ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 20, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

 ມົນຄາຖາຫາຮັກ (LOVE BOOK) ພໍ່ມົດນ້ອຍ.

ດົນຯຈະມາປ່ອຍເທື່ອຫນື່ງ

 

 

ຕອນທີສາມ.

ຄາຖາຂຸນແຜນ

.......

ບົດຄາຖາ

 

ເອຫິມະມະ ນະໂມພຸດທາຍະ ນະມະພະທະ

ອຸປະກອນທີ່ກຽມ

ຂອງໃຊ້ສ່ວນຕົວຂອງເຈົ້າ ອັນໃດກໍໄດ້ທີ່ເຈົ້າໃຊ້ທຸກຯວັນ ເຊັ່ນ ແຫວນ ຜ້າເຊັດຫນ້າ ເສື້ອ ຫວີ ສະຄໍ

ວິທີຣ່າຍຄາຖາ

ໃຫ້ເຈົ້າທ່ອງຄາຖານີ້ກັບຂອງໃຊ້ສ່ວນຕົວທີ່ເຈົ້າໃຊ້ເປັນປະຈຳຕົນເອີ້ນວ່າຂອງຕິດຕົວກໍໄດ້ ເມື່ອທ່ອງແລ້ວໃຫ້ເຈົ້າເປັ່າຄາຖາໃສ່ສິ່ງຂອງເຫລົ່ານັ້ນ ແລ້ວນຳສິ່ງຂອງເຫລັ່ານັ້ນໄປໃຊ້ ຕອນທີ່ເຈົ້າຈະອອກຈາກບ້ານໄປຫາຄົນຮັກ ກັບແຟນ ກັບຄົນທີ່ກຳລັງແອບສົນໃຈຢູ່ ຫລືກັບຫມູ່ເພື່ອນ ດ້ວຍຄາຖາບົດນີ້ຈະເຮັດໃຫ້ເຈົ້າເປັນຄົນມີສະເຫນ່ ໃຜເຫັນ ໃຜກໍຮັກ ກໍມັກ

 

 

ຫມາຍເຫດ:

ນີ້ເປັນພຽງຄວາມເຊື່ອສ່ວນບຸກຄົນເທົ່ານັ້ນ ກະລຸນາໄຊ້ວິຈາລະນະຍານ ບໍ່ເຊື່ອກໍແລ້ວແຕ່ສັດທາ ແຕ່ຢ່່າລົບລູ່ ເພາະມີຄົນເຄີຍປະສົບຜົນສຳເລັດມາກ່ອນແລ້ວ.

ຕິດຕາມຕໍ່ໄປ ສະບັບຫນ້າ

 

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 18, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

ມົນຄາຖາຫາຮັກ (LOVE BOOK) ພໍ່ມົດນ້ອຍ.

ຕອນທີສອງ.

ຄາຖາຂໍພອນໃນຄືນແຫ່ງຄວາມສຸກ

ຄາຖາຂໍພອນໃນຄືນແຫ່ງຄວາມສຸກນີ້ ເປັນຄາຖາທີ່ກ່ຽວຂ້ອງກັບຄວາມສຸກແລະຄວາມຫວັງຢ່າງແທ້ຈິງ ເຈົ້າອາດຈະຍີ້ມຢ່າງມີຄວາມສຸກ ໃນລະຫວ່າງການຂໍພອນໄປນຳກໍໄດ້ ສຳຫລັບວິທີການທ່ອງຄາຖາເພຶ່ອຂໍພອນກໍເປັນວິທີການງ່າຍຯ ຈື່ງ່າຍບໍ່ມີຂັ້ນຕອນຫຍຸ້ງຍາກ ແລະບໍ່ມີອຸປະກອນປະກອບທີ່ຫຍຸ້ງຍາກ.

ບົດຄາຖາ

" ຂໍໃຫ້ (ຊື່ຄົນຮັກ) ....... ຮັກຂ້ອຍຄົນດຽວ

ຂໍໃຫ້ສົມຫວັງດ້ວຍເທີ້ນ "

ອຸປະກອນທີ່ກຽມ

ບໍ່ມີອຸປະກອນ ທີ່ຕ້ອງກຽມ

ວິທີຣ່າຍຄາຖາ

ເລືອກເອົາມື້ໃດມື້ຫນື່ງທີ່ເຈົ້າມີຄວາມສຸກທີ່ສຸດ ກ່ອນທີ່ເຈົ້າຈະເຂົ້ານອນໃນຄືນນັ້ນ ໃຫ້ເຈົ້າອະທິຖານຂໍພອນໃຮສິ່ງທີ່ເຈົ້າຕ້ອງການ ແລ້ວຕາມດ້ວຍຊື່ຄົນຮັກຂອງເຈົ້າ ເຊັ່ນ " ຂໍໃຫ້ (ຊື່ຄົນຮັກ) ...... ຮັກຂ້ອຍຄົນດຽວ ຂໍໃຫ້ສົມຫວັງດ້ວຍເທີ້ນ " ເປັນຈຳນວນສາມເທື່ອ ແລະອະທິຖານຕາມຫລັງວ່າ ຂໍໃຫ້ສົມຫວັງດ້ວຍເຖີດ ຈາກນັ້ນເຈົ້າກໍເຂົ້ານອນຕາມປົກກະຕິ ເມື່ອເຈົ້າຕື່ນມາໃນມື້ຕໍ່ໄປ ເຈົ້າຈະພົບແຕ່ສິ່ງທີ່ດີຯ ແລະຈະສົມຫວັງໃຮສິ່ງທີ່ເຈົ້າຂໍໃນໄວຯນີ້.

