ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 11, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
  1. ອາຈານຫຍັງທັງຊີວິດມີປາກກາອັນດຽວ        ຕອບ    ອາຈານ ວັນເພັນ (one pen)
  2. ພະຫຍັງຫາເລື່ອງຕາຍ                          ຕອບ    ພະມ້າແຮກຄຸກ
  3. ຄ.ຂ.ປ.ກ ຫຍໍ້ມາຈາກຫຍັງ                     ຕອບ    ຄົນຂາຍປີ້ງໄກ່
  4. ເປັນຫຍັງຄົນບາງຄັນຈຶ່ງເຈັບຫົວ               ຕອບ    ເພາະຜົມຍິກ
  5. ເຂົ້າໜົມໂກ໋ແກ່ເຂົາເອົາຫຍັງເຮັດ               ຕອບ   ເອົາມັນເຮັດ (ໂກ໋ແກ່ມັນທຸກເມັດ)
  6. ເບຍຫຍັງກິນແລ້ວບໍ່ເມົາ                        ຕອບ   ເບຍຊ້າງຫັ້ນເດ(ກິນແລ້ວພາກພູມໃຈ ບໍ່ໄດ້ບອກວ່າກິນແລ້ວເມົາ)
  7. ມັນຫຍັງມີແຂນມີຂາປາກເປັນ                 ຕອບ    ມັນບໍ່ມີດອກ
  8. ເປັນຫຍັງເວລາເສືອຕື່ນນອນຈຶ່ງຫັນຊ້າຍຫັນຂວາ  ຕອບ  ຫັນເທື່ອດຽວທັງ 2 ຂ້າງບໍ່ໄດ້
  9. ຫ້ອງນ້ຳຊາຍກັບຫ້ອງນ້ຳຍິງເຈົ້າວ່າຫ້ອງນ້ຳໃຜເໜັນກ່ວາກັນ  ຕອບ ຫ້ອງນ້ຳຍິງ (ໜ້າຫ້ອງນ້ຳຊາຍເຂົາຂຽນວ່າ ເໜັນ men  ແຕ່ຫ້ອງນ້ຳຍິງເຂົາຂຽນວ່າ ວູ່ເໜັນ women )
  10. ລາບຊີ້ນເຮັດແນວໃດຈຶ່ງຊິແຊບ                 ຕອບ  ກິນ
  11. ຄົນແບບໃດທີ່ເຂົ້າວັດບໍ່ໄດ້                       ຕອບ  ຄົນທີ່ຕີຫົວຍາພໍ່
  12. ເປັນຫຍັງປາຈຶ່ງວາງໄຂ່                         ຕອບ  ຖ້າວ່າໂຍນໄຂ່ຊິແຕກ
  13. ກາຫຍັງອອກສຽງໄດ້ 5 ສຽງ                    ຕອບ  ກາ ກາ່ ກາ້ ກາ໋ ກ໊າ
  14. ກ່ອນຊິມາເປັນພະຍາບານຕ້ອງເປັນຫຍັງມາກ່ອນ    ຕອບ  ຕ້ອງເປັນພະຍາຕູມກ່ອນ
  15. ເປັນຫຍັງໃນຊີວິດຂອງຄົນເຮົາຕ້ອງມີການປຽ່ນແປງ  ຕອບ   ເພາະວ່າໃຊ້ດົນແລ້ວຂົນແປງຈົນບານ
  16. ທະຫານລາບ ຂອງຕ່າງປະເທດຍ້ານຫຍັງທີ່ສຸດໃນສົງຄາມ    ຕອບ   ຍ້ານທະຫານລາວ (ເພາະວ່າທະຫານລາວກິນລາບ)
  17. ແມ່ນຫຍັງທີ່ຮຸນແຮງກ່ວາ ລູກເຕະ             ຕອບ   ພໍ່ເຕະ
  18. ເກີບຫຍັງທີ່ຫາຍາກທີ່ສຸດ                       ຕອບ   ເກີບເສຍ
  19. ຍາພໍ່ໃຊ້ຫຍັງຕີກອງ                              ຕອບ   ໃຊ້ຈົວນ້ອຍ
  20. ເປັນຫຍັງເວລາຄົນຕາຍ ຍາດຕິພີ່ນ້ອງຈື່ງບໍ່ເອົາກາເຟ ໄປຖະຫວາຍແຕ່ຕ້ອງເປັນຂອງຄາວ ຂອງຫວານແທນ   ຕອບ  ເພາະວ່າຍ້ານຕາຍຕາບໍ່ລັບ    
  21. ເລື່ອງແບບໃດທີ່ທ່ານວ່າກວນທີ່ສຸດ             ຕອບ   ເລື່ອງຫຍັງຂ້ອຍຊິບອກ
  22. ໜາກໄມ້ຊະນິດໃດທີ່ເປືອກແຂງທີ່ສຸດໃນໂລກ  ຕອບ   ໜາກໄມ້ກະປ໋ອງ
  23. ປູຫຍັງມີ 12 ຂາ                                ຕອບ   ປູຊະນີບຸກຄົນ ເພາະວ່າ ປູ ມີ 8 ຂາ ຊະນີ ມີ 2 ຂາ ແລະບຸກຄົນມີ 2 ຂາ  
  24. ໂຕຫອຍຖ້າວ່າມັນມີເຂົາ ເຈົ້າວ່າມັນຊິເປັນຫຍັງ ຕອບ  ເປັນໄປບໍ່ໄດ້ 
  25. ມີ 3 ອ້າຍນ້ອງຂີ້ຄວາຍກັບບ້ານ ຜູ້ເປັນອ້າຍຂີ້ຄໍ ຜູ້ກາງຂີ້ແອວແລະຜູ້ເປັນນ້ອງຂີ້ຫາງ ທ່ານຮູ້ບໍ່ວ່າຄວາຍມັນຊິໜັກບ່ອນໃດຫຼາຍທີ່ສຸດ ຕອບ ບໍ່ຮູ້ແລ້ວເພາະວ່າຂ້ອຍບໍ່ແມ່ນຄວາຍ                

