ຂຽນເມື່ອ: ມິ.ຖ.. 30, 2010
| ມີ
8 ຄຳເຫັນ
ແລະ
0 trackback(s)
<!--[if gte mso 9]>Normal0falsefalsefalseEN-USX-NONETH<![endif]--><!--[if gte mso 9]><![endif]--><!-- /* Font Definitions */ @font-face {font-family:SimSun; panose-1:2 1 6 0 3 1 1 1 1 1; mso-font-alt:宋体; mso-font-charset:134; mso-generic-font-family:auto; mso-font-pitch:variable; mso-font-signature:3 680460288 22 0 262145 0;}@font-face {font-family:"Angsana New"; panose-1:2 2 6 3 5 4 5 2 3 4; mso-font-charset:0; mso-generic-font-family:roman; mso-font-pitch:variable; mso-font-signature:-2130706429 0 0 0 65537 0;}@font-face {font-family:"Cambria Math"; panose-1:2 4 5 3 5 4 6 3 2 4; mso-font-charset:0; mso-generic-font-family:roman; mso-font-pitch:variable; mso-font-signature:-1610611985 1107304683 0 0 159 0;}@font-face {font-family:"Saysettha OT"; panose-1:2 11 5 4 2 2 7 2 2 4; mso-font-charset:0; mso-generic-font-family:swiss; mso-font-pitch:variable; mso-font-signature:-2097151825 268443658 0 0 65537 0;}@font-face {font-family:"\@SimSun"; panose-1:2 1 6 0 3 1 1 1 1 1; mso-font-charset:134; mso-generic-font-family:auto; mso-font-pitch:variable; mso-font-signature:3 680460288 22 0 262145 0;} /* Style Definitions */ p.MsoNormal, li.MsoNormal, div.MsoNormal {mso-style-unhide:no; mso-style-qformat:yes; mso-style-parent:""; margin:0in; margin-bottom:.0001pt; mso-pagination:widow-orphan; font-size:12.0pt; mso-bidi-font-size:14.0pt; font-family:"Times New Roman","serif"; mso-fareast-font-family:SimSun; mso-bidi-font-family:"Angsana New"; mso-fareast-language:ZH-CN;}.MsoChpDefault {mso-style-type:export-only; mso-default-props:yes; font-size:10.0pt; mso-ansi-font-size:10.0pt; mso-bidi-font-size:10.0pt; mso-fareast-font-family:SimSun; mso-bidi-font-family:"Angsana New";}@page WordSection1 {size:8.5in 11.0in; margin:1.0in 1.0in 1.0in 1.0in; mso-header-margin:.5in; mso-footer-margin:.5in; mso-paper-source:0;}div.WordSection1 {page:WordSection1;}--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0in 5.4pt 0in 5.4pt;mso-para-margin:0in;mso-para-margin-bottom:.0001pt;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->
