ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 18, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

 ເມືອງວຽງຈັນ ມີປະຫວັດຕິດພັນກັບພຣະທາດຫຼວງມາແລ້ວ 900 ກ່ວາປີ ຈົນເຖິງພະເຈົ້າໄຊເຊດຖາທິລາດ ໄດ້ລົງມາສ້າງຕັ້ງໃຫ້ເປັນນະຄອນຫຼວງ ແຫ່ງອານາຈັກລາວລ້ານຊ້າງ ຮົ່ມຂາວໃນປີ1560 ແລະໃສ່ຊື່ວ່າ:ວຽງຈັນສີສັດຕະນາຄະນະຫູດໃນເວລາປົກຄອງຢູ່ນະຄອນຫຼວງພະບາງ ພະອົງກໍໄດ້ນຳພາປະຊາລາສະດອນປົກປັກຮັກສາຜືນແຜ່ນດິນລ້ານຊ້າງຕໍ່ການຄຸກຄາມຂອງສັກດີນາພະມ້າ ແລະ ສ້າງສາບ້ານເມືອງ ພິເສດແມ່ນໄດ້ສ້າງວັດຊຽງທອງອັນງົດງາມ ແລ້ວກໍສັ່ງໃຫ້ເຈົ້າເມືອງວຽງຈັນ ພະຍາຈັນທະບູລີ ສີສັດຕະທັມມະໄຕໂລກ ສານຕໍ່ແຜນການຂອງພະບິດາໃຫ້ສຳເລັດໃນປີ 1560.

 ພະອົງເປັນກະສັດອົງໜຶ່ງທີ່ສະຫຼຽວສະຫຼາດເຂັ້ມແຂງເກັ່ງກ້າສາມາດປົກຄອງອານາຈັກລາວລ້ານຊ້າງທີ່ກວ້າງໃຫຍ່ໄພສານດ້ວຍຄວາມເປັນທຳພຽງແຕ່ປົກຄອງລາວໄດ້22ປີ ພະອົງກໍໄດ້ສ້າງຜົນງານອັນໃຫຍ່ຫຼວງ ເຊິ່ງບໍ່ເຄີຍມີກະສັດອົງໃດ ເຮັດໄດ້ມາກ່ອນຄືແນວນີ້.

  ດ້ານການປ້ອງກັນປະເທດ ພະອົງໄດ້ນຳພາກອງທັບ ອອກໄປຕ້ານທານການຮຸກຮານ ຂອງສັກດີນາພະມ້າ ຫຼາຍຕໍ່ຫຼາຍຄັ້ງ ໄດ້ຢ່າງມີໄຊ ອັນໄດ້ເຮັດໃຫ້ ກອງທັບພະມ້າເສຍແມ່ທັບ ໄພ່ພົນ ແລະ ຊ້າງມ້າໄປຢ່າງຫຼວງຫຼາຍ ເຮັດໃຫ້ແມ່ທັບໃຫຍ່ພະມ້າ ບູເຣັງນອງ ທີ່ລືຊາວ່າເປັນ "ຜູ້ຊະນະສິບທິດ" ນັ້ນເສຍກຽດ ແລະ ປວດຫົວກັບກະສັດລາວອົງນີ້ຫຼາຍ ສະໜາມລົບທີ່ລືຊື່ ກໍແມ່ນບັ້ນລົບຍິ່ງໃຫຍ່ ທີ່ສັກດີນາພະມ້າ ຍົກທັບເຂົ້າມາຕີ ນະຄອນຫຼວງວຽງຈັນ ໃນປີ 1571 ໃຕ້ການບັນຊາໂດຍກົງຂອງ ບູເຣັງນອງ ເຊິ່ງໄດ້ຖືກກັບດັກຂອງພະເຈົ້າໄຊເຊດຖາທິລາດ ແລະ ປະຊາລາສະດອນ ຊາວວຽງຈັນ ຫ້າງໄວ້ ໃນຄັ້ງນີ້ ຜູ້ຮຸກຮານໄດ້ເສຍໄພ່ພົນ ຊ້າງມ້າ ສະຕາອາວຸດໄປຢ່າງຫຼວງຫຼາຍພາຍມາກມັນເປັນການເສຍໄຊຢ່າງເຈັບແສບຂອງຜູ້ຮຸກຮານຢ່າງອັບອາຍທີ່ສຸດເຊິ່ງບໍ່ເຄີຍມີມາກ່ອນ ໃນປະຫວັດຂອງ ບູເຣັງນອງ ຈົນໄດ້ກ່າວຂານກັນວ່າ:"ພະໄຊເຊດຖາທິລາດ ແຫ່ງອານາຈັກລາວລ້ານຊ້າງພຽງອົງດຽວທີ່ເປັນຄູ່ຕໍ່ສູ້ອັນເປັນຕາເກງຂານທີ່ສຸດແລະເປັນນັກລົບພຽງອົງດຽວທີ່ບໍ່ຍອມອ່ອນນ້ອມຕໍ່ ບູເຣັງນອງ".

  ເພື່ອເປັນການຜູກມິດສຳພັນ ກັບກຸງສີອະຍຸທະຍາ ພະອົງ ແລະ ພະເຈົ້າແຜ່ນດິນ ກຸງສີອະຍຸທະຍາ ຍັງໄດ້ພ້ອມກັນ ສ້າງທາດສີສອງຮັກ ໄວ້ທີ່ເມືອງດ່ານຊ້າຍ ທີ່ເປັນຊາຍແດນຂອງສອງປະເທດ ທີ່ແຂວງເລີຍ ໃນປີ 1563 ທັງໄດ້ສາບານກັນວ່າ: "ຈະຮັກແພງກັນ ຊົ່ວຟ້າດິນທະລາຍ" ເຖິງແມ່ນວ່າ ມີການກໍ່ກວນຂອງສັກດີນາພະມ້າ ແລະ ພວກກະບົດພາຍໃນ ບາງຄັ້ງຄາວຢູ່ກໍຕາມ ແຕ່ພະໄຊເຊດຖາ ກໍບໍ່ໄດ້ລືມຄຳສາບານ ຕໍ່ພະເຈົ້າແຜ່ນດິນ ອະຍຸທະຍາ ເມື່ອຖືກໂຈມຕີຈາກສັກດີນາພະມ້າ ດ້ວຍການສົ່ງກຳລັງທັບ ໄປຊ່ວຍຫຼາຍຄັ້ງ.

