ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 11, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

ສະບາຍດີ ຊາວພັນລາວ. ມີບົດຄວາມປະກອບຮູບມາຕ້ອນ. ຂໍໃຫ້ຊ່ວຍອ່ານແລະຕິຊົມດ້ວຍ.

ຄົນຫລາຍແທ້ໆ

ມີກິດຈະກຳຫລາກຫລາຍ

ແຕ່ກິດຈະກຳທີ່ເດັກນ້ອຍ ມັກເປັນພິເສດ ຄືການຂີ່ຊ້າງ

ຊ້າງກໍ່ເລີຍ ຕ້ອງທຳງານຫນັກກວ່າທຸກໆມື້

ເບິງຮູບທັງຫມົດໄດ້ທີ່ Album

ຫມາຍເຫດ: ຮູບພາບນີ້ ແມ່ນ ມາຈາກ ເວັບpage ໃນfacebook ທີ່ໃຊ້ຊື່ page ວ່າ ພໍ່ບັກກືກ

ຊາວ facebook ສາມາດເຂົາໄປ ກົດ LIKE ເພື່ອເປັນກຳລັງໃຈ ໃຫ້ກັບ ພໍ່ບັກກືກ ຫລື ສຶກສາຊີວິດຂອງບັກກືກ ໄດ້ ທີ່ື www.facebook.com/pages/%E0%BA%9E%E0%BB%8D%E0%BB%88%E0%BA%9A%E0%BA%B1%E0%BA%81%E0%BA%81%E0%BA%B7%E0%BA%81/116116765096238

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 4, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ເລີ່ມ ປີໃຫມ່ ກັນດ້ວຍເລື້ອງລາວ ໃຫມ່ ທີ່ບໍ່ທັນຂຽນໄວ້ໃສມາກ່ອນ ເອີລືມ ສະບາຍດີປີໃຫມ່ ສະມາຊິກພັນລາວທຸກຄົນ

Who am I? ທ່ານອາດຈະຖາມຄືນໃນໃຈ ມັນກ່ຽວກັບຫຍັງນໍ ຄົນທີ່ຖາມຄຳຖາມນີ້ ມັກແມ່ນຄົນທີ່ສູນເສຍຄວາມຈຳ ຈົນຈື່ບໍ່ໄດ້ວ່າໂຕເອງແມ່ນໃຜ ຄ້າຍກັບໃນຫນັງເລື້ອງຫນຶ່ງ ທີ່ສະແດງໂດຍເສິນຫລົງ

ເສິນຫລົງ

ຢາກຈະຕັ້ງຄຳຖາມໃຫມ່ ຫລື ຊື່ເລື້ອງໃຫມ່ຢູ່ຄືກັນ ແຕ່ ບັງເອີນ ມັນແວັບເຂົ້າມາແບບນີ້ກ່ອນ ກະເລີຍວ່າ ຢ່າລະ ແລະກໍ່ມັກເສິນຫລົງຢູ່ແລ້ວ

ເມື່ອກ່ອນ ຖ້າໃຜຖາມມາວ່າ ເຈົ້າເຮັດວຽກຫຍັງ ຢູ່ໃສ ກໍ່ຈະຕອບສັ້ນໆໄປວ່າ ໄຟຟ້າ ມັນກໍ່ຈົບ ບໍ່ຕ້ອງໄປອະທິບາຍຫຍັງຫລາຍ. ຂີ່ລົດໄປກາງຄ່ຳກາງຄືນ ຕຳຫລວດ ເອີ້ນໄປກວດເອກະສານລົດ ເຫັນໂລໂກ ໄຟຟ້າລາວ ເພິ່ນກໍ່ຂ້ຽວປ່ອຍໂລດ

ແຕ່ຕອນນີ້ ມັນບໍ່ຄືເກົ່າ ເນື່ອງ ຈາກ ບໍລິສັດໄຟຟ້າ ມັນບໍ່ໄດ້ມີບ່ອນດຽວຄືແຕ່ກ່ອນ (ອ່ານຄືນ ລັດວິສາຫະກິດໄຟຟ້າ ບ້ານເພິ່ນ ແລະ ບ້ານເຮົາ )

ດັ່ງນັ້ນ ເວລາໃຜຖາມ ວ່າເຮັດວຽກຢູ່ໃສ ຖ້າຕອບສັ້ນ ວ່າ ກຕຟ ເພິ່ນກໍ່ບໍ່ຮູ້ ແຖມຍັງບໍ່ຈື່ ຫລືຈື່ຜິດໆ ແບບ ຫລົງສະຫລັບໂຕຫນັງສື ເຊັ່ນ ກຟຕ ຕກຟ (ຢາກບອກວ່າ ກຕຟ ໄກ່ຕາຟາງຫັ້ນຫນ່າ, ຢ້ານນາຍຮ້າຍ ກະຊິບໃຫ້ພວກທ່ານຟັງກໍ່ພໍ ຫ້າມບອກນາຍເດີ້)

ຖ້າຕອບເຕັມ ກໍ່ແມ່ນ ລັດວິສາຫະກິດກໍ່ສ້າງແລະຕິດຕັ້ງໄຟຟ້າ ເພິ່ນພັດວ່າ ຍາວໂພດ ຈື່ບໍ່ໄດ້. ເຄີຍໄປພົວພັນວຽກ ເຂົາຖາມວ່າມາຈາກໃສ ເຂົາຈະໄດ້ຈົດໃສ່ປຶ້ມໄວ້ ກໍ່ບອກໄປ ເຕັມຊື່ເຕັມນາມ ແຕ່ສຸດທ້າຍ ເຂົາກໍ່ຂຽນລົງໄປສັ້ນໆ ວ່າ ໄຟຟ້າ. ໂອຍເນາະ ຍັງເປັນພະນັກງານໄຟຟ້າລາວຢູ່ຕວ່ານິ. ເພິ່ນຕັດຊື່ເຮົາອອກຈາກເພິ່ນໄດ້ເກືອບ 5 ປີລະເດ.  ຕັ້ງແຕ່ແຍກບໍລິສັດ.

http://www.flickr.com/photos/eci-laos/

ໃນ ກ້ອນກຳລັງກຳມະກອນ ອອກຫນ້າພາທາງ ແມ່ນ ກຳມະກອນໄຟຟ້າລາວ ຕິດຕາມດ້ວຍ ລັດວິສາຫະກິດກໍ່ສ້າງແລະຕິດຕັ້ງໄຟຟ້າ(ກຕຟ) ແລະ ພາກສ່ວນອື່ນໆ

ເອົາລະ ບາດນີ້ ເຂົ້າເລື້ອງເລີຍ ຈຸດປະສົງແມ່ນຢາກນຳສະເຫນີ ຄວາມເປັນມາຂອງ ບໍລິສັດ ກຕຟ ທີ່ວ່າມາຂ້າງເທິງ ເຊິ່ງມັນກໍ່ຕິດພັນກັບໄລຍະບາດກ້າວການຂະຫຍາຍຕົວ ຂອງປະເທດເຮົາ ໂດຍສະເພາະໄລຍະແຫ່ງການສ້າງສາພັດທະນາ

      ກຕຟ ຖືກ​ສ້າງ​ຕັ້ງ​ຂື້ນ​ໃນ​ປີ 1982 ​ໃນ​ຖານະ​ເປັນ​ສາຂາ​ຂອງ​ລັດ​ວິ​ສາ​ຫະກິດ​​ໄຟຟ້າ​ລາວ ​ເພື່ອ​ປະຕິບັດ​ໂຄງການ​ທົ່ງ​ຮາ​ບວຽງ​ຈັນ ໄລຍະ1 (1982-1986) ​ແລະ ​ໂຄງການ​ທົ່ງ​ຮາບ​ວຽງ​ຈັນ​ໄລຍະ2 (1986-1989) (VPRE-I ​ແລະ VPRE-II).

      ພາຍຫຼັງ​ສຳ​ເລັດ​ໂຄງການ​ຂະຫຍາຍ​ໄຟຟ້າ​ທົ່ງ​ຮາບ​ວຽງ​ຈັນ ກຕຟ ຖືກ​ສ້າງ​ຕັ້ງ​ເປັນ​ບໍລິສັດ​ທີ່​ກຸ້ມ​ຕົນ​ເອງ​ທາງ​ການ​ເງິນ​ ໂດຍ​ແຍກ​ອອກ​ຈາກ​ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວດ້ວຍ​ທຶນ 2.8 ລ້ານ​ໂດ​ລາ​ສະຫະລັດ ​ແລະ ມີ​ພະນັກງານ​ຫຼາຍ​ກວ່າ 250 ຄົນ ​ໄດ້​ປະຕິບັດ​ໂຄງການ​ຂະຫຍາຍ​ໄຟຟ້າ​ບັນດາ​ແຂວງ​ພາກ​ໃຕ້ SPE. ​

ເມື່ອ​ເກີດ​ວິ​ກິດ​ການ​ພາກ​ພື້ນ ກຕຟ ​ໄດ້​ຮ່ວມ​ຕົວ​ເຂົ້າ​ເປັນ​ສາຂາ 1 ຂອງ​ລັດວິ​ສາ​ຫະກິດ​ໄຟຟ້າ​ລາວ​ໃນ​ເດືອນ 4 ປີ 1996 ​ໄດ້​ປະຕິບັດ​ບັນດາ​ໜ້າ​ວຽກ​ຂະຫຍາຍ​ໄຟຟ້າ​ສູ່​ຊົນນະ​ບົດ​ພ້ອມ​ທັງ​ສ້ອມ​ແປງ ​ແລະ ບຳລຸງ​ຮັກສາ​ລະບົບໄຟຟ້າ​ ຂອງ ຟຟລ ລວມທັງ​ສາຍ​ສົ່ງ​ແຮງ​ສູງ ​ແລະ ສະຖານີ.

      ​ໃນ​ຕົ້ນ​ປີ 2006 ອີງ​ຕາມ​ຂະໜາດ​ຂອງ​ຕະຫຼາດ ​ແລະ ​ເພື່ອ​ໃຫ້ການ​ບໍລິການ​ມີ​ຫຼາກ​ຫຼາຍ​ຮູບ​ການ ກຕຟ ຖືກ​ແຍກ​ອອກ​ຈາກ ຟຟລ ​ແລະ ກາຍ​ເປັນ​ວິ​ສາ​ຫະກິດ​ຂອງ​ລັດ ທີ່ກຸ້ມ​ຕົນ​ເອງ​ດ້ານ​ການ​ເງິນ ຊື່ວ່າ: “ລັດ​ວິ​ສາ​ຫະກິດ​ກໍ່ສ້າງ ​ແລະ ຕິດ​ຕັ້ງ​ໄຟຟ້າ” ມາ​ເຖີງປະຈຸ​ບັນ.

 

ເປັນແນວໃດ ກຕຟ ລະອິດລະອ້ຽວພໍສົມຄວນເນາະ ຊີວິດນີ້. ບຶດລະແຍກອອກ ບຶດລະໂຮມເຂົ້າກັນ ຕອນນີ້ແຍກອີກແລ້ວ ອະນາຄົດບໍ່ທັນຮູ້ວ່າຈະແນວໃດ.

ຂ້າພະເຈົ້າເອງ ສັງກັດ ກຕຟ ຕັ້ງແຕ່ປີ 1997 ໃນນາມ autocad draftman ກໍ່ຄືນັກແຕ້ມແຜນຜັງນັ້ນເອງ

ປີ 2004 ເລີ້ມ ລົງພາກສະຫນາມ ຢູ່ແຂວງຈຳປາສັກ ສ້າງສາຍສົ່ງ ແຮງສູງ ນຳເພິ່ນ. ພໍເລີ້ມລົງສະຫນາມແລ້ວ ກໍ່ໄປບໍ່ເຊົາ ແຕ່ໃຕ້ຮອດເຫນືອ ແລະ ຄົນກໍ່ຮູ້ຈັກໃນນາມພະນັກງານໄຟຟ້າ.

ເລື້ອງລາວມັນອາດຈະ boring ຈັກຫນ້ອຍ ແຕ່ຖ້າຈະຖືເປັນຂໍ້ມູນ ກໍ່ຄົງພໍໄດ້ຢູ່ເນາະ

ຂອບໃຈ ທີ່ຕິດຕາມອ່ານ.  ມີຫຍັງກໍ່ສົນທະນາກັນໄດ້.

ພະນົມສິນ

www.pnomsin.com

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 12, 2010 | ມີ 20 ຄຳເຫັນ ແລະ 0 trackback(s)

ສະບາຍດີເພື່ອນໆ ພັນລາວ ອີກຄັ້ງຫນຶ່ງ ມື້ນີ້ຕັ້ງໃຈມາຂຽນໄດອາຣີ ເພື່ອຊາວພັນລາວອີກເທື່ອຫນຶ່ງ ຫວັງວ່າ ຈະໄດ້ຮັບການຕອບຮັບ ດ້ວຍການຄອມເມ້ນອີກເຊັ່ນເຄີຍ ດັ່ງທີ່ເຄີຍໄດ້ຕັ້ງແບບສອບຖາມໄປກ່ອນແລ້ວ ວ່າແມ່ນໃຜເປັນຄົນຮັບຜິດຊອບລາຄາໄຟຟ້າ ລັດຫລືບໍລິສັດໄຟຟ້າ

ມື້ນີ້ກໍ່ຕັ້ງໃຈມາສະເຫລີຍ ຫັ້ນລະ ເນື່ອງຈາກເລື້ອງນີ້ ອາດຈະ ເປັນເລື້ອງທີ່ ຫນັກ ແຕະຕ້ອງເຖິງຫລາຍຄົນ ເພາະທຸກຄົນຕ້ອງໃຊ້ໄຟຟ້າ ແລະ ເມື່ອລາຄາໄຟຟ້າເຫນັງຕີງ ກໍ່ຕ້ອງກະທົບທຸກຄົນ ຢາກໃຫ້ທຸກຄົນອ່ານດ້ວຍການວາງໃຈເປັນກາງໄວ້ກ່ອນ

ເວລາຂ້າພະເຈົ້າໄດ້ລົງພື້ນຖານຮ່ວມກັບພະນັກງານຈາກຟຟລ (ສ່ວນຂ້າພະເຈົ້າສັງກັດບໍລິສັດກຕຟ). ທ່ານແພງ ຮອງຫົວຫນ້າໂຄງການສາຍສົ່ງໂພນສະຫວັນ-ຊຳເຫນືອ ເພິ່ນໄດ້ເວົ້າກັບຂ້າພະເຈົ້າວ່າ ປະຊາຊົນລາວຍັງມີຄວາມຮັບບໍ່ສູງດ້ານເຕັກນິກ ດັ່ງນັ້ນ ເວລາອະທິບາຍກັບປະຊາຊົນ ຈຶ່ງໃຊ້ຄຳປຽບທຽບເອົາ ຕົວຢ່າງ ໄຟຟ້າແຮງສູງ ທີ່ເຮົາຂາຍອອກໃຫ້ຕ່າງປະເທດ ເພິ່ນປຽບວ່າ ເປັນເຂົ້າເປືອກ (ເຂົ້າເປືອກກິນບໍ່ໄດ້ ຖ້າບໍ່ນຳໄປສີຫລືຕຳເສຍກ່ອນ ລາຄາກໍ່ຕ່ຳກວ່າເຂົ້າແນວອື່ນ), ໄຟຟ້າແຮງກາງ ທີ່ເຮົາຊື້ຈາກປະເທດເພື່ອນບ້ານ ມາໃຫ້ປະຊາຊົນໃຊ້ຢູ່ຕາມແຂວງຊາຍແດນ ແມ່ນໄຟຟ້າທີ່ໄດ້ປຸງແຕ່ງແດ່ແລ້ວ ເພິ່ນປຽບວ່າແມ່ນເຂົ້າສານ (ເຖິງວ່າເຂົ້າເປືອກໄດ້ຜ່ານໂຮງສີ ຈົນກາຍມາເປັນເຂົ້າສານ ແຕ່ກໍ່ຍັງກິນບໍ່ທັນໄດ້ ຕາມທຳມະດາເຂົ້າສານຈະແພງກວ່າເຂົ້າເປືອກ), ສ່ວນໄຟຟ້າ ທີ່ທ່ານສຽບໄຟ ໃຊ້ຫລິ້ນອິນເຕີເນັດຢູ່ນີ້ ແມ່ນໄຟຟ້າແຮງດັນຕ່ຳ ເພິ່ນປຽບວ່າເປັນເຂົ້າສຸກ ເພາະສາມາດນຳໄປໃຊ້ໄດ້ແລ້ວ (ອັນນີ້ແມ່ນແພງທີ່ສຸດ ເມື່ອທຽບໃສ່ເຂົ້າທີ່ກ່າວຜ່ານມາ).

ຕາມຄວາມເຫັນຂອງຂ້າພະເຈົ້າ ເຫັນວ່າ ການປຽບທຽບຂອງເພິ່ນແມ່ນຖືກຕ້ອງ ແລະ ໃຜໆກໍ່ສາມາດເຂົ້າໃຈໄດ້ ນັບເປັນວິທີທີ່ແທດເຫມາະກັບສະພາບໂຕຈິງຂອງບ້ານເຮົາ. ຖ້າໃຫ້ຂ້າພະເຈົ້າໄປອະທິບາຍກັບປະຊາຊົນ ກໍ່ຄົງຫນີບໍ່ມົ້ມການໃຊ້ສັບວິຊາການ ຫລືພາສາຕ່າງປະເທດ  ເຊິ່ງປະຊາຊົນຄົງຈະຟັງຍາກ ແລະ ບໍ່ເຂົ້າໃຈແນ່ນອນ. ແຕ່ຖ້າຂ້າພະເຈົ້າຈະອະທິບາຍ ຂະຫຍາຍຄວາມ ຈະວ່າແນວນີ້: ເຂື່ອນໄຟຟ້ານ້ຳງື່ມ ຕັ້ງຢູ່ທ່າລາດ ຖ້າຈະສົ່ງໄຟຟ້າມາໃຫ້ວຽງຈັນ ຕ້ອງໃຊ້ສາຍໄຟພາດໃສ່ເສົາໄຟຟ້າເຫລັກສູງໆ ສົ່ງມາ. ພໍມາຮອດຄ້ອຍໂພນຕ້ອງ ຫລື ສະຖານີໄຟຟ້າໂພນຕ້ອງ ຈຶ່ງມາປັບແຮງດັນໄຟຟ້າ (ຈາກເຂົ້າເປືອກເປັນເຂົ້າສານ) ເພື່ອສາມາດສົ່ງໄປຕາມແຄມທາງ ໄປຫາເມືອງຕ່າງໆ ໃນນະຄອນຫລວງ ຜ່ານເສົາຊີມັງສູງ12ແມັດ ຫລື ສູງກວ່າ. ຖ້າບ້ານໃດບ້ານຫນຶ່ງ ຫລືສຳນັກງານໃດຫນຶ່ງ ຕ້ອງການໃຊ້ໄຟຟ້າ ຈຳເປັນຕ້ອງມີຫມໍ້ແປງ ເພື່ອປ່ຽນແຮງດັນລົງເປັນໄຟຟ້າແຮງດັນຕ່ຳ (ປ່ຽນຈາກເຂົ້າສານເປັນເຂົ້າສຸກ) ແລະ ເດີນສາຍໄຟຟ້າແຮງດັນຕ່ຳ4ສາຍ ຜ່ານເສົາຊີມັງ 8ແມັດໄປຕາມບ້ານ. ທ່ານໃດຢາກໄດ້ໄຟຟ້າເຂົ້າເຮືອນ ຕ້ອງຕິດຕັ້ງກົງເຕີກ່ອນ