                      ມ່ວນທໍ່ນີ້ກ່ອນມື້ໜ້າຈຶ່ງມາມ່ວນອີກເນາະ 55555

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 11, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເຮືອນຂອງໃຜທີ່ມີຂອງ 7 ຢ່າງນີ້ຢູ່ໃນເຮືອນແລ້ວຮູ້ສຶກວ່າບໍ່ຢູ່ເຢັນເປັນສຸກ ໃຫ້ລອງເອົາຂອງຈຳພວກນີ້ອອກໄປ ທຸກຢ່າງອາດດີຂື້ນກະໄດ້ ແຕ່ວ່າມັນກະຍາກຢູ່ເພາະວ່າມີແຕ່ແນວໜ້າຮັກທັງນັ້ນເລີຍ ແຖມຂອງບາງຢ່າງຍັງເປັນຂອງທີ່ຄົນສຳຄັນຊື້ໃຫ້ ກະລອງຊັ່ງໃຈເອົາເອງເດີ

ແຕ່ເໜືອສີ່ງອື່ນໃດ ຈິດໃຈຂອງເຮົາຕ້ອງດີກ່ອນເດີ ເມື່ອເຮົາເຮັດຫຍັງໄປແລ້ວມັນກະຊິດີໄປນຳ ຜູ້ໃດຢາກເອົາຂອງ 7 ຢ່າງນີ້ ອອກໄປຈາກເຮືອນກະລອງເບີ່ງກະໄດ້ ເລື່ອງແບບນີ້ບັງຄັບກັນບໍ່ໄດ້ດອກ

