ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 12, 2009 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ສົງຄາມອາດເກີດມາຈາກ ”ຄວາມໂລບ” ຂອງມະຫາອຳນາດ ຫຼື ອາດເວົ້າໄດ້ວ່າ ຄວາມໂລບຂອງປະເທດມະຫາອຳມະຫິດຂອງໂລກ. ຄວາມໂລບ ອັນໃຫ່ຍຫຼວງກໍຄື ຄວາມຢາກເປັນໃຫ່ຍທັງທີ່ຕົນເອງກໍ່ໃຫ່ຍຢູ່ແລ້ວ ແຕ່ກໍ່ຍັງບໍ່ມີຄວາມພຽງພໍກັບຄວາມເປັນໃຫ່ຍ, ຈຶ່ງຕ້ອງເຮັດສົງຄາມຮຸກຮານປະເທດອື່ນ ເອົາຊີວິດ ແລະ ຊັບສິນ ຂອງມວນມະນຸດຊາດອື່ນ ມາເປັນເປົ້າທົດລອງຂອງການຍິງອາວຸດທີ່ທັນສະໄໝ.
ດັ່ງນັ້ນຈຶ່ງເວົ້າໄດ້ວ່າ ຖ້າຜູ້ໃດມີເງິນ ກໍ່ມີອຳນາດ, ຖ້າມີເງິນ ມີອາວຸດທີ່ທັນສະໄໝ ກໍ່ກາຍເປັນມະຫາອຳນາດ, ຖ້າຫາກມີຫຼວງຫຼາຍ ອາວຸດກໍ່ຮ້າຍແຮງ ກໍ່ຈະກາຍເປັນອະພິມະຫາອຳນາດ ເມື່ອມີອຳນາດ ຫຼື ເປັນອະພິມະຫາອຳນາດແລ້ວ ເຖິງຈະເຮັດໃນສິ່ງທີ່ຜິດຕໍ່ກົດໝາຍ ແລະ ຂັດກັບກົດບັດຂອງສະຫະປະຊາຊາດ ແລະ ຂັດກັບຫຼັກມະນຸດສະທຳ ກໍ່ຍັງດຳເນີນການເພື່ອຢາກຢຶດຄອງປະເທດອື່ນຕໍ່ໄປໄດ້. ເຖິງວ່າຈະມີປະຊາຊົນຫຼາຍໆປະເທດຄັດຄ້ານ ແລະ ຂໍໃຫ້ຢຸດຕິສົງຄາມ ແຕ່ຜູ້ນຳຂອງປະເທດທີ່ກໍ່ສົງຄາມກໍ່ບໍ່ຍອມຟັງຫາງສຽງຂອງຊາວໂລກ. ຄວາມຍຸດຕິທຳຍັງມີໃນໂລກນີ້ຫຼືບໍ່?
ສົງຄາມເປັນສິ່ງໜຶ່ງ ທີ່ມາພ້ອມກັບຄວາມຫາຍະນະ ສົງຄາມທຳລາຍທຸກສິ່ງ ທຸກຢ່າງ ເຮັດໃຫ້ປະຊາຊົນສູນເສຍ ຊັບສິນ ບ້ານເມືອງ ຮ້າຍແຮງໄປກ່ວານັ້ນ ກໍ່ຄືການສູນເສຍຍາດຕິພີ່ນ້ອງ ພໍ່ແມ່ ລູກຫຼານ ແລະ ຜູ້ບໍລິສຸດອີກຫຼາຍຄົນ 
ການທີ່ເອົາຊະນະຄົນທົ່ວໄປ ອາດເອົາຊະນະໄດ້ ແຕ່ຈະເອົາຊະນະໃຈ ອາດເອົາຊະນະບໍ່ົໄດ້. ຜູ້ທີ່ຊະນະສົງຄາມ ແລະ ສາມາດຍຶດຄອງປະເທດອື່ນໄດ້ ແຕ່ໄດ້ທຳລາຍຊັບສິນ ແລະ ປະຊາຊົນຂອງປະເທດນັ້ນ ເຖິງວ່າຈະໄດ້ຮັບໄຊຊະນະແຕ່ ກໍ່ບໍ່ສາມາດເອົາຊະນະໃຈຂອງປະຊາຊົນໃນປະເທດນັ້ນ ແລະ ຊາວໂລກອີກຫຼາຍປະເທດໄດ້ ຢ່າງແນ່ນອນ.
( ສົງຄາມທຳລາຍສັງຄົມ. ຄວາມສາມັກຄີ, ຄວາມເຂົ້າໃຈ, ການໃຫ້ອະໄພ ແລະ ການໃຫ້ຄວາມຊ່ວຍເຫຼືອເຊິ່ງກັນ ແລະ ກັນ ນັ້ນເປັນສິ່ງສຳຄັນ ທີ່ຈະກໍ່ໃຫ້ເກີດມີສັນຕິພາບ. ສັນຕິພາບກໍ່ຄືຄວາມສຸກ ຫຼື ຄວາມສົມບູນພູນສຸກ ໃນສັງຄົມ. ແລະ ຄວາມສຸກ ກໍ່ຄືສິ່ງທີ່ມະນຸດເຮົາຕ້ອງການ)


 

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່