  • ເປັນຫຍັງ ໃນການທີ່ລາວຂາຍໄຟຟ້າອອກພັດຂາຍຖືກ ແຕ່ຕອນຊື້ຈາກປະເທດອື່ນພັດແພງ ແມ່ນເວລາຂາຍອອກຂາຍເປັນໄຟຟ້າແຮງສູງ(ເຂົ້າເປືອກ) ເວລາຊື້ແພງ ຍ້ອນຊື້ໄຟຟ້າແຮງກາງ(ເຂົ້າສານ) ຖາມວ່າຖ້າຊື້ມາແພງແລ້ວ ຈະຄ່າໄຟຕ່າງກັນບໍ່ ລະຫວ່າງເຂດທີ່ໃຊ້ໄຟລາວ ແລະ ເຂດທີ່ໃຊ້ໄຟຕ່າງປະເທດ? ຄຳຕອບແມ່ນ ຖ້າເປັນລູກຄ້າຟຟລ ແມ່ນ ຈ່າຍດ້ວຍຫົວຫນ່ວຍລາຄາດຽວກັນ ທົ່ວປະເທດ ຟຟລ ຊື້ມາແພງ ແຕ່ຕ້ອງຂາຍຖືກ ຍ້ອນຟຟລ ບໍ່ມີສິດຕັ້ງລາຄາໄຟຟ້າ ຕ້ອງຂາຍໃນລາຄາທີ່ລັດຖະບານກຳນົດໃຫ້
  • ເປັນຫຍັງຈຶ່ງ ບໍ່ເອົາໄຟຟ້າໄປເອງ ໄປຊື້ເຂົາເຮັດຫຍັງ? ຍ້ອນວ່າ ໄຟຟ້ານີ້ ບໍ່ສາມາດສົ່ງໄປຈາກທ່າລາດ ໄປຫົວພັນໄດ້ ຖ້າບໍ່ມີສາຍສົ່ງ ເຮົາຕ້ອງມີເງິນຈຶ່ງສ້າງສາຍສົ່ງໄດ້. ຜ່ານມາ ແມ່ນທະນາຄານໂລກ ແລະ ທະນາຄານພັດທະນາອາຊີ ເປັນຜູ້ໃຫ້ເງິນລາຍໃຫຍ່. ທະນາຄານໂລກ ໃຫ້ກູ້ເງິນໄປສ້າງຢູ່ພາກໃຕ້ ສ່ວນພາກເຫນືອລາວ ແມ່ນທະນາຄານພັດທະນາອາຊີ. ໃນປະສົບການໂຕຈິງຂອງຂ້າພະເຈົ້າເອງ ແມ່ນ ເຂົ້າຮ່ວມການເອົາໄຟຟ້າໄປຫລວງພະບາງສຳເລັດໃນ 1994 ບໍລິສັດຈາກຝະລັ່ງເປັນຜູ້ສ້າງສາຍສົ່ງ. ເອົາໄຟຟ້າໄປຊຽງຂວາງ ແລະ ໄຊຍະບູລີ ສຳເລັດໃນປີ 2003 ໂດຍແມ່ນບໍລິສັດເຢຍລະມັນ ເປັນຜູ້ສ້າງ. ປະຈຸບັນ ກຳລັງມີການສ້າງສາຍສົ່ງໄປແຂວງຫົວພັນ ເພື່ອທົດແທນການນຳເຂົ້າໄຟຟ້າຈາກຫວຽດນາມ ສ້າງໂດຍບໍລິສັດເອກະຊົນຈາກປະເທດລາວ (ລາວເຮົາເກັ່ງຂຶ້ນ). ທັງຫມົດແມ່ນນອນໃນແຜນການລວມຂອງຊາດ ແລ້ວແບ່ງຍ່ອຍອອກມາເປັນແຕ່ລະໂຄງການຍ່ອຍ ແລະ ປະຕິບັດໄປເທື່ອລະໂຄງການ ຕາມຈຳນວນງົບທີ່ກູ້ຢືມໄດ້. ເປົ້າຫມາຍທີ່ໃຫຍ່ຫລວງ ແລະ ຍັງຕ້ອງການເງິນຫລາຍ ກວ່າຫມູ່ ແມ່ນໂຄງການສາຍສົ່ງແຫ່ງຊາດ ຖ້າເຮັດສຳເລັດ ສາຍສົ່ງໄຟຟ້າບ້ານເຮົາ ຈະສາມາດເຊື່ອມກັນໄດ້ທົ່ວທຸກພາກ. ປະຈຸບັນນີ້ ລະບົບໄຟຟ້າບ້ານເຮົາແມ່ນຕັດຂາດຈາກກັນ ລະຫວ່າງເຂດເຫນືອ ແລະ ເຂດໃຕ້
  • ເປັນຫຍັງຈຶ່ງຂຶ້ນຄ່າໄຟ ໃນຊ້ວງທີ່ປະເທດໃນຂົງເຂດ ປະສົບວິກິດການ ປີ 1997. ລາວເຂົາຜະລິດໄຟຟ້າພະລັງງານນ້ຳ ຄືໃຊ້ນ້ຳເປັນວັດຖຸດິບໃນການຜະລິດໄຟຟ້າ ບໍ່ໄດ້ຊື້ ດັ່ງນັ້ນ ການເຫນັງຕີງອັດຕາແລກປ່ຽນ ຈຶ່ງບໍ່ກະທົບຕໍ່ລາຄາວັດຖຸດິບ. ຈາກທີ່ເລົ່າມາຂ້າງເທິງ ເຫັນໄດ້ວ່າ ເຮົາຕ້ອງໄດ້ເພິ່ງເງິນລົງທຶນ ທີ່ກູ້ຢືມມາຈາກຕ່າງປະເທດ. ເມື່ອຢືມມາແລ້ວກໍ່ຕ້ອງສົ່ງເພິ່ນຄືນ ທັງຕົ້ນທຶນ ພ້ອມດ້ວຍດອກເບ້ຍ ຕາມໄລຍະເວລາທີ່ຕົກລົງກັນໄວ້. ເມື່ອມີວິກິດການໃນພາກພື້ນສົ່ງຜົນກະທົບຕໍ່ອັດຕາແລກປ່ຽນ ຄືຈາກ 1 ໂດລາ 700 ກີບ ມາເປັນ 10 ພັນກີບ (ເວົ້າເລກມົນເດີ້) ສົມມຸດຂ້າພະເຈົ້າເປັນຫນີ້ຄົນອື່ນຢູ່ 1000 ໂດລາ ຖ້າໄລ່ອັດຕາເກົ່າ ກໍ່ຄື 1000x700 ກໍ່ເປັນ 700 000 ກີບ ຖ້າໄລ່ຕາມອັດຕາໃຫມ່ 1000x10000=10 000 000 ກີບ. ເອົາມາລົບກັນ 10 ລ້ານ - 7 ແສນ = 9.3 ລ້ານ. ສະຫລຸບ ເປັນຫນີ້ເພິ່ນ 7ແສນ ກະວ່າຈະສາມາດໃຊ້ແທນໄດ້ ແຕ່ແລ້ວ ຢູ່ບໍ່ຢູ່ ພັດມີຫນີ້ຮອດ 10 ລ້ານ ທ່ານຈະຄິດແນວໃດລະ ຈະຫາໃສມາໃຊ້ຫນີ້ເພິ່ນ. ໃຄແນ່ແຕ່ ທາງບໍລິສັດເພິ່ນກໍ່ປັບເງິນເດືອນໃຫ້ຂ້າພະເຈົ້າ ເພື່ອຊົດເຊີຍ ກໍ່ພໍຢູ່ໄດ້. ຟຟລ ກໍ່ຄົງເປັນແບບດຽວກັນ ມີຫນີ້ທີ່ເພີ້ມຂຶ້ນມາ ທ່ານວ່າ ຟຟລ ຈະເອົາເງິນຈາກໃສໄປໃຊ້ຫນີ້ ກໍ່ເອົາຈາກການຂາຍໄຟຟ້ານັ້ນລະ ແລະ ມັນກໍ່ຫນີບໍ່ພົ້ນທີ່ຕ້ອງປັບລາຄາໄຟຟ້າ. ລັດຖະບານຕົກລົງໃຫ້ຟຟລ ຂຶ້ນຄ່າໄຟຟ້າໄດ້ ແຕ່ມີເງື່ອນໄຂ ຄື ບໍ່ໃຫ້ປັບບາດດຽວໂລດ ໃຫ້ປັບປີລະ1ເທື່ອ ເທື່ອລະຫນ້ອຍ ແລະ ພະຍາຍາມບໍ່ໃຫ້ກະທົບຜູ້ທຸກຍາກ. 
  • ຟຟລ ໄດ້ອອກຕາຕະລາງຄ່າໄຟອອກມາ ຂ້າພະເຈົ້າມີໃຫ້ທ່ານໄດ້ເບິ່ງ ຕາມລິ້ງນີ້ ລາຄາໄຟຟ້າທີ່ປັບປຸງໃຫມ່ ແຕ່ເດືອນ 4/2006 ຫາ 12/2011 ຈາກຕາຕະລາງ ທ່ານສາມາດເຫັນໄດ້ວ່າ ຄ່າໄຟຟ້າສຳລັບທີ່ຢູ່ອາໄສ ແມ່ນແບ່ງເປັນສາມລາຄາ: ແຕ່ 0 - 25 kwh ລາຄາສຳລັບຄົນທຸກຍາກ ໃຊ້ໄຟຟ້າເພື່ອແສງສະຫວ່າງ ຢ່າງດຽວ. 26 - 150 kwh ແມ່ນສຳລັບຄົນລະດັບປານກາງ ທີ່ໃຊ້ໄຟຟ້າເຮັດຫລາຍຢ່າງເພາະມີຄວາມສາມາດຊື້ເຄື່ອງໃຊ້ໄຟຟ້າບາງຢ່າງ ເຊັ່ນ ພັດລົມ ຕູ້ເຢັນ. ແລະ ສຸດທ້າຍ ສູງກວ່າ 150 kwh ແມ່ນລາຄາສຳລັບຄົນ ທີ່ບໍ່ທຸກແລ້ວ ສາມາດມີດອກໄຟຫລາຍສິບດອກ ມີໂທລະທັດ ມີແອເຢັນ... ການວາງລາຄາ ເພື່ອບໍ່ໃຫ້ກະທົບຄົນທຸກ ກໍ່ມີແຕ່ເອົາຈາກຄົນລວຍ ມາເກື້ອກູນຄົນທຸກ,​ ສະນັ້ນ ຖ້າເຮືອນທ່ານບໍ່ມີການໃຊ້ໄຟ ກໍ່ບໍ່ໄດ້ຈ່າຍ, ໃຊ້ຫນ້ອຍ ກໍ່ຈ່າຍຫນ້ອຍ, ແຕ່ຖ້າມັນຈຳເປັນ ຄື ກັບເມືອເຮືອນກໍ່ຮ້ອນ ຕ້ອງກິນນ້ຳເຢັນ ຈາກຕູ້ເຢັນ, ເປີດພັດລົມ ຫລື ເປີດແອ ເປີດເພງຟັງ ເປີດໂທລະພາບເບິ່ງ ຫິວກໍ່ຕົ້ມຫມີ່ກິນ ດ້ວຍເຕົາໄຟຟ້າ ຫລື ກະຕິກນ້ຳຮ້ອນໄຟຟ້າ, ກ່ອນອອກເຮືອນກໍ່ລີດເຄື່ອງນຸ່ງໃຫ້ງາມກ່ອນ... ແບບນີ້ ບໍ່ແມ່ນຮັ່ງ ແຕ່ກໍ່ບໍ່ທຸກແມ່ນບໍ່ເນາະ ຕ້ອງຈ່າຍຕາມລາຄາສູງສຸດ ເພາະໃຊ້ໄຟເກີນ 150 kwh ຕໍ່ເດືອນ. 
  • ຂ້າພະເຈົ້າຍັງໄດ້ຍິນມາອີກວ່າ ຄ່າໄຟຟ້າບ້ານເຮົາແພງລື່ນປະເທດອື່ນ ທັງໆທີ່ຜະລິດເອົາເອງ ວັດຖຸດິບກໍ່ບໍ່ໄດ້ຊື້. ອັນທີ່ຈິງ ກໍ່ແມ່ນວ່າບໍ່ໄດ້ຊື້ວັດຖຸດິບຄືປະເທດອື່່ນ ບາງປະເທດເພິ່ນຊື້ນ້ຳມັນມາຜະລິດໄຟຟ້າ ຕົວຢ່າງ ສິງກະໂປ, ກຳປູເຈຍ. ບາງປະເທດ ເພິ່ນຊື້ຖ່ານຫີນ ມາຜະລິດ ເຊັ່ນ ໄທ. ລາວເຮົາບໍ່ໄດ້ຊື້ຫຍັງ ຂໍພຽງແຕ່ມີນ້ຳໃນອ່າງເກັບນ້ຳ. ແຕ່ວ່າ ເຂື່ອນ ເຮົາເຮັດເອງບໍ່ເປັນ ຕ້ອງໄປຢືມເງິນມາເຮັດ ຈ້າງຄົນຕ່າງປະເທດມາສ້າງ, ເສົາໄຟ ສາຍໄຟ ເຮັດເອງບໍ່ເປັນ ນຳເຂົ້າຈາກຕ່າງປະເທດມາທັງຫມົດ ຈ້າງຕ່າງປະເທດມາເຮັດສາຍສົ່ງໃຫ້ອີກ  ເມື່ອທຽບໃສ່ປະເທດທີ່ເຂົາ ຜະລິດເອງ ກໍ່ສ້າງເອງແລ້ວ ຕົ້ນທຶນຂອງເຮົາສູງກວ່າ. ການລົງທຶນໃສ່ຂົງເຂດຊົນນະບົດ ມັນຕ້ອງເປັນເລື້ອງຫນຶ່ງຕ່າງຫາກ ເພາະລົງທຶນຫລາຍ ນອນທຶນ ເກັບຄືນບໍ່ໄດ້ງ່າຍ ປະຊາຊົນ ເສຍຄ່າໄຟ ມີແຕ່ເດືອນລະ 20 - 30 ພັນ. ເກັບຄ່າໄຟແນວໃດກໍ່ບໍ່ເຫັນວ່າຈະໄດ້ທຶນຄືນ ວຽກງານນີ້ ກໍ່ໃຊ້ຕົ້ນທຶນສູງ. ແຕ່ແນວໃດກໍ່ດີ ເມື່ອທຽບໃສ່ປະເທດເພື່ນບ້ານແລ້ວ ຄ່າໄຟບ້ານເຮົາກໍ່ ຖືກກວ່າບາງປະເທດອ້ອມຂ້າງເຮົາ (ອ່ານບົດວິເຄາະ)
  • ສຳລັບບັນດາທ່ານ ທີ່ມີແນວບໍ່ທັນເຂົ້າໃຈລະບົບການບໍລິການລູກຄ້າ ຂອງຟຟລ ແມ່ນຂ້າພະເຈົ້າຂໍບອກກ່ອນວ່າຂ້າພະເຈົ້າ ເຮັດວຽກໃຫ້ກັບ ກຕຟ ບໍ່ແມ່ນໄຟຟ້າລາວ ສະນັ້ນຈະບໍ່ຂໍໃຫ້ຄຳເຫັນໃນບົດນີ້ ອາດສາມາດຖາມມາໄດ້ຢູ່ແຕ່ອາດຈະຕອບໄດ້ບໍ່ລະອຽດ ທ່ານສາມາດໄປທີ່ເວັບໄຊຂອງໄຟຟ້າລາວເອງ www.edl-laos.com ທີ່ນັ້ນກໍ່ມີເວັບບອດສຳລັບການຕອບຄຳຖາມ ຂອງບັນດາທ່ານ ພ້ອມນີ້ເພິ່ນກໍ່ມີຫນ່ວຍງານປະຊາສຳພັນ ສຳລັບແກ້ໄຂບັນຫາຕ່າງໆຂອງລູກຄ້າ. ແຕ່ທີ່ຜ່ານມາກໍ່ຮັບຕອບຄຳຖາມຂອງໄຟຟ້າລາວຢູ່ຄືກັນ ແຕ່ຈະໃຫ້ຄົນໄຟຟ້າລາວເປັນຜູ້ຕອບ ໃນເວັບບອດ http://forum.pnomsin.com/index.php/board,13.0.html

ສະຫລຸບ ແລ້ວ: ວຽກໄຟຟ້າກໍ່ມີກົດຫມາຍໄຟຟ້າ ແລະ ຟຟລ ໃນຖານະລັດວິສາຫະກິດ ກໍ່ແມ່ນຢູ່ໃຕ້ກົດຫມາຍວິສາຫະກິດ (ຢາກອ່ານເລື້ອງກົດຫມາຍ ກໍ່ເຊີນເຂົ້າໄປອ່ານທີ່ເວັບໄຊຂອງສະພາແຫ່ງຊາດ ມີທຸກກົດຫມາຍ ລວມທັງລັດຖະທຳມະນູນ). ວຽກງານໄຟຟ້າ-ນ້ຳປະປາ ແມ່ນວຽກງານຄໍຫອຍ ແມ່ນລັດເປັນຜູ້ດຳເນີນການເອງ ບໍ່ສາມາດໂອນໃຫ້ເອກະຊົນ ໄປບໍລິການໄດ້, ລັດວິສາຫະກິດ ແມ່ນ ທຸລະກິດ ທີ່ລັດລົງທຶນ ແລະ ເຮັດ2ຫນ້າທີ່ ຄືເຮັດຫນ້າທີ່ການເມືອງ ແລະ ເຮັດທຸລະກິດ ໄປພ້ອມໆກັນ. ດັ່ງນັ້ນ, ປົກກະຕິກໍ່ຕ້ອງເຮັດທຸລະກິດ ໃຫ້ມີກຳໄລ ເພື່ອຖອກພັນທະເຂົ້າງົບປະມານຂອງລັດ ແລະ ຖ້າລັດຖະບານຕ້ອງການໃຫ້ເຮັດຫນ້າທີ່ການເມືອງ ເຖິງວ່າບໍມີກຳໄລ ລັດວິສາຫະກິດກໍ່ຕ້ອງໄດ້ເຮັດ. ໃນຂົງເຂດໄຟຟ້ານີ້ ກໍ່ເຫັນມີ ການຊື້ໄຟແພງມາຂາຍໃນລາຄາຫລຸບທຶນ ກໍ່ຕ້ອງໄດ້ເຮັດ, ການເອົາໄຟຟ້າໄປເຂດຊົນນະບົດຫ່າງໄກ ກັນດານ ບໍ່ສາມາດກຸ້ມຄ່າທາງເສດຖະກິດ ເມື່ອທຽບໃສ່ການລົງທຶນ ແຕ່ຖ້າສາມາດແກ້ໄຂບັນຫາ ປກຊ ປກສ ຫລືແກ້ໄຂບັນຫາຂອງລັດຖະບານ ລັດວິສາຫະກິດ ກໍ່ຕ້ອງປະຕິບັດ. ດັ່ງນັ້ນ ລັດຖະບານມີສິດ ໃນການປັບລາຄາຄ່າໄຟຟ້າ, ບໍ່ແມ່ນລັດວິສາຫະກິດ ຈະຂຶ້ນລາຄາໄດ້ຕາມອຳເພີໃຈ ຂໍຂອບໃຈນຳບັນດາທ່ານ ທີ່ເຂົ້າມາອ່ານ ຜິດພາດປະການໃດ ກໍ່ຂໍຈົ່ງບອກກ່າວ ຖືວ່າແລກປ່ຽນຄວາມຄິດເຫັນນຳກັນ ຂໍຈົບ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 6, 2010 | ມີ 11 ຄຳເຫັນ ແລະ 0 trackback(s)

ເລື້ອງທີ່ຈະມາລົມສູ່ຟັງມື້ນີ້ ອາດຈະຊ່ວຍໃຫ້ທ່ານ ເຂົ້າໃຈຂຶ້ນຕື່ມ ຫລື ງົງກວ່າເກົ່າກໍ່ໄດ້ ກ່ຽວກັບບັນດາຜູ້ເຄື່ອນໄຫວດ້ານໄຟຟ້າຢູ່ປະເທດເຮົາ

ຫລາຍປະເທດມີລັດວິສາຫະກິດໄຟຟ້າ ຫລາຍກວ່າ1. ຕົວຢ່າງ ທີ່ເຫັນງ່າຍໆ ແມ່ນ ປະເທດໄທ ເພາະຫລາຍຄົນຈະເຫັນຈາກ TV ວ່າມີ ການໄຟຟ້າ ນະຄອນຫລວງ, ການໄຟຟ້າສ່ວນພູມິພາກ ແລະ ການໄຟຟ້າຝ່າຍຜະລິດ

ການແບ່ງງານແບບຫຍໍ້ໆ:

ການໄຟຟ້າຝ່າຍຜະລິດ Generation Authority of Thailand ຫລື EGAT www.egat.co.th/ ເພິ່ນຜະລິດໄຟຟ້າ ແລະ ນຳເຂົ້າໄຟຟ້າ ເພື່ອມາຈຳຫນ່າຍ ໃຫ້ກັບ ການໄຟຟ້ານະຄອນຫລວງ ແລະ ການໄຟຟ້າສ່ວນພູມິພາກ

ການໄຟຟ້ານະຄອນຫລວງ Metropolitan Electricity Authority ຫລື MEA http://www.mea.or.th/  ແມ່ນເພິ່ນຊື້ໄຟຟ້າມາຂາຍໃຫ້ລູກຄ້າ  ໃນເຂດນະຄອນຫລວງແລະອ້ອມແອ້ມ

ການໄຟຟ້າສ່ວນພູມິພາກ Provincial Electricity Authority ຫລື PEA www.pea.co.th/  ແມ່ນເພິ່ນຊື້ໄຟຟ້າມາຂາຍໃຫ້ລູກຄ້າ  ໃນເຂດອື່ນໆ ທົ່ວປະເທດ

------------

ໄຟຟ້າບ້ານເຮົາ:

ດົນນານມາແລ້ວ ນັບແຕ່ ປີ 1959 ປະເທດລາວມີບໍລິສັດໄຟຟ້າລາວ Electricite du Laos ຫລື EDL http://www.edl-laos.com ທີ່ເຮັດຫນ້າທີ່ ທັງຜະລິດ ແລະ ນຳເຂົ້າໄຟຟ້າ ລວມທັງ ຈຳຫນ່າຍໃຫ້ລູກຄ້າ ພຽງຜູ້ດຽວໃນເມືອງລາວ

ວິກິດການການເງີິນພາກພື້ນ ໄດ້ສົ່ງຜົນກະທົບຕໍ່ທຸກພາກສ່ວນ. ຟຟລ ປະສົບພາວະຫລຸບທຶນ ໃນ ປີ 1998.  ໄດ້ມີຄະນະກຳມະການ ເຂົ້າໄປກວດສອບ ແລະ ໄດ້ມີການສະເຫນີ ໃຫ້ແບ່ງເປັນຫລາຍບໍລິສັດ

-------------------------------------------

ລັດວິສາຫະກິດຖືຮຸ້ນລາວ (ລຮລ) Lao Holding State Enterprise (LHSE) http://www.laoholding.com/ ຖືກຳເນີດ ໃນວັນທີ 23 ກຸມພາ 2005

ນັ້ນ ເປັນລັດວິສາຫະກິດໄຟຟ້າ ທີ2 ຂອງລາວ

---------------------------------------------

ລັດວິສາຫະກິດກໍ່ສ້າງຕິດຕັ້ງໄຟຟ້າ (ກຕຟ) Electrical Construction and Installation (ECI) http://www.eci.com.la ໄດ້ແຍກຕົວອອກຈາກລັດວິສາຫະກິດໄຟຟ້າລາວ ຕາມແຈ້ງການເລກທີ 1165 / ຫສນຍ.ກລຂ ລົງວັນທີ 1/8/2005 ໄດ້ປະກາດໂຄງຮ່າງການຈັດຕັ້ງຂອງຕົນໃນຕອນບ່າຍຂອງວັນທີ 26/10/2006.