  1. ງູ ບໍ່ຄວນເອົາມາຕົບແຕ່ງເຮືອນເພາະເປັນສັດລັກສະນະຄວາມອາຄາດ ຊຶ່ງສົ່ງຜົນໃຫ້ເກີດຄວາມມົກມຸ່ນຢູ່ກັບອາລົມໂມໂຫ ແລະຍັງເປັນເຄື່ອງໝາຍຂອງຕັນຫາ ເຮັດໃຫ້ຄົນໃນເຮືອນໄຝ່ຝັນແຕ່ເລື່ອງກິເລດຕັນຫາ
  2. ໂມງຂີ້ຊາຍ ຊິມີຜົນເຮັດໃຫ້ຄົນໃນເຮືອນຕ້ອງເມື່ອຍກັບກິດຈະກຳໃດໆກໍ່ຕາມຕ້ອງເຮັດແບບຟ້າວຟັ່ງຈົນບໍ່ມີເວລາຊິພັກຜ່ອນຢ່າງສຸກສະບາຍ
  3. ໝີ ເປັນສັດທີ່ໜ້າຮັກແຕ່ຊິເຮັດໃຫ້ຄົນໃນເຮືອນເສຍທ່າເສຍທີໃຫ້ກັບຄົນອື່ນເພາະວ່າບໍ່ທັນຄົນ
  4. ມ້າລາຍ ຖ້າເອົາມາ້ລາຍມາຕົບແຕ່ງເຮືອນຊິເຮັດໃຫ້ຄົນໃນເຮືອນແຕກແຍກກັນ ແລະບໍ່ມີໂຊກ ບໍ່ມີໄຊເຊົ້າມາໃນເຮືອນ
  5. ແຂ້ ເປັນສັດເຈົ້າເລ່ ຊິເຮັດໃຫ້ອັບໂຊກ ມີແຕ່ຄົນຄິດປອງຮ້າຍຕົວເຈົ້າແລະຄອບຄົວ
  6. ໜູ ຊິເຮັດໃຫ້ຖືກຫັກຫຼັງແລະຖືກເອົາປຽບຕະຫຼອດ
  7. ແມວ ໝາຍເຖິງແມວທີ່ບໍ່ມີຊີວິດ ຖ້າເອົາມາຕົບແຕ່ງເຮືອນ ຊິກໍ່ໃຫ້ເກີດການຂີ້ເຕວະ ລອກລວງຈາກຄົນນອກແລະມາສວຍໂອກາດຫາຜົນປະໂຫຍດ.

                                      

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 8, 2010 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 ຄົນໃດທີ່ເວົ້າວ່າ ປະຕິໂທ ຕັ້ງວ່າ 99 ຂໍ້   ໃຫ້ເຈົ້າມາສຶກສາເບີ່ງກ່ອນມັນບໍ່ຢາກເກີນທີ່ເຮົາຈະປະຕິບັດເລີຍ

