
ຂຽນເມື່ອ: ສ.ຫ.. 26, 2010
| ມີ
10 ຄຳເຫັນ
ແລະ
0 trackback(s)
ມີຜົວເມຍຄູ່ໜື່ງອາໄສຢູ່ບ້ານຫລັງໜື່ງ ທຸກໆເຊົ້າຜູ້ເປັນເມຍຈະລັກເບິ່ງເພື່ອນບ້ານ ຈາກປະຕູ ປ່ອງຢ້ຽມຊັ້ນເທິງ ແລ້ວແລ່ນມາລາຍງານຜູ້ເປັນຜົວຟັງ “ ເພື່ອນບ້ານເຮົານີ້ຊັກຜ້າບໍ່ມັກສະອາດເລີຍ ບໍ່ຮຽນວ່າເຂົາຊັກແບບໃດ ” ຜູ້ເປັນຜົວຕອບວ່າ “ ຢ່າໄປສົນໃຈຄົນອື່ນເຂົາເລີຍ “ ເຮົາຊັກເຄື່ອງຂອງເຮົາໃຫ້ສະອາດແລ້ວກັນ “ ແຕ່ຜູ້ເປັນເມຍກໍ່ຍັງລັກເບິ່ງເພື່ອນບ້ານຢູ່ທຸກເຂົ້າ ແລ້ວກໍ່ແລ່ນມາລາຍງານຜູ້ເປັນຜົວທຸກເຊົ້າ “ ເສື້ອຜ້າຂອງເຂົາສົກກະປົກອີກແລ້ວ “..
ຕໍ່ມາວັນໜື່ງ ແລ່ນລົງມາລາຍງານຜູ້ເປັນຜົວ ດ້ວຍຄວາມແປກປະຫລາດໃຈ “ ບໍ່ເຂົ້າໃຈແທ້ໆວ່າ ວັນນີ້ເກີດຫຍັງຂື້ນເສື້ອຜ້າຂອງເພື່ອນບ້ານຂາວສະອາດ ຢາກຈະຮຸ້ວ່າ ເຂົາປ່ຽນວິ ທີຊັກເຄື່ອງແບບໃດ ຫລື ເຮັດແນວໃດ...” ສາມີຫົວຂວັນ ແລະ ກ່າວວ່າ “ ນີ່...ຂ້ອຍລຳຄານ ເຈົ້າເອົາແທ້ເອົາວ່າ ມື້ເຊົ້າຂ້ອຍຕື່ນແຕ່ເຊົ້າ ແລະ ໄປເຊັດແກ້ວປະຕູປ່ອງຢ້ຽມໃຫ້ສະອາດ....... ກ່ອນໜ້ານີ້ກະແກ້ວມັນສົກກະປົກ ເຈົ້າຈີ່ງເບີ່ງອອກໄປກໍ່ເຫັນແຕ່ຄວາມສົກກະປົກ...
ມະນຸດເຮົາມັກເບີ່ງຄົນອື່ນ ໂດຍຜ່ານຈິດໃຈຂອງເຮົາອອກໄປ ເມື່ອຈິດໃຈຂອງເຮົາສະອາດ ເຮົາກໍ່ຈະເຫັນຄວາມງາມຮອບໆຕົວ ແຕ່ຖ້າຈິດໃຈຂອງເຮົາສົກກະປົກ ເຮົາກໍ່ຈະເຫັນ ແຕ່ສີ່ງສົກກະປົກຢູ່ຮອບຕົວ ການທີ່ເຮົາເຫັນແຕ່ສີ່ງເລວຮ້າຍຮອບໆຕົວເຮົາ ເຮົາຕ້ອງເຂົ້າໃຈວ່າແທ້ຈິງແລ້ວ...ສີ່ງທີ່ເຮົາເຫັນ ມັນເກີດຂື້ນໃນຈິດໃຈຂອງເຮົາ ແລະ ເຮົາຕ້ອງຫາທາງຝຶກຈິດ ໃຈໃຫ້ສະອາດບໍລິສຸດ ຖ້າເຮົາເຫັນແຕ່ສີ່ງທີ່ເລວຮ້າຍຈິດໃຈກໍ່ບໍສະຫງົບ ເຮົາກໍ່ຈະກຸ້ມອົກກຸ້ມໃຈ ມີຄວາມທຸກ ແຕ່ຖ້າເຮົາຮຽນເບີ່ງໃນແງ່ດີ ເຮົາກໍ່ຈະຄິດໃນສີ່ງທີ່ດີ ຈິດກໍ່ຈະເບີກບານ ແລະ ມີຄວາມສຸກ...