ນີ້ແມ່ນເປັນລັດວິສາຫະກິດໄຟຟ້າ ທີ3 ຂອງລາວ

------------------------------------

ການແບ່ງງານ :

1.   ຮລຮ ແມ່ນເຂົ້າໄປຮ່ວມໃນບັນດາໂຄງານການຜະລິດໄຟຟ້າໃຫຍ່ໆ ຂອງລັດຖະບານ ໃນນາມຜູ້ຕາງຫນ້າລັດຖະບານ ປະຈຸບັນ ໄດ້ຮັບມອບໝາຍຈາກລັດຖະບານ ໃຫ້ເຂົ້າຮ່ວມຖືຫຸ້ນ ແລະ ຄຸ້ມຄອງຫຸ້ນຂອງລັດຖະບານໃນ 5 ໂຄງການຮ່ວມລົງທຶນກັບຕ່າງປະເທດຄື:

ໂຄງການໄຟຟ້ານ້ຳຕົກ ນ້ຳເທີນ 2

ໂຄງການໄຟຟ້ານ້ຳຕົກ ນ້ຳເທີນ 1

ໂຄງການໄຟຟ້ານ້ຳຕົກ ນ້ຳງື່ມ 3

ໂຄງການໄຟຟ້ານ້ຳຕົກ ນ້ຳງຽບ 1

ແລະ ໂຄງການໄຟຟ້າຖ່ານຫີນຫົງສາ

ຖ້າລວມກຳລັງຕິດຕັ້ງທັງໝົດໃນ 5 ໂຄງການນີ້ ມີປະມານ 4,100 ເມກາວັດ (MW) ແລະ ມູນຄ່າການລົງທຶນປະມານ 8,000 ລ້ານໂດລາ
ສະຫະລັດ ໃນນີ້ມີທຶນຫຸ້ນຂອງລັດຖະບານປະມານ 420 ລ້ານໂດລາສະຫະລັດ.

2.  ຟຟລ ຫລັງຈາກທີ່ປັບປຸງການຈັດຕັ້ງໃຫມ່ ຍັງມີຫນ້າທີ່ ຜະລິດ ແລະ ນຳເຂົ້າພະລັງງານໄຟຟ້າ ສຳລັບ ຈຳຫນ່າຍ ໃນຂອບເຂດທົ່ວປະເທດ ປະຈຸບັນ ໄຟຟ້າລາວ ມີເຂື່ອນໄຟຟ້າ ຂະຫນາດກາງ ສຳລັບການຜະລິດເພື່ອຮັບໃຊ້ພາຍໃນ ແລະ ຈຳຫນ່າຍຕ່າງປະເທດຄື :

ເຂື່ອນນ້ຳງື່ມ1 ແຂວງວຽງຈັນ 155​ ເມກາວັດ
ເຂື່ອນໄຟຟ້ານ້ຳເລິກ ແຂວງວຽງຈັນ (ໄປທາງບໍລິຄຳໄຊ) 60 ເມກາວັດ
ເຂື່ອນນ້ຳມັງ3 ແຂວງວຽງຈັນ (ພູເຂົາຄວາຍ) 40 ເມກາວັດ
ເຂື່ອນເຊເສັດ1 ແຂວງສາລະວັນ (ແຖວຕາດເລາະ-ຕາດຟານ) 45 ເມກາວັດ
ເຂື່ອນໄຟຟ້າແຊລະບຳ ແຂວງຈຳປາສັກ 5 ເມກາວັດ
ເຂື່ອນນ້ຳດົງ ແຂວງຫລວງພະບາງ 2 ເມກາວັດ
ເຂື່ອນນ້ຳກໍ ແຂວງອຸດົມໄຊ 1.5 ເມກາວັດ
ເຂື່ອນນ້ຳງາຍ ແຂວງຜົ້ງສາລີ 1.2​ ເມກາວັດ

3. ກຕຟ ການຂະຫຍາຍຕາຂ່າຍໄຟຟ້າໃນຂອບເຂດທົ່ວປະເທດ ແມ່ນເປັນວຽກຕົ້ນຕໍ ເມື່ອການກໍ່ສ້າງສຳເລັດ ກໍ່ຈະຕ້ອງ ສົ່ງມອບໃຫ້ຟຟລ ເປັນຜູ້ຄຸ້ມຄອງ.

4. ກົມໄຟຟ້າ ແລະ ບັນດາພະແນກພະລັງງານແລະບໍ່ແຮ່ແຕ່ລະແຂວງ ມີຫນ້າທີ່ສຶກສາ ຄວາມຕ້ອງການພະລັງງານໄຟຟ້າ ແຫລ່ງພະລັງງານໄຟຟ້າຕ່າງໆ ຄຸ້ມຄອງໄຟຟ້ານອກລະບົບຂອງຟຟລ  ເຊັ່ນ ພະລັງງານແສງອາທິດ, ໄຟຟ້ານ້ຳຢອດ..(ໄຟຟ້າຊົນນະບົດ)

5. ໄຟທາງ ຫລື ໄຟຟ້າສຳລັບເຍືອງຖະຫນົນ ແມ່ນ ອພບ ເປັນຜູ້ ຮັບຜິດຊອບ ແລະ ເປັນຜູ້ຈ່າຍຄ່າໄຟ ໃຫ້ຟຟລ

6. ບໍລິສັດໄຟຟ້າເອກະຊົນອື່ນໆ ກໍ່ສາມາດເຄື່ອນໄຫວ ຜະລິດ ຈຳຫນ່າຍ ແລະ ກໍ່ສ້າງແລະຕິດຕັ້ງໄຟຟ້າ ພາຍໃຕ້ກົດຫມາຍໄຟຟ້າ ຂອງ ສປປລາວ ແລະ ພາຍໃຕ້ມາດຕະຖານເຕັກນິກໄຟຟ້າ ແຫ່ງ ສປປລາວ

ສ່ວນເຂື່ອນໄຟຟ້າ ທີ່ເປັນຂອງເອກະຊົນ (IPP) ມີ
1 ເຂື່ອນໄຟຟ້າຫ້ວຍເຫາະ ແຂວງອັດຕະປື ສ້າງໃສ່ຫ້ວຍຢູ່ເທິງພູພຽງບໍລະເວນ ກຳລັງຕິດຕັ້ງ 150​ ເມກາວັດ http://www.houayho.com/
2 ເຂື່ອນໄຟຟ້າ ເທີນ-ຫິນບູນ

ຈົບ ການບັນຍາຍ

ຕໍ່ໄປແມ່ນຄວາມຄິດເຫັນສ່ວນຕົວ:

ເຫີ່ ມັນຄົງເປັນບົດຄວາມ ທີ່ຫນ້າຢາກນອນ ທີ່ສຸດອີກບົດຫນຶ່ງ ອິອິ

ມີຫຍັງກໍ່ລົມກັນໄດ້ເດີ້ ຫລື ຢ້ຽມຊົມເວັບບອດ forum.pnomsin.com ເວັບບອດເລື້ອງໄຟຟ້າ ທີ່ເປີດເພື່ອຕອບບັນຫາໄຟຟ້າມາແລ້ວ ຫລາຍປີ 

ຂ້າພະເຈົ້າເອງ ທຳອິດກໍ່ເປັນຄົນ ຟຟລ, ເມື່ອບໍລິສັດເພິ່ນແຍກຕົວ ອອກຈາກກັນ ຂ້າພະເຈົ້າຖືກສັງກັດ ກຕຟ ເລີຍໄດ້ເຊົານຸ່ງຊຸດເຄື່ອງແບບໄຟຟ້າລາວ. ເສຍດາຍຢູ່ຄືກັນ ຢູ່ມາ 10 ປີ ໄດ້ປີລະ 2 ຊຸດ

ຕອນນີ້ ຫລັງຈາກມາຢູ່ບໍລິສັດໃຫມ່ ນັບແຕ່ປີ 2006 ຫມູ່ຄູ່ ກໍ່ຍັງຄິດວ່າເຮົາຢູ່ຟຟລຢູ່ ແມ່ນແຕ່ແມ່ ກໍ່ຄິດແບບນັ້ນ

ແລະ ທີ່ເລົ່າມາຍາວຢຽດຂ້າງເທິງນັ້ນ ກໍ່ເພື່ອເປັນການຕອບແບບສຳຫລວດຄວາມຄິດເຫັນ ກ່ຽວກັບບໍລິສັດໄຟຟ້າ ໃນເມືອງລາວ ມີຈັກບໍລິສັດ http://punlao.com/pnomsin/polls/7866/

 

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 21, 2010 | ມີ 26 ຄຳເຫັນ ແລະ 0 trackback(s)

ທຸກມື້ນີ້ ຄົນໃນເມືອງ ບໍ່ຄ່ອຍຈະອາບນ້ຳນຳກັນ ບໍ່ຄືຄົນຊົນນະບົດ ອາບພ້ອມກັນ ທັງແມ່ທັງລູກ ທັງຜູ້ບ່າວຜູ້ສາວ ມ່ວນແທ້ເດິ

ຕໍ່ໄປນີ້ ຈະພາໄປເບິ່ງ ຄົນອາບນ້ຳສາມັກຄີ ໂດຍໄປລັກເອົາມາຈາກເວັບໄຊ ຂອງ ສໍລະພົງ ພະນັກງານ ພະແນກພະລັງງານແລະບໍ່ແຮ່ ແຂວງຊຽງຂວາງ

ບ່ອນອາບສະເພາະເດັກນ້ອຍ

ໄດ້ອາບແລ້ວບໍ່ມີຢາກເຊົາ ເຊື່ອໂລດ!

ຍິ່ງຄ່ຳ ຍິ່ງມ່ວນ ສຳລັບຜູ້ບ່າວຜູ້ສາວ

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 8, 2010 | ມີ 11 ຄຳເຫັນ ແລະ 0 trackback(s)

ຕາດຄາ ອາດຈະງາມກວ່າຕາດກວາງຊີ ກໍໄດ້ ພາບງາມໆນີ້ ສະຫນອງໂດຍ ຫົວຫນ້າສູນໄຟຟ້າເມືອງຫນອງແຮດ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 6, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

 ຖ້າທ່ານຍັງຈື່ບົດເພງຂອງ ກໍ ວິເສດ

ທີ່ພັນລະນາ ຄວາມງາມຂອງຊຽງຂວາງ ຈະມີບາງຕອນກ່າວໄວ້ດັ່ງນີ້ 

ພູຈົງ ເປັນວົງແສງເດືອນ ... ພູຈົງຢູ່ເມືອງຄູນ ຫລັງສູນບໍລິການໄຟຟ້າ ເບື້ອງຕາເວັນອອກ 

ນ້ຳງິ້ວໄຫລລິນບໍ່ເວັ້ນ ... ນ້ຳງິ້ວ ຢູ່ເມືອງຄູນ ເປັນຕົ້ນກຳເນີດຂອງນ້ຳງຽບ 

ໄຫຫີນ ມິ່ງຂວັນຊຽງຂວາງ ... ເມືອງຄູນກໍ່ມີໄຫຫີນ 

ພູຈອງວອງ ງາມຕະການ ... ພູຈອງວອງ ຢູ່ເບື້ອງຕາເວັນຕົກ 

.......................... ສະແດງວ່າ ຊຽງຂວາງ ໃນເມື່ອກ່ອນ ຕັ້ງຢູ່ເມືອງ ຄູນ ປະຈຸບັນ ເມືອງເອກຂອງແຂວງແມ່ນ ໂພນສະຫວັນ ຕັ້ງຢູ່ເມືອງແປກ

ເມືອງຄູນ ໃນອະດີດ ກ່ອນສົງຄາມທຳລາຍ ເປັນເມືອງທີ່ສວຍງາມ ກວ່າປະຈຸບັນອີກ

ມີວັດວາ ແລະ ເຈດີ ເກົ່າແກ່ ຫລາຍບ່ອນ 

ມີໄຫຫີນ ແລະ ບໍ່ນ້ຳອຸ່ນເຊັ່ນດຽວກັນ ແຕ່ຍັງບໍ່ທັນເປັນທີ່ຮູ້ຈັກຫລາຍ

ນີ້ ເພິ່ນເອີ້ນວ່າໂຮງຫມໍຝະລັ່ງ ມີອາຍຸ ເກືອບ 100 ປີ

ທາດເກົ່າແກ່ 

ວັດເພຍວັດ ເຖິງວ່າ ຖືກລະເບີດຕົກໃສ່ ແຕ່ພະພຸດທະຮູບ ຊ້ຳພັດບໍ່ໄດ້ຖືກເສຍຫາຍຫຍັງ ສັກສິດເດີ້

ທົ່ງໄຫຫີນ ເມືອງຄູນ 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 6, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

 ເມື່ອກ່າວເຖິງເມືອງຄຳ ຫລາຍຄົນຮູ້ຈັກ ຍ້ອນວ່າ ມີບໍ່ນ້ຳອຸ່ນທຳມະຊາດ ຢ່າງໃດກໍ່ຕາມ ເມື່ອໄປຫລິ້ນບໍ່ນ້ຳອຸ່ນແລ້ວ ກໍ່ຢ່າລືມແວ່ຖ້ຳປິວແດ່ເດີ້. ຖ້ຳປີວ ເປັນຖ້ຳປະຫວັດສາດ ຕັ້ງຢູ່ເມືອງຄຳ ແຂວງຊຽງຂວາງ ປະຈູບັນ ກາຍເປັນສະຖານທີ່ທ່ອງທ່ຽວ ທີ່ຫລາຍຄົນແວະວຽນໄປ. ທຸກປີ ໃນວັນທີ 24 ເດືອນ11 ຊາວເມືອງຄຳ ຈະຈັດງານບຸນຖ້ຳປີວຂຶ້ນ ມີການຂາຍເຄື່ອງ ມີແຂ່ງກິລາ ແລະ ກິດຈະກຳອື່ນໆ ແນໃສ່ລະນຶກເຖິງວັນໂສກນາດຕະກຳ ທີ່ເກີດຂຶ້ນໃນ ປີ 1968 ເມືອຄາວສົງຄາມ ປະຊາຊົນໄດ້ອາໄສຖ້ຳແຫ່ງນີ້ ລີ້ຊ່ອນຈາກການຖິ້ມລະເບີດ ທີ່ນັບມື້ນັບຮຸນແຮງ ຈາກເຮືອບິນອາເມລິກາ ແລະ ເລື້ອງເສົ້າສະຫລົດໃຈທີ່ສຸດກໍ່ເກີດຂຶ້ນເມື່ອ ລູກສອນໄຟ ໄດ້ຕົກເຂົ້າໄປໃນຖ້ຳ ອັນເປັນທີ່ອາໄສຂອງປະຊາຊົນ ພາໃຫ້ ມີຜູ້ເສຍຊີວິດທັນທີ 374 ຄົນ. ຜູ້ທີ່ໄປຢ້ຽມຢາມສະຖານທີ່ນີ້ ຄວນໄວ້ອາໄລເຖິງດວງວິນຍານ ຂອງຜູ້ໄດ້ຮັບເຄາະຮ້າຍ ດັ່ງກ່າວ.

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 4, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

ທີ່ເມືອງຜາໄຊ ມີບ່ອນທ່ອງທ່ຽວ ຫລາຍບ່ອນ. ມື້ກ່ອນໄດ້ມີໂອກາດໄປນິຄົມລາດແສນ ແລະ ໄປເຂື່ອນໄຟຟ້ານ້ຳກະ. ນອກນັ້ນ ທີ່ເມືອງຜາໄຊ ກໍ່ຍັງມີ ທົ່ງໄຫຫີນ ເຖິງ 2​ບ່ອນ. ໃກ້ກັບທົ່ງໄຫຫີນ2 ມີນ້ຳຕົກຕາດທີ່ສວຍງາມອີກ1ບ່ອນ ນັ້ນກໍ່ຄື ນ້ຳຕົກຕາດລ່າງ.

ຂຽນເມື່ອ ຂຽນເມື່ອ: ມ.ສ.. 4, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

ຖ້າເວົ້າເຖິງໄຫຫີນ ກໍ່ຈະຄິດພາບອອກທັນທີ ວ່າຕັ້ງຢູ່ແຂວງຊຽງຂວາງ. ແຕ່ໄຫຫີນທີ່ເຮົາເຫັນກັນເລື້ອຍໆ ທາງສິ່ງພິມ, ໂທລະພາບ ຫລື ອິນເຕີເນັດ ມັກຈະມາຈາກ ທົ່ງໄຫຫີນເມືອງ ແປກ ຫລື ເອີ້ນອີກວ່າ ທົ່ງໄຫຫີນ1. ທົ່ງໄຫຫີນຢູ່ຊຽງຂວາງ ມີຫລາຍກວ່າ 1 ແຫ່ງ: ຢູ່ເມືອງແປກ ເມືອງ ຜາໄຊ ເມືອງ ຄູນ ຫລື ແມ້ແຕ່ເມືອງຄຳ ກໍ່ມີ. ແຕ່ໄດ້ຮັບການສຳຫລວດ ແລະ ພັດທະນາເປັນບ່ອນທ່ອງທ່ຽວແລ້ວ ມີ 3 ບ່ອນ. ໄຫຫີນ1​ ຢູ່ເມືອງແປກ ໃກ້ກັບເດີ່ນຍົນ ສ່ວນທົ່ງໄຫຫີນ2 ແລະ 3​ແມ່ນຢູ່ເມືອງ ຜາໄຊ ເຊິ່ງກໍ່ບໍ່ໄກຈາກເມືອງແປກ ຫລື ໂພນສະຫວັນນັ້ນເອງ.

ສັງເກດເຫັນວ່າ ຖ້າໄປຫລິ້ນທົ່ງໄຫຫີນ2 ຈະບໍ່ໄດ້ຕາກແດດຫລາຍ ສ່ວນຫລາຍຢູ່ໃນຮົ່ມເງົາຂອງຕົ້ນໄມ້

ຕົ້ນໄມ້ທີ່ມີດອກສີຂາວ ນັ້ນງາມຫລາຍ ເລີຍຂໍຂະຫຍາຍພາບໃຫ້ໄດ້ຊົມຄວາມງາມນຳກັນ

ດອກໄມ້ສີຂາວນັ້ນ ກໍ່ແມ່ນ ດອກຈອງ ນັ້ນເອງ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 3, 2010 | ມີ 17 ຄຳເຫັນ ແລະ 0 trackback(s)

ໂຕແກະ ເປັນສັດຈຳພວກແບ້ ກິນຫຍ້າຄືກັນ ແຕ່ນິຍົມລ້ຽງຢູ່ຕ່າງປະເທດ. ໂຕແກະພັນລາວ ຈື່ງບໍ່ມີ ມີແຕ່ພັນຕ່າງປະເທດ. ພັນຕ່າງປະເທດ ແຕ່ເກີດ ຢູ່ລາວກໍ່ຕ້ອງ ຖືສັນຊາດລາວແນ່ນອນ. ຢູ່ລາວກໍ່ລ້ຽງແກະຊັ້ນບໍ? ຄຳຕອບແມ່ນ ຖືກຕ້ອງ ຢູ່ລາວກໍ່ລ້ຽງແກະ ແລະ ມີຫລາຍຟາມ, ສະເພາະຢູ່ແຂວງຊຽງຂວາງ ຫນ້າຈະມີຮອດ 3 ບ່ອນ ເພາະຊຽງຂວາງ ມີທົ່ງຫຍ້າຫລາຍ.

ຊຽງຂວາງ

ພາບຈາກຊຽງຂວາງ ດິນແດນແຫ່ງທົ່ງຫຍ້າ

ພາບຈາກຊຽງຂວາງ ດິນແດນແຫ່ງທົ່ງຫຍ້າ

ພາບຈາກຊຽງຂວາງ ດິນແດນແຫ່ງທົ່ງຫຍ້າ

ພາບຈາກຊຽງຂວາງ ດິນແດນແຫ່ງທົ່ງຫຍ້າ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 3, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

ຂ້າພະເຈົ້າໄດ້ຂຽນເຖິງ ອາຄານຫລັງໃຫມ່ຂອງ ໄຟຟ້າລາວ ສາຂາ ແຂວງຊຽງຂວາງ ເຊິ່ງກຳລັງໄດ້ຮັບການກໍ່ສ້າງ ທີ່ບ້ານນ້ຳຫງຳ ຫ່າງຈາກບ່ອນປະຈຸບັນ ໄປ1 ກິໂລແມັດ.

