດ ກໍ່ມີ ສະພາປະຊາຊົນສູງສຸດ. ສະພາປະຊາຊົນ ນີ້ຈະບໍ່ໄດ້ກຳນົດຄຸນສົມບັດຂອງຜູ່ແທນ, ຖືວ່າປະຊາຊົນເລືອກໃຜມາກໍ່ແມ່ນເອົາຜູ່ນັ້ນ ເປັນຜູ່ແທນຕາມສຽງສ່ວນຫຼາຽ.  ໃນນີ້ຜູ່ແທນທີ່ຖືກເລືອກ ຫາກ ບໍ່ເຮັດວຽກໃຫ້ປະຊາຊົນ, ປະຊາຊົນກໍ່ມີສິທ ສະເນີປົດຕຳແໜ່ງ ດ້ວຽຄະແນນສຽງ ໓/໕ ຂອງຄະແນນສຽງທີ່ເລືອກເຂົ້າມາໃນເຂດນັ້ນ.

ໃຜມີຄວາມເຫັນແນວໃດຕື່ມ, ກະຂຽນມາໄດ້ເລີຽເນາະ! ການສຶກສາເປັນໜ້າທີ່ຂອງໝົດທຸກຄົນ.  

 

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 16, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

 

 

ແນວນນີ້ດູດໄດ້ເພາະທັມຊາຕ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 16, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 16, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 12, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

ບໍລິສັດ  Broad Sustainable Building` (BSB) ຂອງຈີນໄດ້ປະກາດກ່ຽວກັບໂຄງການກໍ່ສ້າງອາຄານທີ່ສູງທີ່ສຸດຊື່ວ່າ:   `Sky City` ຢູ່ທີ່ເມືອງ ຈານຊາ ແຂວງ ເຫີໜານ

ໃຫ້ສຳເລັຖພາຽໃນ ໙໐ ວັນ.  
ອາຄານສູງ ໒໒໐ ຊັ້ນ 95% ຖືກສ້າງສຳເລັຖຮູບຈາກໂຮງງານ, ແຜນການຈະເລີ່ມການຕິດຕັ້ງໃນເດືອນ ໑໑ ປີ ໒໐໑໒ນີ້ ແລະຈະສຳເລັຖໃນທ້າຽເດືອນ ໜຶ່ງ ປີ ໒໐໑໓. ອາຄານີ້ຈະມີ ລິຟສຳລັບການເດີນທາງຂຶ້ນລົງທັງໝົດ ໑໐໔ ຊຸດ. ແຜນການແມ່ນ ໘໓ສ່ວນ ໃຊ້ເປັນທີ່ຢູ່ອາສັຍ, ໕ສ່ວນ ເປັນໂຮງແຮມ, ໓ສ່ວນເປັນໂຮງຮຽນ, ໓ສ່ວນເປັນໂຮງພະຍາບາລ ແລະ ໓ສ່ວນເປັນຮ້ານຄ້າ,ຮ້ານອາຫານ ແລະອື່ນໆ. ການກໍ່ສ້າງແມ່ນໄດ້ຄິດໄລ່ໃສ່ແຜ່ນດິນໄຫວໃນລະດັບ ໙ ເຣັກເຕີ.

ມູນຄ່າການກໍ່ສ້າງຈະຕົກເປັນທັງໝົດ ໖໒໘ ລ້ານໂດລາສະຫະຣັຖ. 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 12, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 12, 2012 | ມີ 13 ຄຳເຫັນ ແລະ 0 trackback(s)

 

ການສ້າງໂຮງແຮມໃສ່ຕົ້ນໄມ້ ກຳລັງໄດ້ຮັບຄວາມນິຍົມໃນ ປະເທດ ຊູູແອດ ມັນເປັນການດີຖ້າບ້ານເຮົາບໍ່ຕັດໄມ້ ດູ່, ໄມ້ແຕ້,

ໄມ້ລົ່ງເຮ່ງ, ໄມ້ທີ່ມີຄ່າເພື່ອປູກໄມ້ວິກ, ໄມ້... ແລ້ວຫັນມາເຮັດ treehotel ຄືປະເທດເຂົາຄືຊິດີເນາະ!!!  

