ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 12, 2009 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ໃນມື້ວັນເກີດຂອງຫຼາຍໆຄົນອາດຈະຢາກໃຫ້ພໍ່ແມ່ຊື້ຂອງຂັວນໃຫ້ ຫຼື ບາງຄົນອາດຈະໄປສະຫຼອງວັນເກີດນຳໝູ່ຄູ່, ແຕ່ເຮົາເຄີຍຄິດບໍ່ວ່າ ເຮົາມີວັນເກີດ ແລະ ເກີດມາຢືນຢູ່ໂລກໃບນີ້ໄດ້ຍ້ອນໃຜ. ຜູ້ທີ່ໃຫ້ຊີວິດ ໃຫ້ຄວາມຮັກແກ່ເຮົານັ້ນແມ່ນໃຜ. ກ່ອນທີ່ເຮົາຈະເກີດ ແມ່ຕ້ອງໄດ້ອຸ້ມທ້ອງຕັ້ງ 9 ເດືອນ ແລະ ໃນຕອນທີ່ຖືພານີ້ບໍ່ວ່າຈະນັ່ງ ຈະນອນ ຫຼື ຍ່າງ ກໍ່ຕ້ອງໄດ້ຄອຍລະມັດລະວັງຢ້ານລູກນ້ອຍເປັນອັນຕະລາຍ ແມ່ໃຫ້ຄວາມຮັກ ຄວາມເມດຕາ ຕັ້ງແຕ່ຍັງບໍ່ທັນເຫັນໜ້າ ບໍ່ວ່າລູກຈະເປັນຍິງ ຫຼື ຊາຍ. ໃນວັນທີ່ລູກເກີດ ແມ່ເຈັບປວດເກືອບສິ້ນໃຈ ບາງຄົນເກີດບໍ່ໄດ້ ຕ້ອງໄດ້ຜ່າຕັດ ປຽບດັ່ງແມ່ໄດ້ແລກຊີວິດດ້ວຍຊີວິດ. ແມ່ເປັນຜູ້ໃຫ້ຮ່າງກາຍ ໃຫ້ເລືອດ ໃຫ້ຊີວິດ. ຫຼັງຈາກທີ່ເກີດອອກມາແລ້ວ ແມ່ກໍ່ຍັງໃຫ້ຄວາມຄວາມຮັກ, ເປັນຫ່ວງ ແລະ ລ້ຽງດູລູກຈົນໃຫ່ຍ. ຕັ້ງແຕ່ລູກຍັງເວົ້າບໍ່ໄດ້ ຍ່າງບໍ່ເປັນ ຄານກໍ່ບໍ່ເປັນ ກິນກໍ່ຍັງໄດ້ປ້ອນ ແມ່ອົດຫຼັບອົດນອນ ແລະ ສູ້ທົນ ອຸທິດຊີວິດ ເພື່ອລ້ຽງລູກ ພໍລູກໃຫ່ຍຂຶ້ນມາ ແມ່ກໍ່ຕັ້ງໜ້າຕັ້ງຕາຫາເງິນສົ່ງລູກຮຽນ ຍາມລູກປ່ວຍໄຂ້ ແມ່ດູແລເອົາໃຈໃສ່ຢ່າງດີເລີດ ແມ່ໃຫ້ທຸກໆສິ່ງໃນຊີວິດ ທີ່ແມ່ຈະສາມາດເສຍສະຫຼະໃຫ້ລູກໄດ້. ແຕ່ພໍຄົບຮອບວັນເກີດ ພວກທ່ານເຄີຍຄິດເຖິງບິດາ ມານດາ ຫຼື ບໍ່. ເຄີຍຄິດຢາກຕອບບຸນແທນຄຸນເພິ່ນບໍ່. ຂ້າພະເຈົ້າເອງ ຄິດວ່າ ໃນມື້ວັນເກີດຂອງໂຕເອງເປັນວັນທີ່ເຮົາຄວນລະນຶກເຖິງບຸນຄຸນຂອງມານດາຜູ້ໃຫ້ກຳເນີດເຮົາ, ໃຫ້ສິ່ງດີໆແກ່ເພິ່ນ ສິ່ງດີໆນັ້ນ ບາງຄັ້ງກໍ່ອາດຈະບໍ່ໄດ້ໝາຍເຖິງຊັບສິນ ເງິນທອງ ຫຼື ຂອງມີຄ່າ ແຕ່ມັນໝາຍເຖິງຄວາມຮັກ, ຄວາມດີ ເປັນລູກທີ່ດີຂອງພໍ່ແມ່ ເຊິ່ງຈະເຮັດໃຫ້ເພິ່່ນມີຄວາມສຸກແລະເຮົາເອງກໍ່ຈະມີຄວາມສຸກໄປນຳ. 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 12, 2009 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ສົງຄາມອາດເກີດມາຈາກ ”ຄວາມໂລບ” ຂອງມະຫາອຳນາດ ຫຼື ອາດເວົ້າໄດ້ວ່າ ຄວາມໂລບຂອງປະເທດມະຫາອຳມະຫິດຂອງໂລກ. ຄວາມໂລບ ອັນໃຫ່ຍຫຼວງກໍຄື ຄວາມຢາກເປັນໃຫ່ຍທັງທີ່ຕົນເອງກໍ່ໃຫ່ຍຢູ່ແລ້ວ ແຕ່ກໍ່ຍັງບໍ່ມີຄວາມພຽງພໍກັບຄວາມເປັນໃຫ່ຍ, ຈຶ່ງຕ້ອງເຮັດສົງຄາມຮຸກຮານປະເທດອື່ນ ເອົາຊີວິດ ແລະ ຊັບສິນ ຂອງມວນມະນຸດຊາດອື່ນ ມາເປັນເປົ້າທົດລອງຂອງການຍິງອາວຸດທີ່ທັນສະໄໝ.