ທ່ານ ອາດຈະຖາມວ່າ ຟຟລ ຈະຍ້າຍອອກໄປຫລືບໍ່ ຫລື ພຽງແຕ່ຂະຫຍາຍສຳນັກງານ ແລະ ຖ້າຍ້າຍອອກ ສຳນັກງານເດີມ ເດ ຈະໃຊ້ເຮັດຫຍັງ ຂ້າພະເຈົ້າ ຂໍກ່າວເຖິງ ແຜນງານຫນຶ່ງ ທີ່ທ່ານອາດຈະສົນໃຈ ເພາະອາດຈະເກີດຂຶ້ນ ໃນບ່ອນທີ່ສຳນັກງານໄຟຟ້າລາວ ຊຽງຂວາງ ໃນເວລານີ້ ໄປຕິດຕາມນຳກັນ

 

ນີ້ແມ່ນບໍລິເວນ ທີ່ເປັນສຳນັກງານຟຟລ ຊຽງຂວາງ ປະຈຸບັນ

ຖ້າຫມາຍໃສ່ແຜນຜັງ ຈະໄດ້ແບບນີ້
ເພິ່ນອອກແບບ ສວນສາທາລະນະເອົາໄວ້ແບບນີ້ ພາບຈາກດ້ານເທິງ

ບໍລິເວນ ສາມລ່ຽມດັ່ງກ່າວ ຈະກາຍເປັນສວນສາທາລະນະ ຕາມໃນຮູບນີ້ (ເບິ່ງໄປທາງຈອມແຫລມ)

 

ເບິ່ງຈາກທາງຈອມແຫລມ ແມ່ນດ້ານຫນ້າ ມີປ້າຍຂຽນວ່າ ສວນ ພູມີ ວົງວິຈິດ

 

ເບິ່ງໃກ້ເຂົ້າໄປໃນກາງສວນ ຈະມີນ້ຳພຸ ແລະ ຮູບປັ້ນ ທ່ານ ພູມີ ວົງວິຈິດ

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 16, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

ຂ້າພະເຈົ້າ ຄິດວ່າ ຈະທະຍອຍຂຽນເລື້ອງລາວຂອງໂຕເອງຈາກຄວາມຊົງຈຳ ຂອງໂຕເອງຕັ້ງແຕ່ຍັງນ້ອຍໆ ໄລ່ມາເລື້ອຍໆຈົນເຖິງປະຈຸບັນ ມັນອາດຈະໄປຖືກກັບຊ້ວງຊີວິດຂອງບາງຄົນ ກໍ່ຂໍໃຫ້ຊ່ວຍຕໍ່ເຕີມດ້ວຍ, ສຳລັບຜູ້ທີ່ເກີດບໍ່ທັນ ກໍ່ຄົງຈະເປັນບ່ອນໃຫ້ໄດ້ອ່ານເລື້ອງລາວ ຂອງຜູ້ທີ່ເກີດກ່ອນ ເພື່ອຮູ້ເຖິງເຫດການຕ່າງ ທີ່ເພິ່ນໄດ້ພົບພໍ້

ຮູບວຽງຈັນ

ກ່ອນຈື່ຄວາມໄດ້

ຫລາຍຄົນຈະຈື່ໄດ້ວ່າໂຕເຄີຍເຮັດຫຍັງໃນໄວເດັກ ຢ້ອນກັບໄປຮອດຕອນອາຍຸ 2 ປີ http://punlao.com/pnomsin/polls/7195/

ຂ້າພະເຈົ້າເອງບໍ່ແນ່ໃຈປານໃດ ອາດຈະຢູ່ໄລຍະ 3 ຫາ 4 ປີ

ກ່ອນຫນ້ານັ້ນ ແມ່ນບໍ່ຈື່ຫຍັງ

ຂ້າພະເຈົ້າຕ້ອງ ອາໄສຄົນອື່ນ ໂດຍສະເພາະແມ່ນພໍ່ແມ່ ເປັນຜູ້ເລົ່າໃຫ້ຟັງ

ເລື້ອງລາວ ວິລະກຳຕ່າງໆ ຂອງຂ້າພະເຈົ້າທີ່ໄດ້ຍິນມາ ແມ່ນມີດັ່ງລຸ່ມນີ້ :

  • ແມ່ໄດ້ໃຫ້ເຈ້ຍໃບຫນຶ່ງໃຫ້ ມັນເປັນເຈ້ຍທີ່ເພິ່ນຈີກ ມາຈາກປະຕິທິນ ໃນມື້ຂ້ອຍເກີດ, ໃນນັ້ນຂຽນວ່າ ວັນອັງຄານ ວັນທີ 11 ກຸມພາ 1969 ແລະ ມີລາຍມືທີ່ແມ່ຂຽນໄວ້ ວ່າເກີດເວລາປະມານ 5 ໂມງເຊົ້າ ທີ່ໂຮງຫມໍມະໂຫສົດ ໂດຍ ດຣ ກາເຣ (ຄົນຝະລັ່ງ)
  • ແມ່ເລົ່າວ່າ ຕອນຂ້ອຍຍັງນ້ອຍ ແມ່ອູ້ມຂ້ອຍນັ່ງກິນເຂົ້າ ຂ້ອຍກໍ່ໄດ້ສ້າງວິລະກຳ ໂດຍການຍ່ຽວໂດ່ງໄປລົງໃສ່ຖ້ວຍແກງ
  • ແມ່ບອກວ່າ ຫລັງຈາກຂ້ອຍເກີດ ພໍ່ໄດ້ໄປເຮັດວຽກຢູ່ສະຫວັນນະເຂດ ພວກເຮົາເລີຍຍ້າຍໄປຢູ່ສະຫວັນ (ແຕ່ຂ້ອຍບໍ່ຈື່ຫຍັງເລີຍ)
  • ແມ່ເລົ່າວ່າ ໃນລະຫວ່າງເດີນທາງດ້ວຍຍົນ ລະຫວ່າງ ວຽງຈັນ - ສະຫວັນ ໃນລະຫວ່າງທີ່ຍົນກຳລັງຂຶ້ນ ພໍ່ແມ່ກຳລັງຮັດສາຍແອວ ເພິ່ນແນມຫາຂ້ອຍແຕ່ບໍ່ເຫັນ ເພາະຂ້ອຍແລ່ນຂຶ້ນໄປຫົວຍົນ ໄປຫາຄົນຂັບແລ້ວ
  • ຊື່ພະນົມສິນ ແມ່ນໄດ້ມາຈາກທາດພະນົມ ຕອນພໍ່ແມ່ ໄປໄຫວ້ທາດ ເລີຍອະທິຖານຂໍລູກຊາຍ ເພາະກ່ອນຫນ້ານັ້ນ ເພິ່ນມີລູກຢູ່ແລ້ວ2 ຄົນເປັນຍິງຫມົດ ບໍ່ທັນມີລູກຊາຍ. ເມື່ອຂ້ອຍເກີດມາ ກໍ່ຖືວ່າ ຄຳອະທິຖານເກີດເປັນຈິງ ກໍ່ເລີຍໃສ່ຊື່ ພະນົມ ແລະ ເພື່ອໃຫ້ສອດຄ່ອງ ກັບຊື່ພວກເອື້ອຍ ຈຶ່ງຕື່ມຄຳວ່າສິນເຂົ້າໄປ ເພິນ່ວ່າຕື່ມສິນເຂົ້າໄປຍ້ອນເພິ່ນເຫັນວ່າ ເຮົາເປັນຄົນຊົງມີສິນມີທຳ ແລະ ກໍ່ໄດ້ມາຈາກພະທາດສັກສິດອີກ ສ່ວນເອື້ອຍທັງສອງ ກໍ່ລົງທ້າຍດ້ວຍອິນຢູ່ແລ້ວ ຜູ້ກົກຊື່ພອນອິນ ຜູ້ສອງຊື່ເພັດສະລິນ ຜຸູ້ສາມເລີຍຊື່ພະນົມສິນ

ຍັງມີຫລາຍໆວິລະກຳ ທີ່ເພິ່ນເຄີຍເວົ້າເຖິງ ແຕ່ຄຶດບໍ່ອອກແລ້ວ ບໍ່ຈື່ແລ້ວ. ມາຈື່ຄວາມໄດ້ ແມ່ນຕອນພໍ່ຍ້າຍມາຢູ່ວຽງຈັນ ຕອນນັ້ນ ເຮືອນພວກເຮົາຢູ່ປາກປ່າສັກ

  • ຂ້ອຍຍັງຈື່ເພງທີ່ໄດ້ຍິນໄດ້ຟັງຕອນຍັງນ້ອຍ ແລະ ມັກໄປຮ້ອງເພງຢູ່ຫນ້າແວ່ນຫ້ອງນອນ
  • ຈື່ວ່ານ້ອງສາວພໍ່2ຄົນ ແລະ ແມ່ມັກລັກຫລິ້ນໄພ້ ຕອນພໍ່ບໍ່ຢູ່ ເມື່ອພໍ່ກັບມາ ພວກເຂົາພາກັນຟ້າວມ້ຽນວົງໄພ້ຢ່າງອຸດຕະລຸດ ຢ້ານພໍ່ຮ້າຍ
  • ຍັງຈື່ຫນັງກາຕູນ ທີ່ເບິ່ງຈາກໂທລະທັດຂາວດຳຢູ່ເຮືອນລຸງ ອ້າຍຂອງພໍ່ ຕອນນັ້ນ ມີຫນັງກາຕູນ ຍີ່ປຸ່ນຫລາຍເລື່ອງ ເຊັ່ນ ມະນຸດສາຍຮຸ້ງ, ໄອ້ມົດແດງ V1 (ໂຕຢູ່ເທິງຊ້າຍສຸດ) ສ່ວນ V8 - Sky rider ແລະ V9 - Kamen rider Super One ແມ່ນໄດ້ເບິ່ງຕອນເຂົ້າມັດທະຍົມແລ້ວ

ໄອ້ມົດແດງອາລະວາດ

ເຫດການທັງຫມົດນີ້ ແມ່ນເກີດຂຶ້ນ ກ່ອນການປ່ຽນແປງການປົກຄອງ ຍັງເປັນ ພຣະຣາຊອານາຈັກລາວ

ມື້ນີ້ຂໍຈົບພຽງເທົ່ານີ້ກ່ອນ. ຍັງມີຕອນຕໍ່ໄປ


 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 9, 2010 | ມີ 14 ຄຳເຫັນ ແລະ 0 trackback(s)

ຂ້ອຍເປັນສັດຫວງຫ້າມ ປະເພດ1 ການລັກລອບຊື້-ຂາຍຂ້ອຍແມ່ນຈະຖືກລົງໂທດ ຕາມກົດຫມາຍ

 

 

ຫນ້າຕາຂ້ອຍເປັນແບບນີ້ ມີທັງຕອນນອນຂວ້ຳ ແລະ ນອນຫງາຍ

 

ຢາກຮູ້ວ່າຂ້ອຍຊື່ຫຍັງແລ້ວແມ່ນບໍ່

ພາບຈາກ ໂປສເຕີ ຕິດຢູ່ຕາມຕະຫລາດ ບ້ານລາດຢາຍ ເມືອງພູກູດ ແຂວງຊຽງຂວາງ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 20, 2010 | ມີ 19 ຄຳເຫັນ ແລະ 0 trackback(s)

ເລື້ອງຂອງການກິນ ກໍ່ມີຫລາຍແບບຫລາຍຢ່າງ ຕາມແຕ່ລະທ້ອງຖິ່ນ ແລະ ຕາມແຕ່ວັດທະນະທຳ

ດ້ານວັດທະນະນການກິນສັດທີ່ຍັງເປັນໆ ຍ່າງໄປຍ່າງມາ ຢູ່ດີດີ ກໍ່ຖືກຈັບໃສ່ປາກ ຫຍໍ້າກິນຢ່າງແຊບນົວ ຂ້າພະເຈົ້າກໍ່ເຄີຍໄດ້ເຮັດແບບສຳຫລວດ ໄປແລ້ວເທື່ອຫນຶ່ງ

ຈຶ່ງໄດ້ຮູ້ວ່າ ຄົນລາວ ຈຳນວນຫນຶ່ງ ມັກກິນສັດຈຳພວກແມງໄມ້ ທີ່ຍັງໄຕ່ໄປໄຕ່ມາ ຢູ່ຫລາຍຊະນິດ ໄດ້ແກ່ ກຸ້ງເຕັ້ນ ແມງແຄງນ້ອຍ ແມງແຄງໃຫຍ່ ແລະ ອື່ນໆ

ມື້ນີ້ ຂ້າພະເຈົ້າ ຂໍນຳສະເຫນີ ຮູບຖ່າຍ ທີ່ໄດ້ຖ່າຍມາຈາກປະສົບການທີ່ພົບເຫັນມາດ້ວຍຕົນເອງ ທີ່ແຂວງຊຽງຂວາງ

ມື້ນັ້ນ, ມີຄົນນັ່ງກິນເຂົ້ານຳກັນຫລາຍຄົນ ຜູ້ຫນຶ່ງ ສັ່ງໃຫ້ຄົນທີ່ກຳລັງຈະໄປຕະຫລາດ ຊື້ແມງແຄງມາໃຫ້

ຕໍ່ໍມາ ຄົນທີ່ມາແຕ່ຕະຫລາດ ໄດ້ສົ່ງກະບັ້ງໄມ້ໄຜ່ ຂະຫນາດ ຊ່ຳ whiteboard marker ຫລື ບິກເຝິສ ຂຽນກະດານຂາວຫັ້ນຫລະ ມາໃຫ້

ກະບັ້ງກໍ່ມີຝາອັດຄັກແນ່ ໃນກະບັ້ງມີແມງຢູ່10 ໂຕ. ເພິ່ນເອົາມາປ່ອຍລົງໃສ່ຈານສົ້ມຜັກ ໃຫ້ມັນໄຕ່ໄປໄຕ່ມາ ແລ້ວກໍ່ຖືກຢຸບໄປພ້ອມກັບສົ້ມຜັກເຂົ້າປາກ

ຖາມເພິ່ນວ່າລົດຊາດເປັນແນວໃດ ເພິ່ນບອກວ່າ ຄືກັບແຈ່ວວາຊາບິ ທີ່ກິນກັບປູອັດອ້ອຍຕ້ອຍ

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 30, 2009 | ມີ 21 ຄຳເຫັນ ແລະ 0 trackback(s)

ຂ້ອຍຂັບລົດມາ ເລີຍຫລົງທາງ ຊ່ວຍບອກທາງຂ້ອຍແດ່

 

ຂອບໃຈຫລາຍໆ ຈະໄດ້ໄປກ່ອນເດີ້

ຈົບແລ້ວ ຂອບໃຈທີ່ຕິດຕາມ

ສະຖານທີ່ຖ່າຍທຳ: ເມືອງພູກູດ ແຂວງ ຊຽງຂວາງ

ນັກສະແດງ : ຂ້າພະເຈົ້າເອງ

ຂໍຂອບໃຈ ພາຫະນະສົງຄາມ ທີ່ຈອດໄວ້ແຄມທາງ ບໍ່ຮູ້ວ່າຂອງຝ່າຍໃດ

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 25, 2009 | ມີ 21 ຄຳເຫັນ ແລະ 0 trackback(s)
ເຕົາລີດແບບນີ້ ບໍ່ເຫັນຄົນວຽງຈັນໃຊ້ຫລາຍສິບປີແລ້ວ ແຕ່ມາພົບເຫັນທີ່ແຂວງຊຽງຂວາງ ເພິ່ນເອົາມາເປັນເຄື່ອງເອ້ບ້ານເຕົາ ກໍ່ຕ້ອງມີໄຟ ເວລາໃຊ້ເພິ່ນຄີບຖ່ານໄຟແດງໆ ໃສ່ເຂົ້າໄປ ພໍເຕົາຮ້ອນ ກໍ່ນຳໄປລີດເຄື່ອງໄດ້





ຂຽນເມື່ອ ຂຽນເມື່ອ: ທ.ວ.. 21, 2009 | ມີ 17 ຄຳເຫັນ ແລະ 0 trackback(s)

ຂໍ້ມູນ ຈາກ ນສພ ວຽງຈັນໃຫມ່

  • ການສະແດງ "ມ້າງເຄືອເຂົາກາດ" ນິທານບູຮານລາວ ທີ່ນັກສະແດງຝ່າຍເຈົ້າພາບວຽງຈັນເກມນຳມາເລົ່າໃຫ້ແຂກຟັງ ໂດຍລວມເອົານັກສະແດງ 1.500 ກ່ວາຄົນ ມາສະແດງຟ້ອນເຮັດເປັນຮູບຕ່າງໆ ສື່ຄວາມໝາຍເຖິງຄວາມມີເມດຕາກາລຸນາຂອງປູ່ເຍີ-ຍ່າເຍີ ແລະ ສິງຄຳ ທີ່ໄດ້ມ້າງເຄືອເຂົາກາດໃຫ້ໂລກ ໄດ້ພົບກັບແສງສະຫວ່າງ
  • ຕໍ່ດ້ວຍການສະແດງບົດຟ້ອນ "ບຸນປີໃໝ່ບ້ານເຮົາ" ບົດຟ້ອນນີ້ເຮັດໃຫ້ທົ່ວເດີ່ນປຽກຊຸ່ມໄປດ້ວຍນ້ຳໃສເຢັນທີ່ຖືກຫົດ ແລະ ສາດ ຈາກຂັນ (ໂອ) ປະສານການຟ້ອນລຳ ຊຶ່ງເຫຼົ່ານັກສະແດງພະຍາຍາມຖ່າຍທອດໃຫ້ຜູ້ຊົມໄດ້ເຫັນເຖິງບຸນປະເພນີຂອງລາວ ໃນໄລຍະອາກາດຮ້ອນອົບເອົ້າ ພາຂວັນດອກໄມ້ແຊມຝ້າຍມຸງຄຸນ ທີ່ຄົນລາວນິຍົມກັນມັດຂໍ່ຕໍ່ແຂນ ເພື່ອຄວາມເປັນສິລິມຸງຄຸນໃນປາງບຸນນີ້ ກໍຖືກຢິບຍົກຂຶ້ນມາອວດເຊັ່ນກັນ
  • ຖັດຈາກອາກາດຮ້ອນອົບເອົ້າ ກໍຕໍ່ໃສ່ລະດູຝົນ ຊຶ່ງເປັນລະດູທີ່ປະຊາຊົນລາວກຽມເຮັດນາ ເມື່ອຝົນຟ້າບໍ່ຕົກ ກໍຕ້ອງມີການຂໍຝົນຈາກພະຍາຟ້າແຖນ ໃນບົດຟ້ອນ "ບຸນບັ້ງໄຟ" ເຫຼົ່ານັກສະແດງແຕ່ງກາຍໃນຊຸດສີແສດ ເຊີ້ງກັນຢ່າງມ່ວນຊື່ນ ມີການທາໜ້າແຕ້ມຕາ ຊຶ່ງເປັນເອກະລັກໜຶ່ງຂອງນັກເຊີ້ງບັ້ງໄຟ ພ້ອມນີ້ ຫຸ່ນເຟືອງຂະໜາດຍັກທີ່ອອກມາຟ້ອນໃຫ້ຜູ້ຊົມເບິ່ງ ກໍສ້າງສີສັນໃຫ້ການສະແດງຊຸດນີ້ບໍ່ນ້ອຍ
  • ບຶດຈ້ຳບຶດ ! ຄືສຽງປຸກໃຈສີພາຍເຮືອແຂ່ງ ໃນບົດຟ້ອນ "ເຊີ້ງຊ່ວງເຮືອ" ປະເພນີທີ່ຈັດຂຶ້ນຖັດຈາກບຸນອອກພັນສາປະວໍລະນາ 15 ຄ່ຳ ເດືອນ 11 ລາວ ທຸກໆປີ ບົດຟ້ອນນີ້ນອກຈາກສຽງຈັງຫວະດົນຕີ ແລະ ເພງຮ້ອງທີ່ຄຶກຄື້ນມ່ວນຊື່ນແລ້ວ ບັນດາສີພາຍບ່າວ-ສາວຍັງອອກແຮງແກ່ວງໄມ້ພາຍຖ່າຍທອດໃຫ້ເຫັນຄວາມຈູບຈ້າວຫ້າວຫັນ ແຕ່ສວຍງາມດ້ວຍການ ປະສານທ່າຟ້ອນອັນອ່ອນຊ້ອຍ ເຂັ້ມແຂງ ຈຶ່ງກາຍເປັນບົດຟ້ອນອີກບົດທີ່ຊະນະໃຈຜູ້ຊົມຫຼາຍຂຶ້ນ