1.      Àºö¾Ã¥À¢ö¾´¾Ã¦ÈÃ¥À»ö¾
 
2.      À§ˆºÏ­˜­ªö¸Àº¤
 
3.      ®ÒÀ®†¤£ö­ນê†Îɾª¾
 
4.      ¡É¾£ò© ¡É¾À¸í¾ Á콡ɾÀ»ñ©
 
5.      À´ˆº´óÀ숺¤Ã¹ÉϘນ­¯ô¡¦¾£ö­ນºˆ­ນ
 
6.      Áì½Ã¹ÉÀ¯ñ­ນꆯô¡¦¾¢º¤£ö­ນºˆ­­ນກໍ່ດີ
 
7.      µÈ¾Àª¸½Ãນ­À숺¤ê†ªö¸Àº¤£ò©¸È¾°ò©
 
8.      ĸÉÃ¥®÷¡£öນ­ê†¦ö´£¸­ນ¥½Ä¸ÉÃ¥
 
9.      À¯ó©Ã¥Ã¹É¡¸É¾¤
 
10.À®†¤Ä¯Ã¹ÉÄ¡
 
11.¸¾¤Á°­ນº¾­¾£ö©
 
12.µÈ¾Âꩪö¸Àº¤
 
13.´ó£¸¾´»ñ®°ò©§º®
 
14.ªº®Áêນ­À´ˆºÄ©É»ñ®
 
15.ùÉí¦†¤ê†°øɺˆນ­µ¾¡Ä©ÉÁ콨ñ¤®Ò´ó
 
16.µÈ¾Ã§Éº¾ìö´ÁªÈùÉçɣ¸¾´£ò©
 
17.£ò©À«ò¤¦È¸­ນ츴ùÉ;¨
 
18.À®†¤Á¨¤ªö¸Àº¤Ã¹ÉÀ¯ñ­ນ
 
19.»øɦ†¤Ã©°ò© ¦†¤Ã©«õ¡ ¦†¤Ã©©ó Á콦†¤Ã©®Ò©ó
 
20.µÈ¾¯Èº¨Ã¹ÉÀ¸ì¾°È¾­ນįìɾÅ
 
21.µÈ¾»øÉ£÷ນ­£È¾¢º¤¦†¤ê†µøÈ¡ñ®À»ö¾Ãນ­À¸ì¾ê†À»ö¾¦ø­À¦¨´ñ­ນį
 
22.ùɻøɪö¸Àº¤µøȦ½ÀÏó¸È¾ ªºນນ­­šÀ»ö¾À»ñ©¹¨ñ¤µøÈ
 
23.¦†¤ê†À»ö¾¡¿ìñ¤À»ñ©µøÈ­˜­´ó°ö­ນ©ó °ö­ນÀ¦¨ ´ó¯½Â¹¨© Íõ®Ò´ó¯½Â¹¨©
 
24.ùɺ½Ä²ªö¸Àº¤Áì½°øɺˆ­ນ
 
25.µÈ¾À¡ñ®Àºö¾º¾©ó©´¾ê¿»É¾¨ªö¸Àº¤ÁªÈ£¸ນ­±õ¡±öນ­Áì½»¼ນ­»øÉ¥¾¡´ñນ­
 
26.£ö­ນꆮҰò©£õ£ö­ນꆮÒÀ£ó¨À»ñ©¹¨ñ¤
 
27.Ä©ÉÎɾµÈ¾ìõ´Íñ¤
 
28.êȾ­ນ®ÒÁ´È­ນ²½À¥í¾ µÈ¾£ò©À§ˆº¤£¸¾´»øɦô¡ ÁªÈ£¸ນ­À®†¤Á¨¤µÈ¾Ã¹É´ñ­ນÀ¦¨
 
29.µÈ¾ºÈ¾­ນ¢Ó£¸¾´ê†À¯ñ­ນປະ¹¨©Á®®°È¾­ນÅ
 
30.»øÉ¥ñ¡Á®¤À¸ì¾Áì½Îɾê†
 
31.À»ñ©À²ˆº­¦È¸­ນ츴Á©È
 
32.µÈ¾À¹ñ­ນÁ¡Èªö¸
 
33.µÈ¾ìð«É¾¦†¤ê†¨ñ¤´¾®Ò»º©
 
34.µÈ¾¨É¾­­ນ¦†¤ê†ªö¸Àº¤¦¾´¾©¦øÉÁ콯ú¼ນ­Á¯É¤´ñ­ນÄ©É
 
35.¡¿ìñ¤Ã¥À¯ñນ­¦†¤¦¿£ñນ­Î˜ນ­Ã¹É¡¿ìñ¤Ã¥°øɺˆນ­ ÁìɸÀ¢ö¾¥½¡ñ®´¾Ã¹É¡¿ìñ¤Ã¥¡ñ®À»ö¾
 
36.À²ˆº­ນ®Ò¥¿À¯ñ­ªÉº¤À¹ñ­ນÎɾ¡ñ­ນ¡½ìö´¡ñນ­Ã©É
 
37.µÈ¾£ò©¸È¾À¢í¾®ÒÂê´¾ Áì½À¥í¾¡½¨ñ¤®ÒÀ£ó¨ຄິດꆥ½Âêį
 
38.¥ö¤À¯ñນ­°øÉùÉ;¨¡¸È¾°øÉ»ñ®
 
39.À®†¤Á¨¤®ò©¾Áì½´¾ນ­©¾Ã¹É©ó ´óº¡¾©Ã¹³É¾¸À»ñ© ¡Èºນ­êີ່¥½®Ò´óº¡¾©
 
40.µÈ¾À¦¨Ã¥¡ñ®¦†¤ê†Â¹©»É¾¨ Íõ¦ø­ນÀ¦¨Ä¯ ´ñນ­®Ò¡ñ®´¾Áìɸ ÁªÈÀ¥í¾¦¾´¾©À»ñ©´ñ­ນ¢œ­ນ´¾ÃÏÈ Íõ»¼ນ­»øÉ¥¾¡´ñ­ນÄ©É
 
