ຂ້າພະເຈົ້າຊື່ ເພັດສົມພອນ ບົວໄລວັນ, ເປັນຜູ້ໜຶ່ງທີ່ຫລົງໄຫລໃນສຽງດົນຕີແລະການບັນເທີງ,
ຖ້າຫາກບໍ່ມີຫຍັງຜິດພາດອີກ 3 ປີຂ້າງໜ້າວົງ X-SHINE ຈະປະກົດຊື່ຢູ່ໃນວົງການບັນເທີງຂອງປະເທດລາວເຮົາຄອຍຕິດຕາມແລະໃຫ້ກຳລັງໃຈພວກເຮົາເດີ,
ນອກຈາກນັ້ນຍັງຫລົງໄຫລໃນອິນເຕີເນັດແລະໄອທີ, ເພາະມີສິ່ງນີ້ເອງເຮັດໃຫ້ຂ້າພະເຈົ້າຮູ້ຈັກໝູ່ເພື່ອນຫລາຍໆຄົນ, ເຮັດໃຫ້ພວກເຮົາໄກ້ຊິດກັນຫລາຍຂຶ້ນໂດຍບໍ່ຈຳແນກເຊື້ອຊາດ, ພາສາ ແລະ ວັດທະນະທຳທີ່ແຕກຕ່າງກັນ.
ເພາະປະຈຸບັນນີ້, ຂໍ້ມູນຂ່າສານກະຈາຍຢ່າງໄວວາ, ມັນແມ່ນຂຸມຊັບທີ່ຂຸດບໍ່ມີວັນໝົດ, ໃຜຮູ້ຫລາຍຍິ່ງໄດ້ປຽບ,
ເອົາໄປນຳໄຊ້ໃນວຽກງານທີ່ເຮັດກໍ່ຈະຮັບຜົນດີ, ປະຢັດເວລາແລະຄ່າໃຊ້ຈ່າຍ.
ເປົ້າໝາຍໃນອະນາຄົດແມ່ນຢາກຊ່ວຍໃຫ້ນັກທຸລະກິດເຄືອຂ່າຍຫລືນັກທຸລະກິດຂາຍຕົງຂອງປະເທດລາວໃຫ້ປະສົບຜົນສຳເລັດ, ເພາະທີ່ຜ່ານມາໄດ້ເຫັນຜູ້ຄົນຫລວງຫລາຍລົ້ມເຫລວໃນທຸລະກິດນີ້ມານັບຄັ້ງບໍ່ໄດ້, ເງິນທີ່ເກັບອອມຢ່າງຍາກລຳບາກເອົາມາລົງທຶນແລ້ວບໍ່ປະສົບຜົນສຳເລັດ, ຖືກຄົນເຢາະເຢີ້ຍເຫັນແລ້ວຮູ້ສຶກສົງສານ, ເຖິງແມ່ນວ່າທຸລະກິດເຄືອຂ່າຍຈະເປັນທຸລະກິດທີ່ເກື້ອກູນຊ່ວຍເຫລືອເຊິ່ງກັນແລະກັນໃຫ້ປະສົບຜົນສຳເລັດ
(ຊ່ວຍລູກທີມໃຫ້ສຳເລັດເຮົາກໍ່ສຳເລັດ), ໜ້າເສຍດາຍທີ່ມີຄົນຈຳນວນໜ້ອຍທີ່ປະສົບຜົນສຳເລັດ,
ມີອິດສະຫລະທາງການເງິນແລະເວລາ. ໂດຍສະເພາະແມ່ນມີແຕ່ອັບລາຍທີ່ຢູ່ຕ່າງປະເທດເທົ່ານັ້ນເຊິ່ງດົນໆຈິ່ງໄດ້ພໍ້ໜ້າ,
ສ່ວນພວກເຮົາ, ເຂົາບອກວິທີໃດກໍ່ໄດ້ແຕ່ເຮັດຕາມໂດຍທີ່ບໍ່ຮູ້ວ່າວິທີນັ້ນຖືກຫລືຜິດ, ຫລືເປັນວິທີທີ່ອັບລາຍກຳລັງເຮັດຫລືບໍ? ສຸດທ້າຍຄົນຈຳນວນຫລວງຫລາຍກໍ່ຕາຍອອກຈາກທຸລະກິດ, ບາງຄົນມີໜີ້ຕິດຕົວ, ຖືເອົາຄວາມເຈັບຊ້ຳມາເປັນລາງວັນ...
ອີກບໍ່ດົນເກີນລໍເພື່ອນໆຈະໄດ້ພົບກັບເວັບໄຊທີ່ແບ່ງປັນວິທີການເຮັດທຸລະກິດເຄືອຂ່າຍ, ເນື້ອໃນເຈາະເລິກແບບນັກທຸລະກິດເຄືອຂ່າຍມືອາຊີບທີ່ເຂົາປະຕິບັດກັນ, ທ່ານຈະຮູ້ເຄັດລັບທີ່ຖືກປິດບັງເອົາໄວ້ມາດົນນານມັນຈະຖືກເປີດເຜີຍ...ຄອຍຕິດຕາມຂໍ້ມູນຜ່ານທາງ:
ເປັນເພື່ອນກັບຂ້າພະເຈົ້າໃນ Facebookwww.facebook.com/phethsomphone
ຮູ້ຈັກກັບຂ້າພະເຈົ້າໃນ Twitterwww.twitter.com/phethsomphone
Signature by:
www.phethsomphone.com
ມີຂອງຂວັນລ້ຳຄ່າມອບແດ່ທ່ານຊ້ອນຢູ່ທີ່ນີ້, ຄຣິກຮັບເອົາຂອງຂວັນ
ຕິດຕໍ່ຂ້າພະເຈົ້າທີ່:
ໂທລະສັບ: 020 23876868
Email: phethsomphone@gmail.com
phethsomphone@yahoo.com