ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 14, 2011 | ມີ 14 ຄຳເຫັນ ແລະ 0 trackback(s)

ສະບາຍດີບັນດາທ່ານ ໄດອາລີສະບັບນີ້ ຂ້າພະເຈົ້າຍາກຂໍແລກປ່ຽນຄວາມເຫັນກັບບັນດາທ່ານຜູ້ໃຊ້ລົດໃຊ້ຖະໜົນ ຫຼາຍທ່ານຄືຊິເຫັນໃນແຕ່ລະຈຸດກວດຂອງແຕ່ລະປ້ອນຕຳຫຼວດຈາລະຈອນ ໃນການປະຕິບັດໜ້າທີ່ຂອງພວກເພີ່ນ ໂດຍລວມຂ້າພະເຈົ້ານີ້ຂໍຊົມເຊີຍນຳບັນດາເຈົ້າໜ້າທີ່....

ແຕ່ໄດ້ຍິນຫຼາຍໆທ່ານເລົ່າມາວ່າ ຕຳຫຼວດຈາລະຈອນຢາກໄດ້ແຕ່ເງີນ ກັກແລ້ວກະເອົາເງີນຂອງປະຊາຊົນ ອັນນີ້ຖືວ່າບົດບາດຂອງເຈົ້າໜ້າທີ່ຕ້ອງເສືອມເສຍ ຂ້າພະເຈົ້າກໍ່ເປັນປະຊາຊົນຜູ້ໜຶ່ງ ທີ່ຢາກໄດ້ໃຫ້ບ້ານເມືອງເຮົາຈະເລີນແລະບໍ່ມີຂໍ້ຂັດແຍ້ງ ຫຼື ເຂົ້າໃຈຜິດກັນ

ບັນຫານີ້ຫຼາຍຄົນເວົ້າມາຂ້າພະເຈົ້າຄິດວ່າບໍ່ຖືກຢູ່ບ່ອນວ່າ ເວລາທາງເຈົ້າໜ້າທີກວດສອບລົດເຮົານັ້ນ ໃບທະບຽນລົດ ໃບຂັບຂີ່ ແລະ ເອກະສານລົດອື່ນໆນີ້ເຮົາມີຄົບແລ້ວບໍ່ ມີຫຼາຍຄົນເວົ້າໃຫ້ທາງເຈົ້ານ້າທີ່ເສຍຫາຍວ່າລັດເກັບເອົາຕັ້ງແຕ່ເງີນ ທີ່ຈິງຕົນເອງເປັນຄົນເອົາໃຫ້ເຈົ້າໜ້າທີ່ເອງ ເມື່ອໃຫ້ແລ້ວພັດເວົ້າໃຫ້ເພີ່ນ ຖ້າຫາກວ່າເພີ່ນຂຽນໃບສັ່ງໃຫ້ພັດບໍຢາກເອົາ ອັນນີ້ທ່ານວ່າໃຜເປັນຄົນຜິດ

ແຕ່ຖ້າວ່າທ່ານເອົາເອກະສານໄປຄົບ ແລະ ລົດກໍ່ເປັນປົກກະຕິແລ້ວ ຫາກວ່າທາງເຈົ້າໜ້າຍັງເອົາໃບສັ່ງໃຫ້ກໍ່ຖືວ່າເຈົ້າໜ້າທີຜິດແທ້ ແຕ່ທີ່ຂ້າພະເຈົ້າພົບມາ ຂ້າພະເຈົ້າກໍ່ຖືກເຈົ້ານ້າທີ່ກັກ ເມືອມີເອກະສານຄົບ ທາງເຈົ້າໜ້າທີ່ກໍ່ປ່ອຍ ແລະ ຍັງເວົ້າຂອບໃຈທີ່ໃຫ້ຄວາມຮ່ວມມື ... ບາງຄັ້ງ ຂ້າພະເຈົ້າລືມເອກະສານຂ້າພະເຈົ້າກໍ່ເອົາໃບສັ່ງ ເພື່ອໃຫ້ເງີນທີ່ເສຍໄປນັ້ນເຂົ້າລັດເຮົາ

ເອົາລະ ເວົ້າມານີຫຼາຍທ່ານຄືຊິມີຫຼາຍເຫດຫຼາຍຜົນທີ່ແຕກຕ່າງກັບຂ້າພະເຈົ້າ ກະຂໍໃຫ້ທ່ານໃຫ້ຄຳເຫັນກັນຕື່ນໃສ່ ເພື່ອໃຫ້ມີຄວາມຄິດ ແລະ ເຫດຜົນຫຼາຍກ່ວາອາລົມເນາະ

ຂອບໃຈສຳລັບຄວາມເຫັນ

Delicious Digg Fark Twitter