41.£¿À¸í¾ê†À¸í¾ºº¡Ä¯®Ò¦¾´¾©Àºš­ນ£õ­Ä©É¦½ນ­˜ນ­¥ö¤£ò©¡Èºນ­À¸í¾
 
42.µÈ¾ê÷È´Àê¡ñ®¦†¤ê†®Ò´ó¯½Â¹¨©
 
43.£¿À¸í¾À»ñ©Ã¹É£ö­ນÀ»ö¾´ó¡¿ìñ¤Ã¥Ä©É ¨÷¨ö¤Ã¹É°ò©¡ñນ­Ä©É ùɣ¸¾´»øɦô¡ê†©óÄ©É ¦½ນ­˜­ນùɻøÉ¥ñ¡À¸í¾
 
44.§ó¸ò©®ÒÁ´È­À¡´ °ò©²¾©Áìɸ®Ò¦¾´¾©À솴ÃÏÈÄ©É
 
45.¹¾¥÷©Ï¾¨Ã¹É¡ñ®§ó¸ò©
 
46.£¼©Ã©ÉÁªÈ£¼©Ã¹ÉÀ¯ñ­ນ
 
47.íນ´œÎˆ¤À¥í¾Ä©ÉÀ»ñ©¹¨ñ¤Á©È­ນº¡¥¾¡ ¡òນ­ ນ­ºນ­ Áì½êȼ¸
 
48.®Ò´óÎð£öນ­Ã©ê†¥½¯Èº¨Ã¹É£ö­ນâɪ¾¨Áìɸ¥‡¤´¾»ñ¡¦¾
 
49.À²ˆº­¢º¤À¥í¾¡ໍ່£õ¡ñ­ນµÈ¾¯Èº¨Ã¹ÉÀ¢ö¾£¼©¥öນ­§òª¾¨ Áìɸ¥‡¤Ä¯«¾´ ÍõÀ®†¤Á¨¤
 
50.µÈ¾£ò©¸È¾À¥í¾®Ò´óÀ²ˆº­ Íõ®Ò´óð µÈ¾¤ນ­Éº¨Å «É¾À¥í¾Ä©ÉºÈ¾ນ­¢Ó£¸¾´­š ¥ö¤»øÉøɸȾÀ¥í¾¨ñ¤´ó£ö­ນ²ò´£ົນນö­­šÎˆ¤£ö­ນ
 
ເອົາໄວ້ທໍ່ນີ້ກ່ອນສ່ວນທີ່ຍັງເຫຼືອຈະເອົາມາໃຫ້ອ່ານອີກ ຖ້າວ່າມີຄົນສົນໃຈທີ່ຈະຢາກອ່ານ.     