ຂຽນເມື່ອ ຂຽນເມື່ອ: ກ.ລ.. 11, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 11, 2012 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 8, 2012 | ມີ 12 ຄຳເຫັນ ແລະ 0 trackback(s)

 ນັກຄົ້ນຄວ້າກ່ຽວກັບປາໂລມາຕົກຕຼຶງເມື່ອເຫັນປາໂລມາໂດດຂຶ້ນສູງໆແລ້ວເອົາຫົວສັກລົງນໍ້າແບບໄວໆ. ໃນທີ່ສຸດໄດ້ຄົ້ນພົບວ່າ: ເປັນເຫດນີ້ຍ້ອນປາມຶກ

ກອດແໜ້ນອະວັຍວະເພດຂອງປາໂລມາ, ສາຍເຫດກໍ່ຍ້ອນວ່າ ປາໂລມາມັກກິນປາເປັນອາຫານ, ສະນັ້ນປາມຶກຢ້ານຕາຽຈຶ່ງຫາບ່ອນລີ້, ແຕ່ບ່ອນທີ່ລີ້ທີ່ດີສຸດກໍ່ຄື

ກ້ອງທອ້ງຂອງປາໂລມານັ້ນເອງ, ໃນທ້ອງນັ້ນຈະເກາະໃສກໍ່ຍາກເພາະປາໂລມາມີໜັງມື່ນ, ສະນັ້ນປາມຶກກໍ່ເຫັນແຕ່ອະວັຍວະເພດຜູ້ຂອງໂລມາທໍ່ນັ້ນທີ່ເປັນ

ບ່ອນເກາະທີ່ດີທີ່ສຸດ. ເມື່ອເປັນແນວນັ້ນປາໂລມາກໍ່ຂີ້ກະດຽມຈຶ່ງຫາວິທີເຮັດແນວໃດໃຫ້ປາມຶກລຸດອອກໄດ້, ມີທາງດຽວຄືກະໂດດຂຶ້ນສູງໆ ແລ້ວເອົາຫົວສັກລົງນ້ໍາ

ແບບໄວໆ ແລະໃນທີ່ສຸດກໍ່ເຫັນຜົລ. 

ຕາມທັມດາແລ້ວ ອະວັຍວະເພດຜູ້ຂອງໂລມາຈະເຊື່ອງຢູ່ໃນ, ແຕ່ເມື່ອມີສິ່ງກະຕຸ້ນຈະເຮັດໃຫ້ມັນຢືດອອກ ຈຶ່ງເຮັດໃຫ້ປາມຶກໃຊ້ເປັນບ່ອນກອດ.

ອະວັຍວະເພດຜູ້ຂອງປາວາລຈະຍາວກວ່າໝູ່ໝົດໃນໂລກນີ້.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 6, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 6, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

 

ເຫັນແລ້ວອົດຫົວບໍ່ໄດ້ ຍ້ອນຖືກຫຼອກ! ກະເລີຽມາໃຫ້ຫຼາຽຄົນເບິ່ງນຳ. 5555

ຂຽນເມື່ອ ຂຽນເມື່ອ: ກ.ລ.. 6, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 5, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 5, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 5, 2012 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

