ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 1, 2010 | ມີ 12 ຄຳເຫັນ ແລະ 0 trackback(s)

ສະບາຍດີ,  ຂໍໂທດຂໍອະໄພນຳພີ່ນ້ອງຫຼາຍ
ຂ້າພະເຈົ້າຂໍອອກຄວາມຄິດເຫັນກ່ຽວກັບຂ່າວນີ້. ຄືເທົ່າທ່ີຮູ້ມາກ່ຽວກັບການໃຫ້ສຳປະທານທ່ີດິນນີ້ກໍ່ດຽວວ່າ ລັດຖະບານເຮົາສັ່ງໂຈະແຕ່ປີ2007ເພື່ອທົບທວນຄືນ, ແຕ່ເປັນຫຍັງຍັງມີການດຳເນີນໃຫ້ສຳປະທານຢູ່, ຂ້າພະເຈົ້າລະບໍ່ເຂົ້າໃຈ? ແມ່ນໃຜອະທິບາຍໄດ້ແດ່? ບັນຫາກໍຄືຕອນນີ້ຍັງມີຂໍ້ຂັດແຍ່ງ ແລະ ຄວາມບໍ່ໂປ່ງໃສເກີດຂຶ້ນ ຄວນມີການແກ້ໄຂບັນຫາເກົ່າກ່ອນທ່ີຈະເຮັດອັນໃໝ່. ຄືດັ່ງບັນດາທ່ານໄດ້ຍິນຂ່າວນຳກັນເນາະກ່ຽວກັບສະໜາມກ໋ອບດົງໂພສີ, ໂຄງການປູກໄມ້ອຸດສະຫະກຳຕ່າງໆຢູ່ບັນດາແຂວງພາກເໜືອ, ໂຄງການຄາຊິໂນຢູ່ບໍ່ແກ້ວແດ່. ບໍ່ເຫັນທ່າທີວ່າຈະຖືກແກ້ໄຂແຕ່ຢ່າງໃດ. ມີການວິພາກວິຈານກັນຢ່າງກວ້າງຂວາງ.
ອີກຢ່າງໜຶ່ງ, ຄືໂຄງການນີ້ຈະໄປຕັ້ງໃສ່ແຂວງສະຫວັນນະເຂດ ເຊິ່ງວ່າເປັນແຂວງທ່ີຖືວ່າເປັນອູ່ເຂົ້າອູ່ນ້ຳໃຫຍ່ຂອງປະເທດລາວເພາະຖືວ່າ  ວ່າແຂວງນິີີ້ເປັນທົ່ງພຽງເໝາະສົມແກ່ການກະສິກຳ, ແຕ່ວ່າຈະຫຼຸດເນື້ອທ່ີກະສິກຳລົງແລ້ວແຫຼ່ງຄວາມໝັ້ນຄົງທາງອາຫານເດ? ໃນສະພາບການສະພາບອາການປ່ຽນແປງເລື່ອງສະບຽງອາຫານຄວນເປັນເລື່ອງທ່ີຄວນເອົາໃຈໃສ່ ແລະ ປະຕິບັດຢ່າງຈິງຈັງ. ຈະອີງອາໄສນຳປະເທດອື່ນກໍ່ບໍ່ເປັນຕີ້ເພາະປະເທດອື່ນເຂົາກໍ່ຕ້ອງລ້ຽງຄົນຂອງເຂົາກ່ອນ. ຖ້າຍາມໃດບໍ່ເຫຼືອກິນເຂົາ, ເຮົາຊິໄດ້ກິນບໍ່?ຄັນອ້າງວ່າເງິນຊື້ໄດ້ທຸກຢ່າງ, ບາດຍາມຂາດແຄນເງິນມີກໍ່ບໍ່ມີຄວາມໝາຍດອກ. ປານໃດທ່ານຜູ້ມີອຳນາດໃນການແກ້ໄຂເລື່ອງນີ້ຈະຄຳນຶງເຖິງບັນຫານີ້ຢ່າງແທ້ຈິງຈັກເທື່ອ? ຖ້າທ່ານບອກວ່າທ່ານຄຳນຶງແທ້, ທ່ານຄວນປະຕິບັດ, ແມ່ນບໍ່? ອີກປະການໜຶ່ງ ປະເທດເຮົາກໍ່ມີດິນເໝາະສົມແກ່ການກະສິກຳຢ່າງຈຳກັດເພາະດິນສ່ວນໃຫຍ່ເປັນເຂດພູສູງ, ເປັນຫຍັງບໍ່ຮັກສາດິນທ່ີເໝາະສົມແກ່ການກະສິກຳໄວ້ລະ? ກໍ່ຢາກຂໍຝາກໆໄວ້ນຳບັນດາທ່ານຜູ້ກ່ຽວຂ້ອງໃຫ້ພິຈາລະນາ.

