ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 27, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

ເສັ້ນທາງແຫ່ງຄວາມຝັນ ບົນຖະໜົນປູຄອນກຼີດ ແລະ ຫ້ອງແອເຢັນໆ ແມ່ນເປົ້າໝາຍຂອງຄົນເດີນດິນ....ທີ່ມີຄວາມຢາກໄດ້, ຢາກເຫັນ,ຢາກລອງ  ຈຶ່ງຈຳເປັນຕ້ອງພັດພາກຈາກບ້ານປ່າພູເຂົາລົງສູ່ຕົວເມືອງໃຫຍ່ແສງສີ ທີ່ຄິດວ່າໜ້າຈະສະດວກສະບາຍ, ໄປໃສມາໃສມີລົດມີລານຂີ່, ໄດ້ກິນຂອງດີໆແຊບໆ ບໍ່ຕ້ອງຕາບແດດຕາບຝົນ ບໍ່ຕ້ອງເຂົ້າປ່າຫາໜໍ່ເກັບຜັກ ຢາກໄດ້ຫຍັງຢາກກິນຫຍັງກໍ່ໄປຕະຫຼາດ ຢາກມ່ວນຢາກຊື່ນກໍ່ຕ້ອງເຂົ້າຮ້ານເຂົ້າເທັກເຂົ້າບາ ດື່ມເບຍ ຫຼື ຈອນນີ ບໍ່ຕ້ອງຕັ້ງວົງກິນເຫຼົ້າຂາວ ເຫຼົ້າໄຫ....ໂອ໋ຍ! ອານິຈາ...ຊີວິດນໍ ຊີວິດ ເວນກຳ ເວນກຳ ມາເຖິງວັນນີ້ ກໍ່ປະມານ 8 ປີ ກວ່າແລ້ວແຕ່ຍັງຫາຍໃຈບໍ່ເຕັມປອດຈັກເທື່ອມາເປັນມະນຸດເງິນເດືອນໝົດເດືອນໝົດເງິນ, ຊິກິນກໍ່ຕ້ອງຄິດວ່າເງິນຄຸ້ມບໍ ມີສານພິດບໍ ຊິຂີ້ຊິຍ່ຽວກໍ່ຕ້ອງຈ່າຍເງິນ ເຮືອນຢູ່ເຮືອນຄົວຄ່ານຳ້ຄ່າໄຟກໍ່ໃຊ້ເງິນ ຊິໄປຊິມາກໍ່ຕ້ອງລະວັງລົດຕຳແນມຊ້າຍຍັງບໍ່ທັນຫຼຽວເບິ່ງຂວາກໍ່ມີຜູ້ບີດແກປີດ!ໆ!ໆ!ໆ!! ຈົນບໍ່ຮູ້ຊິໄປທາງໃດ ແຕ່ລະຄົນກົ້ມໜ້າກົ້ມຕາດິ້ນຮົນເພື່ອຄວາມຢູ່ລອດ ຈົນບໍ່ມີໃຜສົນນຳໃຜບໍ່ມີໃຜຈັກໃຜ ທຸກສິ່ງທຸກຢ່າງບໍ່ມີຄຳວ່າຂອງຕ້ອນຂອງຝາກຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຖ້າມີເງິນ ກໍ່ມີເພື່ອນ ແລະ ຂອງຢູ່ຂອງໃຊ້ . ເຈັບໄຂ້ໄດ້ປ່ວຍບໍ່ມີຮອດຜູ້ດູແລ ແມ່ນແຕ່ໄປຫາໝໍຢູ່ໂຮງໝໍກໍ່ໃສ່ແຕ່ນຳ້ເກືອ ບໍ່ມີເບິ່ງແຍງກັນ ຖ້າຜູ້ມີເງິນຈ້າງໝໍພິເສດ ຫຼື ຫ້ອງ vipກໍ່ໃຄແດ່.............