 ການສ້າງວັດວາອາຮາມຕາມພົງສາວະດານຂອງທ່ານ ມະຫາສີລາວິຣະວົງ ກ່າວວ່າ:ພະເຈົ້າໂພທິສະລາດເຊິ່ງເປັນພະບິດາຂອງພະເຈົ້າໄຊເຊດຖາຜູ້ທີ່ເຫຼື້ອມໃສໃນສາດສະໜາພຸດ ໄດ້ປະກາດລົບລ້າງ ຮີດຄອງຜີ ແລະ ສາດສະໜາພາມຈຶ່ງໄດ້ມາສ້າງວັດໃນວຽງຈັນ ໄວ້ກ່ອນແລ້ວແລ້ວສິ້ນພະຊົນ ໃນປີ 1550.

 ພາຍລຸນມາ ໃນປີ 1560 ພະເຈົ້າໄຊເຊດຖາ ຈຶ່ງຍ້າຍນະຄອນຫຼວງວຽງຈັນ ແລ້ວອັງເຊີນເອົາພະແກ້ວມໍລະກົດ ແລະ ພະແຊກຄຳ ລົງມາໃນປີ 1566 ເພິ່ນໄດ້ພ້ອມກັບຊາວວຽງຈັນ ສ້າງ ພະທາດ ຫຼວງຄືນໃໝ່ ກວມໃສ່ທາດເກົ່າ ທາດໃໝ່ນີ້ ມີຄວາມສູງ 45 ແມັດ ກວ້າງ 69 ແມັດ ມີທາດປາລະມີ 30 ລູກ ພ້ອມດ້ວຍຫໍໄຫວ້ ແລະ ກົມມະລຽນ ຕໍ່ມາກໍໄດ້ສ້າງວັດສີເມືອງ ວັດອົງຕື້ ວັດອິນແປງ ວັດພະໂພທິສະລາດ (ເພື່ອອຸທິດບຸນກຸສົນ ໃຫ້ພະບິດາ ພະໂພທິສະລາດ) ວັດພະໄຊເຊດຖາ ວັດທາດຫຼວງ ແລະ ວັດອື່ນໆ ໃນນະຄອນວຽງຈັນ ຕາມລຳດັບຕໍ່ກັນມາ (ສ່ວນຫໍພະແກ້ວ ແມ່ນ ສ້າງສຳ ເລັດແຕ່ປີ 1556) ໄດ້ຫຼໍ່ພະພຸດທະຮູບຈຳນວນໜຶ່ງ ພະອົງຕື້ ພະອິນແປງ ພະສຸກ ພະເສົາ ພະໃສ ພະເສີມ ນອກນີ້ ພະອົງຍັງໄດ້ລົງໄປຢ້ຽມຢາມ ປະຊາລາສະດອນ ໃນຫຼາຍເມືອງພາກໃຕ້ ພາກກາງ ພາກຕາເວັນຕົກ ເພື່ອສານຕໍ່ແນວທາງຂອງພະບິດາ ໃນການລົບລ້າງຮີດຄອງຜີ ແລະ ສາດສະໜາພາມ ໃຫ້ຮາບກ້ຽງ.

  ພະອົງໄດ້ເຊີນເອົາ ນັກປາດອາຈານ ລົງໄປເຜີຍແຜ່ສາດສະໜາ ຢ່າງກວ້າງຂວາງ ແລະ ອັນເປັນທີ່ຍອມຮັບຂອງ ປະຊາລາສະດອນທັງມວນ ແລ້ວກໍພ້ອມກັນ ທັບມ້າງຮ້ານຜີ ແລະ ປະຕິສັງຂອນ ທາດເກົ່າແກ່ຂອງພາມ ດ້ວຍການສ້າງຈອມໃໝ່ໃສ່ແທນ ໃຫ້ມີສິລະປະລາວ ດັ່ງນັ້ນ ຈຶ່ງເຫັນຈອມທາດຕ່າງໆ ຄ້າຍຄືຈອມພຣະທາດຫຼວງ ເຊັ່ນ: ພຣະທາດສີໂຄດຕະບູນ ທີ່ເມືອງທ່າແຂກ ພຣະທາດ ອິງຮັງ ທີ່ສະຫວັນນະເຂດ ພຣະທາດພະນົມ ພຣະທາດເລນູ ພຣະທາດອຸເທນ ທີ່ນະຄອນພະນົມ ພຣະທາດເຊິງຊຸມ ທີ່ສະກົນນະຄອນ ພຣະທາດເທບພົນ ທີ່ໜອງຄາຍ ເປັນຕົ້ນ.

     ເມື່ອພະເຈົ້າໄຊເຊດຖາທິລາດ ໄດ້ສິ້ນພະຊົນໄປແລ້ວ ເສນາບໍດີຜູ້ໃຫຍ່ ກໍຍາດຊີງກັນຂຶ້ນກຳອຳນາດ ອັນເປັນໂອກາດດີ ໃຫ້ແກ່ສັດຕູພາຍນອກ ເຂົ້າມາຮຸກຮານອີກ ເຮັດໃຫ້ອານາຈັກລາວລ້ານຊ້າງ ໄດ້ກາຍເປັນເມືອງຂຶ້ນຂອງ ສັກດີນາພະມ້າ ເປັນເວລາ 28 ປີ ຈຶ່ງບໍ່ໄດ້ມີການສ້າງສາ ພັດທະນາອັນໃດເກີດຂຶ້ນ ໃນຂະນະນີ້.

     ( ນະຄອນຫຼວງວຽງຈັນ ໃນສະໄໝພະເຈົ້າໄຊເຊດຖາທິລາດ ແຕ່ປີ 1560 ເຖິງ 1572 າກບົດຮຽບຮຽງຂອງທ່ານ ຫິມມະກອນ ມະໂນທຳ)

ຂຽນເມື່ອ ຂຽນເມື່ອ: ກ.ພ.. 17, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

     ໃນເຂດທົ່ງພຽງວຽງຈັນແຫ່ງນີ້ ແຕ່ພູເຂົາຄວາມເຖິງອຸດອນ (ເມືອງໜອງຫານນ້ອຍ) ແຕ່ຊະນະຄາມລົງເຖິງປາກຊັນ ໄດ້ມິມະນຸດອາໄສຢູ່ມາແລ້ວກວ່າ 500.000 ປີ ຊຶ່ງໄດ້ຄົ້ນພົບກະດູກ ເຄື່ອງມືທຳມາຫາກິນເຮັດດ້ວຍຫີນ ທອງແດງ ເຫຼັກ ດິນເຜົາ ຢູ່ຫຼາຍແຫ່ງ ເຊັ່ນ: ເມືອງວັງວຽງ ເມືອງຊະນະຄາມ (ແຂວງວຽງຈັນ) ເລົ່າປ່າກໍແຄມນ້ຳາງຶ່ມ(ໄກຈາກນະຄອນ ວຽງຈັນໄປທາງທິດຕາເວັນອອກ 50 ກິໂລແມັດ) ບ້ານຊຽງ ແຂວງອຸດອນ (ປະເທດໄທ) ເມືອງນາຊາຍທອງ ບ້ານສະພັງໝໍ້ ເມືອງໄຊເຊດຖາ ແລະ ແຫ່ງອື່ນໆ.

