
ຂຽນເມື່ອ: ມ.ສ.. 4, 2010
| ມີ
6 ຄຳເຫັນ
ແລະ
0 trackback(s)
ຖ້າເວົ້າເຖິງໄຫຫີນ ກໍ່ຈະຄິດພາບອອກທັນທີ ວ່າຕັ້ງຢູ່ແຂວງຊຽງຂວາງ. ແຕ່ໄຫຫີນທີ່ເຮົາເຫັນກັນເລື້ອຍໆ ທາງສິ່ງພິມ, ໂທລະພາບ ຫລື ອິນເຕີເນັດ ມັກຈະມາຈາກ ທົ່ງໄຫຫີນເມືອງ ແປກ ຫລື ເອີ້ນອີກວ່າ ທົ່ງໄຫຫີນ1. ທົ່ງໄຫຫີນຢູ່ຊຽງຂວາງ ມີຫລາຍກວ່າ 1 ແຫ່ງ: ຢູ່ເມືອງແປກ ເມືອງ ຜາໄຊ ເມືອງ ຄູນ ຫລື ແມ້ແຕ່ເມືອງຄຳ ກໍ່ມີ. ແຕ່ໄດ້ຮັບການສຳຫລວດ ແລະ ພັດທະນາເປັນບ່ອນທ່ອງທ່ຽວແລ້ວ ມີ 3 ບ່ອນ. ໄຫຫີນ1 ຢູ່ເມືອງແປກ ໃກ້ກັບເດີ່ນຍົນ ສ່ວນທົ່ງໄຫຫີນ2 ແລະ 3ແມ່ນຢູ່ເມືອງ ຜາໄຊ ເຊິ່ງກໍ່ບໍ່ໄກຈາກເມືອງແປກ ຫລື ໂພນສະຫວັນນັ້ນເອງ.








ສັງເກດເຫັນວ່າ ຖ້າໄປຫລິ້ນທົ່ງໄຫຫີນ2 ຈະບໍ່ໄດ້ຕາກແດດຫລາຍ ສ່ວນຫລາຍຢູ່ໃນຮົ່ມເງົາຂອງຕົ້ນໄມ້

ຕົ້ນໄມ້ທີ່ມີດອກສີຂາວ ນັ້ນງາມຫລາຍ ເລີຍຂໍຂະຫຍາຍພາບໃຫ້ໄດ້ຊົມຄວາມງາມນຳກັນ

ດອກໄມ້ສີຂາວນັ້ນ ກໍ່ແມ່ນ ດອກຈອງ ນັ້ນເອງ