 ຕ້ອງການເບິ່ງຕື່ມ ເຊີນທີ່ punlao.com/album.php

ຂຽນເມື່ອ ຂຽນເມື່ອ: ທ.ວ.. 14, 2009 | ມີ 17 ຄຳເຫັນ ແລະ 0 trackback(s)
ຫລາຍຄົນຄົງຈະຮູ້ຈັກເຈົ້າປຸ້ນກັນດີ ເພາະວ່າເປັນອາຫານທີ່ພວກເຮົາມັກພົບເຫັນໃນງານໆຕ່າງໆ ບໍ່ວ່າຈະເປັນງານດອງ ເຮັດບຸນຕ່າງໆ,..ເຂົ້າປຸ້ນທີ່ພົບຢູ່ຫ້ວຍຊາຍຈະແຕກຕ່າງ ຈາກເຂົ້າປຸ້ນອື່ນ ກ່ອນອື່ນແມ່ນມັນເປັນຂອງກິນຫລິ້ນ ບໍ່ແມ່ນເປັນອາຫານສຳລັບຮັບແຂກຮັບຄົນ ການຊື້ການຂາຍ ບໍ່ແມ່ນຈະສັ່ງເປັນຖ້ວຍ ເພິ່ນຂາຍກັນເປັນກິໂລ ດັ່ງນັ້ນບໍ່ຄວນໄປຄົນດຽວ ຢ່າງຕ່ຳຫນ້າຈະໄປ4ຄົນ
ບ່ອນຂາຍເປັນສະຖານທີ່ທີ່ຮົ່ມເຢັນ ເປັນຕູບຫຍ້າ ໃນທ່າມກາງຕົ້ນໄມ້ໃຫຍ່ ບັນຍາກາດດີ
ຫລັງຈາກເລືອກຕູບຮຽບຮ້ອຍແລ້ວ ກໍ່ສັ່ງເຂົ້າປຸ້ນມາຈັກກິໂລຫນຶ່ງ ສັງເກດເຄື່ອງປຸງເທິງໂຕະມີຫຍັງແດ່ ມີ: ເກືອ, ແຈ່ວຫມາກຖົ່ວເນົ່າ ທີ່ປຸງແຕ່ງດີແລ້ວ
ເມື່ອຄົນເສີບຍົກເຂົ້າປຸ້ນມາຈະໄດ້: ເຂົ້າປຸ້ນ, ຜັກຫອມຊອຍ, ຜັກບົ້ງລວກ, ນ້ຳເຂົ້າປຸ້ນທີ່ບັນຈຸໃສ່ການ້ຳຮ້ອນທຳມະດາທີ່ນີ້ລະ (ອັນນີ້ກະແປກ) ທີ່ແປກຍິ່ງກວ່ານັ້ນ ແມ່ນນ້ຳເຂົ້າປຸ້ນເປັນນ້ຳຮ້ອນທຳມະດາ ແຕ່ວ່າຕັກມາຈາກຫມໍ້ທີ່ເພິ່ນໃຊ້ບີບເຂົ້າປຸ້ນ ບໍ່ມີສານເຄມີຫລືເຄື່ອງປຸງຫລືສ່ວນປະກອບຢ່າງອື່ນ (ບໍ່ມີຊີ້ນ, ກະດູກ, ເຄື່ອງເທດຫຍັງເລີຍ)
 
ວິທີປຸງ :1 ເທນ້ຳຈາກກາລົງໃສ່ຖ້ວຍ
2 ໃສ່ຜັກຫອມຊອຍ
3 ໃສ່ແຈ່ວຫມາກຖົ່ວເນົ່າ
4 ໃສ່ເຂົ້າປຸ້ນ
5 ໃສ່ຜັກລວກ
 
6 ກິນໄດ້
ແຊບຫລືບໍ່ ເບິ່ງເອົາ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 3, 2009 | ມີ 13 ຄຳເຫັນ ແລະ 0 trackback(s)

 

ບານເຕະຄູ່ເປີດສະຫນາມ ທີ່ແຂ່ງຂັນກັນ ໃນວັນທີ 2 ທັນວາ ທີ່ຜ່ານມາ

ຄູ່ທີ 1 ມາເລ ພົບ ຕີມໍ

ຄູ່ທີ່2 ໄທ ພົບ ຫວຽດນາມ

ພາບຈາກ ເວັບໄຊ ສ່ວນຕົວ ຂອງ ທ່ານ ສຸລິວັນ ພົມມະຈັນ

alt

alt

alt

alt

alt

 

 

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 29, 2009 | ມີ 12 ຄຳເຫັນ ແລະ 0 trackback(s)

alt

ທັດສະນະວິໄສບໍ່ຄ່ອຍດີເລີຍ ຂັບລົດຕ້ອງ ເປີດຕາໄຟ ຢ້ານຄົນມາຕຳ

alt

ເຫັນຕາເວັນຄືກັນ ແຕ່ຕາເວັນມື້ນີ້ອັບແສງ

alt

ຫນອງນ້ຳຫງຳມື້ນີ້ ົທົ່ວຫນ້ານ້ຳມີຄວັນລອຍ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 24, 2009 | ມີ 23 ຄຳເຫັນ ແລະ 0 trackback(s)

ຊຽງຂວາງ ຍາມນີ້ ກໍ່ເປັນຍາມຫນາວ. ໂພນສະຫວັນ ເປັນເມືອງເອກ ຊື່ເປັນທາງການແມ່ນເມືອງແປກ ສ່ວນໂພນສະຫວັນ ກາຍເປັນຊື່ບ້ານ.

ໂພນສະຫວັນ ເປັນເມືອງຢູ່ພື້ນທີ່ສູງ ສູງຈາກນ້ຳທະເລ ປະມານ 1000 ແມັດ. ລ້ອມຮອບດ້ວຍພູຫົວໂລ້ນ ພາໃຫ້ລົມພັດຜ່ານງ່າຍ

ພາສາມົ້ງ ເຂົ້າໃຈວ່າເປັນພາສາທາງການ ພາສາທີ2 ຂອງທີ່ນີ້ (ເດົາເອົາ) ເພາະ ໄປທາງໃດ ກໍ່ໄດ້ຍິນແຕ່ເຂົາລົມກັນພາສານີ້ (ພະນັກງານໄປສະນີ ແລະ ພະນັກງານທະນາຄານ ແມ່ນສາມາດບໍລິການລູກຄ້າ ເປັນພາສາມົ້ງ ເຫັນມາກັບຕາ)

ດິສໂກເທັກ ຂອງຄົນມົ້ງ ກໍ່ມີ ມີຄືກັບເທັກຢູ່ວຽງຈັນ ພຽງແຕ່ ຜູ້ໃຫ້ບໍລິການ ປາກພາສາມົ້ງ ນັກຮ້ອງກໍ່ຮ້ອງເພງພາສາມົ້ງ (ບາດເທັກຄົນລາວ ພັດບໍ່ຄ່ອຍມີເພງລາວໃຫ້ຟັງ)

ຍາມນີ້ ກໍ່ເປັນຍາມບຸນກິນຈຽງ ທາງການແຂວງ ເພິ່ນຈັດຍິ່ງໃຫຍ່ ຈັດໃສ່ runway ຂອງເດີ່ນບິນເກົ່າ ຫລາຍຄົນບອກວ່າ ບຸນທາດຫລວງກັບບຸນກິນຈຽງ ຢາກວ່າ ຄົນຫລາຍເກືອບຊ່ຳກັນ

ຂ້າພະເຈົ້າຈະພາທ່ານ ໄປເບິ່ງບຸນກິນຈຽງ

ກ່ອນອື່ນ ພາໄປຕະຫລາດຈີນກ່ອນ ເພື່ອເລືອກເບິ່ງແຟຊັນ ເສື້ອຜ້າຂອງສາວລາວມົ້ງ ເຊິ່ງນັກອອກແບບ ໄດ້ເຮັດໄວ້ກຽມຕ້ອນຮັບບຸນກິນຈຽງ

ແບບເສື້ອຜ້າຍິງສາວ

alt

ໄດ້ຖາມທາງຜູ້ຂາຍວ່າ ຊຸດຫນຶ່ງ ລາຄາຫລາຍປານໃດ ແຕ່ຂ້າພະເຈົ້າເປັນຄົນຂີ້ລືມ ບໍ່ຄ່ອຍມັກຈື່ຈຳລາຍລະອຽດ ປະມານວ່າແພງສົມຄວນ

ໄດ້ເສື້ອຜ້າແລ້ວກໍ່ໄປກັນເລີຍ

alt

alt

ໃນງານບຸນ ກໍ່ມີການຕັ້ງຜາມຂາຍເຄື່ອງ ຈາກຫລາຍພາກສ່ວນ ສ່ວນໂທລະຄົມ, ເຄື່ອງໄທ ຄ້າຍໆກັບຢູ່ໄອເທັກ, Moneygram ບໍລິການຝາກໂອນເງິນ ທີ່ແຕກຕ່າງ ແມ່ນ ມີຮ້ານຖ່າຍຮູບ ສຳລັບໃຫ້ສາວໆທີ່ແຕ່ງໂຕມາດີ ໄດ້ບັນທຶກຮູບໄວ້ ຂຽນປ້າຍເປັນສອງພາສາ (ກຳລັງຫາວິທີຮຽນອ່ານພາສາມົ້ງຢູ່ ຄືກັນ)

alt

alt

ຮູ້ສຶກວ່າ ຄົນທີ່ມາບຸນນີ້ ຈະມາຈາກ ຫລາຍເມືອງ ແລະ ມາຈາກຕ່າງປະເທດກໍ່ມີຫລາຍ

ບາດນີ້ ມາໂຫຍ້ນຫມາກຄອນກັນໃຫ້ມ່ວນໆ ຟັງສຽງຂັບລຳໄປນຳ ລົມກັນໄປນຳ

alt

ບ່າວສາວ ທີ່ພົບກັນໃນມື້ນີ້ ຫລາຍຄູ່ຈະໄດ້ໃຊ້ຊີວິດຮ່ວມກັນໄປຕະຫລອດຊີວິດ

ຂໍຈົບການບັນຍາຍພຽງເທົ່ານີ້ ຜິດພາດປະການໃດ ຂໍອະໄພດ້ວຍ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 12, 2009 | ມີ 12 ຄຳເຫັນ ແລະ 0 trackback(s)

ຕຳນານ ກ່ຽວກັບ ຈີ່ນາຍໂມ້
ຍັງມີການຖົກຖຽງກັນຢູ່ກ່ຽວກັບຊື່ຂອງແມງທີ່ຫາກິນໃຕ້ດິນ ຫລືນັກຮ້ອງໃຕ້ດິນ  ທີ່ເສີບເປັນຈານ ໃນຮ້ານເບຍ
ຫລາຍທ້ອງຖິ່ນ ກໍ່ເອີ້ນຕ່າງກັນ ລະຫວ່າງ ຈີ່ນາຍ ຈີ່ຫລໍ່ ຈີ່ຫລີດ 
ສຳລັບບ້ານຂ້ອຍ ເຂດສວນມອນ ເອີ້ນມັນວ່າຈີ່ນາຍ 
ຊື່ຈີ່ນາຍຍັງເປັນຊື່ຂອງຄ້າຍທະຫານສະໄຫມລະບອບເກ່ົາ ຊຶ່ງຮູ້ຈັກກັນໃນນາມຄ້າຍຈີ່ນາຍໂມ້ ດຽວນີ້ ເພິ່ນເອີ້ນວ່າວິທະຍາຄານໄກສອນພົມວິຫານ ຕັ້ງຢູ່ຖະຫນົນສາຍທ່າເດື່ອ ປະມານກິໂລແມັດທີ7 

ຄຳວ່າໂມ້  ໃນຄຳເວົ້າພາສາລາວແລະໄທ ມີຄວາມຫມາຍວ່າ ເວົ້າເກີນຄວາມຈິງ ແລະ ຜູ້ທີ່ມັກເວົ້າເກີນຄວາມເປັນຈິງ ເພິ່ນເອີ້ນວ່າ ຄົນຂີ້ໂມ້

ຄັນຊັ້ນ ຈີ່ນາຍໂມ້ ກະແປວ່າ ຈີ່ນາຍເວົ້າເກີນຄວາມຈິງ ລະຕີ

ຈີ່ນາຍໂມ້ ຕາມຕຳນານແລ້ວ ແມ່ນຈີ່ນາຍທີ່ມີຂະຫນາດໃຫຍ່ ເກີນທຳມະດາປະມານວ່າຊ່ຳຂະຫນາດ ຂອງລົດໄຖນາພຸ້ນລະ  ຂະຫນາດວ່າມີຜູ້ຊາຍຜູ້ຫນຶ່ງ ມາດຶງຂາຊ້າຍຂອງມັນ ມັນຍັງໃຊ້ຂາ ດີດຜູ້ຊາຍຜູ້ນັ້ນ ກະເດັນ ສິບກິໂລແມັດ  

ບ່ອນທີ່ຊາຍຜູູ້ນັ້ນດຶງຂາມັນ ເອີ້ນວ່າ ຈີ່ນາຍໂມ້ ມາຮອດດຽວນີ້ ແລະ ບ່ອນທີ່ຊາຍຜູ້ນັ້ນກະເດັນໄປຕົກ (ລາວໄດ້ຂາຊ້າຍຂອງຈີ່ນາຍໄປພ້ອມ ) ເອີ້ນວ່າດອນຂາຊ່້າຍຮອດດຽວນີ້ , ດອນຂາຊ້າຍ ແມ່ນບໍລິເວນ ທ່າເດື່ອ ຫລື ກິໂລແມັດ ທີ 20

ຮູບປັ້ນຂອງຈີ່ນາຍໂມ້ ມີໃຫ້ເຫັນ ຢູ່ວັດຊຽງຄວັນ ແລະ ວັດຈອມເພັດ 
ຮູບນີ້ມາຈາກວັດຈອມເພັດ 

alt

alt

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 5, 2009 | ມີ 19 ຄຳເຫັນ ແລະ 0 trackback(s)

ທີ່ມາ: ເລື້ອງລາວອາຖັນ ຂອງ ຜາທໍ້ຫນໍ່ຄຳ  
My Community > General Category > ສົນທະນາປະສານັກພະເນຈອນ
ຊົນເຜົ່າໄທແດງ
ເຜົ່າໄທແດງ ແມ່ນມີຖິ່ນຖານຢູ່ ເມືອງແຖງ ເຊິ່ງປະຈຸບັນແມ່ນ ເມືອງດຽນບຽນຟູໃນປະເທດຫວຽດນາມ. ເຜົ່າໄທແດງໄດ້ອົບພະຍົບມາຕັ້ງຖິ່ນຖານຢູ່ບ້ານ ນາກາງ ເມືອງເຟືອງ ແຂວງວຽງຈັນ ເມື່ອ 100 ປີຜ່ານມາ. ໃນເບື້ອງຕົ້ນ ມີພຽງ 6 ຄອບຄົວ ດຽວນີ້ມີຮອດສາມຮ້ອຍຄອບຄົວ ຫນຶ່ງໃນນັ້ນມີຄອບຄົວຂອງ ສະຫາຍ ບິ້ງ ຈິ່ງບ່າວໂຮມ ພະນັກງານ ຫ້ອງການເຕັກນິກ ກຕຟ
alt

ຜາທໍ້ຫນໍ່ຄຳ
ຖ້າທ່ານໄດ້ໄປເມືອງເຟືອງ ບໍລິເວນສາມແຍກ ບ້ານທ່າ ທ່ານຈະແນມເຫັນ ຜາທີ່ລັກສະນະ ເປັນກອງດິນສວດ ຄ້າຍກັບຜາຕັ້ງວັງວຽງ, ໃນຍາມແລງ ຖ້າແນມຂຶ້ນໄປ ຈະມີແສງເຫລື້ອມ ອັນເປັນແສງຂອງຕາເວັນຍາມແລງ ກະທົບໃສ່ກັບຫນໍ່ຄຳ ຢູ່ຈອມຜາ, ເພິ່ນວ່າ ຫນໍ່ຄຳນີ້ ມີຂະຫນາດ ເທົ່າກະຟູຍ 200 ລິດ

ສາມຫມື່ນເມືອງເຟືອງ
ມີການຊ່າລືກັນກ່ຽວກັບ ຜາທໍ່ຫນໍ່ຄຳ ໄດ້ຍິນໄປຮອດບ່ອນຕ່າງໆ ພາໃຫ້ມີຄົນຫລັ່ງໄຫລມາຊົມ ແລະ ຜິປອງເອົາຫນໍ່ຄຳ. ພວກເຂົາຕັ້ງຕູບເຮັດດ້ວຍເຟືອງ ອ້ອມຕີນຜາທໍ່ ນັບຈຳນວນໄດ້ ສາມຫມື່ນຕູບເຟືອງ ເຕັມທົ່ວທົ່ງນາ. ນາບ່ອນນັ້ນ ຕໍ່ມາຈຶ່ງເອີ້ນວ່າ ນາທົ່ວ ປະຈຸປັນກາຍເປັນບ້ານ ນາທົ່ວ. ສາມຫມື່ນເມືອງເຟືອງຈຶ່ງມືຊື່ເອີ້ນ ມາຈາກ ສາມຫມື່ນຕູບເຟືອງ ນັ້ນເອງ
alt

ທາດຫລົງເຈົ້າ
ໃນຈຳນວນ ສາມຫມື່ນຕູບເຟືອງ ມີເຈົ້າຊາຍອົງຫນຶ່ງ. ພະອົງສັ່ງໃຫ້ ຜູ້ຕົນຕັດໄມ້ມາເຮັດຂັ້ນໄດ ກ່າຍໄປຈອມຜາ, ເມື່ອເຮັດແລ້ວ ພະອົງເປັນຜູ້ທຳອິດທີ່ປີນຂຶ້ນ ສ່ວນຜູ້ຄົນອື່ນໆກໍ່ປີນນຳຫລັງໄປ.
ແຕ່ວ່າ ບາດປີນໄປໄດ້ຫມໍ່ຈະຮອດຈອມ ແນມລົງມາ ເຫັນວ່າຂັ້ນໄດ ໄມ້ໄຜ່ ກາຍເປັນງູໃຫຍ່ ສ່ວນຕອກມັດ ກາຍເປັນຂີ້ເຂັບ.
ຄົນທີ່ພວມປີນ ພາກັນຕີຂ້າຂີ້ເຂັບແລະງູ ຈົນພາໃຫ້ຂັ້ນໄດຫັກ ຜູ້ຄົນຕົກລົງມາຕາຍ ນັບທັງເຈົ້າຊາຍ. ຜູ້ຄົນຢູ່ທາງລຸ່ມ ພາກັນກໍ່ທາດໃຫ້ກັບເພິ່ນ ໂດຍປັນເອົາປູນຄ້ຽວຫມາກນຳແຕ່ລະຄົນ ຜູ້ລະເລັກລະນ້ອຍ ຕ້ອຍໃສ່ໃບພູຄຳຫມາກ ໄດ້ມາຈັກຫນ້ອຍຈັກຫລາຍ ກໍ່ໄດ້ທາດອົງຫນຶ່ງ ໃສ່ຊື່ວ່າທາດຫລົງເຈົ້າ ຍັງມີໃຫ້ເຫັນຢູ່ທຸກມື້ນີ້. ຜູ້ຄົນທີ່ກາຍໄປທາງນັ້ນ ຖ້າບໍ່ປົດຫມວກ ຈະມີອັນເປັນໄປທັນທີ. ດຽວນີ້ ບໍ່ຄ່ອຍເປັນຫຍັງແລ້ວ ຂໍແຕ່ຢ່າລົບຫລູ່ເພິ່ນ
alt

ຄົນຝລັ່ງຢາກໄດ້ຫນໍ່ຄຳ
ໃນເວລາຝລັ່ງເສດເຂົ້າມາຍຶດຄອງລາວ, ນາຍຝລັ່ງຜູ້ຫນຶ່ງໄດ້ສຳຫລວດເຂົ້າໄປພົບ ກັບຫນໍ່ຄຳ ແລະ ເກີດຢາກໄດ້ ເລີຍສ່ອງກ້ອງເບິ່ງຈຸດດີແລ້ວ ຈຶ່ງໃຊ້ປືນຍິງໃສ່ ບໍ່ພໍຄາວ ລາວກໍ່ເຈັບທ້ອງຢ່າງແຮງ , ພວກກູລີ ຫາມນຳສົ່ງໄປວຽງຈັນ ແຕ່ໄປບໍ່ພໍເທົ່າໃດກໍ່ໃຈຂາດ ແລະ ຝັງໄວ້ແຖວນັ້ນ. 
alt

ຄົນອາເມລິກາຢາກໄດ້ຫນໍ່ຄຳ
ເມື່ອອາເມລິກາເຂົ້າມາເຮັດສົງຄາມໃນລາວ ເມືອງເຟືອງກາຍເປັນສະຫນາມບິນ ທີ່ມີຍົນຫລາຍຊະນິດຂຶ້ນລົງໄດ້, ຄົນອາເມລິກາ ໄດ້ເອົາຍົນບິນໄປໃກ້ໆ ກັບຫນໍ່ຄຳ ເພື່ອສັງເກດການແລະວາງແຜນເພື່ອຫາວິທີເອົາຄຳ. ເມື່ອຍົນຫຍັບເຂົ້າໃກ້ ຍົນກໍ່ມີອາການຂັດຂ້ອງ ບໍ່ສາມາດບິນຕໍ່ໄດ້ ນັກບິນເລີຍເອົາຍົນກັບໄປ
alt

ຄົນໂຊວຽດຢາກໄດ້ຫນໍ່ຄຳ
ຄົນໂຊວຽດເຂົ້າມາລາວໃນໄລຍະສ້າງສາປະເທດຊາດຫລັງສົງຄາມ ເພື່ອຊ່ວຍສຳຫລວດແຮ່ທາດ ສຳຫລວດແຜນທີ່. ນັກວິຊາການໂຊວຽດ ໄດ້ຕອກຫລັກເຈາະດິນ ອ້ອມໆຜາທໍ່ ເພື່ອວິໄຈດິນ. ຈາກນັ້ນ ກໍ່ເຮັດຫົນທາງຂຶ້ນໄປຫາຫນໍ່ຄຳ, ເມື່ອຂຶ້ນໄປ ໄດ້ເຄິ່ງທາງ ພົບວ່າມີງູໃຫຍ່ ມາລັດທາງ. ດັ່ງນັ້ນ ພວກໂຊວຽດ ພາກັນໄລ່ງູຈົນເມື່ອຍ ແຕ່ງູກໍ່ບໍ່ໄປ, ຈຶ່ງພາກັນນັ່ງລົງໂງ່ນຫີນ ບໍ່ພໍຄາວໂຊວຽດຜູ້ທີ່1 ລົ້ມລົງຕົກໂງ່ນຫີນຄໍຫັກເສຍຊີວິດທັນທີ, ຈາກນັ້ນຜູ້ທີ2 ກໍ່ເປັນແບບດຽວກັນ ພວກໂຊວຽດ ເລີຍພາກັນເອົາສົບກັບລົງມາ
alt

