ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 8, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

ລາຄາອາຫານທີ່ຖືກລົງ ສາມາດຊ່ວຍຫລຸດຜ່ອນ ຄວາມອຶດຫິວຂອງໂລກໄດ້

ແມ່ນໃນປະວັດສາດພຽງບໍ່ດົນຜ່ານມານີ້​ເອງ ທີ່ພວກສັງຄົມຕ່າງໆໃນໂລກສາມາດຫລຸດ​ພົ້ນ ​ ຈາກ​ສະພາວະຄວາມອຶດຫິວແບບເຮື້ອຮັງແລະໄພຄຸກຄາມຢ່າງຕໍ່ເນື່ອງຂອງຄວາມອຶດຫິວນັ້ນ ໄດ້. ແຕ່ເຖິງແມ່ນຈະໄດ້ຮັບຄວາມສໍາເລັດນີ້ກໍຕາມ ກໍຍັງມີຫລາຍປະເທດໃນທະວີບອາຟຣິ ກາແລະ​ເຂດເອເຊຍໃຕ້ ທີ່ຍັງສືບຕໍ່ຕໍ່ສູ້ກັບບັນຫານີ້ຢູ່. ຄວາມກ້າວໜ້າທັນສະໄໝ​ໃນດ້ານ ເທັກໂນໂລຈີ ໄດ້ຊ່ອຍປັບປຸງຜົນຜະລິດໃນດ້ານການກະເສດໃຫ້ດີຂຶ້ນ. ແຕ່ນັກສື່ຂ່າວວີໂອເອ ລາຍງານວ່າ ຄ່າເຂົ້າປາອາຫານຍັງຄົງເປັນອຸບປະສັກກີດຂວາງທີ່ໃຫຍ່ທີ່ສຸດ ຕໍ່ການລ້ຽງດູ ພວກທີ່ອຶດຫິວນັ້ນ.

ລາຍງານໂດຍ Souphonh  10-26-2010

ຮູບຈາກ: ASSOCIATED PRESS

ໃນຮູບນີ້ ຈາກອົງການອາຫານໂລກ ຫລື World Food Program, ເດັກນ້ອຍ ເກົາຫລີເໜືອ ກໍາລັງກິນເຂົ້າ ທ່ຽງ ຊຶ່ງມີໂຮມທັງເຂົ້າ ທີ່ໄດ້ຮັບການຊ່ວຍເຫລືອ ຈາກອົງການອາຫານໂລກ ຢູ່ສະຖານທີ່ລ້ຽງເດັກ ແຫ່ງນຶ່ງ ໃນເກົາຫລີເໜືອ.

 

ສະຫະປະຊາຊາດກ່າວວ່າ ມີການທໍານາຍກັນວ່າປະຊາ
ກອນຂອງໂລກ ຈະເພີ່ມທະວີຂຶ້ນປະມານ 47 ເປີເຊັນ
ໃນໄລຍະ 50 ປີ ຂ້າງໜ້ານີ້ ຈາກຈໍານວນ 6 ພັນ 100
ລ້ານຄົນ ໃນປີ 2000 ຂຶ້ນ ເປັນ 8 ພັນ 900 ລ້ານຄົນ
ໃນປີ 2050. ການເພີ່ມຈໍານວນຂຶ້ນນີ້ ໝາຍຄວາມວ່າ
ຄວາມຮຽກຮ້ອງຕ້ອງການເຂົ້າປາອາຫານກໍຈະເພີ່ມຂຶ້ນ
ພ້ອມທັງລາຄາກໍຈະເພີ່ມຂຶ້ນເຊ່ນກັນ.

