ສາຣສັ່ງສາວ (1)
ກອນອ່ານ "ກອນສິບ"
ມາເຍີ ນົງນາຖນ້ອງ.....ຜູ່ນ້ອຍໜຸ່ມ ຊຸມສາວ
ລອງຟັງອາວ ອາຂານ.....ອ່ານກາພກອນ ຕອນນີ້
ຢ່າຟ້າວ ໄລລາລີ້.....ໜີໄປນອນ ປະກ່ອນ
ຍັງບໍ່ເດິກ ທ່ຽງຂ້ອນ.....ຟັງກອນອ້າຍ ພີ່ຊາຍ ກ່ອນນາ
ໄດ້ຂ່າວເຈົ້າ ພາກບ້ານ.....ໄກຖິ່ນ ດິນສຖານ ແມ່ນບໍ?
ມາທໍາງານ ຫາເງິນ.....ພວກເພິ່ນຊັງ ຜາງຮ້າຍ
ຕ້ອງໄກ ບິດາເຈົ້າ.....ເຖົ້າມານດາ ເຫີນຫ່າງ
ຄົງຊິເຫງົາ ອ້າງວ້າງ.....ຢູ່ທາງກໍ້າ ຝ່າຍໄທຍ໌ ພີ້ນໍ
ອ້າຍອ່ານຂ່າວ ພົບພໍ້.....ບໍ່ໜ້າເຊື່ອ ເຫຼືອໃຈ
ສາວລາວໄປ ຂາຍຕົວ.....ທົ່ວອຸດຣ ນອນລີ້
ສິບຫົກປີ ຍັງນ້ອຍ.....ຄ້ອຍຫົວໃຈອຸກອັ່ງ
ເປັນຫຍັງ ນ້ອງນາຖຫຼ້າ.....ສັງມາຄ້າ ບໍ່ຄວນ ນ້ອງເອີຍ
ອວນວ່າ ພໍ່ແມ່ຮ້າຍ.....ບໍ່ແມ່ນໄລ່ ນາງໜີ
ເພິ່ນຫວັງດີ ດອມດົມ.....ປຽບດັ່ງດວງ ຕາແກ້ວ
ແປ້ວປວດໃຈ ຍາມເວົ້າ.....ຫວັງໃຫ້ສາວ ຮູ້ປ່ຽນ
ໃຫ້ເຈົ້າຮຽນ ຮໍ່າຮູ້.....ຈັ່ງຊູຊ້ວນ ສັ່ງສອນ
ພໍ່ແມ່ ມີແຕ່ປ້ອນ.....ສອນສັ່ງ ດູແລນາງ
ຕັ້ງແຕ່ເນົາ ໃນຄັນ.....ໝັ່ນພຽຣ ຖນອມຕຸ້ມ
ນຸ່ງເສື້ອຄຸມ ຄານກົ້ມ.....ກັນລົມຝົນ ພັດຜ່ານ
ນານເກົ້າເດືອນ ຂວບເຂົ້າ.....ມານດາເຈົ້າ ຈ່ອງຄັນ ແທ້ດາຍ
ບັ້ນເມື່ອຍາມ ຄອດລູກ.....ແມ່ກູກຈົ່ມ ເຈັບຫຼາຍ
ໄຫ້ຄວນຄາງ ສາງຊາວ.....ທັງຊ່າວຊົງສາຍເຊືອກ
ຕາເຫຼືອກແລ ຫຼົງຮ້ອງ.....ສອງຂາຢັນ ດີ້ນດັ່ນ
ພໍລູກດັນ ຜ່ານພົ້ນ.....ແມ່ຮົນໄຫ້ ພ່ອງຫົວ
ສອງມືຄວາ ຊວ່າຊ້ອນ.....ອູ້ມເອົາອ່ອນ ນອນຕັກ
ລໍາບາກກາຍ ໃຈສຸຂ.....ເມື່ອລູກຄວນ ຄາງຮ້ອງ
ແມ່ຕ້ອງ ທົນທານສູ້.....ຜ້າອ້ອມປູ ຕັດສາຍແຮ່
ເລືອດຕົກໃນ ຍິ່ງແຢ້.....ຫາໝໍແກ້ ເກືອບແມ່ຕາຍ
ພໍ່ເຈົ້ານັ້ນ ແຫ່ງຮ້າຍ.....ເປັນເອົາໃຫຍ່ ປານເສິກ
ເຄີກງານ ກາຣໄຖນາ.....ແລ່ນຂຶ້ນມາ ທັງຟ້າວ
ອີ່ສອນສາວ ເຮືອນໃກ້.....ມັນແລ່ນໄປ ໃຫ້ຂ່າວ
ແມ່ເຈົ້າ ລາວຄອດລູກ.....ພໍ່ລືມຜູກ ຮອດຄວາຍ
ຫຼາຍເດືອນຄອງ ຄອຍຖ້າ.....ພໍ່ເຂົ້າປ່າ ຫາຫຼົວ
ເຊົ້າຕື່ນມືນ ຕາມົວ.....ພໍ່ເຂົ້າຄົວ ຫຸງຕົ້ມ
ພໍ່ປະງົມ ຫັນຫ້າວ.....ລູກຫົວສາວ ແມ່ເໝື່ອຍ
ຝົນຕົກລິນ ຫຼັ່ງເລື້ອຍ.....ຍັງເຟືອຍນໍ້າ ໃສ່ຖັງ ເໝື່ອຍເດ!
ແມ່ຢູ່ກໍາ ນັ່ງຮ້ານ.....ຢ້າງຖ່ານ ເອົາໄຟຂາງ
ພໍ່ນາງ ຄອຍສຸມໄຟ.....ໃສ່ຟືນ ຢືນຊຶງເຊີ້
ຢ້ານແມ່ເຜີ ລືມປ້ອນ.....ລູກສາວນອນ ໄຫ້ຮໍ່າ
ໃບໜາດຮົມ ບົ່ມຊໍ້າ.....ນໍ້ານົມເຕົ້າ ເບົ່າເຂີນ ນາງເອີຍ!
(ຍັງມີຕໍ່)