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 7, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ
  1. ການທີ່ຮັກ ແລະບໍ່ໄດ້ຮັກຕອບນັ້ນເປັນທຸກແຕ່ສີ່ງທີ່ເປັນທຸກຫຼາຍກ່ວາ ຄືການຮັກໃຜຄົນໜື່ງແຕ່ບໍ່ມີຄວາມກ້າພໍທີ່ຈະບອກໃຫ້ຄົນໆນັ້ນຮູ້ ແລະຕ້ອງມາເສຍໃຈພາຍຫລັງ
  2. ພະເຈົ້າອາດຕ້ອງການເຮັດໃຫ້ເຮົາພົບກັບຄົນທີ່ບໍ່ແມ່ນເນື້ອຄູ່ເຮົາ ກ່ອນທີ່ຈະເຮັດໃຫ້ເຮົາມາພົບກັບຄົນທີ່ເປັນເນື້ອຄູ່ເພື່ອເວລາພົບກັບຄົນໆນັ້ນແລ້ວ ເຮົາຈະຮູ້ສຶກຊາບຊຶ້ງເຖິງພອນທີ່ທ່ານປະທານ
  3. ຄວາມຮັກຄືຄວາມຮູ້ສຶກທີ່ເຈົ້າຍັງເປັນຮ່ວງໃຜຄົນໜື່ງຢູ່ ເຖິງວ່າຈະແຍກຄວາມຮູ້ສຶກຫຼົງໄຫຼອອກໄປກໍ່ຕາມ
  4. ສີ່ງທີ່ເສົ້າໃຈໃນຊີວິດ ຄືການພົບຄົນທີ່ມີຄວາມໝາຍສຳຫຼັບເຮົາ ແຕ່ມາຄົ້ນພົບພາຍຫັລງວ່າເຮົາບໍ່ໄດ້ຖືກກຳນົດເພື່ອສີ່ງນັ້ນ ແລະຕ້ອງປ່ວຍໃຫ້ມັນຜ່ານໄປ
  5. ເມື່ອປະຕູແຫ່ງຄວາມສຸກປິດລົງ ປະຕູຄວາມສຸກບານອື່ນກໍ່ຈະເປີດຂື້ນແຕ່ຕົວເຮົາກະມົວແຕ່ເບີ່ງປະຕູທີ່ປິດລົງໄປແລ້ວ ຈົນເບີ່ງບໍ່ເປັນປະຕູທີ່ເປີດລໍຖ້າເຮົາຢູ່
  6. ເພື່ອນທີ່ດີທີ່ສຸດຄືຄົນທີ່ສາມາດນັ່ງຢູ່ລະບຽງກັບເຮົາແລະບໍ່ເວົ້າຫຍັງຈັກຄຳ ແຕ່ສາມາດຍ່າງຈາກໄປດ້ວຍຄວາມຮູ້ສຶກວ່າໄດ້ລົມກັນຢ່າງປະທັບໃຈ
  7. ເປັນຄວາມຈິງທີ່ເຮົາບໍ່ສາມາດຮູ້ເລີຍວ່າເຮົາມີຫຍັງຢູ່ໃນມືຈົນກ່ວາເຮົາຈະສູນເສຍມັນໄປ
  8. ການມອບຄວາມຮັກທັງໝົດໃຫ້ກັບຄົນໆໜື່ງບໍ່ໃດ້ເປັນຫຼັກປະກັນວ່າເຂົາຈະຮັກເຮົາຕອບ ຢ່າຫວັງທີ່ຈະໃດ້ຮັກຕອບ ແຕ່ລໍຖ້າໃຫ້ມັນງອກງາມຂື້ນ ຢູ່ໃນຫົວໃຈເຂົາ ແຕ່ຖ້າວ່າມັນບໍ່ເປັນແນວນັ້ນໃຫ້ເຮົາພໍໃຈວ່າຢ່າງນ້ອຍມັນກະງອກງາມຂື້ນໃນຫົວໃຈຂອງເຮົາເອງ
