ເລື່ອງຂ້ອນຂ້າງຈະຍາວຫນ້ອຍນື່ງແຕ່ຢາກໃຫ້ທຸກຄົນໄດ້ອ່ານ
ຄືນວັນພະຫັດ ທີ 2 ຕຸລາ
"ໂອ້ຍໃຜນໍໂທມາຢູ່ໄດ້ຫນ້າລຳຄານ ສອງສາມຮອບແລ້ວນີ້ ຕ້ອງແມ່ນແມ່ອີກແນ່ນອນເລີຍ
ຈະນຳອັນຫຍັງຫລາຍນໍ ແລ້ວນີ້ຈະໂທບອກຮັກທຸກຄືນເລີຍເບາະ ຫນ້າລຳຄານ ອັນຫຍັງໆ
ກໍ່ແມ່ຮັກລູກຢູ່ນັ້ນລະ ເບື່ອແທ້ໆ "
ຍິງສາວຈົ່ມກັບແຟນຫນຸ່ມຂອງລາວທີ່ຢູ່ໃນສາຍຢ່າງບໍ່ພໍໃຈ ແລະ ເວົ້າຕໍ່ຢ່າງບໍ່ສົນໃຈສາຍຊ້ອນ
" ແລ້ວເຈົ້າບອກຮັກແມ່ທຸກຄືນເລີຍເບາະ " ແຟນຫນຸ່ມຖາມ
" ຊິບ້າເບາະ ບໍ່ຕ້ອງບອກດອກ ບໍ່ແມ່ນເດັກນ້ອຍແລ້ວນະ "
10 ນາທີຜ່ານໄປເມື່ອລາວວາງສາຍຈາກແຟນຫນຸ່ມກໍ່ມີສຽງໂທລະສັບເຂົ້າມາອີກ
" ຝົນ ນີ້ນ້າສາວເອງເດີ ນ້າມີເລື່ອງສຳຄັນຈະບອກ ຝົນທຳໃຈດີໆເດີລູກ ຕັ້ງສະຕິດີໆ
ແມ່ຂອງຫລານເສຍແລ້ວ ກັບມາບ້ານດ່ວນ "
ນ້າສາວກ່າວດ້ວຍສຽງອັນເສົ້າໂສກ ຍິງສາວຮູ້ສືກຕົກໃຈຈົນເວົ້າຫຍັງບໍ່ອອກ
ສິ່ງທີ່ນ້າສາວບອກມັນກ້ອງຢູ່ໃນຫົວ
ຄືນວັນພຸດ ທີ 10 ກັນຍາ
" ແມ່ ມື້ນີ້ແລ້ວເດີແມ່ ແມ່ຈື່ໄດ້ແມ່ນບໍ່ "
" ຈື່ລູກ ແມ່ຈື່ໄດ້ ດີແລ້ວລູກ ຈະໄດ້ຮຽນສູງໆກັບເຂົາແລ້ວບາດນີ້ "
ແມ່ກ່າວດ້ວຍນ້ຳສຽງທີ່ເຂັ້ມແຂງເຖີງແມ່ນວ່າຈິດໃຈຈະເຕັມໄປດ້ວຍຄວາມເຈັບປວດ
ລາວຝືນຍິ້ມໃຫ້ລູກສາວທີ່ຍ່າງຫ່າງອອກໄປ ແມ່ຫັນກັບມາບ່ອນເກົ່າ
ມືນື່ງຖືຕະຫລີວອີກມືຖືຫູກະທະ ຄວາມຮ້ອນແລະຄວັນໄຟຂອງກະທະນັ້ນປະທະກັບ
ໃບຫນ້າອັນດຳຄ້ຳແລະເມື່ອຍອ່ອນ ຢົດນ້ຳທີ່ຕິດຢູ່ເທີງຫນ້າຜາກແລະປາຍຜົມຂອງລາວໄຫ