ທ່ານ Joachimvon Braun ຜູ້ອໍານວຍການສູນກາງ
ຄົ້ນຄວ້າດ້ານການພັດທະນາທີ່ມະຫາວິທະຍາໄລ ກຸງ
Bonn ທີ່ເຢຍຣະມັນກ່າວວ່າໃນທຸກໆປີ ຍົກເວ້ນປີນຶ່ງ
ລາຄາເຂົ້າປາອາຫານໃນລະຫວ່າງຊາດແມ່ນ ໄດ້ສູງຂຶ້ນ​
ໄປນໍາທຸກໆປີ ດັ່ງນີ້ສະຖານະການດ້ານອາຫານຂອງ
ໂລກ ຈຶ່ງໄດ້ປະສົບກັບຄວາມເຄັ່ງຕຶງ ແລະພວກຄົນທຸກ
ຍາກຂອງໂລກໃນຂົງ​ເຂດເອເຊຍແລະອາຟຣິກາ ໂດຍສະ
ເພາະແມ່ນໄດ້ຮັບຜົນກະທົບຢ່າງແຂງແຮງ ແລະທ່ານກ່າວ
ຕື່ມວ່າ ຈໍານວນຜູ້ຄົນທີ່ບໍ່ມີເຂົ້າປາອາຫານກິນພຽງພໍ ກໍ​ແມ່ນ​ສູງ​ຫລາຍ​ຢ່າງ​ໜ້າ​ຕົກ​ໃຈ ຊຶ່ງທ່ານ​ກ່າວ​ຕໍ່​ໄປວ່າ:

“ໃນວັນອາຫານໂລກ ປີນີ້ ຄືວັນ​ເສົາ ທີ 16 ຕຸລາ ຜ່ານມານີ້ພວກເຮົາຄວນຈະ
ຈື່​ວ່າ ຍັງ​ມີປະຊາຊົນນຶ່ງພັນລ້ານຄົນ ທີ່ຂາດແຄນອາຫານການກິນ ແລະ​ໃນ​ນັ້ນ
60 ເປີເຊັນ ແມ່ນອາໃສຢູ່ໃນຂົງເຂດເອເຊຍ ແລະບັນຫາດ້ານອາຫານຂອງເອ
ເຊຍນັ້ນ ​ໂດຍ​ສ່ວນ​ໃຫຍ່​ແລ້ວ ກໍແມ່ນເປັນບັນຫາການຂາດທາດອາຫານຂອງ
ພວກເດັກນ້ອຍນັ້ນນໍາ.

ການເສດຖະກິດຕົກຕໍ່າຂອງ​ໂລກ​ຫວ່າງ​ບໍ່​ດົນ​ມາ​ນີ້​ ໄດ້​ສົ່ງ​ຜົນ​ກະທົບຕໍ່​ຕະຫລາດ​ເກືອບ​ທຸກ
ບ່ອນ ຮວມທັງຕະຫລາດ​ອາຫານ​ນໍາ. ການ​ຂາດ​ສະຖຽນລະ​ພາບ​ຂອງ​ລາຄາ​ເຂົ້າປາ​ອາຫານ
ໃນ​ຫລາຍ​ພາກສ່ວນ​ຂອງ​ໂລກ​ ໄດ້​ສ້າງ​ຄວາມ​ຫຍຸ້ງຍາກ​ຂຶ້ນຕື່ມ ​ໃຫ້​ແກ່​ການ​ແກ້​ໄຂ​ບັນຫາ
ຄວາມ​ອຶດ​ຫິວ. ທ່ານ Katsuji Matsunami ​ເປັນ​ທີ່​ປຶກສາ​ແລະ​ຜູ້​ນໍາພາ​ດ້ານ​ການ​ປະຕິບັດ
ທາງ​ດ້ານ​ກະ​ເສດ ຄວາມ​ໝັ້ນຄົງດ້ານ​ອາຫານ​ແລະ​ການ​ພັດທະນາ​ຊົນນະບົດ ໃນພະແນກ
ການ​ພັດທະນາ​ແບບ​ຍືນ​ຍົງ​ປະ​ຈໍາ​ຂົງ​ເຂດ ຂອງ​ທະນາຄານ​ພັດທະນາ​ເອ​ເຊຍ. ທ່ານກ່າວ​ວ່າ
ວິທີ​ແກ້​ໄຂ​ທີ່ ຈະ​ແຈ້ງ​ກໍ​ແມ່ນ​ໃຫ້​ປູກ​ເຂົ້າ​ຫລາຍ​ຂຶ້ນ ​ແຕ່​ການ​ບັນລຸ​ເປົ້າ​ໝາຍ​ທີ່​ວ່າ​ນັ້ນບໍ່​ແມ່ນ
ເລື້ອງ​ງ່າຍໆ ​ແລະ​ຕ້ອງ​ມີ​ການ​ລົງທຶນ​ຢ່າງ​ຕໍ່​ເນື່ອງ ຊຶ່ງ​ທ່ານ Matsunami ກ່າວຊີ້​ແຈງ​ດັ່ງ​ນີ້:

