ຂຽນເມື່ອ: ກ.ຍ.. 17, 2010
| ມີ
10 ຄຳເຫັນ
ແລະ
0 trackback(s)
ເຂົາໄປເຫຼືອພຽງນ້ຳຕາ
ເຈົ້າມາພ້ອມກັບຊີວິດໃໝ່
ໃນວັນທີ່ຄວາມຮັກສົດໃສ
ໃຜກໍ່ບໍ່ເຄີຍຄິດວ່າມັນຈະມີມື້ຈົບ ບໍ່ເຄີຍຄິດວ່າມັນຈະເຮັດໃຫ້ຄົນທີ່ເຄີຍສົດໃສລ່າເລີງ
ຕ້ອງກາຍເປັນ ຄົນທີ່ເຫຼືອແຕ່ຮ່າງບໍ່ມີວິນຍານ, ຄວາມຮັກມັນເປັນພຽງຄວາມຮູ້ສຶກ ບໍ່ມີຕົວຕົນແຕ່ເຮົາສາມາດສຳພັດເຖິງມັນໄດ້
ໂດຍຜ່ານຈິດວິນຍານ ຂອງຄົນ 2
ຄົນ ຈາກຄວາມຫ່ວງໃຍ ແລະ ຄວາມຮູ້ສຶກທີ່ດີໆໃຫ້ກັນ.
ແຕ່ເມື່ອເວລາຜ່ານໄປເປັນຍ້ອນເຫດຜົນຫຍັງ ຄົນທັງ 2 ຈິ່ງມີຄວາມຄິດທີ່ສວນທາງກັນ ມັນປຽບເໝືອນເວລາທີ່ຂຶ້ນລົດເມ ເມື່ອເລີ່ມຕົ້ນຄົນ 2 ຄົນ ທີ່ບໍ່ເຄີຍຮູ້ຈັກກັນມາກ່ອນ ຂຶ້ນລົດເມສາຍດຽວກັນ ແລະ
ໄດ້ມາເຫັນກັນ ໄດ້ທຳຄວາມຮູ້ຈັກເຊິ່ງກັນ ແລະ ກັນ ເວລາຜ່ານໄປຄວາມສຳພັນຂອງທັງ 2 ຍິ່ງສະໜິດສະໜົມກັນ ມີປາຍທາງອັນດຽວກັນ. ເມື່ອເວລາຜ່ານໄປເປັນຍ້ອນເຫດຜົນຫຍັງ ເຂົາຄົນນັ້ນຕ້ອງຂໍລົງກາງທາງແລ້ວຈາກໄປ
ແລະ ເຫຼືອໄວ້ພຽງເງົາ, ກິ່ນກາຍ ແລະ
ຄວາມເສົ້າ ປ່ອຍໃຫ້ຄົນອີກຄົນຕ້ອງດີ້ນຮົນ ຕ້ອງດຽວດາຍ. ຄິດເຖິງເຂົາຈົນໃຈສິຂາດ ແຕ່ບໍ່ຮູ້ສິເຮັດແນວໃດໃຫ້ເຂົາກັບມາ ໄດ້ແຕນັ່ງນ້ຳຕາໄຫຼຄ່ອຍຖ້າໃຫ້ຄວາມຊົງຈຳທີ່ມີເຂົາຢູ່ເລືອນຫາຍໄປ.
ຈາກຮ່າງທີ່ບໍ່ມີວິນຍານ ເຢັນຊາບໍ່ມີຄວາມຮູ້ສຶກ ໃຊ້ເວລາຢູ່ຄົນດຽວມາຫຼາຍປີສິ່ງດີໆກໍ່ຫວນກັບມາອີກຄັ້ງ ເມື່ອເຂົາຄົນນັ້ນຍ່າງເຂົ້າມາໃນຊີວິດ ເຂົ້າມາໃນຄວາມຮູ້ສຶກ ມາຊ່ວຍແບ່ງປັນຄວາມເສົ້າ, ຄວາມເຫງົາ ຄວາມອ້າງວ້າງ ມາຊ່ວຍແຕ່ງເຕີມຊີວິດທີ່ຂາດຫາຍ. ເຖິງຄວາມຄວາມຮັກຄັ້ງເກົ່າມັນຍັງນຳມາຫຼອກມາຫຼອນກໍ່ຕາມ
ແຕ່ຄວາມດີ ຄວາມຫ່ວງໃຍທີ່ເຂົາຄົນນີ້ຄອຍມອບໃຫ້ ມັນເຮັດໃຫ້ເຮົາຫຼຸດພົ້ນອອກຈາກການເປັນທາດຂອງຄວາມເສົ້າ ເຮັດໃຫ້ຮ່າງກາຍທີ່ບໍ່ມີວິນຍານໄດ້ກັບມາມີຊີວິດອີກຄັ້ງ.
ເຖິງຈະມີຮັກຄັ້ງໃໝ່ຫຼາຍປານໃດ
ແຕ່ຮັກຄັ້ງແລກມັນກໍ່ຍັງເປັນຮັກນິລັນ
อยากกลับไปยังจุดที่ไม่มีใคร
อยู่ตัวคนเดียวได้แบบไม่หงอยเหงา
อยากให้สายลมพัดพาทุกสิ่งทิ้งไปไม่เหลือเงา
รวมทั้งสิ่งที่จารึกความเป็นเรา . .. วันรักกัน
อยากให้สายฝน .. . ชำระล้างจิตใจ
จนไม่เหลือร่องรอยใดๆ ระหว่างเธอกับฉัน
แต่ฉันทำได้แค่นี้ . .. ถูกย่ำยีจากความบอบช้ำ . .. นานวัน
หยุดน้ำตาได้แค่นาทีสั้น - สั้น . .. พร่ำเพ้อว่ายังรักกัน
. .. . .. ฉันคิดถึงเธอ