ແນມເບີ່ງຖົງນຳ້ເກືອຢົດເທື່ອລະຢົດປົນກັບນຳ້ຕາເທື່ອລະຢົດທີ່ຕົກລົງມາປົນເປື້ນໝອນເກົ່າໆ ແສນຄິດຮອດບ້ານເຫຼືອເກີນ, ຢາກກັບບ້ານເຫຼືອເກີນ, ຢາກກິນນຳ້ຮ້ອນທີ່ແມ່ຕົ້ມໃຫ້ກິນ, ຢາກໃຫ້ພໍ່ມາລູບຫົວ ແລະ ຖາມວ່າເປັນຫຍັງູລູກໃຄແດ່ລະບໍ ຢາກກິນຕົ້ມໄກ່ ຫຼື ກ້ອຍປາພໍ່ຊິຫາໃຫ້ ແຕ່ວັນນີ້ແນມບິ່ງແພດານກັບພັດລົມແທນໜ້າພໍ່ໜ້າແມ່............ ໂອ໋ຍ!   ຢາກກັບບ້ານເຫຼືອເກີນ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 27, 2012 | ມີ 15 ຄຳເຫັນ ແລະ 0 trackback(s)

 ເຖິງຈະເອົາເງິນໂດລາເຈົ້າປູທາງແຕ່ນີ້້ຮອດໂຮງໝໍ ຂ້ອຍກໍ່ບໍ່ໄປສົ່ງດອກ ຂ້ອຍຄົນຈົນຊິໄປຫາເງິນຫາຄຳມາແຕ່ງເມຍ ນີ້ຄືຄຳເວົ້າຂອງຜູ້ຊາຍຄົນໜຶ່ງທີ່ບ້ານ ນຳ້ເດີນ ເມືອງຄຳເກີດ ແຂວງ ບໍລິຄຳໄຊ ເພາະກ່ອນໜ້ານີ້ 10 ປີ ຜູ້ຊາຍຄົນນີ້ ໄດ້ມັກຮັກກັບລູກສາວເຈົ້າຂອງເຮືອນທີ່ຕິດກັນ ເຊິ່ງພວກເຂົາທັງສອງ ຮັກກັນມາແຕ່ສະໄໝຮຽນມັດທະຍົມ ແຕ່ພໍຮຽນຈົບ ມ 6 ຝ່າຍຍິງກໍ່ໄດ້ໄປຮຽນຕໍ່ ມຊ ສ່ວນຝ່າຍຊາຍເປັນຄົນທຸກຍາກເສັງໄດ້ໄປຮຽນແພດ ແຕ່ບໍ່ມີເງິນຊິໄປ ເລີຍອອກມາເຮັດໄຮ່ເຮັດນາຊ່ວຍແມ່, ຫຼັງຈາກນັ້ນ 2 ປີຕໍ່ມາຝ່າຍຊາຍໄດ້ໄປຂໍແຕ່ງງານກັບຝ່າຍຍິງ ແຕ່ຖືກແມ່ຝ່າຍຍິງປະຕິເສດ ພ້ອມທັງດ່າຕໍ່ໜ້າຜູ້ເຖົ້າຜູ້ແກ່ຝ່າຍຊາຍວ່າ: ຄົນຂີ້ທຸກຄືພວກເຈົ້າຍັງມີໜ້າມາຂໍລູກສາວຂ້ອຍ ແມ່ນແຕ່ເຂົ້າຍັງບໍ່ມີຊິກິນ ແຕ່ລະມື້ມີແຕ່ໄປຮັບຈ້າງເຮັດໄຮ່ຊາວບ້ານແລກກັບເຂົ້າແນວໃດຊິກຸ້ມລູກສາວຂ້ອຍ ບໍ່ແມ່ນແຕ່ລູກຂ້ອຍດອກໝາຍັງຊິບໍ່ແຕ່ງນຳ ອັນຄົນເຫຼືອໂລກຄືພວກເຈົ້ານັ້ນໜາໄປຕາຍສາ ໃຫ້ມັນບໍ່ຂວາງຕາຊາວບ້ານຄົນອື່ນເຂົາ ແລະ ໃນທີ່ສຸດເລີຍໃຫ້ລູກສາວແຕ່ງງານກັບຄົນຕ່າງປະເທດອາຍຸປະມານ 60 ກວ່າປີ ທີ່ມາຈາກສະຫະລັດ...ຫຼັງຈາກນັ້ນຝ່າຍຊາຍກໍ່ຕັດສິນໃຈໄປເປັນກຳມະກອນຢູ່ໂຄງການສ້າງເຂື່ອນໄຟຟ້ານຳ້ເທີນ...ພາຍຫຼັງໂຄງການຈົບລາວໄດ້ກັບບ້ານ ແລະ ໄປ ດາວລົດຮຸນໄດມາຊື້ເຄື່ອງຂາຍ ປະຈຸບັນລາວມີ ລົດກະບະວີໂກ 1 ຄັນ ແລະ ລົດອິຊູຊູ 6 ລໍ້ 1 ຄັນ...........