ຈາກຄົນລາວຜູ້ໜຶ່ງທ່ີເປັນຫ່ວງນຳການພັດທະນາຂອງລາວ
ໂສພາວັນ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 19, 2010 | ມີ 13 ຄຳເຫັນ ແລະ 0 trackback(s)

ຂ້າພະເຈົ້າກໍ່ເປັນໜື່ງໃນສະມາຊິກລາວລີ້່ງຂ້າພະເຈົ້າໄດ້ໄປອ່ານຄຳຄິດຄຳເຫັນຂອງທ່ານຜູ້ໜື່ງແລ້ວມັນໜ້າສົນໃຈແລະມັນກໍ່ເປັນປະໂຫຼດບໍ່ຫຼາຍ

ກໍ່ໜ້ອຍໃຫ້ກັບຄົນລາວເຮົາວ່າເພື່ອນໆໃນພັນລາວເຮົາມີຄວາມຄິດຄວາມເຫັນແນວໃດກ່ຽວກັບເລື່ອງນີ້
ໍ""""  ສະບາຍດີສະມາຊິກລາວລິ້ງທຸກທ່ານ,"""

ຂ້າພະເຈົ້າເຄີຍໄດ້ໄປທັດສະນະສຶກສາທ່ີແມ່ເໝາະ, ລຳປາງ, ປະເທດໄທ, ບ່ອນທ່ີໂຮງງານໄຟຟ້າຖ່ານຫີນລິກໄນຕັ້ງຢູ່ທ່ີນັ້ນ. ຂ້ອຍໄດ້ຮັບຮູ້ມາວ່າ ປະຊາຊົນໃນເຂດນັ້ນໄດ້ຮັບຜົນກະທົບຢ່າງຫຼີກລ້ຽງບໍ່ໄດ້ເພາະວ່າມົນລະພິດມັນປົນເປຶື້ອນໄປນຳອາກາດ. ຄົນຫຼາຍຄົນຕ້ອງຈົບຊີວິດ ຫຼື ທໍລະມານຍ້ອນໂລກຮ້າຍ, ໂດຍສະເພາະ ແມ່ນໂລກທາງເດີນຫາຍໃຈ ເຊິ່ງມີສາເຫດຈາກການປ່ອຍສິ່ງເສດເຫຼືອໃນຂະບວນການຜະລິດອອກສູ່ອາກາດ. ສາເຫດການເຈັບປ່ວຍໄດ້ຮັບການຢືນຢັນຈາກແພດແທ້. ປະຊາຊົນໄທປັດຈຸບັນ, ເພິ່ນຕື່ນຕົວໃນຜົນກະທົບຂອງໂຮງງານໄຟຟ້າປະເພດນີ້ຈຶ່ງບໍ່ເຫັນດີການສ້າງໂຮງງານແຫ່ງນີ້ໃນປະເທດໄທ. ຂ້າພະເຈົ້າຈຶ່ງເກີດມີຄຳຖາມຂຶ້ນວ່າ ຍ້ອນການໄຟຟ້າການຜະລິດແຫ່ງປະເທດໄທສ້າງໂຄງການນີ້ບໍ່ໄດ້ຢູ່ໄທກໍເລີຍມາສ້າງຢູ່ລາວບໍ? ແລ້ວຄົນລາວເຮົາເດຮູ້ແລ້ວບໍ່ວ່າ ຈະເກີດຫຍັງຂຶ້ນກັບຕົນເອງເມື່ອມີໂຮງງານນີ້. ຂ້າພະເຈົ້າເອງກໍບໍ່ແນ່ໃຈວ່າ ທາງໂຄງການມີມາດຕະການປ້ອງກັນສິ່ງທ່ີອາດຈະເກີດຂຶ້ນໃນກໍລະນີດຽວກັບແມ່ເໝາະຫຼື ບໍ່?

ຕໍ່ກັບແງ່ໃນການພັດທະນາ ຂ້າພະເຈົ້າບໍ່ເຫັນວ່າ ການສ້າງໂຮງງານນີ້ຈະສົ່ງເສີມ ການພັດທະນາແບບ ຍືນຍົງໄດ້ແນວໃດ?

ແຕ່ແມ່ນວ່າ ພາບລວມຂອງໂຄງການນີ້ຈະມີມູນຄ່າຫຼາຍປານໃດ? ກໍ່ອາດຫາປຽບບໍ່ໄດ້ຕໍ່ຄວາມສ່ຽງທ່ີອາດຈະເກີດຂຶ້ນກັບຄົນຫຼາຍຄົນທ່ີອາໄສຢູ່ບໍລິເວນນັ້ນ ແລະ ບໍ່ແນ່ອາກາດເປັນພິດທ່ີວ່ານີ້ອາດປີວມາເຂົ້າດັງຂ້ອຍ ແລະ ເຈົ້າຢູ່ທ່ີນີ້ກໍ່ໄດ້. ຄວາມສູນເສຍອາດຈະຫຼາຍກວ່າມູນຄ່າໂຄງການອີກກໍ່ເປັນໄດ້.

ຂໍຝາກເປັນແງ່ຄິດໃຫ້ກັບຜູ້ທ່ີຕັດສິນໃຈໃນໂຄງການລັກສະນະດຽວນີ້ ທ່ີອາດຈະເກີດຂຶ້ນຕໍ່ອານາຄົດແດ່ເດີ້.

ດ້ວຍຄວາມເຄົາລົບ
ໂສພາວັນ