“ທົ່ວທັງໂລກ​ແມ່ນ​ມີ​ຄວາມ​ຈໍາ​ເປັນ​ທີ່ຈະຕ້ອງຜະລິດອາຫານ ຜະລິດ​ຫົວອາຫານສໍາ
ລັບ​ສັດ ແລະຜະລິດນໍ້າມັນເຊື້ອໄຟໃຫ້​ໄດ້ຫລາຍຂຶ້ນຍ້ອນຄວາມເປັນຫ່ວງກ່ຽວ​ກັບ
ດິນຟ້າອາກາດປ່ຽນແປງນັ້ນ.  ດັ່ງນັ້ນ ພາກສ່ວນກະເສດຕະກໍາກໍຕ້ອງຜະລິດເພີ່ມ
ຂຶ້ນ ແຕ່ຊັບພະຍາກອນທີ່ຈະນໍາໃຊ້ນັ້ນແມ່ນມີຈໍາກັດ ໂດຍສະເພາະຊັບພະຍາກອນ
ນໍ້າ. ແລະການລົງ ທຶນທີ່ຕ້ອງການ ສໍາລັບ​​ປັບປຸງ​ພາກ​ສ່ວນການກະເສດໃຫ້​ທັນ​
ສະ​ໄໝນັ້ນ ກໍ​ບໍ່​ໄດ້​ຫລັ່ງ​ໄຫລ​ມາ ຕາມ​ທີ່ພວກເຮົ​າໄດ້ຄາດຫວັງ​ໄວ້.”

ເຖິງ​ແມ່ນ​ການ​ເສດຖະກິດ​ຕົກ​ຕໍ່າ​ຂອງ​ໂລກ ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ການລົງ ທຶນ​ໃນ​ດ້ານ​ການ​
ກະ​ເສດ​ກໍ​ຕາມ ​ແຕ່ ທ່ານ Joachim von Braun ກໍກ່າວ​ວ່າ ​ໄດ້​ມີ​ເຫດ​ການ​ບາງ​ຢ່າງເກີດ
ຂຶ້ນຫວ່າງ​ໄວໆມາ​ນີ້​ທີ່ພາ​ໃຫ້​ມີ​ຄວາມ​ຫວັງ ໃນ​ການ​ປັບປຸງ​ຄວາມ​ອຶດຫິວ​ຂອງໂລກ​ໃຫ້​ດີ
ຂຶ້ນ​ນັ້ນ ​ໂດຍທ່ານ von Braun ອະທິບາຍ​ວ່າ:

“ໃນໄລຍະສາມປີຜ່ານມານີ້ ມີສິ່ງທີ່ດີໆເກີດຂື້ນຫລາຍ​ຢ່າງ. ​ເປັນ​ຕົ້ນ​ວ່າ ພວກປະ
ເທດກໍາລັງພັດທະນາທັງຫລາຍ ໄດ້ພາກັນລົງທຶນເຂົ້າໃສ່ ໃນພາກສ່ວນການກະ
ເສດຫລາຍຂື້ນ ແລະຍົກເອົາການກະເສດໃຫ້ຂື້ນ ມາຢູ່ໃນລະດັບສູງຂອງແຜນ
ການພັດທະນາຂອງລັດຖະບານ. ຕົວຢ່າງ ປະເທດອິນເດຍ ເມື່ອສອງປີຜ່ານມາ
ກໍໄດ້ຈັດຕັ້ງໂຄງການນຶ່ງທີ່ມີມູນ ຄ່າຫົກພັນລ້ານໂດລາ. ສ່ວນຈີນກໍໄດ້ລົງທຶນ
ເພີ່ມຫລາຍຂື້ນ ແລະມີ ຢ່າງໜ້ອຍ 20 ປະເທດໃນຂົງເຂດອາຟຣິກາທີ່ໄດ້ກະທໍາ
ເຊັ່ນດຽວກັນ. ແລະພວກປະເທດທີ່ຈະເຣີນແລ້ວ ເຊັ່ນສະຫະລັດ ກໍໄດ້ຮື້​ຟື້ນການ
ລົງ ທຶນເຂົ້າໃສ່ໃນການກະເສດ ​ໂດຍສຸມໃສ່ພວກກະ​ເສດ​ຕະກອນລາຍ ນ້ອຍໆ
ຜ່ານອັນ​ທີ່​ເອີ້ນ​ວ່າ ໂຄງການຫລໍ່ລ້ຽງອະນາຄົດ ທີ່​ບໍລິຫານ​ໂດຍອົງການຢູເສດ
ຂອງສະຫະລັດນັ້ນ.”

ສ່ວນທ່ານ Katsuji Matsunami ນັ້ນ ຫວັງ​ວ່າ ​ໂຄງການ​ເຫລົ່າ​ນີ້​ ຈະສາມາດ​ຂະຫຍັບ
ຂະຫຍາຍ​ອອກ​ໄປສູ່​ການໂອ້​ລົມ​ສົນທະ ນາ​​ແລະ​ວາງແຜນການ​ຕ່າງໆໃນລະດັບ​ຂົງເຂດ
ໄດ້ ​ໂດຍ​ສະ​ເພາະ​ໃນ​ເອ​ເຊຍ ຊຶ່ງ​ທ່ານ Matsunami ກ່າວ​ວ່າ:

“ໃນເລຶ່ອງນີ້ ມີຄໍາຖາມວ່າ ສະມາຄົມອາຊ່ຽນ ບວກອີກສາມປະເທດຈະສາມາດນັ່ງ​
ໂຕະເຈລະຈາ ແລະເປີດການໂອ້ລົມກັນ ກ່ຽວກັບເລຶ່ອງ ເຂົ້າໄດ້ ບໍ່? ມີໃຜແດ່ທີ່
ຕ້ອງການເຂົ້າ ​ແລະຕ້ອງການຫລາຍປານໃດ ແລະປະ​ເທດໃດທີ່ອາດຈະມີເຂົ້າ
ຫລວງຫລາຍ ທີ່​ສາມາດ​ນໍາ​ອອກ​ຂາຍໄດ້? ຊຶ່ງການໂອ້ລົມສົນທະນາກັນໃນທໍານ
ອງນີ້ ຍັງບໍ່ເຫັນເກີດ ຂື້ນເທື່ອ. ເລຶ່ອງນີ້​ແມ່ນເປັນເລຶ່ອງຂອງສອງຝ່າຍທັງໝົດຄື
ລັດຖະບານ ກັບລັດຖະບານ ແລະພວກເຮົາຂໍຖາມວ່າ ມັນເປັນໄປໄດ້ບໍ່ທີ່ຈະເຮັດ​
ໃຫ້ ເລຶ່ອງນີ້ ກາຍເປັນໂຄງຮ່າງປະຕິບັດການ​ໃນ​ລະດັບຂົງເຂດ?”