ລລົງມາຕາມໆກັນແຕ່ກໍ່ບໍ່ເທົ່າກັບຢົດນ້ຳຈາກດວງຕາທີ່ຫລັ່ງໄຫລອອກມາເປັນສາຍໂດຍບໍ່ຢຸດ
ຄ່ຳນີ້ລາວຂາຍເຝີຈົນຮອດທ່ຽງຄືນ ແລະ ຍ່າງກັບບ້ານຄົນດຽວ ອາກາດຕອນເດິກໆມັນຊ່າງ
ຫນາວເຢັນຫລາຍ ແຕ່ກໍ່ບໍ່ເຢັນພໍທີ່ຈະດັບຄວາມຮ້ອນໃນຫົວໃຈຂອງລາວໄດ້
ເມື່ອເຖີງບ້ານ ລາວກໍ່ຟ້າວມ້ຽນເຄື່ອງຂອງ ເຮືອນຫລັງນ້ອຍໆ ທີ່ເຄີຍມີເຄື່ອງຂອງວາງເຕັມເຮືອນ
ກໍ່ກາຍເປັນເຮືອນທີ່ວ່າງເປົ່າໃນທັນທີ ເຫລືອພຽງມຸມນ້ອຍໆມຸມນື່ງທີ່ມີຕັ່ງນ້ອຍໆແລະມີຜ້າມຸ້ງຂາວຄຸມຢູ່
" ແມ່ ລູກໄປເດີ ແມ່ບໍ່ຕ້ອງເປັນຫ່ວງ ລູກເບິ່ງແຍງໂຕເອງໄດ້ ບາດຮອດວຽງຈັນແລ້ວລູກຈະໂທຫາ "
ຄືນວັນສຸກທີ 19 ກັນຍາ
" ຝົນມື້ນີ້ເປັນແນວໃດລູກ ການຮຽນໄປເຖີງໃສແລ້ວ " ແມ່ໄດ້ໂທມາຫາລູກສາວຂອງລາວທຸກຄືນ
ມື້ນີ້ກໍ່ນັບໄດ້ວ່າເປັນເວລາອາທິດນື່ງແລ້ວຕັ້ງແຕ່ລູກຂອງລາວຈາກລາວໄປວຽງຈັນ
" ກໍ່ຄືເກົ່ານັ້ນແລະແມ່ ບໍ່ມີເວລາຫລາຍດອກ ບໍ່ຕ້ອງຖາມຫລາຍແມ່ ຕອນນີ້ຫຍຸ້ງຢູ່ ແລ້ວຊິໂທກັບໄປ " ລູກຂອງລາວຕອບກັບໄປດ້ວຍຄວາມລຳຄານແລະຄວາມເບື່ອຫນ່າຍແມ່ຂອງລາວ
" ໄດ້ລູກ ຢ່າຮຽນຫນັກເກີນໄປເດີ ຈັກຫນ່ອຍຊິບໍ່ສະບາຍ ຮັກສາໂຕແນ່ ແມ່ຮັກລູກເດີ "
ແມ່ບອກລູກສາວຢ່າງຮັກແພງ ລາວເປັນຫ່ວງລູກສາວລາວຫລາຍ ກິນບໍ່ໄດ້ນອນບໍ່ຫລັບ
ຕັ້ງແຕ່ລູກສາວຈາກໄປຮຽນວຽງຈັນ ສິ່ງດຽວທີ່ຈະຕິດຕໍ່ກັນໄດ້ກໍ່ຄືໂທລະສັບ ລາວກໍ່ໄດ້ແຕ່ໂທຫາ
ລູກທຸກໆຄືນ ຈື່ງຈະນອນຫລັບລາວມີຄວາມສຸກກັບການທີ່ໄດ້ບອກຮັກລູກ ແຕ່ເມື່ອເວລາຜ່ານໄປ
ລູກສາວທີ່ເຄີຍອ່ອນຫວານແລະຫນ້າຮັກຂອງລາວກໍ່ເລີ່ມປ່ຽນໄປເປັນຄົນລະຄົນ...........