  9. ມີສີ່ງທີ່ເຈົ້າຕ້ອງການຢາກໄດ້ຍິນ ແຕ່ເຈົ້າບໍ່ໄດ້ຍິນມັນຈາກປາກຂອງຄົນທີ່ເຈົ້າຢາກໄດ້ຍິນ ແຕ່ຢ່າເຮັດຄືຕົນເອງເປັນຄົນຫູນວກໂດຍບໍ່ຮັບຟັງສີ່ງນັ້ນ ຈາກຄົນທີ່ເຂົາບອກກັບເຈົ້າຈາກຫົວໃຈ
  10. ຢ່າບອກລາຖ້າເຈົ້າຍັງຕ້ອງການທີ່ຈະພະຍາຍາມຕໍ່ໄປ ຢ່າທໍ້ໃຈຖ້າເຈົ້າຍັງຮູ້ສຶກວ່າໄປໄຫວ ຢ່າເວົ້າວ່າເຈົ້າບໍ່ຮັກຄົນໆນັ້ນອີກແລ້ວ ຖ້້າເຈົ້າຍັງບໍ່ສາມາດທຳໃຈ
  11. ການທີ່ເຮົາປະທັບໃຈຄົນໆໜື່ງນັ້ນໃຊ້ເວລາພຽງໜື່ງນາທີ ການທີ່ເຮົາຈະຮັກຄົນໆໜື່ງໃຊ້ເວລາແຕ່ໜື່ງຊົ່ວໂມງ ແຕ່ການທີ່ຈະໃຫ້ລືມຄົນໆນັ້ນໃຊ້ເວລາ ຊົ່ວຊີວິດ
  12. ຢ່າເບີ່ງຄົນທີ່ໜ້າຕາເພາະເຂົາອາດເຕວະເຮົາໄດ້ ຢ່າເບີ່ງຄົນຈາກຄວາມລ້ຳລວຍ ເພາະມັນບໍ່ຢັ້ງຢືນ ໃຫ້ເບີ່ງຄົນທີ່ເຮັດໃຫ້ເຈົ້າຍີ້ມໄດ້ ເພາະພຽງຍີ້ມດຽວ ສາມາດທີ່ເຮັດໃຫ້ມື້ທີ່ມົວໝອງກາຍເປັນມື້ທີ່ສົດໃສ ຂໍໃຫ້ເຈົ້າພົບກັບຄົບທີ່ເຮັດໃຫ້ເຈົ້າຍິ້ມໄດ້
  13. ໃນຊ່ວງເວລາຂອງຊີວິດທີ່ເຈົ້າຄິດຮອດໃຜຄົນໜື່ງຈົນວ່າຢາກດຶງເຂົາມາຈາກຄວາມຝັນເພື່ອກອດເອົາ ຂໍໃຫ້ເຈົ້າຝັນເຖິງຄົນພິເສດນັ້ນ
  14. ຝັນເຖິງສີ່ງທີ່ທ່ານຕ້ອງການ ຝັນໄປໃນບ່ອນທີ່ເຈົ້າຢາກໄປ ເປັນໃນສີ່ງທີ່ເຈົ້າຢາກເປັນ ເພາະເຈົ້າມີພຽງຊີວິດດຽວ ແລະມີໂອກາດດຽວທີ່ເຈົ້າຈະເຮັດ ທຸກສີ່ງທີ່ເຈົ້າຕ້ອງການ
  15. ຂໍໃຫ້ເຈົ້າມີຄວາມສຸກຫຼາຍໆແລະພຽງພໍທີ່ຈະແບ່ງປັນໃຫ້ກັບຄົນໆນັ້ນ. 
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 7, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ຄິດບວກຊີວິດບວກ