          ຊົນເຜົ່າດຶກດຳບັນນີ້ ຕາມບົດຄົ້ນຄວ້າບູຮານນະຄະດີ (Archeology) ຂອງຫຼາຍທ່ານໄດ້ຢັ້ງຢືນນຳກັນວ່າແມ່ນຊົນເຜົ່າ (Austronesien) ຊຶ່ງແມ່ນເຜົ່າດຽວກັບຄົນອິນໂດເນເຊຍ (Indonesia) ຕໍ່ມາໄດ້ກາຍມາເປັນກຸ່ມເຜົ່າລາວເທິງ ເປັນຜູ້ມາຢູ່ ກ່ອນເພິ່ນ ຊຶ່ງນັກຄົ້ນຄວ້າມະນຸດສາດ ຮຽກວ່າ: ເຜົ່າ "ເວດາ ລະວ້າ ຈາມ ເຈືອງ ຕ່າງໆ..." ມາຢູ່ກ່ອນແລ້ວກວ່າ 4.000 ປີ ຈາກນັ້ນມາ ແມ່ນເຜົ່າລາວໄທ ຫຼື ໄທລາວ ໄດ້ເຂົ້າມາຢູ່ກວ່າ 2.000 ປີ ຕາມມາແມ່ນເຜົ່າມອນ ທີ່ໄດ້ນຳເອົາ ສາດສະໜາພຸດເຂົ້າມາ.

       ໃນເວລາຟື້ນຟູຖະໜົນເລກ 1 ໃນນະຄອນຫຼວງວຽງຈັນ (2005-2007) ກົມມໍລະດົກໄດ້ຮ່ວມມືກັບຊ່ຽວຊານຂອງຍີ່ປຸ່ນ (Jica) ທ່ານ ໂກບິກິ (Kobiki) ນາງ ນາໂຮ ຊິມິຊຶ (Naho Shimizu) ຊ່ຽວຊານດ້ານດິນເຜົາ ໄດ້ຄົ້ນພົບຫຼັກຖານ ຫຼາຍຢ່າງ ຈຳນວນກວ່າ 140.000 ຊິ້ນສ່ວນ ທີ່ຂຸດຂື້ນມາແລ້ວໄດ້ພິມອອກໃນໜັງສືພິມ (Journal of south east Asian Archeology 27, 2007) ບວກກັບການຄົ້ນຄວ້າຂອງນັກຊ່ຽວຊານສາກົນອື່ນໆ ຈຶ່ງພໍສະຫຼຸບໄດ້ວ່າ:

- ຊິ້ນສ່ວນເຄື່ອງມືທີ່ເກົ່າແກ່ກວ່າໝູ່ນັ້ນ ແມ່ນມາຈາກເຜົ່າ (Austronesien) ແນ່ນອນ ເຂົາໄດ້ຖືຮີດຄອງຜີ ແລະ ໄດ້ມາຢູ່ກ່ອນເພິ່ນ ໃນນາມມະນຸດຊາດ (ພົບເຫັນຊາກກະດູກ ແລະ ເຄື່ອງມືທຳດ້ວຍຫີນອີກ).

- ຖັດຈາກນັ້ນມາກໍໄດ້ຄົ້ນພົບ ທາດວັດ ວັດສະດຸກໍ່ສ້າງ ແລະ ເຄື່ອງໃຊ້ສອຍທີ່ເປັນດິນເຜົາ ນັບທັງເຄື່ອງມືກະສິກຳ ແລະ ອາວຸດ ທີ່ທຳດ້ວຍເຫຼັກ ຈຶ່ງສັນນິຖານວ່າເປັນຂອງ ໄທ-ລາວ ທີ່ມາດຳລົງຊີວິດຢູ່ທີ່ນີ້ມາໄດ້ກວ່າ 2.000 ປີແລ້ວ ສ່ວນສິ່ງ ກໍ່ສ້າງ ແລະ ວິຈິດສິນ ທີ່ເຮັດດ້ວຍໄມ້ ແມ່ນບໍ່ເຫັນ ເພາະອາຍຸບໍ່ຍາວນານ.

- ຊິ້ນສ່ວນ ວັດຖຸບູຮານ ທີ່ຄົ້ນພົບໃນເວລາຖັດມາ ສ່ວນຫຼາຍແມ່ນຂອງເຜົ່າມອນ (ທະວາຣະວະດີ) ທີ່ມາຈາກປະເທດ ພະມ້າ ແລະ ອິນເດຍ ຫຼັງຄຣິດຕະສັກກະລາດ ເພິ່ນໄດ້ຄົ້ນພົບເຄື່ອງເຫຼົ່ານີ້ໃນພື້ນວັດ ແລະ ທາດ ທີ່ເກົ່າແກ່ຕ່າງໆ ໃນວຽງຈັນ ແລະ ເຂດນອກ ຊາວມອນນີ້ໄດ້ເຂົ້າມາລາວໃນສັດຕະວັດທີ 5-7 ຕໍ່ມາກໍມີຊາວຂະເໝນ ຂື້ນມາຢູ່ແຫ່ງນີ້ ບາງໄລຍະຮ່ວມກັບຊາວມອນ.

   ເພື່ອໃຫ້ເຂົ້າໃຈແຈ້ງຄວາມເປັນມາຂອງຄົນລາວນີ້ ຈຶ່ງຂໍຍົກເອົາເລື່ອງຂຸນບູລົມ ຄຳເວົ້າຂອງບັນພະບູລຸດເຮົາ ແລະ ຜູ້ທີ່ໄດ້ຄົ້ນຄ້ວາພົງສາວະດານຂອງລາວມາແຕ່ ກ່ອນ ໂດຍສັງເຂບດັ່ງນີ້:

       ຕຳນານຂອງຂຸນບູລົມກ່າວວ່າ ລາວເດີມມາຈາກ ພູອັນໄຕ ໃນມົງໂກລີ 3.000 ປີກ່ອນ ພຸດທະສັກກະລາດ ຈາກນັ້ນ 500 ປີ ໄດ້ຍ້າຍມາຕັ້ງຢູ່ເມືອງລຸງ ເມືອງປາ ແລະ ເມືອງງ້ຽວ ໃນພາກກາງຂອງຈີນດຽວນີ້ ຄົນລາວມັກປູກຝັງ ມີນິໄສມັກ ສະຫງົບ ເອື້ອເຟື້ອເພື່ອແຜ່ ບໍ່ມັກບຽດບຽນໃຜ ເປັນຄົນມັກງ່າຍ ເມື່ອຖືກຮຸກຮານກໍຈະຍ້າຍທີ່ອົບພະຍົບ ລົງມາທາງໃຕ້ ເລື້ອຍໆ ຈົນເຖິງແຫຼມທອງ (ສຸວັນນະພູມ) ກ່ອນ ຄສ 100 ປີ ລາວພວກນີ້ ໄດ້ທະຍອຍກັນລົງໄປຕາມແມ່ນ້ຳສາລະວີນ (ເປັນໄທໃຫຍ່) ແມ່ນ້ຳເຈົ້າພະຍາ (ເປັນໄທສະຫຍາມ) ແມ່ນ້ຳແດງ (ເປັນໄທດຳ ໄທແດງ) ແລະ ແມ່ນ(ເປັນຄົນລາວມາເຖິງທຸກວັນນີ້).

     ສ່ວນພວກທີ່ມາຕາມຫຼັງກໍໄດ້ມາສ້າງຕັ້ງເປັນລັດເອກະລາດ ເຊັ່ນ: ອານາຈັກອ້າຍລາວໃນສະຕະວັດ ທີ 6-7 ອານາຈັກ ໜອງແສ ໃນສະຕະວັດທີ 8-10 (ເມືອງຄຸນໝິງ) ແລະ ອານາຈັກແຖນໃນສະຕະວັດທີ 8-12 (ດຽນບຽນຟູ) ຊຶ່ງແມ່ນ ສະໄໝຂອງຂຸນບູລົມ ຣາຊາທິຣາດ ແລ້ວພະອົງຈຶ່ງໄດ້ແບ່ງອຳນາດໃຫ້ລູກຊາຍ 7 ຄົນໄປປົກຄອງ 7 ຫົວເມືອງ ໃນສຸວັນນະພູມ (ຊຶ່ງແມ່ນອານາຈັກລ້ານຊ້າງໃນຂັ້ນຕໍ່ມາ).

        ຕາມຄຳເຫັນຂອງສົມເດັດເຈົ້າ ມະຫາ ອຸປະຣາດ ຣັດຕະນະວົງສາ ເວົ້າວ່າ: "ຊາດລາວເປັນຊາດທີ່ໃຫຍ່ ແລະ ເກົ່າແກ່ ຊາດໜື່ງໃນໂລກນີ້ ທັງເປັນຊາດທີ່ເຄີຍມີຄວາມຮຸ່ງເຮືອງ ມາແຕ່ກ່ອນອີກດ້ວຍ ຕາມຫຼັກຖານໃນພົງສາວະດານຈີນ 2.200 ປີ ກ່ອນພຸດທະສັກກະລາດມາແລ້ວ ຊາວຈີນ ຮ້ອງເຮົາວ່າ: ມົງໃຫຍ່" ຊຶ່ງມີພູມລຳເນົາຢູ່ຕາມແມ່ນ້ຳຢາງເຊກຽງ ໃນປະເທດ ຈີນເວລານັ້ນ ແລະ ປາງນັ້ນ ກໍເປັນສະໄໝດຽວກັບຄາວສ້າງປະເທດເອຊິບສະໄໝບູຮານ ຄື: ສ້າງເຈດີ ປິຣາມິດ ແລະ ນະຄອນບາບີລອນ ແຫ່ງປະເທດກັນລະເດ ພາຍຫຼັງນັ້ນມາ ຊາວຈີນຈຶ່ງເອີ້ນເຮົາວ່າ: "ລາວ" ນັກປາດຊາວຜິວຂາວຫຼາຍຄົນ ເປັນຕົ້ນວ່າ: ດຣ. ດົດ ໄດ້ຫຼັກຖານຈາກພົງສາວະດານຈີນວ່າ ໃນເມື່ອ 2.200 ປີ ກ່ອນ ພຸດທະສັກກະລາດນັ້ນ ຊາວລາວ ເຮົາຮູ້ຈັກລ້ຽງມ້ອນເຮັດໄໝ ແລະ ຕ່ຳຜ້າເປັນດອກເປັນດວງມາແລ້ວທັງຮູ້ຈັກເອົາຂີ້ຊາຍ ມາເຮັດແກ້ວອີກດ້ວຍ.

          ຕາມການຄົ້ນຄວ້າຂອງທ່ານ ມີແຊນ ລໍຣິຢາ (Michel Lorrillard) ວ່າ: ແຕ່ສະຕະວັດທີ 1 ມາ ເຜົ່າໄທ-ລາວ ໄດ້ອົບ ພະຍົບຈາກພາກໃຕ້ຂອງຈີນ ລົງມາຕາມແມ່ນ້ຳຂອງ ຈົນເຖິງຈຳປາສັກ ແລ້ວເຂົ້າແທນທີ່ຊົນເຜົ່າຂອມ ທີ່ຍ້າຍໜີໄປຢູ່ ເຂດພູດອຍ ຂໍ້ສັນນິຖານນີ້ກໍຖືກກັບບົດຂຽນຂອງ ທ່ານ ຄຳເພົາ ພອນແກ້ວປີ 1997 ແລະ ມະຫາ ຄຳ ຈຳປາແກ້ວມະນີ ປີ 1980 ວ່າ: ເຜົ່າອ້າຍລາວ ຫຼື ໄທ-ລາວ ໄດ້ອົບພະຍົບລົງມາແຕ່ພາກໃຕ້ຈີນ ມາຕັ້ງຖິ່ນຖານຢູ່ຂົງເຂດນີ້ ແຕ່ຕົ້ນສະຕະວັດທີ 1.

    ຈາກສິ່ງທີ່ໄດ້ກ່າວມາຂ້າງເທິງນີ້ ຈຶ່ງສັນນິຖານໄດ້ວ່າ: ວຽງຈັນໄດ້ກາຍເປັນບ້ານມາແລ້ວກວ່າ 2.000 ປີ ທີ່ມີການປົກຄອງ ກັນມາ ອາດຈະແມ່ນບັ້ນປາຍຂອງສະຫະຊີບ ຫຼື ເຈົ້າກົກເຈົ້າເລົ່າ ໄດ້ກາຍເປັນບ້ານໃຫຍ່ທີ່ຂື້ນກັບຫົວໜ້າເຜົ່າ ທັງເປັນຜູ້ນຳ ທາງສາດສະໜາອີກດ້ວຍ ຈາກນັ້ນກໍພັດທະນາໄປເລື້ອຍໆ ຈົນກາຍເປັນເມືອງ ຊຶ່ງແມ່ນພະຍາເຈົ້າເມືອງເປັນຜູ້ປົກຄອງ.

