
ຂຽນເມື່ອ: ກ.ລ.. 22, 2008
| ມີ
13 ຄຳເຫັນ
ແລະ
0 trackback(s)
ນິໃສຂອງຜູ້ຍິງທີ່ຜູ້ຊາຍຄວນເຂົ້າໃຈ...........ຄື
1. ບ້າດູດວງ......ເຖິງຈະຮູ້ວ່າງົມງາຍກໍ່ຕາມ
2. ຕ່ອມນ້ຳຕາຕື້ນ...ແຄ່ຫນັງຊື້ງໆ..ເພງເສົ້າໆ ນ້ຳຕາກໍ່ທະລັກອອກມາໄດ້ບໍ່ຍາກ
3. ຕິດລະຄອນ...ລະຄອນທີ່ມັກຫລີ້ນມື້ໃດຈະນັ່ງຕິດຫນ້າຈໍບໍ່ຍອມໄປໃສເລີຍ
4. ປາກກໍ່ບອກວ່າຮັກ ຮັກເຂົາຄົນດຽວ ແຕ່ກໍ່ແອບມັກຄົນອື່ນຢູ່ເລື້ອຍໆເດີ້ສິບອກໃຫ້
5. ນັດປາຕີ້ກັບເພື່ອນເທື່ອໃດ ເມົ້າແຕກລືມໂລກລືມແຟນໄດ້ທັນທີ
6. ກັບເຂົາຄົນນັ້ນນະ....ຫ້າມໄປຊະຫມົດ ແຕ່ກັບໂຕເອງເຕັມທີ່ຕະທຸກຢ່າງເລີຍ
7. ໃຈລອຍຢູ່ສະເຫມີໆ ຂັບລົດໄປໃສຖ້າບໍ່ຜິດກົດຈາລະຈອນກໍ່ຫລົງທາງ
8. ເຈິະອາຫານຈານໂປດເທື່ອໃດບໍ່ຮູ້ກິລິຍາຍິງຫາຍໄປໃສຫມົດ...ໄດອົງໄດເອັດນະບໍ່ສົນເລີຍ
9. ມັກໃຊ້ມານຍາຍິງເອົາໂຕລອດ
10. ເລື່ອງນິນທາ....ຂໍໃຫ້ບອກ....ໂຄດແຕ່ມັກ
11. ແກ້ງທຳໂຕເປັນສາວບອບບາງ....ຍ້ອນຍາກໃຫ້ເຂົເຖະຫນຸຖະຫນອມ
12. ມັກເວົ້າເລື່ອງເກົ່າຂອງເຂົາຄົນນັ້ນຕະຫລອດຫຸກຄັ້ງທີ່ຂັດໃຈກັນ (ຜິດກັນ)
13. ເຫັນເດັກນ້ອຍເທື່ອໃດມັກຫລອກອາຍຸໂຕເອງຕະຫລອດເລີຍ
14. ເຫັນຂອງລົດລາຄາບໍ່ໄດ້ ຄືກັບວ່າມີແມ່ເຫລັກມາດືງດູດ
15. ເອົາແຕ່ໃຈເປັນທີ່ສຸດ ໂດຍສະເພາະກັບຄົນພິເສດຖືກຂັດໃຈເມື່ອໃດໃຈຮ້າຍຕະຫລອດເວລາທັນທີ
16. ຫືງໄດ້ທຸກສະຖານະການ
17. ກິດກາດ ໂວຍວາຍ ຮຽກຮ້ອງຄວາມສົນໃຈໃຫ້ສຽງດັງເກີນເຫດໂດຍບໍ່ຈຳເປັນ
18. ບ້າຂອງໃຊ້ມີຍີ່ຫໍ້ ຈຳພວກ In Trend ທັງຫລາຍເຫັນເປັນບໍ່ໄດ້ເທົ່າໃດເທົ່າກັນ
19. ເມື່ອໃດຢາກຢູ່ຄົນດຽວຂື້ນມາ....ຍ່າໄດ້ມາຫຍຸ້ງເດີ້
20. ເຖິງຈະເປັນ ກຸລະສະຕີ ຈັງໃດກໍ່ຕາມ
ເຈິະພາບ "ນູດ" ກໍ່ມັກແອບເບິ່ງຄືກັນຫັ້ນແລະແຕ່ຍ່າໃຫ້ໃຜຮູ້ໃດ......
ປລ. ມີຜູ້ຊາຍຈັກຄົນທີ່ຈະທົນຜູ້ຍິງງາມແຕ່ຄົບ 20 ຂໍ້ແບບນີ້ໄດ້ແດ່
ແມ່ນແລະ....................................ຈະມີຈັກຄົນທີ່ມັກນະ 555.
******

ຈົບແມ່ໄມ້ປື້ມ

**********
ແຕ່ຜູ້ຍິງກະບໍ່ໄດ້ເປັນແນວນີ້ທຸກຄົນດອກເດີ້ສ່ວນຫລາຍກະໃຈດີຫມົດແລະ
ຂ້ອຍກະຂຽນໄປຊື່ໆ ຂຽນມາຖືກໂຕເອງແຕ່ຈັກຂໍ້ຫນື່ງ



ບໍ່ທັນເຫັນໃຜເປັນຄົບ 20 ຂໍ້ຊ້ຳ
ໃຜເຄີຍເຈິະ........ເລົ່າປະສົບການໃຫ້ນ້ອງຟັງແດ່ເດີ