ທ່ານ Matsunami ກ່າວ​ຕື່ມ​ວ່າ ວິທີ​ການ​​ດໍາ​ເນີນ​ການ​ຂອງ​ຂົງ​ເຂດ​ ​ເພື່ອ​ອໍານວຍ​ໃຫ້ມີເຂົ້າ
ປາ​ອາຫານຢ່າງ​ພຽງພໍນັ້ນ ​ແມ່ນ​ສໍາຄັນ​ຫລາຍ ​ໃນ​ຂະນະທີ່​ພວກ​ຂົງ​ເຂດ​ເທດສະບານ​ສືບ
ຕໍ່​ຂະຫຍາຍ​ໂຕ​ຂຶ້ນ​ ​ໃນ​ອັດ ຕາທີ່​ໜ້າ​ຕື່ນ​ຕົກ​ໃຈ​ ໃນ​ເອ​ເຊຍ​ນັ້ນ ຊຶ່ງ​ທ່ານ Matsunami
ກ່າວ​ວ່າ :

“ພວກລັດຖະບານແມ່ນຈະຕ້ອງ​ໄດ້​ຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍ ທີ່ຈະ​ອໍາ ນວຍ​ໃຫ້
ພວກຊາວນາລາຍນ້ອຍໆທັງຫລາຍ ມີ​ພາຫາ​ນະ​ແນວ​ໃດ​ແນວ​ນຶ່ງ​ເພື່ອ​ໃຫ້ສາມາດ
ຢູ່ໄດ້.  ໃນຂະນະດຽວກັນ ຈໍານວນປະຊາກອນກໍ​ມີຫລາຍເພີ່ມຂື້ນນັບ​ມື້ ແລະສ່ວນ
ໃຫຍ່ແລ້ວ ກໍ​ເປັນພວກຄົນທີ່ທຸກຈົນລົງໄປ​ອີກ ທີ່​ອາ​ໃສຢູ່ໃນຕົວເມືອງຕ່າງໆ
ແລະພວກເຂົາເຈົ້າກໍຕ້ອງການອາຫານທີ່ມີລາຄາຖືກ. ດັ່ງນັ້ນ ​ໃນ​ດ້ານ​ນຶ່ງພວກລັດ
ຖະບານ​ແມ່ນ​ໄດ້​ຕ້ອງໃຫ້ເປັນທີ່ແນ່ໃຈວ່າ ພວກຊາວນາຈະໄດ້ຮັບລາຄາທີ່ເໝາະ
ສົມ ​ແຕ່ກໍສູງພໍທີ່​ຈະ​ເຮັດ​ໃຫ້ພວກ​ເຂົາ​ເຈົ້າມີຄວາມສົນໃຈທີ່​ຈະ​ປູກ​ເຂົ້າ​ຕໍ່​ໄປ ​ແລະ
ສາມາດຢູ່ລອດ​ໄດ້ ນໍາຜົນຜະລິດເຂົ້າຂອງພວກເຂົາເຈົ້ານັ້ນ. ​ແຕ່​ໃນ​ຂະນະ​ດຽວ
ກັນ ກໍ​ຕ້ອງ​ໃຫ້​ສາມາດນໍາເອົາເຂົ້າໄປສູ່ບ່ອນອຸບປະໂພກ ບໍລິໂພກ​ໄດ້ ​​ໃນລາຄາ
ທີ່ຖືກພໍ​ທີ່ພວກອຸບປະໂພກທີ່​ທຸກ​ຍາກ​ນັ້ນ ຈະສາມາດຊື້ກິນໄດ້.”

ການ​ຂາດ​ແຄນ​ເຂົ້າປາ​ອາຫານ​ ໄດ້ຖືກ​ນໍາ​ເອົາ​ໄປ​ພົວພັນ​ກັບ​ຄວາມ​ຕ້ອງການ​ໃນດ້ານອື່ນໆ​
ຫລາຍ​ດ້ານ​ເຊ່ນໂຄງ​ລ່າງ​ພື້ນຖານ ນໍ້າ​ດື່ມ​ນໍ້າ​ໃຊ້​ ແລະ​ເທັກ​ໂນ​ໂລ​ຈີ​ ຊຶ່ງ​ທັງ​ໝົດ​ນັ້ນສາມາດ​
ດຶງ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ຜະລິດ​​ໃຫ້​ຕໍ່າ​ລົງ​ໄດ້ ​ແລະ​ນໍາເຂົ້າປາອາຫານມາສູ່​ຕະຫລາດ​ຫລາຍ​ຂຶ້ນ
ໃນ​ລາຄາ​ທີ່ຖືກ​ລົງ ​ໃນ​ຂະນະ​ດຽວ​ກັນ ກໍ​ຮັກສາ​ລາຍ​ໄດ້​ຂອງ​ພວກ​ກະ​ເສດ​ຕະກອນ​ໄວ້ຊຶ່ງ​
ທ່ານ von Braun ກ່າວ​ວ່າ ​ໂຄງ ການ​ຕ່າງໆ​ຂອງ​ລັດຖະບານ​ໄດ້​ສະ​ແດງ​ໝາກຜົນ​​ໃຫ້​
ເຫັນ​ຢ່າງ​ເປັນ​ຮູບ​ປະ​ທໍາໃນ​ຫລາຍໆ​ເຂດ​ຂອງ​ເອ​ເຊຍ​ນັ້ນ ຊຶ່ງ​ທ່ານ​ໄດ້​ຍົກ​ປະ​ເທດ​ຫວຽດ
ນາມ​ຂຶ້ນ​ມາ​ເປັນ​ໂຕ​ຢ່າງ:

“ຫວຽດນາມເປັນປະເທດທີ່ປະສົບຜົນສໍາເລັດ​ເປັນ​ພິ​ເສດ ໃນການແກ້ໄຂບັນຫາ
ຄວາມອຶດຫິວ ແລະຄວາມໝັ້ນຄົງດ້ານອາຫານ​ແລະໂພຊະນາການ ຫວຽດນາມ​
ແມ່ນເປັນລອງຈີນຢ່າງຈິງແທ້ ຄືເປັນຕົວຢ່າງທີ່​ໂດດ​ເດ່​ນໃນ ການສ້າງຄວາມ
ກ້າວໜ້າ ​ໃນ​ການຕໍ່ສູ້ກັບຄວາມອຶດຫິວນັ້ນ.”

ທ່ານ von Braun ​ໄດ້​ສະ​ເໜີ​ແນະ​​ແຜນການ​ເຄືອ​ນ​ໄຫວ​ຮ່ວມ​ກັນຂອງ​ໂລກ​ສອງ​ຢ່າງ​ເພື່ອ
ຊ່ອຍ​ປ້ອງ​ກັນ​ບໍ່​ໃຫ້​ວິ​ກິດ​ການ​ດ້ານ​ລາຄາ​ເຂົ້າປາ​ອາຫານ​​ເກີດ​ຂຶ້ນ​ອີກ​ຄັ້ງ​ໃໝ່ ຄື​ກັນ​ກັບ​ທີ່​
ໄດ້​ເກີດ​ຂຶ້ນ​ໃນ​ລະຫວ່າງ ປີ 2007-2008 ນັ້ນ. ທ່ານ​ກ່າວ​ວ່າ ​ແຜນການ​ທີ​ນຶ່ງ ກໍ​ແມ່ນ
ຄວນ​ຈະ​ມີ​ການ​ສ້າງ​ຕັ້ງ​ຄັງອາຫານ​ສໍາຮອງຂະໜາດ​ນ້ອຍໆ​ໄວ້ ​ເພື່ອ​ອໍານວຍໃຫ້ ມີການ
ຮັບ​ມື​ໄດ້​ຢ່າງ​ລາບ​ລື່ນ ກັບ​ສະພາວະ​ສຸກ​ເສີນ​ດ້ານເຂົ້າປາ​ອາຫານ​ນັ້ນ ແລະ​ສອງ​ມາ​ກໍ​ແມ່ນ
ຄວນ​ຈະ​ສ້າງ​ຕັ້ງ​ອາຫານ​ສໍາຮອງ​​ແບບ​ປັບປຸງ​ໃໝ່​ໄວ້ເພື່ອ​ຊ່ອຍ​ປ້ອງ​ກັນ​ບໍ່​ໃຫ້​ລາຄາ​ເຂົ້າປາ​
ອາຫານ​​ໃນ​ທ້ອງ​ຕະຫລາດ ຖີບ​ໂຕ​ສູງ​ຂຶ້ນ.

Delicious Digg Fark Twitter