<!--[if !supportLists]-->1.     1. ນອນວາແຂນວາຂາ ເປັນຄົນຮັກອິສຣະເສລີ, ຮັກຄວາມສບາຽ, ຮັກຄວາມສວຍງາມ, ການຈັບຈ່າຽໃຊ້ສຽແບບສຸມປຸສຸມປຸ້ຍ, ແຕ່ເປັນຄົນຫາເງິນເກັ່ງພໍໄດ້, ແຕ່ເສັຽຢ່າງເປັນຄົນມັກຫຸ້ຽງກັບເລື່ອງຊາວບ້ານ, ມັກຕັ້ງຕັ້ງໂຕະສົນທນາ
 2. ນອນເອົາຂາໄຂ້ວຫ້າງ ເປັນຄົນບໍ່ກ້າຮັບເອົາການປ່ຽນແປງໃດໆໄດ້ໂດຽງ່າຍໆ , ເປັນຄົນມັກມົກໝຸ້ນຢູ່ກັບເລື່ອງຂອງຕົນເອງ, ເປັນຄົນມັກຢູ່ໂດດດຽ່ວ, ແຕ່ມີຂໍ້ດີຄື ເປັນຄົນອົດທົນກັບເລື່ອງຮອບຕົວໄດ້ດີ.
3. ນອນເອົາມືໄຂ່ວໝູນຫົວ ເປັນຄົນສຼາດ, ມີປັນຍາ, ມັກຮຽນຮູ້ສິ່ງໃໝ່ໆໄປເລື້ອຽໆ, ຈົນບບາງຄັ້ງເຮັດໃຫ້ເກີດແນວຄິດແຫວກແນວທີ່ຄົນອື່ນນຳບໍ່ທັນ, ເປັນຄົນທີ່ເອົາໃຈໃສ່ຄອບຄົວດີ, ແຕ່ເປັນຄົນທີ່ໃຫ້ ຮັກແກ່ຄົນອື່ນຍາກສຸດ. ເປັນຄົນມັກເລືອກຄົນຮັກ.
4. ນອນຄວໍ້າ ຖ້ານອນໄດ້ໝົດຄືນ ສະແດງວ່າເປັນຄົນຄັບແຄບ, ມັກເອົາໃຈໂຕເອງ, ເປັນຄົນມັກໃຫ້ໝູ່ເອົາໃຈສເມີ, ເປັນຄົນບໍ່ມີລບຽບ. ຖ້າໃຜນອນແບບນີ້ ໃຫ້ປ່ຽນທ່ານອນຊະ!
5. ນອນສແຄງ ເປັນຄົນທີ່ມີຄວາມເຊື່ອໝັ້ນໃນຕົນເອງ, ເຮັດວຽກທຸກຢ່າງປະສົພຜົລສຳເລັຖດ້ວຽຄວາມພະຍາຍາມຢ່າງສມ່ຳສເມີ, ເພິ່ນຍັງບອກອີກວ່າ: ຖ້ານນອນສແຄງຂວາ ຢຽດແຂນຂວາໄປສູງກວ່າຫົວຈະມີ ອຳນາຈ, ວາສນາ ດີນັກແລ.
6. ນອນສແຄງເອົາຫົວເຂົ່າຄູ້ຂຶ້ນສູງຂ້າງໜຶ່ງ ເປັນຄົນມັກລແວງສົງສັຍແບບບໍ່ມີເຫດຜົລ, ເປັນຄົນຈູ້ຈີ້, ຂາດຄວາມເປັນຕົວຂອງຕົວເອງ, ເປັນຄົນມັກພາລເລື່ອງຂອງຄົນອື່ນ ຈົນເປັນເຫດໃຫ້ເກີດໂລຄປສາສໄປໃນໂຕ.