ເລື້ອງທັງຫົມດຜູ້ຂ້າໄປຟັງມາຈາກ ເຮືອນດີ ທີ່ບ້ານທ່າ ຕອນໄປສົ່ງສະການພໍ່ສະຫາຍ ບິ້ງ ຈິ່ງບ່າວໂຮມ.
ຟັງແລ້ວແປຈາກພາສາໄທແດງອີກເທື່ອຫນຶ່ງ ມີຫລາຍຄຳທີ່ຟັງບໍ່ອອກ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 2, 2009 | ມີ 10 ຄຳເຫັນ ແລະ 0 trackback(s)

ອັນນີ້ແມ່ນເລື້ອງເກົ່າ ຈາກ http://forum.pnomsin.com/index.php?topic=942.0 12-02-2008

ເອົາມາໂພສໃຫມ່ ປັນພີ່ນ້ອງພັນລາວ 

ຂ້າພະເຈົ້າວາງແຜນເດີນທາງໄປແຂວງຈຳປາສັກ
ຫລັງຈາກກຳນົດວັນເດີນທາງຮຽບຮ້ອຍແລ້ວ ກໍ່ເຂົ້າໄປເວັບໄຊຂອງການບິນລາວ
ເຫັນວ່າມີຖ້ຽວບິນໄປປາກເຊທຸກເຊົ້າ ເລີຍວາງແຜນໄປທາງຍົນ
ຫລັງຈາກສົ່ງແຜນງານໃຫ້ຝ່າຍບໍລິຫານ ເພິ່ນກໍ່ແຈ້ງບອກວ່າ ຍົນເຕັມທຸກຖ້ຽວ
ສົງໄສເປັນຍ້ອນເທດສະການກຸດຈີນ

ບໍ່ເປັນຫຍັງຫຍັບການເດີນທາງໃຫ້ໄວຂຶ້ນກໍ່ໄດ້ ໂດຍການຂີ່ລົດເມ VIP
ອອກເດີນທາງຕອນແລງ ຕອນເຊົ້າກໍ່ຮອດປາກເຊ
ຕົກລົງຈະເດີນທາງໄປປາກເຊ ດ້ວຍລົດເມ
ເຄີຍເດີນທາງແບບນີ້ມາຫລາຍເທື່ອແລ້ວ
ພໍດີທ່ານ ”ບ່າວປາກເຊ” ເພິ່ນຮູ້ເຂົ້າ ເລີຍໃຫ້ເບີໂທ ສຳລັບຈອງບ່ອນນັ່ງລົດເມ
ແລະ ໄດ້ໂທຈອງລ່ວງຫນ້າຮອດ 2ມື້ ກ່ອນອອກໄປຄິວລົດກໍ່ໂທອີກເພື່ອແນ່ໃຈວ່າມີລົດແນ່ນອນ
ຢ້ານວ່າລົດຈະເຕັມຄືກັນກັບຍົນ

ໄປຮອດຄິວລົດ ເຂົາຖາມມາວ່າຈອງໄວ້ຫລືບໍ່ ຊື່ຫຍັງ ປີ້ລົດເມ ບໍລິສັດຈິດປະສົງ ລາຄາ 150000 ກີບ
ໃນປີ້ລົດຂຽນ ເລກບ່ອນນັ່ງ ຫມາຍເລກ 2, ເລກລົດ, ແລະ ບໍລິການຕ່າງໆ ທີ່ຈະໄດ້ຮັບ ເຊັ່ນ ເຂົ້າຫນົມອົມ, ນ້ຳດື່ມ, ອາຫານ ແລະ ຜ້າເຢັນ
ໄຄແດ່ທີ່ໄດ້ຈອງໄວ້ ເພາະມີຫລາຍຄົນຍັງຫລັ່ງໄຫລມາຖາມຊື້ປີ້ ປະກົດວ່າປີ້ລົດໄປປາກເຊ ບໍ່ເຫລືອແລ້ວ

ເມື່ອຕອນຂຶ້ນເມ ປີນຂຶ້ນໄປຊັ້ນ 2 ບ່ອນນັ່ງຫນ້າສຸດ
ໂທ້ເອີຍ ບໍ່ມີຮອດບ່ອນສິປ່ອນຂາ ມີບ່ອນນັ່ງເກືອບຕິດກັບໂຕະທາງຫນ້າແວ່ນລົດ ທີ່ເຂົາເອົາກະເປົາມາວາງໄວ້
ເວລານັ່ງ ຕ້ອງຍົກຂາມາພາດໄວ້ໂຕະຫນ້າລົດ
ບ່ອນນັ່ງຂອງລົດຄັນນັ້ນ ບໍ່ມີຮອດສາຍແອວ ຖ້າມີເຫດລົດຢຸດກະທັນຫັນ ຂ້າພະເຈົ້າຄົງໄດ້ລອຍທະລຸແວ່ນລົດ ປິວລົງໄປກອງຢູ່ຖະຫນົນເບື້ອງຫນ້າລົດ

ຂ້າພະເຈົ້ານັ່ງຫ່າງຈາກຈໍໂທລະທັດຂອງລົດ ບໍ່ເຖິງ1ແມັດ
ຕອນກ່ອນລົດຈະອອກ ເພິ່ນເປີດເພງລາວ ຕອນລົດແລ່ນອອກໄປແລ້ວ ເພິ່ນມອດໄຟແລະສາຍຫນັງ ສາຍບໍ່ຈົບດອກ ເພິ່ນມອດກ່ອນ ເພາະຫລາຍຄົນນອນແລ້ວ

ມາຕື່ນກັນອີກເທື່ອຫນຶ່ງ ຕອນ1ໂມງ ລົດຈອດຢູ່ທ່າແຂກ ເປັນເວລາ 10-15 ນາທີ
ຈາກນັ້ນ ກໍ່ເດີນທາງຕໍ່ 5 ໂມງເຊົ້າ ລົດໄຕ້ໄຟ ເປີດເພງ ແລະ ແຈກຜ້າເຢັນ
6 ໂມງໂດຍປະມານ ກໍ່ຈອດຢູ່ສາລາຄຳ ແຄມນ້ຳເຊໂດນ

ທີ່ຄິວລົດ, ລົດສາມລໍ້, ຕຸກຕຸກ, ຈຳໂບ້ ທະຍອຍພາຜູ້ໂດຍສານຈາກໄປ
ຂ້າພະເຈົ້າ ຂຶ້ນລົດກະບະຂອງທ່ານຮອງຫົວຫນ້າສາຂາພາກໃຕ້ ເພັດສະຫມອນ ມຸ້ງຫນ້າເຂົ້າໃນເມືອງ ແລະ ມາຢຸດທີ່ໂຮງແຮມແສງອາລຸນ
ໂຮງແຮມສີ່ຊັ້ນປຸກໃຫມ່ກາງໃຈກາງເມືອງ ຕົບແຕ່ງຕາມແບບຈີນ ອາດຈະຈັດສະເພາະຊ້ວງກຸດຈີນກໍ່ໄດ້
ທີ່ຫນ້າທາງເຂົ້າ ເພິ່ນເອົາຕຸກະຕາປຸມເປົ້າຂະຫນາດເທົ່າໃຫຍ່ກວ່າຄົນ ແຕ່ງຕົວແບບຈີນບູຮານມືຈັບກ້ອນຄຳ ມາຢືນຢູ່
ດ້ານໃນ ຂ້າງ ເຄົາເຕີ ມີຮ້ານເສັ້ນໄຫວ້ ວາງຢູ່ພື້ນ ມີຫມາກໄມ້ແລະຂະຫນົມ ໃນອາຄານເປີດເພງດົນຕີພື້ນເມືອງຈີນ

ໄດ້ຫ້ອງທີ່ຫ້ອງພັກ ຊັ້ນສາມ ມີລິບໃຫ້ໃຊ້ຂຶ້ນລົງ ຫ້ອງນອນມີບ່ອນສຽບກາດກະແຈເພື່ອໄຕ້ໄຟ ມີຕູ້ເຢັນ ໂທລະທັດ ແອເຢັນ ນ້ຳອຸ່ນ
ແຂກສ່ວນຫລາຍເປັນນັກທ່ອງທ່ຽວມາຈາກໄທ

ລະຫວ່າງເດີນທາງຈາກໂຮງແຮມ ໄປຫາສຳນັກງານກຕຟ ບັງເຢາະ ລົດແລ່ນຜ່ານ ຕະຫລາດດາວເຮືອງທີ່ບໍ່ໄດ້ເຫັນ1ປີມາແລ້ວ
ຫນ້າຕະຫລາດ ມີການຕຶກຫ້ອງແຖວເກີດລຽນຢາຍກັນຈົນສຸດທາງ
ຂ້າງທາງເຂົ້າຂົວ ກຳລັງສ້າງຕຶກສູງ ທີ່ຈະກາຍເປັນໂຮງແຮມ
ກາຍມາອີກທີ່ຫນ້າໂຮງແຮມສົມຫວັງ ກໍ່ເຫັນອາຄານສູງ ທີ່ຈະກາຍເປັນໂຮງແຮມອີກ 1 ແຫ່ງ
ເຫັນມີແຕ່ການກໍ່ສ້າງ

ທີ່ບັງເຢາະ ອາຄານທີ່ເຄີຍໃຊ້ເປັນສຳນັກງານໂຄງການຂອງຟຟລ ໄດ້ຖືກໂອນມາໃຫ້ກຕຟ ແລະ ກຳລັງຖືກຕໍ່ເຕີມໃຫມ່
ອາຄານສອງຫລັງຖືກດັດແປງໃຫ້ກາຍເປັນຫລັງດຽວ ເພິນ່ມີແຜນເຂົ້າໄປຢູ່ໃນປິໃຫມ່ລາວ
ຕອນນີ້ ພະນັກງານກຕຟພາກໃຕ້ທັງຫມົດ ໃຊ້ຫ້ອງການຂອງໂຮງງານເສົາປາກເຊ ຊາມຊາຫ້ອງການສາຂາສ້າງສຳເລັດ

ຕອນເຊົ້າຂ້າພະເຈົ້າເຮັດວຽກກັບກຕຟ ສ່ວນຕອນບ່າຍ ເຮັດວຽກກັບຟຟລ ສາຂາຈຳປາສັກ
ອາຄານໄຟຟ້າຈຳປາສັກ ມີການປ່ຽນແປງເລັກນ້ອຍ ການຕໍ່ເຕີມອາຄານ ເຮັດສຳເລັດແລ້ວ
ຫ້ອງການພະແນກເຕັກນິກ ຍ້າຍລົງມາຢູ່ຫ້ອງປະຊຸມ
ສ່ວນຫ້ອງປະຊຸມ ຍ້າຍໄປທີ່ອາຄານຕໍ່ເຕີມໃຫມ່

ຫລັງເລີກການ ພະນັກງານຟຟລ ພາຂ້າພະເຈົ້າໄປຮ້ານເບຍຮ້ານຫນຶ່ງ ຊື່ວ່າຕົ້ນຕານຄູ່
ມັນກໍ່ຢູ່ຄິວລົດຈິດປະສົງ ບ່ອນສາລາຄຳ ບ່ອນນ້ຳເຊໂດນປ່ອງໃສ່ນ້ຳຂອງ
ຢູ່ບ່ອນຫັ້ນ ມີຮ້ານເບຍຫລາຍຮ້ານຕິດກັນ
ຕົ້ນຕານຄູ່ ເປັນຊື່ຮ້ານເພາະມີຕົ້ນຕານເຕ້ຍໆສອງຕົ້ນຕິດກັນ ປູກຢູ່ຫນ້າຮ້ານ
ຮ້ານດັງກ່າວ ໃນມື້ນັ້ນ ຄົນເຂົ້າຫລາຍເປັນພິເສດ ກໍ່ຄົງເປັນເພາະເທດສະການກຸດຈີນອີກນັ້ນລະ
ມີສາວເບຍລາວ ແລະ ຄາລສເບີກ ກໍ່ພາກັນມາບໍລິການ ສາວ tigo ກໍ່ມີ

ອອກຈາກຕົ້ນຕານຄູ່ ພວກເຮົາໄປຕໍ່ກັນທີ່ ກິ່ງທອງ
ຮ້ານທີ່ເປັນບ່ອນ ທີ່ຄົນໃຊ້ອວດຄວາມສາມາດໃນການຮ້ອງເພງ
ເພິ່ນເປີດ CD ຖ້າບໍ່ມີແຜ່ນກໍ່ໃຊູ້ຄອມພິວເຕີ ເປີດ nick karaoke
ມີແຂກທັງລາວແລະຕ່າງປະເທດ
ການຕົບແຕ່ງຮ້ານກໍ່ເຫັນເອົາເຄື່ອງໃຊ້ເກົ່າໆ ມາວາງໂຊ
ມີທັງພວກຄອມພິວເຕີຮ້າງ ໆ
ທີ່ແປກກວ່ານັ້ນ ທາງໄປຫ້ອງນ້ຳ ຈະມີຄຳຂວັນ ຫລື ຄະຕິເຕືອນໃຈຂຽນໄວ້ເຕັມຝາ
ເນື້ອໃນຂອງຄຳຂວັນ ແມ່ນບໍ່ຢາກໃຫ້ຄົນເມົາແລ້ວຕີກັນ

ອອກຈາກບ່ອນນັ້ນແລ້ວ ພັກພວກທີ່ເຫລືອ ຊວນກັນໄປຕໍ່ທີ່ ເທັກເປີດໃຫມ່ ແຖວຫລັກ2
ແຕ່ໄປເທັກໂດຍບໍ່ມີຄູ່ ຄືວ່າບໍ່ຄັກ ເລີຍບອກໃຫ້ທ່ານບ່າວປາກເຊ ມາສົ່ງທີ່ໂຮງແຮມ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 26, 2009 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

 ເຫັນເລື້ອຍໆ ວ່າເພິ່ນໃຊ້ຜິດໃຊ້ຖືກ ຂະຫນາດວ່າຄົນໃນວົງການໄຟຟ້າ (ພວກທີ່ເຮັດວຽກບໍ່ກ່ຽວກັບເຕັກນິກ) ຍັງບໍ່ເວັ້ນ ແລ້ວຄົນນອກ ສິບໍ່ຜິດໄດ້ແນວໃດ? ດັ່ງນັ້ນ, ຂໍອະນຸຍາດ ອະທິບາຍ ຄວາມແຕກຕ່າງ ລະຫວ່າງ ກິໂລໂວນ ແລະ ກິໂລວັດ. ໄຟແຮງຕ່ຳ ແຮງກາງ ແລະ ແຮງສູງ ແມ່ນກຳນົດເປັນ ກວ ແປວ່າ ກິໂລໂວນ. 1 ກິໂລໂວນ ເທົ່າກັບ 1000 ໂວນ

dsc01987.JPG

ທີ່ເຫັນໃນຮູບແມ່ນເພິ່ນໃຊ້ຜິດ 

ໄຟແຮງຕ່ຳ 1 phase 2 wire = 230 V

ໄຟແຮງຕ່ຳ 3 phase 4 wire = 400 V ເອີ້ນໄດ້ອີກວ່າ 0.4 kV (kilovolt)

ໄຟແຮງກາງ 22,000 V ຫລື 22 kV (kilovolt)

ໄຟແຮງສູງ 115,000 V ຫລື 115 kV (kilovolt)

ໄຟແຮງສູງ ໃນປະຈຸບັນຢູ່ລາວ ນອກຈາກ 115 kV (kilovolt) ຍັງມີ 230 kV (kilovolt) ແລະ 500 kV (kilovolt)

ສ່ວນ ກິໂລວັດ ນັ້ນ ບໍ່ຄ່ອຍເຫັນໃນຂ່າວປານໃດ ເພິ່ນຈະໃຊ້ ຄຳວ່າເມກາວັດ ເປັນສ່ວນໃຫຍ່

1 MW (ເມກາວັດ) = 1000 kW (ກິໂລວັດ) = 1,000,000 W (ວັດ)

ເມກາວັດ ສ່ວນໃຫຍ່ເຫັນເພິ່ນໃຊ້ກັບກຳລັງຂອງເຂື່ອນ

wattage ແມ່ນກຳລັງ ສ່ວນ voltage ແມ່ນແຮງດັນ

ຄຳວ່າ ກິໂລວັດໂມງ ແມ່ນພົບເລື້ອຍຄືກັນ ມັນແມ່ນພະລັງງານທີ່ຊື້ຂາຍໄດ້ ພວກເຮົາຈ່າຍຄ່າໄຟຟ້າ ກໍ່ອີງໃສ່ ຈຳນວນ ກິໂລວັດໂມງທີ່ຂຽນໃນໃບບິນ

ຈື່ໄວ້ວ່າ ຖ້າເວົ້າເຖິງຕາຂ່າຍສາຍສົ່ງ ແມ່ນແທກເປັນ ກິໂລໂວນ, ຖ້າເວົ້າເຖິງເຂື່ອນ ແມ່ນແທກເປັນ ເມກາວັດ 

VA= volt ampere ໃຊ້ກັບກຳລັງລວມ ຂອງຫມໍ້ແປງ 

1 kVA = 1000 VA 

ກຳລັງລວມ S= ກຳລັງແທ້ P+ກຳລັງທຽມ Q

P ແທກເປັນ W (watt)

Q ແທກເປັນ Var 

S ເປັນ VA 

P = S * cos(Phi)

cos(phi)= 0.7 ໂດຍປະມານ 

----------------------------

ທີ່ມາ: ເອົາມາຈາກ http://www.pnomsin.com/?p=50

www.pnomsin.com ເວັບໄຊ ທີ່ໃຫ້ຄວາມຮູ້ເລື້ອງໄຟຟ້າ 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 19, 2009 | ມີ 32 ຄຳເຫັນ ແລະ 0 trackback(s)

ພາບມາຈາກ ບ້ານ ສະຜ່າຍ

ປາຫຍັງກະບໍ່ຮູ້ຊື່ ຖາມຄົນແຖວ ບ້ານ ກະວ່າບໍ່ເຄີຍເຫັນ ເບີ່ງແບບນື່ງກະຄືປານິນ, ທີ່ເຫັນແຕ່ຫົວ ເພາະວ່າໄປບໍ່ທັນ ເພີ່ນຕັດເອົາສ່ວນ ໂຕໄປເຮັດສົ້ມແລ້ວວ່າຊັ້ນ ກະຍັງເລີຍແຕ່ຫົວ ເຈົ້າຂອງເພີ່ນວ່າ ບາດຕອນຊິຕົ້ມສ່ວນຫົວເຫັນແຂ້ວເລີຍບໍ່ຕົ້ມຊ້ຳ ຊາວບ້ານພາກັນໄປເບີ່ງຫລາຍສົມຄວນ ຄືຊິບໍ່ແມ່ນໄປຂໍເລກຕິເບາະ ແຮ ໆ  Grin

alt

ທີ່ມາ

ຊຸມຊົນຄົນໃນວົງການໄຟຟ້າ > Internet/e-mail > ບົດຄວາມ ພາບຖ່າຍ ວິດີໂອ ຈາກອິນເຕີເນັດ ເອົາມາຕ້ອນກັນ (Moderator: tue) > ປາ

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 25, 2009 | ມີ 25 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

alt

ແມ່ເຖົ້່າຂີຢາ ເຂົ້າອິນເຕີເນັດເພື່ອລົມບ່າວ

ພໍ່ເຖົ້າຂີ້ເຫລົ້າ ເຂົ້າອິນເຕີເນັດເພື່ອລົມສາວ

ແລ້ວ ຄວາມຈິງໃຈຂອງຄົນໃນເນັດ ມີຢູ່ຫລືບໍ່

ຂຽນເມື່ອ ຂຽນເມື່ອ: ມ.ນ.. 13, 2009 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເມື່ອກ່ອນມີເມືອງໜອງຫານ ຫຼື ເມືອງທິຕານະຄອນ ມີພະຍາຂອມ ເປັນຜູ້ປົກຄອງ ບ້ານ ເມືອງ ຊຸ່ມເຢັນເປັນສຸກ ແຕ່ດົນມາ ກໍ່ເກີດຍຸກທີ່ຫຍຸ້ງຍາກລຳບາກຍາກເຂັນ ບ້ານເມືອງເກີດແຫ້ງແລ້ງ 8 ປີ 8 ເດືອນ ເພາະພະຍາແຖນຄຽດ ທີ່ປະຊາຊົນບໍ່ເຮັດບຸນບັ້ງໄຟ ຈື່ງບັນດານໃຫ້ເກີດແຫ້ງແລ້ງ. ດັ່ງນັ້ນ ພະຍາຂອມຈຶ່ງໄດ້ປ່າວປະກາດ ໃຫ້ປະຊາຊົນເຮັດບຸນບັ້ງໄຟ ເພື່ອຈູດຖວາຍບູຊາພະຍາແຖນ ໂດຍຈັດໃຫ້ມີການແຂ່ງຂັນ ສຳລັບພະຍາຂອມ ໄດ້ເຮັດບັ້ງໄຟທີ່ໃຫ່ຍກ່ວາໝູ່ ຊຶ່ງເອີ້ນວ່າ: ” ບັ້ງໄຟແສນ” ໃນຖານະເຈົ້າພາບ ແລະປະກາດໃຫ້ຫົວເມືອງຕ່າງໆ ມາຮ່ວມແຂ່ງຂັນໃນວັນເພັງເດືອນ 6. ທ້າວຜາແດງ ແຫ່ງເມືອງຜາໂພງ ກໍຊາບຂ່າວການປະກາດ ຂອງພະຍາຂອມ ເຈົ້າເມືອງໜອງຫານທີ່ວ່າ ຫາກ ມີບັ້ງໄຟ ຜູ້ໃດຂື້ນສູງສຸດ ພະຍາຈະຍົກເມືອງໃຫ້ປົກຄອງເຄິ່ງໜື່ງ ແລະຍົກລູກສາວ ນາງໄອ່ຄຳໃຫ້ດ້ວຍ.