                  ປື້ມປະຫວັດສາດຂອງ ດຣ. ສຸເນດ ໂພທິສານ ໄດ້ສະຫຼຸບວ່າ: ສັງຄົມຊົນເຜົ່າໃນລຸ່ມແມ່ນ້ຳຂອງງ ແມ່ນມີວັດທະນະທຳຮີດຄອງປະເພນີແບບປະຖົມປະຖານ

ເປັນຂອງຕົນ ແລະ ມີຄວາມຈະເລີນຢ່າງມາກມາຍໃນຫຼາຍໆ ດ້ານແລ້ວ ກ່ອນຈະໄດ້ ຮັບເອົາວັດທະນະທຳຈາກອິນເດຍ ແລະ ຈີນ ຄືຮູ້ຈັກປູກເຂົ້ານາດຳເປັນອາຊີບ ສຳຄັນຮູ້ຈັກປັ້ນດິນເຜົາ ແລະ ລະບາຍສີ ຮູ້ຜະລິດເຄື່ອງມືຈາກທອງສຳລິດ ແລະ ເຫຼັກ ມີຄວາມຊຳນານໃນການເດີນເຮືອ ຕາມລຳແມ່ນ້ຳຂອງຮູ້ຜະລິດເຄື່ອງນຸ່ງຫົ່ມແລະ ຮູ້ສ້າງເຮືອນຮ້ານທີ່ມີກ້ອງຕະລ່າງສູງພື່ອຫຼີກນ້ຳຖ້ວມດ້ານສັງຄົມຮູ້ນັບຖືຫົວໜ້າເຜົ່າຂອງຕົນເປັນຜູ້ດຳເນີນການປົກຄອງແຕ່ລະບ້ານມີຫົວໜ້າບ້ານ ດ້ານການເຊື່ອຖືແມ່ນນັບຖືຜີຊັ່ນ: ຜີພໍ່ແມ່ຜີບັນພະບູລຸດ ຜີຟ້າ(ແຖນ) ເຈົ້າແຫ່ງນ້ຳ(ນາກ) ເຈົ້າແຫ່ງແຜ່ນດິນ (ຊ້າງ) ເຈົ້າແຫ່ງອາກາດ (ຄຸດ) ແຕ່ໄລຍະນີ້ ເປັນໄລຍະໄກເກີນໄປ ທີ່ບໍ່ສາມາດ ກຳນົດໄດ້ວ່າ: ຂອບເຂດຂອງເມືອງວຽງຈັນ ມີເນື້ອທີ່ກວ້າງແຄບຊ່ຳໃດ ມີຈັກບ້ານມີພົນລະເຮືອນເທົ່າໃດ ຜາສາດ ຣາຊະວັງຢູ່ໃສແລະ ອື່ນໆເພາະຂາດຂໍ້ມູນທັງໜ້າດິນ ແລະ ໃຕ້ດິນ.

(ເມືອງວຽງຈັນໃນຍຸກປະຖົມບູຮານຈາກບົດຮຽບຮຽງຂອງທ່ານ ຫິມມະກອນ ມະໂນທຳ)

ຂຽນເມື່ອ ຂຽນເມື່ອ: ກ.ພ.. 15, 2010 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

    ໃນສະໄໝລາຊະການ ເຈົ້າໄຊເຊດຖາທິລາດ ເປັນພະເຈົ້າແຜ່ນດິນແຫ່ງ ອານາຈັກລາວລ້ານຊ້າງ ນັ້ນ ໄດ້ມີຫຼາຍເຫດການສຳຄັນ ສຳລັບພະອົງ ເຊັ່ນ: ດຳລົງຕຳແໜ່ງເຈົ້າແຜ່ນດິນ ອານາຈັກລ້ານນາແຫ່ງຊຽງໃໝ່ ເຈົ້າແຜ່ນດິນອານາຈັກລ້ານຊ້າງ ຍ້າຍນະຄອນຫຼວງຈາກນະຄອນຊຽງທອງ ຫຼວງພະບາງມາວຽງຈັນ ນຳພາປະຊາຊົນສ້າງພຣະທາດຫຼວງ ສ້າງພະພຸດທະຮູບ ສ້າງວັດ ແລະ ປະຕິສັງຂອນທາດ ແລະ ວັດເກົ່າແກ່ ກັບມາຈະເລີນຮຸ່ງເຮືອງ ຫຼາຍບ່ອນ...

     ໄປຄຽງຄູ່ກັບການປັບປຸງ ແລະ ສ້າງຄວາມເຂັ້ມແຂງພາຍໃນແລ້ວ ເຈົ້າໄຊເຊດຖາທິລາດ ຍັງໄດ້ເອົາໃຈໃສ່ພິເສດ ຕໍ່ທຸກປະເທດອ້ອມຂ້າງ ເພື່ອເຮັດໃຫ້ເສັ້ນຊາຍແດນ ກາຍເປັນຊາຍແດນສັນຕິພາບ ແລະ ມິດຕະພາບ ອັນຊັດເຈນກໍແມ່ນກັບອະຍຸດທະຍາ ທັງສອງອານາຈັກລາວລ້ານຊ້າງ ແລະ ກຸງສີອະຍຸດທະຍາ ຕົກລົງສ້າງພະທາດສີສອງຮັກ ເພື່ອເປັນສັນຍາລັກແຫ່ງ ສຳພັນຖະໄມຕີອັນດີຕໍ່ກັນ ທັງໃຫ້ເປັນຫຼັກໝາຍ ຊາຍແດນນິລັນດອນ ຂອງສອງປະເທດ.

     ທາດດັ່ງກ່າວນີ້ ຖ້ານລຸ່ມເປັນສິລະປະຂອງ ກຸງສີອະຍຸດທະຍາ ຕອນເທິງເປັນສິລະປະຂອງລ້ານຊ້າງ ພະທາດມີຄວາມສູງ 30 ແມັດ ກວ້າງດ້ານລະ 80 ແມັດ ລົງມືສ້າງເມື່ອປີ ຄ.ສ 1560 ແລະ ສຳເລັດເມື່ອປີ ຄ.ສ 1563 ຫຼັງຈາກສ້າງສຳເລັດ ທັງສອງເຈົ້າແຜ່ນດິນ ພ້ອມກັນໃສ່ຊື່ວ່າ: “ເຈດີສີສອງຮັກ” ການກໍ່ສ້າງໄດ້ມີການແຕ່ງຕັ້ງ ຄະນະກຳມະການຮັບຜິດຊອບຄັກແນ່ ຄືຝ່າຍລາວລ້ານຊ້າງ ຝ່າຍຄາລະວາດມີມະຫາອາມາດ ຈັນທະປະສິດທິລາຊະພັກດີ ແລະ ໝື່ນອຸບາລີ ເປັນປະທານ ຝ່າຍສົງມີພະອຸບາລີ ພະອະລິຍະກັດສະປະ ພ້ອມດ້ວຍຄະນະ 70 ຕົນ ຝ່າຍກຸງສີອະຍຸດທະຍາ ຝ່າຍຄາລະວາດ ກໍມີພະພົນເທບນາຍົກເປັນປະທານ ຝ່າຍສົງກໍມີພະຄູບໍລົມມະຈາລິຍາ ພ້ອມຄະນະອີກ 70 ຕົນເທົ່າກັນ.