ເວລາພົບວຽກໜັກໃຫ້ບອກຕົວເອງວ່າ ນີ້ຄືໂອກາດທີ່ຈະກຽມພ້ອມສູ່ຄວາມເປັນມືອາຊີບ

ເວລາພົບກັບປັນຫາຊັບຊ້ອນໃຫ້ບອກຕົວເອງວ່າ ນີ້ຄືບົດຮຽນທີ່ຈະສ້າງປັນຍາໃຫ້ຢ່າງວິເສດ

ເວລາພົບກັບຄວາມທຸກໜັກໃຫ້ບອກຕົວເອງວ່ານີ້ຄືການຫັດທີ່ຈະຊ່ວຍໃຫ້ເກີດທັກສະໃນການດຳເນິນຊີວິດ

ເວລາພົບກັບຫົວໜ້າເຈົ້າລະບຽບ ໃຫ້ບອກຕົວເອງວ່າ ນີ້ຄືການຝຶກຝົນຕົນເອງໃຫ້ເປັນຄົນສົມບູນແບບ

ເວລາພົບກັບຄຳຕຳນິໃຫ້ບອກຕົວເອງວ່າ ນີ້ຄືການຊີ້ຂຸມຊັບອັນມະຫາສານ

ເວລາພົບກັບຄຳນິນທາໃຫ້ບອກຕົວເອງວ່າ ນີ້ຄືການສະທ້ອນໃຫ້ເຫັນວ່າເຮົາຍັງເປັນຄົນທີ່ມີຄວາມໝາຍ

ເວລາພົບກັບຄວາມຜິດຫວັງໃຫ້ບອກຕົວເອງວ່າ ນີ້ຄືວິທີທຳມະຊາດທີ່ກຳລັງສ້າງພູມຄຸ້ມກັນໃຫ້ກັບຊີວິດ

ເວລາພົບກັບຄວາມເຈັບໃຂ້ໃຫ້ບອກຕົວເອງວ່າ ນີ້ຄືການເຕືອນໃຫ້ເຫັນຄຸນຄ່າຂອງການຮັກສາສຸຂະພາບໃຫ້ດີ

ເວລາພົບກັບຄວາມພັດພາກໃຫ້ບອກຕົວເອງວ່າ ນີ້ຄືບົດຮຽນທີ່ສອນໃຫ້ຮູ້ຈັກການຢືນດ້ວຍຂາຂອງຕົວເອງ

ເວລາພົບກັບລຸູກທີ່ເວົ້າບໍ່ຟັງຄວາມໃຫ້ບອກຕົວເອງວ່າ ນີ້ຄືໂອກາດທອງຂອງການພິສູດຄວາມເປັນພໍ່ແລະແມ່ທີ່ແທ້ຈິງ

ເວລາພົບກັບແຟນບອກເລີກໃຫ້ບອກຕົວເອງວ່າ ນີ້ຄືຄວາມເປັນອະນິຈັງທີ່ທຸກຊີວິດມີໂອກາດພານພົບ

ເວລາພົບກັບຄົນທີ່ຖືກໃຈແຕ່ວ່າເຂົາມີຄູ່ແລ້ວໃຫ້ບອກຕົວເອງວ່າ ນີ້ຄືພະຍານ ວ່າບໍ່ມີໃຜໃດ້ທຸກຢ່າງຕາມຄວາມຫວັງ

ເວລາພົບກັບຄົນຂີ້ເຕວະລອກລວງໃຫ້ບອກຕົວເອງວ່າ ນີ້ຄືອຸທາຫອນທີ່ບໍ່ຄວນເອົາມາເປັນແບບຢ່າງ

ເວລາພົບກັບຄົນບໍ່ດີໃຫ້ບອກຕົວເອງວ່າ ນີ້ຄືຕົວຢ່າງຂອງຊີວິດທີ່ບໍ່ຢາກພົບເຫັນ

ເວລາພົບກັບອຸບັດຕິເຫດໃຫ້ບອກຕົວເອງວ່າ ນີ້ຄືຄຳເຕືອນວ່າຢ່າປະມາດອີກເປັນອັນຂາດ

ເວລາພົບກັບວິກິດໃຫ້ບອກຕົວເອງວ່າ ນີ້ຄືບົດພິສູດຈະລິຍະທຳ ໃນວິກິດຍ່ອມມີໂອກາດ

ເວລາພົບກັບຄວາມຈົນໃຫ້ບອກຕົວເອງວ່າ ນີ້ຄືວິທີທຳມະຊາດທີ່ເປີດໂອກາດໃຫ້ເຮົາໄດ້ສູ້ຊີວິດ

ເວລາພົບກັບຄວາມຕາຍໃຫ້ບອກຕົວເອງວ່າ ນີ້ຄືນາທີສຸດທ້າຍທີ່ຈະສ້າງຊີວິດໃຫ້ມີຄວາມສົມບູນ

 

    ຖ້້າວ່າຜູ້ໃດໄດ້ອ່ານແລ້ວລອງເອົາໄປຄິດເບີ່ງເພື່ອເປັນປະໂຫຍດໃນການດຳເນີນຊີວິດຂອງຕົວເອງ