ສຽງຊ່າ ລືເລື່ອງ ບຸນບັ້ງໄຟ ແລະຄວາມຈົບງາມຂອງທິດາໄອ່ຄຳ ແຫ່ງ ເມືອງໜອງ ຫານໄດ້ແຜ່ພື ໄປຮອດ ເມືອງ ບາດານ ຊຶ່ງເຈົ້າເມືອງມີໂອລົດ ຊື່ວ່າ ທ້າວພັງຄີ ທ້າວພັງຄີ ຄິດຢາກໄດ້ ນາງ ໄອ່ຄຳ ຈຶ່ງລັກ ຂື້ນມາເມືອງ ມະນຸດ ທ້າວພັງຄີ ໄດ້ແປງເປັນກະຮອກເຜືອກ ໂດຍແຂວນເຂາະຄຳໄຕ່ຂື້ນຕົ້ນໝາກເດື່ອ ໃກ້ຊານ ເຮືອນ ຂອງນາງ ໄອ່ຄຳ. ທຸກເຊົ້າ ແລະງກະຮອກເຜືອກພັງຄີ ຈະໂດດເຕັ້ນໄຕ່ ໄປມາ ຕາມກິ່ງງ່າໄມ້ໝາກເດື່ອ ໃນ ເວລານາງໄອ່ຄຳອອກມາພັກຜ່ອນບົນຊານເຮືອນ ເຫັນກະຮອກໂດດເຕັ້ນໄປມາກໍນືກຢາກໄດ້ມາລ້ຽງ ເພາະເຫັນວ່າໜ້າຮັກດີ. ເມື່ອເຖິງເວລາ ຫຼືວ່າກຳນົດຈູດບັ້ງໄຟແຂ່ງຂັນປາກົດວ່າ ບັ້ງໄຟທີ່ຂື້ນສູງກ່ວາໝູ່ ແລະ ຊະນະເລີດ ໄດ້ແກ່ບັ້ງໄຟຂອງຊຽງຫຽນ ສ່ວນບັ້ງໄຟຂອງທ້າວຜາແດງນັ້ນ ຖືດີນປືນແຫ້ງໂພດເລີຍລະເບີດ ແລະບັ້ງໄຟຂອງພະຍາຂອມ ເມືອງໝອງຫານເອງ ເຊື້ອຂີ້ໝື້ປືນອ່ອນຈູດບໍ່ຂື້ນ ພົ່ນແຕ່ຄວັນສີດຳນານ ເຖິງສາມວັນສາມຄືນ ເປັນອັນວ່າເມືອງໝອງຫານເຄິ່ງໜື່ງ ແລະນາງໄອ່ຄຳ ຕ້ອງຕົກເປັນຂອງທ້າວຊຽງຫຽນ ຢ່າງແນ່ນອນ. ຂ່າວການຈູດບັ້ງໄຟແສນ ໄດ້ຍິນໄປທົ່ວເມືອງ ຈົນນາງໄອ່ຄຳບໍ່ສາມາດຢູ່ເຢັນເປັນສຸກໄດ້ ເພາະຕົວນາງເອງ ແມ່ນຫຼົງຮັກທ້າວຜາແດງ ມາກ່ອນແລ້ວ.

ກ່າວເຖິງທ້າວພັງຄີ ຜູ້ເປັນກະຮອກເຜືອກ ຜູ້ຫຼົງຮັກນາງໄອ່ຄຳຄືກັນ ກໍ່ຍັງວົນວຽນ ເຕັ້ນໄຕ່ໄປມານຳຕົ້ນໝາກເດື່ອນ ນາງໄອ່ຄຳ ສັ່ງໃຫ້ນາຍພານຈັບ ແຕ່ໜ້າເສຍດາຍ ທີ່ນ່າຍພານບໍ່ສາມາດຈັບເປັນໄດ້. ຈຳເປັນຕ້ອງໄດ້ຈັບຕາຍໂດຍໃຊ້ໜ້າທະນູຍິງເມື່ອ ທ້າວພັງຄີ ລູກຊາຍພະຍານາກຖືກລູກໜ້າທະນູຂອງນາຍພານ ກໍເລີຍຕົກລົງຈາກງ່າຕົ້ນໝາກເດື່ອ ກ່ອນຈະຕາຍທ້າງພັງຄີ ໄດ້ອະທິດຖານວ່າ : ຂໍໃຫ້ຊີ້ນຜູ້ຂ້າໄດ້ແປດພັນກວຽນ ຄົນທັງເມືອງກິນບໍ່ໝົດ ຈັກເທື່ອແລະ ຖ້າຫາກຜູ້ໃດກິນຊີ້ນແລ້ວ ຈະຕ້ອງຕາຍໄປເຊັ່ນດຽວກັນ. ເມື່ອທ້າວພັງຄີເສຍຊິວິດ ປະຊາຊົນເມືອງໜອງຫານ ກໍປາດຊີ້ນ ແລະ ແບ່ງປັນກັນກິນຍົກເວັ້ນແຕ່ຄອບຄົວແມ່ຮ້າງ ນາງໝ້າຍ ທີ່ຊາວ ເມືອງລັງກຽດ ເຂົາເຈົ້າບໍ່ໄດ້ສ່ວນແບ່ງຈາກຊາວເມືອງ ດັ່ງນັ້ນ ພວກແມ່ຮ້າງນາງໝ້າຍ ຈຶ່ງບໍ່ຖືກທ້າວພັງຄີ ສາບແຊ່ງ ແລະລອດຕາຍ.

ຂ່າວການຕາຍຂອງທ້າວພັງຄີ ແພ່ໄປຮອດເມືອງພະຍານາກ ພະຍານາກ ມີຄວາມຄຽດແຄ້ນ ຈຶ່ງເກນພົນທະຫານນາກ ຂື້ນມາບຸກໂຈກຕີຖະຫຼົ່ມດິນເມືອງໜອງຫານ ຈົນຫາຍລົງດິນ ແລະເກີດນ້ຳຖ້ວມ ກອງທັບພະຍານາກ ເຂົ້າບຸກໂຈມຕີຄົນທັງເມືອງຕາຍຈົນໝົດ. ພວກທີ່ຍັງເຫຼືອ ແມ່ນບ້ານແມ່ຮ້າງ ນາງໝ້າຍເທົ່ານັ້ນ. ຂະນະທີ່ເກີດຄວາມວຸ້ນວາຍ ທ້າວຜາແດງ ໄດ້ມານຳເອົານາງໄອ່ຄຳຂື້ນຂີ່ມ້າຫວັງ ເພື່ອນຳ ນາງໜີໄປຢູ່ເມືອງຜາໂພງດ້ວຍກັນ. ແຕ່ຍ້ອນວ່ານາງ ໄອ່ຄຳ ໄດ້ກິນຊີ້ນທ້າວພັງຄີ ດັ່ງນັ້ນ ນາງເອງກໍຖືກທະຫານພະຍານາກນຳຕິດຕາມ ມ້າທີ່ທ້າວຜາແດງ ໃຊ້ເປັນພາຫະນະ ນຳນາງ ໄອ່ຄຳ ໄປບໍ່ລອດ ເພາະເສັ້ນທາງມີແຕ່ຕົມ ຈົນໃນທີ່ສຸດ ນາງ ໄອ່ຄຳ ຕ້ອງຕົກອອກຈາກຫຼັງມ້າ ແລະ ສິ້ນໃຈຕາຍ.

 

alt

ພາບຈາກ http://banchiang.igetweb.com/index.php?mo=3&art=158205

 

___________________________________________________________________________

ຈື່ບໍ່ໄດ້ວ່າເອົາມາແຕ່ສົງໄສວ່າ ຄົງຈະເອົາມາຈາກອິນລາວ ແລ້ວເອົາມາລົງໄວ້ທີ່ http://www.pnomsin.com/?p=11

ຂຽນເມື່ອ ຂຽນເມື່ອ: ມ.ນ.. 1, 2009 | ມີ 21 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄົນຂຽນຊອບແວຣ໌ ກໍ່ໂຣແມນຕິກເປັນນຳເຂົາຢູ່ບໍ

software guy
ຂ້ອຍມີດອກໄມ້ສຳລັບເຈົ້າ

ແທ້ຫວາ?

ຂ້ອຍດາວໂຫລດ screen saver ຮູບດອກກຸຫລາບ ໃຫ້ເຈົ້າ

ໂອຍ ດອກໄມ້ ໃນຈໍບ້າໆຂອງເຈົ້ານີ້ ມັນບໍ່ໂຣແມນຕຶກດອກ, ຜູ້ຍິງເຂົາຕ້ອງການສິ່ງທີ່ສຳຜັດໄດ້ ຮູ້ສຶກໄດ້

ງົງ???  ແມ່ນຫຍັງ ? ເຈົ້າຈະໃຫ້ຂ້ອຍພິມອອກຫວາ ຫລື ແນວໃດ?

ເບິ່ງແລ້ວ ຂໍຄຳຄິດເຫັນດ້ວຍ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 13, 2009 | ມີ 21 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

1 ພາສາມົ້ງ  ******່ ລູ ກໍ - ຂ້ອຍຮັກເຈົ້າ kou lou kor

2 ພາສາຂະມຸ ໂອ ຣັກ ບາ - ຂ້ອຍຮັກເຈົ້າ o rak ba

 

ແຖມ

ບອກຮັກເປັນພາສາຕ່າງປະເທດ

1 ພາສາລັດເຊຍ ຢາ ຈີເບຍ (ວາສ)  ລຸບລູ Ya tibya (Vas) lublu

2 ພາສາຢູເຄຣນ ຢາ ແຕແບ ໂກຄາຢູ Ya tebe lokhayou

3 ພາສາຄະແມ ຄະຍົມ ສະຣໍໄຣ ແນະ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 11, 2009 | ມີ 13 ຄຳເຫັນ ແລະ 0 trackback(s)

 ມື້ນີ້ ອາຍຸຢຽບເລກ4ແລ້ວ ເຖົ້າຫລາຍອີຫລີ

ອາຍຸ40 ຄຶດຫລາຍ ນອນຫງາຍມື້ກ່າຍຫນ້າຜາກ

ມາສະຫລອງວັນເຖົ້າ ເອີ້ຍ ວັນເກີດ ໃຫ້ກັບໂຕເອງ

ມີເຄັກມີຝາກທຸກຄົນ ສະມາຊິກພັນລາວ ມີຫລາຍ ເລີຍຕ້ອງເລືອກເຄກກ້ອນໃຫຍ່ແດ່

ຫວັງວ່າຄົງຈະພໍສຳລັບທຸກຄົນ

 

alt alt alt alt alt alt alt alt alt alt

ທີ່ ມາ : http://play.kapook.com/photo/show-62652

ຜ່ານ : forum.pnomsin.com/index.php

ຂຽນເມື່ອ ຂຽນເມື່ອ: ກ.ພ.. 9, 2009 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ບູຮານເພິ່ນວ່າ

10 ປີ ອາບນ້ຳບໍ່ຫນາວ

20 ປີ ລົມສາວບໍ່ເບື່ອ

30 ປີ ເມືອນາກ່ອນໄກ່

40 ປີ ຄຶດຫລາຍ ນອນຫງາຍມືກ່າຍຫນ້າຜາກ

50 ປີ ໄປນາກັບມານັ່ງເສົ່າ

60​ ປີ ເປົ່າຂຸ່ຍບໍ່ດັງ

70 ປີ ຍ່າງນຳທາງບໍ່ທ່ຽງ

80 ປີ ນັ່ງກໍ່ຄາງ ນອນກໍ່ຄາງ

90 ປີ ໄດ້ກິນກໍ່ຈົ່ມ ບໍ່ໄດ້ກິນກໍ່ຈົ່ມ

100 ປີ ໄຂ້ກໍ່ຕາຍ ບໍ່ໄຂ້ກໍ່ຕາຍ

ວົງຈອນຊີວິດ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 30, 2009 | ມີ 13 ຄຳເຫັນ ແລະ 0 trackback(s)
altທ່ານຜູ້ນີ້ເພິ່ນ ມັກຍົນບັງຄັບວິທະຍຸ ເພິ່ນມັກເອົາມັນມາບິນຢູ່ແຖວແຄມຂອງ ແຄມບຶງທາດຫລວງaltເດັກນ້ອຍກໍ່ຫຸ້ມເບິ່ງ ໂດຍສະເພາະເວລາມັນລົງ ພໍໄດ້ຈັບໄດ້ບາຍaltລົດວິບາກນ້ອຍ ສຳລັບນັກບິດທີ່ຍັງນ້ອຍໃຫຍ່ມາ ມັນຈະກາຍເປັນນັກຂີ່ລົດວິບາກ altທ້າວໂຕນີ ກໍ່ຍັງສົນໃຈລົດວິບາກ ຄັນນີ້ແພງບໍ່ລະ ພໍ່ມັນສິມີເງິນຊື້ບໍ່
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 26, 2008 | ມີ 16 ຄຳເຫັນ ແລະ 0 trackback(s)
The image “http://img521.imageshack.us/img521/113/wheelpuncherqf8.jpg” cannot be displayed, because it contains errors.
ນີ້ແມ່ນເຄື່ອງເຈາະຢາງລົດ ສຳລັບໃຊ້ກັບຢາງລົດ ຂອງຜູ້ຝືນກົດລະບຽບ, ມັນບັນຊາດ້ວຍ remote control ສາມາດຢຸດລົດຈັກ ແລະ ແມ້ແຕ່ລົດໃຫຍ່ (ຖ້າລົດຕີນຮົ່ວ ກໍ່ຈະໄປຕໍ່ບໍ່ໄດ້). ເພິ່ນເອົາມາຈາກປະເທດຈີນ ຈຳນວນ 2 ເຄື່ອງ ແລະ ອາດຈະເອົາມາຕື່ມອີກ ໃນຕໍ່ຫນ້າ. ທີ່ມາ: ນສພ ລາວພັດທະນາ

ອ່ານຄຳເຫັນຕື່ມ ກ່ຽວກັບເລື້ອງນີ້ ທີ່ http://www.pnomsin.com/?p=509
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 9, 2008 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ປະມານວ່າຕອນປີ 1980 ຫນັງຈີນກຳລັງພາຍໃນ ແມ່ນກຳລັງເປັນທີ່ນິຍົມ,  ເລີ້ມຈາກມັງກອນຢົກ ນາງເອກຕອນນັ້ນແມ່ນ ຫມີເຊັຍ ສາຍຕອນກາງຄືນ.

ຕໍ່ມາກໍ່ແມ່ນ ກຣະບີ່ໄຣ້ທຽມທານ ສາຍຕອນກາງເວັນ ວັນເສົາແລະອາທິດ, ພະເອກສີເສົ້າສຽນ ນາງເອກ ຫວີອັນອັນ. ຕອນນັ້ນ ຫມົດຄຸ້ມນາຫນອງແວງ ມີໂທລະທັດຫນ່ວຍດຽວ, ທຸກຄົນແມ່ນຍ່າງໄປເບິ່ງທີ່ເຮືອນນ້າສາວແສງ

ໃນຍຸກນັ້ນ ຫນັງຈີນ ແມ່ນຍົກໃຫ້ ເລື້ອງນີ້ ເປັນສຸດຍອດຫນັງກຳລັງພາຍໃນ. ພະເອກ ຝຶກວິຊາໄຫມຟ້າ ຕໍ່ສູ້ກັບ ເຈົ້າສຳນັກກຝ່າຍອະທຳ, ເນື້ອເລື້ອງສະຫລັບຊັບຊ້ອນ ຊວນຕິດຕາມ (ແຕ່ຖ້າເອົາມາສາຍຄືນໃນຍຸກນີ້ ກໍ່ບໍ່ມ່ວນປານໃດ). ທີ່ສຳຄັນ ເພງລະຄອນເລື້ອງນີ້ ມັນມີເອກະລັກ ແລະ ຕິດຫູທຸກຄົນທີ່ໄດ້ຊົມມາຮອດມື້ນີ້ ເຖິງວ່າຈະຜ່ານມາແລ້ວຊາວກວ່າປີ .

2 ເດືອນກ່ອນ ຂ້າພະເຈົ້າກັບຫມູ່ ພາກັນໄປກິນລ້ຽງຊຸມແຊວ ທີ່ຮ້ານອາຫານແຫ່ງຫນຶ່ງ. ບ່ອນນັ້ນ ໃກ້ກັບຫ້ອງການ ມີການສະແດງດົນຕີສົດ ແບບ folk song. ເມື່ອນັກສະແດງເມື່ອຍ ກໍ່ມີຊົ່ວໂມງພັກຜ່ອນ ແຕ່ເປີດເພງຈາກເຄື່ອງສຽງແທນ ແລະ ເພິ່ນກໍ່ເປີດເພງກະບີ່, ຟັງແລ້ວ ກໍ່ຄິດເຖິງຄວາມຫລັງ ຕອນຍັງນ້ອຍ

ຂ້າພະເຈົ້າ ຂໍໃຫ້ຜູ້ບໍລິການ save ລົງ USB ໃຫ້ແດ່. ຫລາຍນາທີຕໍ່ມາ ເຂົາກັບມາບອກວ່າ ເຮັດບໍ່ສຳເລັດ ເພາະວ່າ ພໍແຕ່ສຽບ USB ເຂົ້າໄປ ຄອມພິວເຕີຂອງຮ້ານ ກໍ່ດັບ ຕ້ອງຂໍອະໄພຫລາຍໆ ໃຫ້ໄປຫາໂຫລດເອົາຈາກອິນເຕີເນັດເດີ້, ຄອມເພິ່ນຄົງບໍ່ມີໂອກາດໄດ້ອັບເດດອັນຕີ້ໄວຣັດ ກາຍເປັນວ່າເຮົາໄປປ່ອຍໄວຣັດໃສ່ຄອມເພິ່ນ.

ຫລັງຈາກນັ້ນ ເກືອບເດືອນ ດ້ວຍຄວາມພະຍາຍາມອັນມຸ້ງຫມັ້ນ ຂ້າພະເຈົ້າ ກໍ່ໄດ້ພົບກັບເພງນີ້ ໃນອິນເຕີເນັດ ພ້ອມດ້ວຍເພງອື່ນໆອີກ ຈາກຫນັງຈີນຍຸກນັ້ນ. ຕອນນີ້ ເອົາໄປຕັ້ງເປັນສຽງໂທລະສັບມືຖື ເຊິ່ງຫມູ່ຄູ່ຄົນໃດໄດ້ຍິນ ແມ່ນຕ້ອງຂໍໂຫລດເອົາ,  ແລະ ກໍ່ຍັງເອົາໃສ່ໄວ້ໃນໂປຣໄຟລ໌ຂອງຂ້າພະເຈົ້າໃນພັນລາວອີກນຳ ແຕ່ຈັກຫນ່ອຍກໍ່ຄົງເອົາອອກ ບໍ່ຮູ້ວ່າສະມາຊິກໃນພັນລາວ ມີຜູ້ຢາກໄດ້ບໍ່ນໍ ຫລືວ່າເກີດບໍ່ທັນ.

