ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 21, 2009 | ມີ 19 ຄຳເຫັນ ແລະ 0 trackback(s)

 

 

ຄຳ​ວ່າ O.K ຄົນ​ທົ່ວ​​ໄປມັກ​ຈະ​ໄດ້ຍິນ ​ແລະ​ເວົ້າ​ກັນ​ຈົນ​ຕິດ​ປາກ ​ແຕ່​ທ່ານ​ຮູ້​ຫຼື​ບໍ່​ວ່າ ຄຳໆ​ນີ້​ມີ​ທີ່​ມາ​ຈັ່ງ​ໃດ….

 

ຄຳ​ວ່າ O.K ມາ​ຈາກ​ຄຳ​ເຕັມທີ່​ວ່າ Oll Korrect ​ເຊິ່ງທີ່ຖືກຕ້ອງ​ຄື All correct(​ແປ​ວ່າ​ຖືກຕ້ອງ) ມີ​ປະຫວັດ​ຄວາ​ມ​ເປັນ​ມາ​ທີ່​ໜ້າ​ສົນ​ໃຈ ຈາກ​ພໍ່ຄ້າ​ຊາວ​ອາ​ເມ​ລິ​ກາ​ຄົນ​ໜື່ງທີ່​ມີ​ຖານະຕຳ​ແໜ່​ງ ແລະ​ ໜ້າ​ທີ່​ການ​ງານ​ສູງ ​ແຕ່​ການ​ສຶກສາ​ຕ່ຳ ທຸກ​ຄັ້ງ​ທີ່​ເຂົາອະນຸມັດ​ສັ່ງ​ງານ​​ເຂົາ​ຈະ​ຂຽນ Oll Korrect ລົງ​ໃນ​ໃບ​ສັ່ງ​ໃບ​ນັ້ນ​ສະ​ເໝີ.

ຕໍ່​ມາ​ກິດຈະການຂອງ ພໍ່​ຄ້າ​ຄົນ​ນັ້ນ​ມີ​ຄວາມ​ຈະ​ເລີ​ນກ້າວ​ໜ້າ, ວຽກ​ທີ່​ຕິດ​ຕໍ່​ເຂົ້າ​ມາ​ມີ​ຫຼາຍ​ຂື້ນ​ຈົນ​ລົ້ນ​ໂຕະ, ດັ່ງ​ນັ້ນ ການ​ທີ່​ເຂົາ​ຈະ​ຕ້ອງ​ຂຽນ​ຄຳ​ວ່າOll Korrect ລົງ​ໃນ​ໃບ​ສັ່ງ​ທຸກ​ໃບ​ ຈະ​ຕ້ອງ​ໃຊ້​ເວລາ​ດົນ​ຫຼາຍ ​ເຂົາ​ຈິ່ງ​ຫຍໍ້​ລົງ​ເຫຼືອ O.K ​ເຊິ່ງ​ເປັນ​ຜົນ​ມີ​ຄວາມ​ໝາຍຄື​ກັນ​ກັບ​ຄຳ​ວ່າ “ອະນຸມັດ” ນັ້ນ​ເອງ ​ແລະກໍ່​ເລີຍ​ມີ​ການ​​ໃຊ້​ຢ່າງ​ແພ່​ຫຼາຍ​ໃນ​ທົ່ວ​ໂລກ ທັງ​ພາສາ​ເວົ້າ​ແລະ​ພາສາ​ຂຽນ.,

 

 

Credit:Sanook.com

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 17, 2009 | ມີ 26 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ກິນຕາມນີ້ ຮັບຮອງໃດ້ຜົນ

 

ສູດສ່ວນຜະສົມຂອງຕົວຢາ:

1. ນ້ຳໃຈໝູ່ເພື່ອນທີ່ປາຖະໜາດີ         5 ກຣາມ.

2. ນ້ຳຕາພໍ່ແມ່ທີ່ຮັກເຮົາ               5ຢອດ ຫຼືຫຼາຍກວ່າ.

3. ຄວາມເຂັ້ມແຂງ                  10ບວ່ງກາເຟ.

4. ໃບເຈັບແລ້ວຈຳ                   5ໃບ.

5. ຮາກແຫ່ງສັກສີ                   10ກຣາມ.

6. ຄວາມໃຝ່ດີ                      5ບວງກາເຟ.

7. ຄວາມເຂົ້າໃຈ(ໃນຮັກ)              5ບ່ວງກາເຟ.

8. ສະຕິ                           20ກຣາມ.

9. ສະມາທິ                        5ກຣາມ.

10. ປັນຍາ                        20ກຣາມ.

11. ນ້ຳລ້າງຕາ (ໃຫ້ສະຫວ່າງ)         2ຝາເຄິ່ງ.

12. ຄວາມຮັກໃນໂຕເອງ              ເທົ່າກຳປັ້ນຂອງຜູ້ໃຊ້ຢາ..

--------------------------------------------------------

 

ວິທີປຸງຢາ:

ທັນທີທີ່ອົກຫັກ ໃຫ້ຮີບນຳສວ່ນຜະສົມທັງໝົດມາບົດໃຫ້ລະອຽດ

ແລ້ວຜະສົມໃຫ້ເຂົ້າເປັນເນື້ອດຽວກັນ ປັ້ນເປັນຮູບຫົວໃຈນ້ອຍໆ..

(ເພື່ອຄວາມໜ້າຮັກ).. ໃສ່ຂວດ... ຢ່າລືມຕິດສະຫຼາກຢາວ່າ "ຢາແກ້ອົກຫັກ"...

 

ວິທີໃຊ້:

ໃຫ້ກິນ 3ຄັ້ງຫຼັງອາຫານ ຈົນກວ່າຈະເຊົາອາການເຈັບເອິກ.. ຢານີ້ບໍ່ມີວັນໝົດອາຍຸ

ສາມາດເກັບໄວ້ຮັກສາໂຣກອົກຫັກໄດ້ຕະຫຼອດໄປ....