ດັ່ງນັ້ນຈຶ່ງເວົ້າໄດ້ວ່າ ຖ້າຜູ້ໃດມີເງິນ ກໍ່ມີອຳນາດ, ຖ້າມີເງິນ ມີອາວຸດທີ່ທັນສະໄໝ ກໍ່ກາຍເປັນມະຫາອຳນາດ, ຖ້າຫາກມີຫຼວງຫຼາຍ ອາວຸດກໍ່ຮ້າຍແຮງ ກໍ່ຈະກາຍເປັນອະພິມະຫາອຳນາດ ເມື່ອມີອຳນາດ ຫຼື ເປັນອະພິມະຫາອຳນາດແລ້ວ ເຖິງຈະເຮັດໃນສິ່ງທີ່ຜິດຕໍ່ກົດໝາຍ ແລະ ຂັດກັບກົດບັດຂອງສະຫະປະຊາຊາດ ແລະ ຂັດກັບຫຼັກມະນຸດສະທຳ ກໍ່ຍັງດຳເນີນການເພື່ອຢາກຢຶດຄອງປະເທດອື່ນຕໍ່ໄປໄດ້. ເຖິງວ່າຈະມີປະຊາຊົນຫຼາຍໆປະເທດຄັດຄ້ານ ແລະ ຂໍໃຫ້ຢຸດຕິສົງຄາມ ແຕ່ຜູ້ນຳຂອງປະເທດທີ່ກໍ່ສົງຄາມກໍ່ບໍ່ຍອມຟັງຫາງສຽງຂອງຊາວໂລກ. ຄວາມຍຸດຕິທຳຍັງມີໃນໂລກນີ້ຫຼືບໍ່?
ສົງຄາມເປັນສິ່ງໜຶ່ງ ທີ່ມາພ້ອມກັບຄວາມຫາຍະນະ ສົງຄາມທຳລາຍທຸກສິ່ງ ທຸກຢ່າງ ເຮັດໃຫ້ປະຊາຊົນສູນເສຍ ຊັບສິນ ບ້ານເມືອງ ຮ້າຍແຮງໄປກ່ວານັ້ນ ກໍ່ຄືການສູນເສຍຍາດຕິພີ່ນ້ອງ ພໍ່ແມ່ ລູກຫຼານ ແລະ ຜູ້ບໍລິສຸດອີກຫຼາຍຄົນ 
ການທີ່ເອົາຊະນະຄົນທົ່ວໄປ ອາດເອົາຊະນະໄດ້ ແຕ່ຈະເອົາຊະນະໃຈ ອາດເອົາຊະນະບໍ່ົໄດ້. ຜູ້ທີ່ຊະນະສົງຄາມ ແລະ ສາມາດຍຶດຄອງປະເທດອື່ນໄດ້ ແຕ່ໄດ້ທຳລາຍຊັບສິນ ແລະ ປະຊາຊົນຂອງປະເທດນັ້ນ ເຖິງວ່າຈະໄດ້ຮັບໄຊຊະນະແຕ່ ກໍ່ບໍ່ສາມາດເອົາຊະນະໃຈຂອງປະຊາຊົນໃນປະເທດນັ້ນ ແລະ ຊາວໂລກອີກຫຼາຍປະເທດໄດ້ ຢ່າງແນ່ນອນ.
( ສົງຄາມທຳລາຍສັງຄົມ. ຄວາມສາມັກຄີ, ຄວາມເຂົ້າໃຈ, ການໃຫ້ອະໄພ ແລະ ການໃຫ້ຄວາມຊ່ວຍເຫຼືອເຊິ່ງກັນ ແລະ ກັນ ນັ້ນເປັນສິ່ງສຳຄັນ ທີ່ຈະກໍ່ໃຫ້ເກີດມີສັນຕິພາບ. ສັນຕິພາບກໍ່ຄືຄວາມສຸກ ຫຼື ຄວາມສົມບູນພູນສຸກ ໃນສັງຄົມ. ແລະ ຄວາມສຸກ ກໍ່ຄືສິ່ງທີ່ມະນຸດເຮົາຕ້ອງການ)


 

ອ່ານຄືນຫຼັງ
ໝວດໝູ່