   ໃນສີລາເລກກ່ຽວກັບ ທາດສີສອງຮັກ ທີ່ເກັບຮັກສາໄວ້ໃນຫໍພະແກ້ວ ວຽງຈັນ ມີໃຈຄວາມວ່າ: ... “ຈັກກ່າວເຖິງຕຳນານ ສີລາເລກຂອງພະຍາ ທຳມິກະລາດ ຕັ້ງແຕ່ມະຫາສັງກາດໄດ້ 1482 ຈຸນລະສັງກາດໄດ້ 922 (ຄສ 1560) ແລະ ພຸດທະສັງກາດໄດ້ 2103 ຈຶ່ງຍັງມີພະເຈົ້າແຜ່ນດິນສອງຕົນ ຕົນໜຶ່ງມີນາມວ່າ ພະຍາທຳມິກະລາດ ຕົນເປັນອາດໃນນະຄອນຈັນທະບູລີ ສີສັດຕະນາຄະນາຫຸດ ອີກຕົນໜຶ່ງມີນາມວ່າ ພະມະຫາຈັກກະພັດຕົນເປັນ ອາດໃນເມືອງສີອະຍຸດທະຍາ ຮ່ຳເພີງໃນຄວາມຮັກແພງຊຶ່ງກັນ ຄິດໄຄ່ໃຫ້ເປັນປະໂຫຍດແກ່ແຜ່ນດິນທັງສອງ ໃຫ້ນຳຄອງອັນດີ ອັນສຸກຍິ່ງ ຈຶ່ງຕົກລົງພ້ອມກັນ ນິມົນພະສົງຜູ້ຊົງສິນທັງສອງຝ່າຍ ແລ້ວແຕ່ງຕັ້ງເປັນລາຊະອຳນາດ ແລະ ພະສົງສອງຝ່າຍດັ່ງກ່າວ ມາຄວບຄຸມ ແລະ ນຳພາປະຊາຊົນ ສ້າງທາດໜ່ວຍນີ້ຂຶ້ນ.

   ທາດສີສອງຮັກ ເປັນຖາວອນວັດຖຸສະຖານແຫ່ງໜຶ່ງ ຂອງການພົວພັນຂອງສອງປະເທດ ສ້າງຂຶ້ນໃນໄລຍະດຽວກັບທາດຫຼວງວຽງຈັນ ທາດອົງນີ້ ຕັ້ງຢູ່ເຂດເມືອງຊ້າຍຊຽງຄານ ແຄມນ້ຳໝັນ ຫ່າງຈາກຕົວເມືອງ 2 ກິໂລແມັດ ອີກຈຸດປະສົງໜຶ່ງແມ່ນ ເພື່ອເປັນຫຼັກໝາຍຊາຍແດນ ລະຫວ່າງອານາຈັກລ້ານຊ້າງ ແລະ ກຸງສີອະຍຸດທະຍາ ບາງເນື້ອໃນຈິດໃຈຕອນໜຶ່ງ ໃນຄຳສັດຈາທິຖານຂອງ ເຈົ້າແຜ່ນດິນທັງສອງ ອ່ານໃນເວລາສະຫຼອງທາດວ່າ: ... ໃຫ້ເປັນພະລາຊະໄມຕີ ໂດຍບໍລົມປະເພນີ ເພື່ອຈະສືບເຊື້ອສຸລິວົງ ແລະ ຍາດວົງສຳພັນ ທະມິດຕະອຸສາລຳມະນະ ... ຂໍຈົ່ງເປັນເອກະສິມາມົນທົນ ວັນດຽວກັນ ໃຫ້ກ້ຽງກົມງາມມົນທົນ ເທົ້າຍອດພົງພັນລູກເຕົ້າຫຼານເຫຼັນ ຢ່າໄດ້ຊີງຊ່ວງລ່ວງແດນ ແຜ່ນຫຍ້າຢ່າໄດ້ກະທຳ ໂລບລ້ຽວແກ່ກັນ ... ດັ່ງນັ້ນ ທາດອົງນີ້ ນັບວ່າເປັນຖາວອນວັດຖຸສະຖານ ທີ່ມີຄວາມສຳຄັນ ເປັນມໍລະດົກ ວັດທະນະທຳ ທັງເປັນສັນຍາລັກ ການພົວພັນຕ່າງປະເທດທີ່ດີງາມ ຂອງອະດີດຕະການ ຂອງສອງແຜ່ນດິນ ຊຶ່ງແກ້ໄຂເສັ້ນຊາຍແດນບູຮານ ໂດຍທັງສອງຝ່າຍ ຖືເອົາສາຍພູດົງພະຍາໄຟ ແລະ ສາຍພູດົງພະຍາພໍ່ ເປັນເສັ້ນຊາຍແດນ ແລະ ທັງເປັນການຢັ້ງຢືນວ່າ ທັງສອງຝ່າຍຈະບໍ່ຂະຫຍາຍດິນແດນຂອງຕົນ ເລື່ອນລ້ຳເຂົ້າໄປຍັງ ດິນແດນຂອງອີກຝ່າຍໜຶ່ງ ດັ່ງນັ້ນ ທາດສີສອງຮັກ ຈຶ່ງຖືກສ້າງຢູ່ເໜືອສຸດຂອງສາຍພູພະຍາພໍ່ ກຳນົດຕັ້ງຢູ່ເຄິ່ງກາງລະຫວ່າງ ແມ່ນ້ຳຂອງ ກັບແມ່ນ້ຳນ່ານໄລຍະຫ່າງກັນ ທາດສີສອງຮັກ ນອກຈາກເປັນສັນຍາຫຼັກ ແດນທາງວັດຖຸແລ້ວ ຍັງເປັນສິ່ງສຳນຶກທາງຈິດໃຈ ທີ່ສະແດງອອກເຖິງ ຄວາມຊື່ສັດສຸດຈະລິດ ຮັກແພງກັນ.