7.
ນອນງໍຕົວ ເປັນຄົນຂີ້ອິສາຕາຮ້ອນ, ຢ້ານຄົນອື່ນລື່ນກາຽໂຕເອງ, ເປັນຄົນເຫັນແກ່ໂຕ, ເປັນຄົນຄຽດງ່າຽຫາຽຍາກ, ມັກຊອກເລື່ອງເດືອດຮ້ອນຢູ່ສເມີ. ບໍ່ດີ!
8. ນອນເຕັງແຂນຕົນເອງ ເປັນຄົນທີ່ປີ້ນກັບຂໍ້ ເຈັດ ແຕ່ເປັນຄົນຂາດຄວາມໝັ້ນໃຈ, ມັກຂາດຄວາມອົບອຸ່ນໃນຊີວິດ. ນ່າສົງສານ.
9. ນອນຄົດຄູ້ ມັກເປັນຄົນຂີ້ເຫງົາ, ຊຶມເສົ້າໃນເລື່ອງຂອງຄວາມຮັກແລະເລື່ອງຂອງອດີດ, ເປັນຄົນຂີ້ສົງສັຍ, ເປັນຄົນລັງເລບໍ່ມີຄວາມໝັ້ນໃຈໃນຕົວເອງຕຼອດເວລາ, ເປັນຄົນທີ່ຮູ້ສຶກວ່າຂາດຄວາມອົບອຸ່ນທີ່ເຕີມທໍ່ໃດກະບໍ່ເຕັມ.
10. ນອນຜ້າຫົ່ມປົກຫົວ ເປັນຄົນເບິ່ງພາຽນອກຂຶງຂັງນ່າເຊື່ອຖື, ແຕ່ໃນຄວາມເປັນຈິງ ເຂົາເປັນຄົນອ່ອນແອ, ເປັນຄົນທີ່ມີຄວາມລັບແລະກໍ່ເກັບຄວາມລັບໄດ້ດີ, ແຕ່ຄວາມລັບນັ້ນຈະເຮັດໃຫ້ເຂົາກາຽເປັນຄົນທີ່ມັກກັງວົລວຸ່ນວາຽໃນໃຈຄົນດຽວບໍ່ຮູ້ສິ້ນສຸດ. ຫຼືວ່າບາງຄັ້ງກ້ອງຜ້າຫົ່ມນັ້ນອາຈນວດຄິ້ວນິ່ວໜ້າ... ຕາມແຕ່ຈະຄິດ ອິອິອິ

11.
ນອນເອົາມືຄຸມຫວ່າງຂາ ເປັນຄົນໝົກໝຸ້ນຢູ່ກັບກາມ, ມີຄວາມຕ້ອງການທາງເພດສູງ, ເປັນຄົນໃຈຮ້ອນ, ຄຽດງ່າຽຫາຽໄວ, ຮັກໃຜແມ່ນຮັກຈົນຫົວປັກຫົວປຳ ແຕ່ກໍ່ເປັນຄົນສຼາດນຳເຂົາຢູ່ໃດ!!!

12.
ນອນລເມີ ເປັນຄົນມີຄວາມຄິດຝັງໃຈກັບເຫດການຕ່າງໆທີ່ເກີດຂຶ້ນ, ເປັນຄົນຂາດຄວາມເຊື່ອໝັ້ນໃນໂຕເອງຈົນເຮັດໃຫ້ຄ້ຽຕາມຄົນອື່ນຢູ່ສເມີ. ຍາມນອນກໍ່ລເມີຢູ່ບໍ່ຂາດ, ບາງຄັ້ງຈົນໄດ້ລຸກຍ່າງແຕ່ຂາດຄວາມຮູ້ສຶກໃດໆທັງໝົດ. ຄວນແນະນຳໃຫ້ໄປປຶກສາແພດ
13. ນອນກັດແຂ້ວ ເປັນຄົນອາພັບ, ຍອມເກັບກົດຄວາມທຸຂໄວ້ໃນໃຈ, ໜ້າຕາເບິ່ງສົດໄສແຕ່ຫຼັບຫຼັງໄປແອບໄປນອນກັດແຂ້ວກອ໋ດໆທຸກຄືນ.

14. ນອນອ້າປາກ ຄົນນອນແນວນີ້ມັກມີໂລຄບຽດບຽນ, ສຸຂະພາບບໍ່ຄ່ຽແຂງແຮງ ອາຍຸບໍ່ມັກຍືນ. ທາງທີ່ດີຄວນເຂົ້າພົບແພດ. 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 28, 2012 | ມີ 15 ຄຳເຫັນ ແລະ 0 trackback(s)

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 27, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

 

ລຸ່ນຂ້າງລ່າງນີ້ ແລ່ນຊ້າກວ່າ ເທິງບົກໄດ້ ໑໗໗ ກມ/ຊມ, ໜ້ານ້ຳໄດ້ພຽງ ໕໕ ກມ/ຊມ


« ໜ້າກ່ອນນີ້  |  ສະແດງຂໍ້ມູນ 1-50 ຈາກທັງໝົດ 116  |  ໜ້າຕໍ່ໄປ »