ຢູ່ມາຮອດ ອາທິດທີ່ແລ້ວ ແມ່ຂອງຜູ້ສາວເກົ່າເຈັບທ້ອງຮຸນແຮງ(ເປັນໄສ້ຕິ່ງ) ເຂົາມາຂໍໃຫ້ລາວພາໄປສົ່ງໂຮງໝໍ ເຊິ່ງລາວກຳລັງລ້າງລົດຈະໄປສົ່ງປາໃຫ້ຕະຫຼາດ ຖືກລາວປະຕິເສດ ບໍ່ໄປ ແລະ ລາວໃຫ້ໄປຫາຄົນອື່ນທີ່ວ່າງວຽກພາໄປໂຮງໝໍ ສຸດທ້າຍເຂົາເລີຍເອົາເງິນມາຈ້າງລາວ 1000 ໂດລາ ໃຫ້ພາໄປ ແລະ ລາວກໍ່ໂມໂຫແນ່ເລີຍດ່າໃສ່ຄືນວ່າ: ເຖິງເຈົ້າຈະເອົາເງິນໂດລາປູທາງແຕ່ນີ້ຮອດໂຮງໝໍຂ້ອຍກໍ່ບໍ່ໄປດອກ ປາຂ້ອຍຊິເນົ່າແລ້ວ ເອົາປາໄປສົ່ງຕະຫຼາດກ່ອນ ຄົນຈົນແບບຂ້ອຍຕ້ອງດິ້ນຮົນຫາເງິນມາແຕ່ງເມຍ.

              ສຸດທ້າຍແມ່ຜູ້ສາວເກົ່າຕ້ອງລໍລົດໂດຍສານ ແລະ ໄສ້ຕິ່ງແຕກກ່ອນທີ່ຈະໄປຮອດໂຮງໝໍເກືອບຕາຍກັບມາ ສ່ວນລູກສາວ ແລະ ລູກເຂີຍເຖົ້າກໍ່ບໍ່ມາ ມີແຕ່ສົ່ງເງິນມາໃຫ້ແມ່ ເຂົ້າກໍ່ບໍ່ມີຜູ້ຊິໜຶ້ງໃຫ້ກິນ ມີເງິນແຕ່ຕ້ອງອົດ ເພາະຄວາມໂລບ 
ຂຽນເມື່ອ ຂຽນເມື່ອ: ມ.ນ.. 23, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

ຕື່ນຂື້ນມາແນມເບິ່ງທ້ອງຟ້າສີຄາມອັນກວ້າງໄກສຸດຂອບຟ້າ, ຂ້ອຍຢາກຫລັບຕາລົງ ແລະ ບອຍບິນໄປສູ່ເວຫາ, ຢາກປ່ອຍວາງທຸກໆສິ່ງຢ່າງທີ່ເປັນທຸກ, ຢາກຈະໄດ້ບາງສິ່ງບາງຢ່າງທີ່ເໝືອນຄົນອື່ນເຂົາ ແຕ່ເຮົາມີພຽງເທົ່ານີ້ ສອງມື ສອງຕີນ ສອງຕາ ໜຶ່ງສະໝອງທີ່ຄິດ...ຖອນຫາຍໃຈບາດຍາວໆ ແລ້ວກໍ່ກົ້ມໜ້າລົງ ເອົາມືລູບໜ້າຜາກ ກັບໄປອະນາໄມຈູດເຜົາຜືນໄຮ່ອັນກວ້າງໃຫຍ່ພາຍໃຕ້ແສງແດດເຜົາຜານ ແລະ ຄວັນໄຟ ເພື່ອວ່າມື້ອື່ນ ແລະ ມື້ຕໍ່ໆໄປຈະໄດ້ມີເຂົ້າກິນລ້ຽງນ້ອງໆ ແລະ ຂໍພາວະນາຂໍໃຫ້ຟ້າຝົນຢ່າແລ້ງ ຫຼື ຖ້ວມຈົນບໍ່ມີຫຍັງເຫຼືອ. ທັງໆ ທີ່ຮູ້ດີວ່າການຖາງປ່າເຮັດໄຮ່ ເປັນຜົນຕົ້ນຕໍໃຫ້ຟ່າຝົນແລ້ງຖ້ວມ ແຕ່ເຮັດແນວໃດດີ ເຮົາມັນມີພຽງສິ່ງນີ້ທີ່ລ້ຽງຊີວິດໄດ້ ຢ່າຂັດຂວາງແດ່ເດີ ຄົນປ່າຂໍຮ້ອງ