ຂຽນເມື່ອ: ມ.ກ.. 23, 2011
| ມີ
8 ຄຳເຫັນ
ແລະ
0 trackback(s)
ເຖຶງສາຍລົມ ishikawa ຈະຫນາວ snow ຈະຕົກຫນັກພຽງໃດ, ແຕ່ກ່ຍັງບ່ເທົ່າຫົວໃຈທີ່ຫນາວຄິດຮອດບາງຄົນ
ໄລຍະທາງທີ່ແສນໄກບ່ວ່າເວລາຈະຜ່ານໄປເທົ່າໃດ,
ອຸປະສັກຈະເປັນຢາດີ ກຳລັງໃຈທີ່ໄດ້ຈາກບາງຄົນຈະເປັນພະລັງທີ່ຂັບເຂື່ອນໄປຕາມເສັ້ນທາງໂດຍບ່ມີວັນທ້ຖອຍ.
ຖ້າຄວາມຄິດຮອດ(L),ເປັນອັດຕາສວ່ນປີ້ນກັບຄວາມໄວ(V)
ທີ່ໄດ້ຈາກໄລຍະທາງ(S) ຕໍ່ເວລາ(t) ແລະເມື່ອເວລາຜ່ານໄປເທ່າໃດ ຄວາມຄິດຮອດກ່ຍິ່ງເພີ່ມຂື້ນຕາມອັດຕາສວ່ນ
ກ່ເພາະເປັນຄວາມໄວທີ່ສະຫມ່ຳສະເຫມີຄວາມຄິດຮອດຈິ່ງເປັນ
ຄວາມຄິດຮອດທີ່ສະຫມ່ຳສະເຫມີ ເພາະ(S)ເປັນຄ່າທີ່ຄົງທີ່ເສັ້ນທາງຈະບ່ປ່ຽນແປງຫາກບາງຄົນຍັງບ່ປ່ຽນໄປ.
ຖ້າໃຫ້ຫົວໃຈເປັນຄວາມຖີ່ຂອງຄື້ນ(f) ກໍ່ຈະເທົ່າຄວາມຮູ້ສຶກ(v)ຕໍ່ຄວາມຜູກພັນ(h), ອັດຕາສວ່ນຄວາມຮູ້ສຶກຕອນທຳອິດຕໍ່
ຄວາມຮູ້ສຶກທີສອງ ຈະເທົ່າອັດຕາສວ່ນລະຫວ່າງຄວາມຜູກພັນທຳອິດ
ຕໍ່ຄວາມຜູກພັນທີສອງ ແລະຈະເທົ່າສະພາບແວດລອ້ມທີສອງຫານໃຫ້ສະພາບແວດລອ້ມທຳອິດ ຄວາມຜູກພັນແມ່ນຄວາມ
ຍາວຂອງຄື້ນຈຶ່ງຂຶ້ນກັບຊວ້ງ ຄວາມຮູ້ສຶກຈະປ່ຽນໄປຕາມແວດລອ້ມ
ຖ້າແວດລອ້ມປ່ຽນຄວາມຮູ້ສຶກກໍ່ຈະປ່ຽນສະນັ້ນແວດລອ້ມທີສອງຈຶ່ງຖືກນຳມາປຽບທຽບກັບແວດລອ້ມທຳອິດຢູ່ສະເຫມີ
ແຕ່ຫົວໃຈຄືຄວາມຖີ່ຄື້ນຄົງທີ່ຕະຫລອດການບໍ່ວ່າຈະຜ່ານຫລາຍຕົວກາງກັ້ນ
ແລະຜ່ານຫລາຍສະພາບແວດລອ້ມກໍ່ຕາມຫົວໃຈບໍ່ເຄີຍປ່ຽນ ມີແຕ່ຄວາມຮູ້ສຶກກັບຄວາມຜູກພັນເທົ່ານັ້ນທີ່ປ່ຽນໄປຕາມ
ສະພາບແວດລອ້ມ
v1/v2 = h1/h2 = n2/n1
v1=fh; v2=fh
ແລ້ວຖ້າວ່າໃຫ້ຄວາມຄິດຮອດ(L)ເປັນຕົວປ່ຽນຕາມເງື່ອນໄຂຕໍ່ເນື່ອງຂອງຕຳລາຫົວໃຈ(f)ຈະເກີດເປັນຄວາມຮັກເອີ້ນ
ວ່າຕຳລາຮັກແທ້ : f(L) ທີ່ມີຕໍ່ຄົນຄົນຫນຶ່ງໂດຍບໍ່ມີວັນປ່ຽນໄປ