    ດັ່ງຄຳສັດຕະຍາທິຖານຕອນໜຶ່ງວ່າ: ... ໄດ້ມີຄວາມຮັກແພງກັນ ເພື່ອໃຫ້ອານາຈັກທັງສອງຍືນໝັ້ນ ເທົ່າຊົ່ວພົງພັນລູກເຕົ້າຫຼານເຫຼັນ ໃຜຢ່າໄດ້ຊີງຊ່ວງ ລ່ວງແດນແຜ່ນຫຍ້າ ຢ່າໄດ້ກະທຳໂລບລ້ຽວແກ່ກັນ ຈົນເທົ່າສ້ຽງພະອາທິດ ຕົກລົງມາຢູ່ເໜືອແຜ່ນດິນອັນນີ້ເທີ້ນ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 15, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ


    ເສົາຫຼັກເມືອງ ເປັນເສົາຫີນ ຫຼື ຫີນຫຼາຍໜ່ວຍໂຮມກັນ ເປັນຫີນຫຼັກດ່ຽວ ປາສະຈາກການຂຽນຂໍ້ຄວາມໃດໆ ຄວາມໝາຍກໍຄືການສ້າງ ໃຫ້ເປັນສັນຍາລັກແຫ່ງການຕັ້ງເມືອງ ຈຸດໃຈກາງເມືອງຂອງຄົນສະໄໝກ່ອນ ໂດຍມີການເລືອກສະຖານທີ່ ຄວາມເໝາະສົມໃນການສ້າງຕັ້ງ ຈາກບຸກຄົນສຳຄັນ ຕາມແບບວິທີຂອງຍຸກສະໄໝນັ້ນ ໂດຍມີພິທີກຳຕ່າງໆ ເພື່ອຄວາມເປັນສີລິມົງຄົນ ຫຼື ຄວາມສະຫງ່າລາສີຂອງເມືອງນັ້ນ ເສົາຫຼັກເມືອງ ຈຶ່ງກາຍເປັນສູນລວມແຫ່ງ ຄວາມເຄົາລົບນັບຖືຂອງຜູ້ຄົນ ເພື່ອໃຫ້ກາຍເປັນຫຼັກເມືອງອັນສັກສິດ ເຮັດໃຫ້ການສ້າງສາ ພັດທະນາປະເທດຊາດ ຈະເລີນຮຸ່ງເຮືອງ ໃນໂອກາດຕໍ່ໆໄປ.

       ເສົາຫຼັກເມືອງເກົ່າ ທີ່ຖືກຄົ້ນພົບຢູ່ຖະໜົນເສດຖາທິລາດ ບ້ານເພຍວັດນັ້ນ ເປັນເສົາຫຼັກເມືອງທີ່ເກົ່າແກ່ ຊຶ່ງປະກອບດ້ວຍ ການຈັດວາງກ້ອນຫີນ ໃຫ້ກາຍເປັນເສົາ ເພື່ອບົ່ງບອກເຖິງ ສະຖານທີ່ແຫ່ງການສ້າງຕັ້ງເມືອງ ມີອາຍຸຍືນນານ ອາດກ່ອນການສ້າງຕັ້ງ ນະຄອນຫຼວງວຽງຈັນ ເປັນເມືອງເອກ ຕາມການສັນນິຖານຂອງກ້ອນຫີນ ແລະ ການຄົ້ນພົບທີ່ເລິກກ່ວາ 1,80 ມ ນັ້ນ ທ່ານ ວຽງແກ້ວ ສຸກສະຫວັດດີ ກ່າວວ່າ: ອາດຈະສ້າງກ່ອນໜ້າ ການຍ້າຍນະຄອນຫຼວງ ຈາກນະຄອນຊຽງທອງຫຼວງພະບາງ ມາສູ່ວຽງຈັນ ແລະ ບາງທີ ອາດແມ່ນໃນລາຊະການຂອງ ເຈົ້າໂພທິສາລາດ ອົງເປັນພະບິດາຂອງ ເຈົ້າໄຊເຊດຖາທິລາດ ກໍໄດ້ ເພາະເພິ່ນໄດ້ສ້າງ ແລະ ປະຕິສັງຂອນຢູ່ຫຼາຍວັດ ເຊັ່ນ: ວັດໂພນພະເນົາ ວັດໜອງບອນ ວັດໂພນພິໄສ ໜອງຄາຍ ແລະ ອື່ນໆ          ການຄົ້ນພົບເສົາຫຼັກເມືອງເກົ່າ ນັບວ່າເປັນໂອກາດດີ ຫຼືໂຊກດີກໍວ່າໄດ້ ເພາະອີງຕາມແຜນ ສະເຫຼີມສະຫຼອງ ນະຄອນຫຼວງວຽງຈັນ ຄົບຮອບ 450 ປີ ນັ້ນ ຈະສ້າງນະຄອນຫຼວງ ໃຫ້ບັນລຸ 6 ສ ໂດຍມີ 13 ແຜນງານໃຫຍ່ ແລະ 160 ໂຄງການ ໃນນັ້ນມີ 21 ໂຄງການ ແລະ ການປະຕິສັງຂອນວັດຖຸບູຮານ 5 ແຫ່ງ ຢູ່ນະຄອນຫຼວງວຽງຈັນ (ທາດຫຼວງ ຫໍພຣະແກ້ວ ພິພິທະພັນວັດສີສະເກດ ກຳແພງເມືອງ ຫຼັກເມືອງວຽງຈັນ ລ້ວນແຕ່ເປັນໂຄງການບູລິມະສິດ... ຫໍຫຼັກເມືອງທີ່ຈະສ້າງໃໝ່ໃສ່ບໍລິເວນເກົ່າ ຈະເປັນຮູບຊົງຫໍພະສາດ ມີປະຕູ 4 ທິດ ຫຼັງຄາມີຍອດຊໍ່ຟ້າສູງເດັ່ນ ມີຄວາມກວ້າງ 25x25 ແມັດ ສູງ 30 ແມັດ ແລະ ປະກອບມີເສົາຫຼັກເມືອງຈຳລອງ ທີ່ສ້າງຂຶ້ນໃໝ່ຕັ້ງໄວ້ຢູ່ເຄິ່ງກາງ ແລະ ກ້ອນຫີນທີ່ເປັນ 4 ເສົາຫຼັກເມືອງເກົ່າ ຈະໄດ້ນຳມາຕັ້ງວາງສະແດງຢູ່ທີ່ນັ້ນ ເພື່ອໃຫ້ປະຊາຊົນ ນັກທ່ອງທ່ຽວໄດ້ຊົມ ໄດ້ຄົ້ນຄ້ວາສຶກສາ ວັດຖຸບູຮານດັ່ງກ່າວ ປາງອະດີດ.