ຫມາຍເຫດ:

ນີ້ເປັນພຽງຄວາມເຊື່ອສ່ວນບຸກຄົນເທົ່ານັ້ນ ກະລຸນາໄຊ້ວິຈາລະນະຍານ ບໍ່ເຊື່ອກໍແລ້ວແຕ່ສັດທາ ແຕ່ຢ່່າລົບລູ່ ເພາະມີຄົນເຄີຍປະສົບຜົນສຳເລັດມາກ່ອນແລ້ວ.

ຕິດຕາມຕໍ່ໄປ ສະບັບຫນ້າ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 17, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ມົນຄາຖາຫາຮັກ (LOVE BOOK) ພໍ່ມົດນ້ອຍ.

ຕອນທີຫນື່ງ.

ຄາຖາແກ້ຮັກຈາກອະດີດ

ຫາກຊາດທີ່ແລ້ວເຈົ້າໄດ້ໄປສັນຍາເລື່ອງຄວາມຮັກກັບໃຜໄວ້ ເຊັ່ນ ສັນຍາວ່າເຈົ້າກັບໃຜຄົນນັ້ນຈະຮັກກັນທຸກຊາດໄປ ແຕ່ໃນເມື່ອຄົນເຮົາໄດ້ຜ່ານການວຽນວ່າຍຕາຍເກີດມາຫລາຍຄັ້ງ ການເກີດແຕ່ລະຄັ້ງຈະບໍ່ຄືກັນ ສິ່ງທີ່ຍັງຢູ່ກໍຄືຄຳສັນຍາຫລືຄຳສາບານທີ່ໃຫ້ໄວ້ຕໍ່ກັນ ແລະຄຳສາບານໃນອາດີດນີ້ເອງ ອາດຈະເປັນເຫດຜົນຫນື່ງທີ່ເຮັດໃຫ້ເຈົ້າຍັງຫາຄູ່ບໍ່ໄດ້ ແລະຍັງເປັນໂສດຈົນເຖີງທຸກວັນນີ້ ຖ້າເຈົ້າສວດບົດສວດນີ້ອາດຈະເຮັດໃຫ້ຄວາມຮັກຂອງເຈົ້າດີຂື້ນ.

ບົດຄາຖາ

ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸດທັສສະ

ທ່ອງ 3ເທື່ອ ຈົບ

ສັພພັງ ອະປະຣາທັງ ຂະມະຖະເມ ພັນເຕ

ອຸກາສະ ທະວາຣັຕຕະເຍນະ ກະຕັງ

ສັພພັງ ອະປະຣາທັງ ຂະມະຖະເມ ພັນເຕ

ອຸກາສະ ຂະມາມິ ພັນເຕ

ອຸປະກອນທີ່ກຽມ

ບໍ່ມີອຸປະກອນ

ວິທີຣ່າຍຄາຖາ

ຄາຖານີ້ໃຊ້ທ່ອງຕາມຫລັກແນວຄິດວ່າ ຄົນເຮົາເກີດມາຫລາຍພົບຫລາຍຊາດ ແຕ່ລະຄົນມີເຈົ້າກຳນາຍເວນທີ່ແຕກຕ່າງກັນ ເຮົາບໍ່ຮູ້ວ່າເຮົາເຄີຍເຮັດຫຍັງໄວ້ແຕ່ຊາດທີ່ແລ້ວ ແຕ່ສາມາດສວດຂໍຂະມາເພຶ່ອລົດແລະປົດຫນີ້ກຳໃຫ້ຫນ້ອຍລົງໄດ້ ຄາຖານີ້ສາມາດທ່ອງຫລືສວດໄດ້ດຸຕາມຄວາມຕ້ອງການ ເວລາທ່ອງເຈົ້າຕ້ອງຕັ້ງໃຈໃຫ້ດີແລ້ວທ່ອງຄາຖາຕາມບົດຄາຖາ ຕໍ່ຫນ້າພະພຸດທະຮູບຫຼືທ່ອງກ່ອນເຂົ້ານອນ ຈຳນວນສາມຈົບ ຫລືຫລາຍກ່ວາຕາມຄວາມຕ້ອງການ.

ຫມາຍເຫດ:

ນີ້ເປັນພຽງຄວາມເຊື່ອສ່ວນບຸກຄົນເທົ່ານັ້ນ ກະລຸນາໄຊ້ວິຈາລະນະຍານ ບໍ່ເຊື່ອກໍແລ້ວແຕ່ສັດທາ ແຕ່ຢ່່າລົບລູ່ ເພາະມີຄົນເຄີຍປະສົບຜົນສຳເລັດມາກ່ອນແລ້ວ.

ຕິດຕາມຕໍ່ໄປ ສະບັບຫນ້າ