ຮັກທີ່ທໍຣະມານ
ຕອນ "ແກ້ວດາຣີຄວນ"
ກອນອ່ານ " ກອນເຈັດ "
ຕອນນີ້,ເດິກດື່ນຂ້ອນ ແກ້ວຂົ່ມຕານອນ
ຄອນຄອນຄິດ ຄັ່ງຄາໃຈຂ້ອງ
ໝອງມະໂນເສົ້າ ໂສກາກາຍສັ່ນ
ສຸດທີ່ກັ້ນ ຂັນໄວ້ບໍ່ໄຫວ
ໄຫຼຫຼັ່ງ,ນ້ຳເນຕຣຍ້ອຍ ຮອຍດ່າງເປັນທາງ
ສາງຜົມປົກ ຍົກມືປັດປ້າຍ
ຊັນກາຍກົ້ມ ງົມໝອນນອນກ່າຍ
ຄິດຮອດອ້າຍ ຊາຍຊູ້ຢູ່ໃສ?..
..ຍາມເມື່ອ,ເດືອນດ່ຽງຊ້າຍ ອ້າຍພີ່ມີສຸຂ ດີລື?
ສັງຄືມາ ມິດປານຫອຍໄຂ້
ໄປໃສແທ້ ຄືມາບໍ່ຂ່າວ
ເຄືອງໂກທກ້າວ ພໍເວົ້າກ່າວຄໍາ ແດ່ກໍ!
ຮູ້ບໍ?,ນ້ອງນີ້ຊ້ຳ ຊວງປວດປານໃດ?
ກາຍາຜອມ ຫຼ່າຜິວຜາງຮ້າຍ
ແລງງາຍເຊົ້າ ສວາຍມາຍຄອງພີ່
ມິດມີ່ຈ້ອຍ ຄອຍແລ້ງສູ່ແລງ
ພີ່ຊ່າງແກ້ງ ແປງຫຼ່ຽມມາລວງ ໂພດນໍ!
ສໍພໍລົມ ລ່າຍຄໍາຄົມປັ້ນ
ສັນຄໍາເວົ້າ ວາຈາອ້ອຍອິ່ນ
ລີ້ນ ບໍ່ມີກະດູກ ເດາະປີ້ນປ່ຽນທາງ
ຕັ້ງແຕ່ກີ້ ພີ່ວ່າມັງມັງ
ພີ່ໄປ,ຟັງຄວາມໃຜ ຈັ່ງໄລລານ້ອງ
ລອງວ່າ,ຟັງຄວາມບ້ານ ຄວາມເມືອງສັບສໍ່ ຊັ້ນບໍ?
ໃຈຈັ່ງ,ມໍ່ກະດໍ້ ບໍ່ມາຜ້າຍ ພົບພານ
ຫຼືວ່າ,ພີ່ນີ້ຢ້ານ ຊັ້ນຕ່ຳຕະກູລ
ຄຸນສົມບັຕຣ໌- ຂາດ ຄົນເຂົາເຍີ້ຍ
ເຄີຍຄຸຍອ້າຍ ສັງອາຍເອົາງ່າຍ
ເຖິງທຸກຂ໌ໄຮ້ ໃຜເວົ້າຊ່າງເຂົາ ຢ່າລື!
ຫຼືພີ່ເສົ້າ ແມ່ກ່າວຄໍາຂົມ ຄຽດບໍ?
ສັງບໍ່ລົມ ຈົ່ມຈານໍານ້ອງ
ມີຫຍັງຂ້ອງ ໝອງໃຈໄດ້ຄິດ
ຜິດພາດພັ້ງ ຍັງໄດ້ໄຕ່ຖາມ
ຫຼືຄໍາອ້າຍ ມີໃໝ່ເຝືອແຝງ
ມີແໜງຊອນ ອ່ອນຊົມແຊມຂ້າງ
ນາງດີດ້ວຍ ດອມຊາຍແພງພີ່ ດີກໍ?
ນ້ອງບໍ່ຫ້າມ ຫວງໄວ້ເຮັດແນວ ດອກນາ!
ຖ້າເຂົາຫາກ ຮັກພີ່ດີດອມ
ຍ່ອມມີສຸຂ ຊື່ນຊົມນໍາອ້າຍ
ດີໃຈດ້ວຍ ອວຍພຣພ້ອມພີ່
ມີແຕ່ຍ້ອງ ສອງເຈົ້າຊື່ນຊົມ
ຄັນຂົມຂ້ອງ ຄຽດແມ່ມານດາ
ວາຈາຂານ ຂຸ່ນເຄືອງຄໍາສົ້ມ
ມາລົມນ້ອງ ລອງທີເທື່ອໃໝ່ ອີກຕິ!
ສັງຊິຮ້າຍ ໃຈນ້ອຍບໍ່ຄອຍ
ຮູ້ບໍ?,ເຂົາມາຕ້ອຍ ອອຍອ່ອນໄປຊອນ ສາແລ້ວ
ແກ້ວກັງວົລ ທຸກຂ໌ຈົນໃຈຍາກ
ໜັກໃຈຫຍຸ້ງ ຄຸງຄາຄວາມຄິດ
ຕິດໜີ້ໄວ້ ເງິນໃຊ້ເພິ່ນທວງ ພີ່ເອີຍ!
ຕີ໋ເອີ່ຍເວົ້າ ເຂົາທາບທາມຂໍ
ລໍພໍ່ມາ ແມ່ຈາເຮົາຮູ້
ດູເຜີນຜ້າ ພຽງຈາຖາມໄຖ່
ແທ້ຢາກໄດ້ ເປັນໄພ້ແຕ່ນານ
ຄັນພີ່ຮູ້ ຊູຊ່ວຍຍັງໃຄ
ຄາຍບັນຫາ ຄັ່ງຄາຄຸງເນື້ອ
ເຫຼືອໃຈນ້ອງ ຄອງຄອຍຈ້ອຍມ່ໍາ
ມີແຕ່ຊ້ໍາ ຣະກໍາໂອ້ ອ່າວຫາ
ຈວນຈຽນບ້າ ຢາບໍ່ມີປົວ
ຕົວຄົນດຽວ ປ່ຽວກາຍໃຈແຄ້ນ
ແຟນໄລຂ້າງ ນາງລອຍນ້ໍາແກ່ງ
ປານວ່າ,ໂຕນຕາດແກ້ງ ແຄງຂ້າງເຄິ່ງຂອງ
ລອຍລ່ອງຄວ້າງ ລວງໃຫຍ່ສາຍນະທີ
ມີຂອນເຄັງ ເລັ່ງໄຫຼກາຍພາດ
ຕັດໃຈຄວ້າ ຄວາມືກ້ຽວກ່າຍ
ດີກວ່າ,ຕາຍຈຸ່ມນ້ຳ ຊາມພົ້ນຜ່ານພັຍ ດີລື!..
ປະພັນທ໌ໂດຍ: ຂຽດຂາຄຳ ທັມມະວົງສາ.