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 1, 2008 | ມີ 6 ຄຳເຫັນ ແລະ 0 trackback(s)
ການທຳຄວາມເຢັນແບບທຳມະຊາດ
alt

alt
ພາບຈາກ ແຫລ່ງທ່ອງທ່ຽວທຳມະຊາດ ນ້ຳຕົກຕາດກວາງຊີ ແຂວງຫລວງພະບາງ


ການທຳຄວາມເຢັນແບບເຄິງທຳມະຊາດ ສຳລັບເຂດຕົວເມືອງທີ່ຂາດແຄນຫ້ວຍນ້ຳເຢັນ
ແຄ່ງນ້ຳສ້າງ ໃສ່ນ້ຳລົງໄປ ນ້ຳກ້ອນລົງໄປ ແລະ ເບຍລົງໄປ

alt


alt


alt
ທີ່ມາ http://forum.pnomsin.com/index.php?topic=1106.0
ຂຽນເມື່ອ ຂຽນເມື່ອ: ກ.ລ.. 23, 2008 | ມີ 12 ຄຳເຫັນ ແລະ 0 trackback(s)
ເວລາຈະຊື້ຫຍັງ ເບິ່ງໃຫ້ດີໆເດີ້ ບໍ່ດັ່ງນັ້ນ ຈະເສຍຄວາມຮູ້ສຶກ ເສຍເງິນ ...
alt

ຄິດວ່າຊື້ຄອລເກດ ບາດໄດ້ມາ ຈັກແມ່ນຫຍັງບຸ ອ່ານກໍ່ບໍ່ອອກ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 16, 2008 | ມີ 6 ຄຳເຫັນ ແລະ 0 trackback(s)
ອອກເດີນທາງຈາກສຳນັກງານໃຫຍ່ກຕຟ ຈາກໂພນຕ້ອງ ຜ່ານໂຮງຫມໍມິດຕະພາບ ໄປຫາດົງໂດກດ້ວຍຄວາມລຳບາກ ເນື່ອງຈາກລົດຕິດ ເສັ້ນທາງເປັນຂຸມ ນ້ຳຫົ້ງ ເກືອບວ່າຕະຫລອດ ເສັ້ນທາງ. ເມື່ອໃກ້ຈະຮອດດົງໂດກ ລົດຍິ່ງຕິດຫລາຍຂຶ້ນໄປອີກ ຕາມແຄມທາງມີການວາງຂາຍຊໍ່ດອກໄມ້. ຮອດສາມແຍກ ເຫັນຕຳຫລວດຈະລາຈອນກຳລັງເຮັດວຽກຢ່າງຫນັກ,
alt
ຫນ້າທາງເຂົ້າໂຮງຮຽນ ມີລົດໃຫຍ່ຈອດລຽນກັນຍາວຢຽດ. ແນມຫາບ່ອນຈອດລົດຈັກ ປາໂທ ໃນເດີ່ນຫໍພັກ ຫນ້າທາງເຂົ້າໂຮງຮຽນເຕັມແຕ່ລົດຈັກ
alt
alt
ຝາກລົດເປັນທີ່ຮຽບຮ້ອຍແລ້ວ, ແລ້ວຂ້າມທາງໄປຫາທາງເຂົ້າ ມີການກວດກາຕາມຮ່າງກາຍຕາມລະບຽບ ກ່ອນຜ່ານເຂົ້າໄປ. ຄົນຫລາຍປານວ່າມົດວ່າປວກ.
alt
alt
ຍ່າງຊອກຫາກັນ, ໂທຫາກັນຢ່າງວຸ້ນວາຍ ສັນຍານໂທລະສັບ ບ່ອນນີ້ ເປັນອຳມະພາດໄປເລີຍ, ຖ້າລອງໂທຫລາຍໆເທື່ອກໍ່ໂທຕິດຈົນໄດ້. ຜູ້ທີ່ຊອກຫາກັນເຫັນແລ້ວກໍ່ມ່ວນຊື່ນ ຍິ້ມແຍ້ມ ມອບຊໍ່ດອກໄມ້ ຖ່າຍຮູບ ກັນຢ່າງມີຄວາມສຸກ ຜູ້ທີ່ຫາກັນບໍ່ເຫັນເທື່ອ ກໍ່ຫນ້າເສົ້າ ຢ້ານບໍ່ມີໃຜເອົາດອກໄມ້ມາໃຫ້ ອາຍຫມູ່ເຂົາ. ໄປທາງໃດກະມີແຕ່ຄົນ ຜູ້ຈົບຜູ້ງາມກໍ່ຫລາຍ ສະຫນຸກແຍງ

ທີ່ມາ:
ຂຽນເມື່ອ ຂຽນເມື່ອ: ກ.ລ.. 7, 2008 | ມີ 6 ຄຳເຫັນ ແລະ 0 trackback(s)
alt

ລຳນ້ຳເຊກອງ ແມ່ນກຳເນີດຈາກສາຍພູຫລວງ ໄຫລຜ່ານແຂວງເຊກອງ ຫາ ອັດຕະປື
ຊາວບ້ານແຖວນີ້ ສ່ວນຫລາຍແມ່ນຊົນເຜົ່າແງະ
ບໍ່ວ່າຊາຍຫລືຍິງ ຈະມີບັ້ງຢາສູບຂອງຕົວເອງ ໄປໃສເອົາໄປນຳ
ຜູ້ສາວຊຸມນີ້ອາຍຸປະມານສິບຫ້າ ມາຮ່ອນຄຳຢູ່ແຄມນ້ຳເຊກອງເປັນປະຈຳ ແລະ ກໍ່ມີບັ້ງຢາສູບຂອງຕົວເອງມານຳ

alt

ການຮ່ອນຄຳແບບດັ້ງເດີມ ຂອງປະຊາຊົນລຽບຕາມລຳນ້ຳເຊກອງ
alt

ປະຊາຊົນລຽບຕາມແມ່ນ້ຳເຊກອງເຄີຍໃຊ້ແຕ່ບ້າງໃນການຮ່ອນຄຳ
ມາບາດນີ້ ມີເຮືອຈັກຮ່ອນຄຳຂອງບໍລິສັດຈີນ ລ່ອງໄປມາ
alt

ທີ່ມາ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 22, 2008 | ມີ 4 ຄຳເຫັນ ແລະ 0 trackback(s)
ໃຜ ຢາກຮູ້ວ່າຄົນເຮົາເກີດມາແຕ່ທາງໃດ ແລ້ວ ລອງ ໄປ ອານທີ່ນີ້
 
ຄົນເຮົາເກີດມາຈາກໃສ?


alt
from
OS555
Global Moderator
Full Member
ຊຸມຊົນຄົນໃນວົງການໄຟຟ້າ > General Category > ລົມສູ່ກັນຟັງ ເລື້ອງທົ່ວໄປ > ຄົນເຮົາເກີດມາຈາກໃສ?
alt
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 13, 2008 | ມີ 6 ຄຳເຫັນ ແລະ 0 trackback(s)


ພະນັກງານພວກເຮົາ ເຖິງວ່າເງິນເດືອນຫນ້ອຍ ແຕ່ກໍ່ເຂົ້າຮ້ານເບຍເລື້ອຍຢູ່
ບໍ່ວ່າສິໄປຮ້ານໃດ ໃກ້ຫລືໄກ ກໍ່ຄືວ່າ ຕ້ອງພົບກັບເດັກກຸ່ມຫນຶ່ງ ທີ່ມາເປັນກຸ່ມ ເທື່ອລະສອງສາມຄົນ ມາຂາຍຈືນປອດ ພົບແນ່ນອນ ບໍ່ພາດຈັກຮ້ານ
ພວກເຂົາຫາເງິນກັນແບບນີ້ຕັ້ງແຕ່ເປັນເດັກນ້ອຍຈົນກາຍເປັນໄວລຸ້ນ ເຊື່ອແນ່ວ່າທຸກຄົນຕ້ອງເຄີຍພໍ້ພວກເຂົາ
ເມື່ອເຂົ້າຮ້ານມາກະເລາະໄປເທື່ອລະໂຕະ ເພື່ອຈ່າວຂາຍສິນຄ້າ ແລະ ຖ້າເຂົາບໍ່ຊື້ກໍ່ຈະບີບນວດເອົາອົກເອົາໃຈ
ເມື່ອເບິ່ງພວກເຂົາແລ້ວ ຮູ້ສຶກວ່າ ທີ່ເຂົາເປັນເດັກນ້ອຍຍັງສາມາດຫາກຸ້ມຕົນເອງ
ດຽວນີ້ ທ້າວ ຫນຶ່ງໃນຈຳນວນພວກເຂົາ ຊື່ ທ້າວໂຕເລັກ ໄດ້ເຂົ້າຮຽນາການຊ່າງລາວ-ເຍຍລະມັນ ມີຄວາມຫວັງຢາກເປັນຊ່າງແປງລົດໃຫຍ່ ຫນ້າສົ່ງເສີມບໍ່ລະ

alt

http://forum.pnomsin.com/index.php?topic=450.0

alt

ຂຽນເມື່ອ ຂຽນເມື່ອ: ພ.ພ.. 16, 2008 | ມີ 15 ຄຳເຫັນ ແລະ 0 trackback(s)
ຂໍສືບຕໍ່ເລື້ອງຂອງກຳມະກອນ ເພາະວ່າ ຍັງຢູ່ໃນເດືອນພຶດສະພາ ເດືອນຂອງວັນກຳມະກອນ
ຂ້າພະເຈົ້າໄດ້ມີໂອກາດສຳຜັດຊີວິດ ຂອງກຳມະກອນກໍ່ສ້າງລະບົບໄຟຟ້າ ໃນປີ 2005
ໃນໂຄງການກໍ່ສ້າງສົ່ງໄຟຟ້າ ຈາກ ບ້ານນາ  (ໃຕ້ປາກເຊລົງໄປ 60 ກິໂລແມັດ) ຫາອັດຕະປື
ໃນໂຄງການດັ່ງກ່າວ ຂ້າພະເຈົ້າ ໄດ້ປະກອບສ່ວນ ວຽກສ່ອງກ້ອງ ສຳຫລວດແລວຄືນ (ເປັນວຽກທີ່ຕ້ອງເຂົ້າປ່າ ເປັນນັກເດີນປ່າ)
ຈາກນັ້ນ ກໍ່ເຂົ້າຮ່ວມວຽກງານ ຕັ້ງຕີນເສົາ (ເປັນວຽກສົກກະປົກ ທັງ ເປັນວຽກໃຕ້ດິນ, ວຽກຊັ້ນຕ່ຳ)
ຕໍ່ມາ ໄດ້ຍ້າຍໄປວຽກ ດຶງສາຍ ( ອັນນີ້ໄຄແດ່ ເປັນວຽກຊັ້ນສູງ ເຮັດວຽກກາງອາກາດ ໄດ້ປີນເສົາ)

ຂໍນຳສະເຫນີ ຮູບພາບ ບາງຢ່າງ ທີ່ເກັບກຳມາ ໃຫ້ທ່ານຜູ້ອ່ານໄດ້ປະກອບຄຳເຫັນ

alt
ເຮືອນນອນ ຫລື ແຄ້ມ

alt
ຫ້ອງອາບນ້ຳ ລວມຫມູ່ ອາບໄດ້ພ້ອມກັນ ທັງຍິງແລະຊາຍ

alt
ໂຮງອາຫານເຄື່ອງທີ່ ກິນແບບສາມັກຄີ ກິນໃຫ້ໄວ ກ່ອນທີ່ຈະບໍ່ເຫລືອຫຍັງໃຫ້ກິນ

alt
ໄດ້ຂີ່ລົດລາຄາແພງ ອອກໄປວຽກ ແພງກວ່າລົດອຳນວຍການອີກເດີ້ ລົດຄັນນີ້

alt
ຖ້າຈະຕັດຜົມ ກໍ່ມີຄົນໄປບໍລິການໃຫ້ເຖິງທີ່

alt
ບໍ່ມີໄຟຟ້າ ບໍ່ມີເຄກ ກໍ່ຈັດວັນເກີດ ກັນໄດ້

alt
ບໍ່ມີນ້ຳກ້ອນ ບໍ່ມີວິສກີ້ ບໍ່ມີເຄື່ອງສຽງ ມີແຕ່ປາຈາກຫ້ວຍ ເຫລົ້າຂາວ ຕົບມື ຮ້ອງເພງ ກໍ່ມ່ວນຊື່ນຄືກັນ

alt
ຢູ່ໃນປ່າ ໄກແພດໄກຫມໍ ແຕ່ບໍ່ອຶດຢາ

alt
ຢູ່ໃນປ່າ ຍຸງມັນມັກມາຖາມຂ່າວ ມາກັນເປັນພັນ ເປັນຫມື່ນໂຕ ຕ້ອງປິດຫນ້າປິດຕາ ປິດຂາປິດແຂນ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 30, 2008 | ມີ 4 ຄຳເຫັນ ແລະ 0 trackback(s)
alt
ກຳມະກອນຄືອ້າຍ ມີໃຜນໍສົນໃຈແດ່...
ຄັນສົນໃຈອ້າຍແທ້ ໃຫ້ນາງຍິ້ມສົ່ງມາ…
ຢ້ານຕັ້ງແຕ່ນ້ອງຫລ້າ…ຕວົະອ້າຍພີ່ໃຫ້ດີໃຈ..
ບາດວ່າມີແສງໄຟ ຊ້ຳພັດໄລນໍລືມອ້າຍ

ອ້າຍນີ້ເປັນກຳມະກອນໄຟຟ້າ ປາດຖະຫນາໃຫ້ຊາດລາວສົດໃສ
ສ້າງບ້ານເມືອງໃຫ້ຮຸ່ງເຮືອງສີວິໄລ ກ້າວໄປສູ່ຄວາມຈະເລີນ
ເດີນໄປຫນ້າ ໄປຫນ້າ ປີນພູປີນຜາ ບໍ່ໄດ້ງໍ້ໄດ້ງ່ຽງ
ຈະທົ່ງພຽງ ຫລື ໂຄກຄ້ອຍ ໂຄກຄ້ອຍ ສາຍນ້ຳກໍ່ຢັ່ງໄປ
ຕົ້ນໄມ້ນ້ອຍ ຫລື ໃຫຍ່ ຕາມທາງ ໄດ້ຖາກຖາງເປັນແລວ ປ່ອງແປວບໍ່ມີຢັ້ງ
ສຸມກຳລັງເຂົ້າ ເອົາສາຍຍົກຍື່ນ ບໍ່ຈັກດຶງແລະທື້ນ ບືນຂ້າມຮ່ອມພູ

ຄິດດູ ຊີວິດແນວຫນ້າ ຫນຸ່ມໄຟຟ້າ ຜ່ານຜ່າສົມສັກສີ
ສິ່ງດຽວທີ່ເຮົາປາດຖະຫນາດີ ໃຫ້ຊາດນີ້ຢູ່ດີມີໄຊ
ໃຫ້ເອື້ອຍອ້າຍ ບັນດາເຜົ່າລາວເຮົາ ຢູ່ໃນດົງເຂດເຂົາ ບໍ່ໃຫ້ເຄືອງຄາແຄ້ນ
ແດນເຫນືອໃຕ້ ທາງໃດບໍ່ໄດ້ວ່າ ກຳມະກອນທົ່ວຫນ້າໄຟຟ້າຫມູ່ເຮົາ
ຈະໄດ້ເຂົ້າ ສຸມເຫື່ອເທແຮງ ເຮັດໃຫ້ແສງສີໄຟ ທົ່ວໄປໄດ້ມີໃຊ້

ພໍໃຈແດ່ບໍນ້ອງຫລ້າ ອ້າຍບ່າວໄຟຟ້າກຳມະກອນສາຍສົ່ງ
ຈິດໃຈຢາກຫມັ້ນຫມາຍອະນົງ ສຳເລັດວຽກລົງໃຈປະສົງຢາກແຕ່ງງານ
ນົງຄານນ້ອງສົນໃຈ ອ້າຍບໍ່ ຄັນພໍໃຈສົ່ງຍິ້ມ ມາພີ້ແດ່ເດີ້
ຢ່າໃຫ້ເກີ້ ລະເມີຢູ່ຄົນດຽວ ບາດອ້າຍທຽວມາຫາ ຈົ່ງຈາແດ່ເດີ້ນ້ອງ

ແຕ່ງໂດຍ ທອງແດງ
ຕົ້ນສະບັບຫາບໍ່ເຫັນ ດຽວນີ້ ມີຫລາຍ version ເຫລຶອເກີນ

ມອບໃຫ້ທຸກຄົນ ເນື່ອງໃນວັນກຳມະກອນສາກົນ

alt
alt
ຂຽນເມື່ອ ຂຽນເມື່ອ: ມ.ສ.. 17, 2008 | ມີ 3 ຄຳເຫັນ ແລະ 0 trackback(s)
ແຈກ free code ສຳລັບອວຍພອນປີໃຫມ່
ສຳລັບໄປ post comments
ສາມາດໃຊ້ກັບ hi5, taged, multiply...
ທ່ານຍັງໃຊ້ກັບ punlao ບໍ່ໄດ້

alt



ຢາກເອົາມາແຈກກ່ອນປີໃຫມ່ ແຕ່ວ່າ ບໍ່ສາມາດເຂົ້າຫາອິນເຕີເນັດໄດ້ເລີຍ
ເອົາຕາມຫລັງເນາະ ບໍ່ເອົາກໍ່ບໍ່ເປັນຫຍັງ
copy ເອົາ code ຈາກ comment ລຸ່ມນີ້ເດີ້
ຂຽນເມື່ອ ຂຽນເມື່ອ: ມ.ສ.. 8, 2008 | ມີ 3 ຄຳເຫັນ ແລະ 0 trackback(s)
« on: 13-04-2007, 23:11:37 »


ວັດນາກເປັນວັດເກົ່າແກ່ ມາແຕ່ສະໄຫມສ້າງເມືອງວຽງຈັນ
ພະເຈົ້າໄຊເສດຖາເຄີຍມາບູລະນະວັດນີ້
ເມື່ອວຽງຈັນຖືກເຜົາທຳລາຍໃນປາງສົງຄາມ ວັດນີ້ກໍ່ຖືກທຳລາຍໄປນຳ
ແຕ່ສິ່ງທີ່ເຫລືອ ໃຫ້ເຫັນມາຮອດມື້ນີ້ ແມ່ນໂພນອັນຫນຶ່ງ ສັນນິຖານຕາມແບບນັກບູຮານຄະດີ ຫນ້າຈະເປັນເຈດີເກົ່າ ເຫັນມີດິນຈີ່ກໍ່ຂຶ້ນຄັກແນ່
ແຕ່ວ່າ ຕາມຊາວບ້ານເລົ່າຂານ ກັນມາ ເຂົາເຈົ້າເຊື່ອວ່າ ແມ່ນເພິ່ນກໍ່ໂພນອັດຮູພະຍານາກ

ເມື່ອກ່ອນ ຊາຍຄົນຫນຶ່ງໄດ້ຊ່ວຍຊີວິດລູກຊາຍພະຍານາກ ພະຍານາກໄດ້ໃຫ້ສັນຍາວ່າຈະຊ່ວຍເຫລືອຊາຍຄົນນັ້ນ ຖ້າມີຫຍັງ ໃຫ້ຕີກອງ ພະຍານາກຈະອອກມາຊ່ອຍ
ເມື່ອຊາຍຄົນນັ້ນໄດ້ຄອງເມືອງວຽງຈັນ ພະຍານາກ ໄດ້ອອກມາຊ່ວຍຊາວເມືອງວຽງຈັນຫລາຍເທື່ອ
ຈົນວ່າມີກໍລະນີມີນາກອອກມາທຳຮ້າຍຜູ້ຄົນ ຈຶ່ງໄດ້ອັດຮູນາກນັ້ນເສຍ
ໃນໂອກາດປີໃຫມ່ລາວນີ້ ຖ້າໃຜໄດ້ມາສົງພະທີ່ ວັດນາກໃຫຍ່ ຢ່າລືມ ຂໍບູຊາເອົາປຶ້ມ ປະຫວັດວັດນາກໃຫຍ່ ນຳອາຈານຍາດ ແລະ ທ່ານອາຈານຍາດໄດ້ຖ່າຍຮູບພະຍານາກ ໄວ້ ໃຫ້ຄົນໄປບູຊາ ໃນແບບເປັນໃບຮູບຖ່າຍ ທຳມະດາ ແລະ ຮູບຖ່າຍໃສ່ຂອບແກ້ວແລ້ວ
ຂ້າພະເຈົ້າໄດ້ເຫັນແລ້ວ ເບິ່ງແລ້ວກະແມ່ນງູ ແຕ່ສີຂອງງູນັ້ນ ບໍ່ແຕກຕ່າງຈາກສີຂອງພະຍານາກທີ່ເພິ່ນປັ້ນໄວ້ວັດ

alt
ໂພນ ຮູນາກ ຫລັງຈາກ ບູລະນະໃຫມ່

alt
ຮູບພະຍານາກ ທີ່ຖ່າຍໃນມື້ສະຫລອງການບູລະນະ ໂພນຮູນາກ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 30, 2008 | ມີ 3 ຄຳເຫັນ ແລະ 0 trackback(s)
ເພື່ອນອາດບໍ່ສາມາດດຶງເຮົາຂຶ້ນ ແຕ່ກໍ່ຍັງຫາທາງທີ່ຈະບໍ່ເຮັດໃຫ້ເຮົາຕົກ
alt
ຂຽນເມື່ອ ຂຽນເມື່ອ: ມ.ນ.. 20, 2008 | ມີ 5 ຄຳເຫັນ ແລະ 0 trackback(s)
Administrator
Hero Member
*****


alt

ທຸກຄຳຖາມ ເວັບນີ້ມີຄຳຕອບ

pnomsin@hotmail.com pnomsin_eci
View Profile Email Personal Message (Offline)
alt
« on: 11-07-2006, 15:06:20 »

ຮູບນີ້ຖ່າຍຢູ່ໄຟແດງ ແຖວດົງຫມ້ຽງ
ເບິ່ງຊ່ອຍກັນເດີ້ ໝາມັນນຸ່ງເສື້ອຄືຄົນ ແລ້ວຍັງຊ້ອນລົດຈັກໄດ້ຄືຄົນອີກ
ທ່ານ ສະກົດ ແລະ ໂພໄຊ ຈາກສາຂາ ນະຄອນຫລວງວຽງຈັນ ກະໄດ້ຖ່າຍຮູບມາຄືກັນ


alt
 
   


« ໜ້າກ່ອນນີ້  |  ສະແດງຂໍ້ມູນ 1-50 ຈາກທັງໝົດ 53  |  ໜ້າຕໍ່ໄປ »