ສ່ວນເສົາຫຼັກເມືອງ ທີ່ຢູ່ໃນສິມວັດສີເມືອງນັ້ນ ກໍເປັນບູຮານວັດຖຸອີກຊະນິດໜຶ່ງ ທີ່ມີຄວາມໝາຍສຳຄັນ ຕິດພັນກັບການສ້າງພຣະທາດຫຼວງ ຫຼື ເປັນປະເພນີແນວໃດ ເພິ່ນຈັດຕັ້ງບຸນປະເພນີ ທີ່ວັດສີເມືອງກ່ອນ ຈຶ່ງມີການແຫ່ຜາສາດເຜີ້ງ ໄປບູຊາທາດຫຼວງຕໍ່ມາ.

ຕາມປະຫວັດທາດເຈດີŒວັດສຳຄັນ ພິມເມື່ອ 1974 ນັ້ນ ທ່ານ ຈັນ ອິນທຸພິລາດ ຜູ້ຂຽນປະຫວັດວັດສີເມືອງ ໄດ້ມີທັດສະນະໃນບົດຂຽນຂອງເພິ່ນ ບາງຕອນວ່າ: ເບິ່ງຕາມຕຳນານທົ່ວໄປໃນປາງປະຖົມ ບ່ອນຝັງພະບໍລົມສາລີລິກະທາດ (ດູກພະພຸດທະເຈົ້າ) ຫຼືບ່ອນສຳຄັນ ມັກຈະເອົາຫຼັກຫີນ ເຮັດເປັນເຄື່ອງໝາຍໄວ້ ຢ່າງພະເຈົ້າອະໂສກກະລາດ ໝາຍສະຖານທີ່ເກີດ ທີ່ສະແດງທຳມະຈັກ ຂອງພະພຸດທະເຈົ້າດ້ວຍຫີນ ... ທຸກແຫ່ງ ທີ່ພະລັດສີ ໝາຍບ່ອນປະດີດສະຖານດູກ ພະພຸດທະເຈົ້າ ໃນດິນແດນສຸວັນນະພູມນັ້ນ ກໍລ້ວນແຕ່ໝາຍດ້ວຍຫຼັກຫີນ ເຊັ່ນ: ທາດພຣະນົມ ທາດຫຼວງ ເບື້ອງຕົ້ນ ນຳເອົາເສົາຫີນ ເປັນເຄື່ອງໝາຍບ່ອນຝັງດູກ ພະພຸດທະເຈົ້າ ສະເພາະທາດຫຼວງນັ້ນ ໄດ້ສ້າງທາດກວມບ່ອນມີເສົາຫີນ ໝາຍບ່ອນຝັງດູກພະພຸດທະເຈົ້າ ຊຶ່ງແມ່ນໃນລາຊະການຂອງ ເຈົ້າໄຊເຊດຖາທິລາດ ໂດຍສ້າງແຕ່ ຄ.ສ 1560 ແລະ ສຳເລັດ ຄ.ສ 1566 ທ່ານຈຶ່ງເຂົ້າໃຈວ່າ ເສົາຫີນທີ່ເປັນຫຼັກຫີນ ໃນສິມວັດສີເມືອງນັ້ນ ຄົງເປັນຫຼັກໝາຍສຳຄັນ ທາງພຸດທະສາດສະໜາ ເປັນແນ່.

ສ່ວນທີ່ວ່າ ເສົາຫຼັກເມືອງຢູ່ວັດສີເມືອງ ຕາມຄຳເລົ່າລືປາກຕໍ່ປາກວ່າ ແມ່ນການຝັງມ້າ ຝັງແມ່ມານສີ ແລະ ເອົາເສົາຝັງເທິງທັບນັ້ນ ຄົງຈະບໍ່ແມ່ນ ເພາະບໍ່ມີການບັນທຶກ ບໍ່ມີຫຼັກຖານ ແລະ ຢູ່ໃນສະໄໝໃດກັນແທ້ ຈະເອົາແມ່ມານຕາຍຫູງ ມາເປັນເທພາລັກຫຼັກເມືອງ ອັນເປັນສະຖານມິ່ງມຸງຄຸນ ຂອງພະນະຄອນ ຍ່ອມບໍ່ເໝາະສົມກັບການເຄົາລົບ ນອບນ້ອມ ຂອງເຈົ້າພະຍາລາຊາ ຜູ້ຄອງເມືອງແຫ່ງນີ້ ແຕ່ແນວໃດກໍດີ ເສົາຫຼັກເມືອງຢູ່ວັດສີເມືອງ ກໍເປັນວັດຖຸບູຮານສິ້ນສຳຄັນ ຜູກພັນກັບທາດຫຼວງວຽງຈັນ ຄວນແກ່ເຄົາລົບກາບໄຫວ້ ເພື່ອເປັນມຸງຄົນ ກັນຊີວິດຂອງຜູ້ຄົນທີ່ເຊື່ອຖື.

ເສົາຫຼັກເມືອງທີ່ຈະສ້າງໃໝ່ ຖືເອົາລືກງາມ 24 ກຸມພາ 2010 ເລີ່ມຕົ້ນສ້າງນັ້ນ ມີມູນຄ່າ 9 ຕື້ກ່ວາກີບ ໃນນັ້ນ ມີທັງຄ່າກໍ່ສ້າງ ແລະ ຄ່າເວນຄືນທີ່ດິນ ລຳພັງແຕ່ງົບປະມານທີ່ລັດອະນຸມັດ ຄົງຈະເປັນໄປໄດ້ຍາກ ຈຶ່ງເຊີນຊວນບັນດາ ຜູ້ມີໃຈໃສສັດທາທັງຫຼາຍ ຮ່ວມກັນບໍລິຈາກ ເພື່ອມີສ່ວນຮ່ວມ ໃນການສ້າງບຸນກຸສົນ ເຮັດໃຫ້ປະເທດຊາດຈົບງາມ ໂດຍສະເພາະ ເຮັດໃຫ້ສະຖານທີ່ໃນອະດີດ ຊຶ່ງຜູ້ຄົນເຄົາລົບນັບຖືມາແລ້ວ ທີ່ໄດ້ຈົມຫາຍຕາມການເວລາ ແລະ ການທຳລາຍຂອງສົງຄາມລ່າເມືອງຂຶ້ນນັ້ນ ໄດ້ກັບມາມີຊີວິດຊີວາຄືນໃໝ່ ພາຍໃຕ້ທ້ອງຟ້າແຫ່ງສັນຕິພາບ ຂອງລະບອບໃໝ່ ສປປ ລາວ.
 

ອ່ານຄືນຫຼັງ
ໝວດໝູ່