ວ່າແຕ່ໄດ້ຍິນຂ່າວວ່າຮູບເງົາເລື່ອງ “ຂໍພຽງຮັກ” ຂອງລາວອາຣ໌ທມີເດຍໄດ້ສ້າງສໍາເລັດ ແລະ ມີກໍານົດການອອກສາຍແລ້ວທີ່ໂຮງຮູບເງົາສູນການຄ້າລາວໄອເຕັກ ໃນວັນທີ 07/07/2010 ເຮົາກໍບໍ່ລໍຊ້າທີ່ຈະຕ້ອງຟ້າວໄປເກັບເອົາຂ່າວຄາວຂໍ້ມູນ ເພື່ອມາໃຫ້ຜູ້ອ່ານໄດ້ອ່ານກ່ອນຫມູ່ເລີຍ ໂດຍບໍ່ຕ້ອງລໍຖ້າໃຫ້ເຖິງວັນ ເປີດຕົວຖະແຫລງຂ່າວ ແລະ ວັນສາຍສາຍຮອບສື່ມວນຊົນ ທີ່ຈະມີຂຶ້ນໃນວັນທີ 05/07/2010 ນີ້ ທີ່ ໂຮງຮູບເງົາ ລາວໄອເຕັກ ເຖິງວ່າຈະບໍ່ໄດ້ພົບກັບຕົວຜູກໍາກັບ ແຕ່ກໍບໍ່ຜິດຫວັງເພາະວ່າໄດ້ເຂົ້າໄປເຖິງຫ້ອງອັດສຽງ ນັ່ງຟັງ ການອັດສຽງ ກໍເລີຍໄດ້ໂອກາດຊົມເບິ່ງຮູບເງົາ ເປັນຕອນໆ ທີ່ເພິ່ນກໍາລັງທໍາການອັດສຽງຢູ່. ພໍແຕ່ແນມຜ່ານແກ້ວຫ້ອງຄຸມສຽງເຂົ້າໄປໃນຫ້ອງອັດ ຂ້າພະເຈົ້າກໍຮູ້ວ້າ ຕົນເອງໂຊກດີທີ່ສຸດແລ້ວທີ່ໄດ້ມາພົບກັບຕົວເອກຂອງເລື່ອງ ເພາະຜູ້ທີ່ກໍາງ “ລັງໃຫ້ສຽງຢູ່ທາງໃນຫ້ອງອັດນັ້ນແມ່ນ ປາ ຫລື ຈີລະພາ ພົມພັກດີ ທີ່ຮັບບົດເປັນດວງໃຈ ນາງເອກຂອງເລື່ອງ ນັ້ນເອງ” ຊຶ່ງຕໍ່ມາຂ້າພະເຈົາກໍໄດ້ຢຶດຕົວ ນາງໄວ້ ເພື່ອຂໍສໍາພາດເອົາຂໍ້ມູນ ໃນເວາລາຫລັງຈາກອອກຈາກຫ້ອງອັດສຽງ ທັງໆທີ່ຜູ້ກ່ຽວກໍກໍາລັງຈະຟ້າວ ແລ່ນ ອອກຈາກຫ້ອງອັດເພື່ອໄປທວນບົດເສັງທີ່ ມ.ຊ. ແລະກໍ່ໄດ້ຮູ້ວ່າ :
“ ຄວາມຈິງແລ້ວ ການຖ່າຍ ທໍາແມ່ນໄດ້ອັດສຽງໄປພ້ອມ ແຕ່ມີບາງສາກທີ່ມີສຽງລົບກວນ ຈາກບັນຍາກາດອອ້ມຂ້າງ ກໍເລີຍຕ້ອງບມາພາກໃສ່ໄຫມາ ເພື່ອໃຫ້ໄດ້ຄຸນນະພາບຂອງສຽງທີ່ດີ ຕາມ ຄວາມຕ້ອງການຂອງຜູ້ຄວບຄຸມການຜະລິດ ຄືອາຈານ ດວງມະນີ ໂສລີພັນ “ ຂ້າພະເຈົ້າກໍເລີຍຕ້ອງໄດ້ “ ອໍ” ຂຶ້ນມາທັນທີ ວ່າເປັນຈັ່ງຊີ້ເນາະ ຜົນງານໃນຜ່ານມາຂອງພວກເພິ່ນຈຶ່ງອອກມາດີ ເພາະຕາມ ຄວາມ ຈິງແລ້ວ ເຖິງວ່າຕົນເອງຈະມີຄວາມມັກໃນເລື່ອງຂອງເປັນຜູ້ຕິດຕາມແວດວົງການບັນເທີງ ຂອງລາວເຮົາຢູ່ ແຕ່ກໍຈະບໍ່ຄ່ອຍໄດ້ຮູ້ຂັ້ນຕອນຂອງການຜະລິດເລື່ອງຮູບເງົານີ້ດີ.
ຕໍ່ການຊັກຖາມ ນາງເອກເລົ່າໃຫ້ຟັງວ່າ : “ ໃນເບື້ອງຕົ້າກໍຄິດວ່າຕົນເອງພໍສະແດງໄດ້ ແຕ່ເມື່ອມາເອົາແທ້ໆແລ້ວ ແທບຈະຮູ້ສຶກວ່າຕົນເອງຍັງບໍ່ເປັນຫຍັງເລີຍ ການຖ່າຍທພໍາ ທາງຜູ້ກໍາກັບເພິ່ນກໍຕ້ອງການຄວາມລະອຽດ ການສະແດງຕ້ອງໃຫ້ເຂົ້າເຖິງຄວາມຮູ້ສຶກ ແລະ ອາລົມຂອງຕົວລະຄອນທີ່ເຮົາປັນ ແລະຖ້າເຮັດຄືຫລືເຮັດຕັ້ງຕິເອົານັ້ນ ທຸກຄັ້ງກໍຈະບໍ່ຜ່ານ ແລະ ທຸກຄົນກໍຕ້ອງຍອມເສຍເວລາກັນ ຖ້າທິມງານທຸກຄົນເສຍເວລາເພາະການສະແດງບໍ່ໄດ້ຂອງເຮົາ ໆກໍຈະຮູ້ສຶກວ່າຂາຍຫນ້າ ດັ່ງນັ້ນ ຈຶ່ງຕ້ອງຕຽມຕົວໃຫ້ພ້ອມທີ່ສຸດເທົ່າທີ່ຈະເຮັດໄກດ້ກ່ອນ ລົຢງສູ່ກອງຖ່າຍ”.