ຄືນວັນພະຫັດ ທີ 2 ຕຸລາ
" ຕຳຫລວດບອກວ່າ ແມ່ຫລານຖືກໂຈນປຸ້ນ ແລ້ວຖືກແທງຕາຍ ຝົນຟ້າວກັບມາໄວໆເດີລູກ
ຫມໍຈະສັນນະສູດສົບມື້ອື່ນ ທຳໃຈດີໆເດີລູກ " ນ້າສາວກ່າວແລ້ວວາງຫູໄປ
ຍິງສາວຟ້າວຂື້ນລົດໃນຄືນນັ້ນທັນທີ ລະວ່າງທາງລາວກໍ່ອົດຄິດບໍ່ໄດ້ວ່າ ເປັນຫຍັງແມ່ບໍ່ເອີ້ນ
ໃຫ້ໃຜຊ່ວຍລາວຄິດໄປພ້ອມເຊັດນ້ຳຕາທີ່ໄຫລລິນລົງມາແກ້ມ ລາວຄິດຍ້ອນໄປເຖີງຕອນທີ່
ລາວຢູ່ບ້ານນອກ ຕອນທີ່ລາວໃຝ່ຝັນຢາກຈະຮຽນສູງໆ ຢາກມີວຽກເຮັດ ເພື່ອທີ່ມື້ນື່ງລາວຈະ
ໄດ້ມີເງິນເບິ່ງແຍງແມ່ໃນຍາມແກ່ເຖົ້າ ແຕ່ແລ້ວຄວາມຝັນຂອງລາວກໍ່ກາຍເປັນແຕ່ຄວາມຄິດ
ທີ່ບໍ່ມີວັນຈະເປັນຈິງໄດ້ເລີຍ ແມ່ຂອງລາວໄດ້ເສຍຊີວິດແລ້ວ ແລະລາວຈະບໍ່ມີວັນເຫັນຫນ້າ
ແມ່ລາວອີກ ຄັ້ງສຸດທ້າຍທີ່ຝົນໄດ້ເວົ້ານຳແມ່ນັ້ນ ມັນຮູ້ສືກຍາວນານສຳລັບລາວຫລາຍ
ລາວເວົ້າບໍ່ດີກັບແມ່ໄວ້ຫລາຍ ລາວເອົາແຕ່ລົມກັບແຟນໃຫມ່ຂອງລາວທີ່ພົບກັນໃນວຽງຈັນ
ຈົນບໍ່ມີເວລາເຫລືອໃຫ້ກັບແມ່ແມ້ແຕ່ນາທີດຽວ ສິ່ງເຫລົ່ານີ້ເຮັດໃຫ້ລາວຮູ້ສືກເສຍໃຈຫລາຍ
ຂື້ນຈົນນ້ຳຕາໄຫລອອກມາຢ່າງບໍ່ຂາດສາຍ
ເຊົ້າວັນສຸກ ທີ 3 ຕຸລາ
" ຜູ້ຕາຍນີ້ຄົງຈະຖືກທໍລະມານດ້ວຍການເສຍເລືອດ ເຂົາບໍ່ໄດ້ຕາຍຕອນຖືກແທງແນ່ນອນ
ຕຳຫລວດບອກວ່າ ພົບລາວນອນຄວ່ຳຢູ່ ແລະໃນມືຂ້າງຂວານັ້ນ ລາວກຳມືຖືລາວໄວ້ແຫນ້ນ
ຖ້າໃຫ້ເດົາ ຄືລາວຈະພະຍາຍາມ ໂທໃຫ້ຄົນຊ່ວຍ ແຕ່ ຄົງບໍ່ມີໃຜຮັບ "
ຫມໍທຳການພິຈາລະນາສົບຢ່າງມີເຫດມີຜົນ
ໃນຕອນນັ້ນເອງ ຍິງສາວນືກຂື້ນໄດ້ ລາວຈັບໂທລະສັບມືຖືລາວຂື້ນມາ ແລ້ວເບິ່ງສາຍທີ່ຮັບ
ໃນຄືນນັ້ນ ເຊິ່ງລາວກໍ່ເຫັນວ່າມີແຕ່ເບີນ້າສາວທີ່ໂທເຂົ້າມາ ບໍ່ມີຊື່ແມ່ ແຕ່ແລ້ວລາວກໍ່ກົດໄປ
ເບິ່ງເລື້ອຍ ແລ້ວພົບຄຳວ່າ ແມ່ ຢູ່ໃນສາຍທີ່ບໍ່ໄດ້ຮັບ
ແລະ ລາວກໍ່ຈະບໍ່ມີວັນທີ່ຈະໄດ້ຮັບສາຍນັ້ນອີກເລີຍ