ປາ ຫລືຈີລລະພາ ພົມພັກດີ ປະຈຸບັນ ເປັນນັກສຶກສາ ທີ່ ມະຫາວິທະຍາໄລແຫ່ງຊາດ ຄະນະ ສິ່ງແວດລ້ອມ, ປີ 4 ໄດ້ເຂົ້າມາມີບົດບາດເປັນນັກສະແດງເອກ ໃນຮູບເງົາ ຂໍພຽງ;ຮັກນີ້ ກໍເພາະວ່າ ໄດ້ເຄີຍເຂົ້າມາອົບຮົມວິຊາການເປັນພິທີ່ກອນ ກັບລາວອາຣ໌ທມີເດຍ ແລະ ເຄີຍ ຂຶ້ນໃນເວທີຄອນເສີດ ຂອງລາວອາຣ໌ທມີເດຍມາສ່ວນຫນຶ່ງ ແລ້ວກໍໄດ້ມາເປັນຜູ້ຊ່ວຍຜູ້ກໍາກັບການສະແດງ ກ່ອນ ທີ່ບຸນຈະ ຫລົ່ນທັບ ໄດ້ກາຍມາເປັນນາງເອກ ຂອງເລື່ອງ ເພາະວ່ານາງເອົກຄົນທໍາອິດທີ່ໄດ້ຖ່າຍທໍາ ໄປແລ້ວສອງ ສາມສາກ ມີອັນຕ້ອງຍົກເລີກຂໍ້ຕົກລົງໃນການຖ່າຍທໍາຮູບເງົາເລື່ອງດັ່ງກ່າວ ເພາະການບໍ່ລົງຕົວໃນ ເລື່ອງຂອງເວລາການຮໍາຮຽນ ແລະ ການສະແດງ ຊຶ່ງຕ້ອງໄດ້ທຸ່ມເທ ແລະ ກໍໃຊ້ເວລາສິ້ນເປືອງ ແລະ ບາງຄັ້ງກໍຕ້ອງຢູ່ເຖິງກາງຄືນນໍາ.....
ຕົວລະຄອນ : ດວງໃຈ ໃນເລື່ອງຂໍພຽງຮັກນີ້ ເປັນຍິງສາວທີ່ ມີຄວາມສະຫລາດ ທີ່ມີຄວາມ ມຸ້ງຫວັງຢາກຈະສ້າງຕົນກ້າວເດີນໄປບົນເສັ້ນທາງແຫ່ງອຸດົມການ ຮ່ວມກັບພະເອກ ເພື່ອກ້າວສູ່ ຄວາມຫມັ້ນຄົງຂອງຊີວິດ ແຕ່ສະພາບຂອງບັນຫາຊີວິດຄອບຄົວ ທີ່ນາງກໍາລັງຜະເຊີນຢູ່ ນັ້ນເປັນສາ ເຫດສໍາຄັນ ທີ່ເຮັດໃຫ້ນາງຕ້ອງຕັດສິນໃຈເລືອກເອົາ ສິ່ງໃດສິ່ງຫນຶ່ງ ລະຫວ່າງ ຄວາມຮັກແລະອຸດົມ ການ ກັບຄວາມກະຕັນຍູຕໍ່ຄອບຄົວ...ໃນເມື່ອມີຄົນພ້ອມທີ່ຈະບິບຍື່ນຄວາມສຸກສະບາຍໃຫ້ຢູ່ແລ້ວ...
ໄປພິສູດຜົນງານຮູບເງົາຂອງລາວເລື່ອງນີ້ກັນໄດ້ທີ່ ໂຮງຮູບເງົາສູນການຄ້າລາວໄອເຕັກ ເລີ້ມແຕ່ວັນທີ 07/07/2010 ນີ້ເປັນຕົ້ນໄປ....