![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ສ.ຫ.. 8, 2011
| ມີ
11 ຄຳເຫັນ
ແລະ
0 trackback(s)
ກ່ອນນີ້ບໍ່ແມ່ນເຮົາເປັນຄົນແຕ່ງດອກ ແຕ່ເປັນສ່ຽວແຕ່ງໃຫ້ສະໄໝຮຽນທີ່ຫຼວງພະບາງ
ພໍດີຄິດຮອດມັນແຮງເພື່ອມັນຫຼິນພັນລາວເຫັນກອນນີ້ຄືຊິຄິດຮອດເຮົາແດ່....ສ່ຽວດອນເອີຍ.....![](http://punlao.com/include/fckeditor/editor/images/smiley/msn/regular_smile.gif)
![](http://punlao.com/include/fckeditor/editor/images/smiley/msn/sad_smile.gif)
![](http://punlao.com/include/fckeditor/editor/images/smiley/msn/teeth_smile.gif)
ກອນນີ້ຂຽນຈາກກ້ຳ ທາງຝ່າຍຊາຍຄົນຈົນ
ຂຽນຈາກຄົນໄກແດນ ຖິ່ນສະຖານເຄີຍຢັ້ງ
ຄົນປາກຊັນທາງແຄ້ນ ແດນກຸຫຼາບທີ່ລືຊາ
ຝາກສົ່ງມາມອບໃຫ້ ທາງເພື່ອນຍາມຫ່າງໄກ......ສ່ຽວເອີຍ.![](http://punlao.com/include/fckeditor/editor/images/smiley/msn/whatchutalkingabout_smile.gif)
ເຖີ່ງວ່າບໍ່ຄ້ອງແຄ້ວ ກອນບໍ່ມ່ວນນວນຫູ
ໃຫ້ອີດູຄົນຊື່ດອນ(ຕ່ວນ) ຜູ້ຂຽນກອນໃນຕອນນີ້
ບາງເທື່ອເພື່ອນຮຽນຮູ້ ຄວາມໃນໃຈທີ່ຈະບອກ
ຄຳວ່າເພື່ອນນັ້ນຕ້ອງຢ້ຳ ມຶງຈຳໄວຢ່າໄດ້ລືມ........ສ່ຽວເອີຍ
ກູບໍ່ເຄີຍຂຽນແບບນີ້ ແຕ່ຊິອົດຂຽນໄປ
ຂຽນຕາມໃຈທີ່ຢາກຂຽນ ໃຫ້ໝູ່ຄູ່ເຄີຍຮ່ວມຫ້ອງ
ຢ່າໄດ້ມອງກາຍຂ້າມ ຍາມທຸກຈົນໃຫ້ເບິ່ງແດ່
ພໍ່, ແມ່ບໍ່ທັນສົ່ງໃຫ້ ກະສິໄດ້ຂໍສູ......ຊັນດອ໋ກວາສ່ຽວ![](http://punlao.com/include/fckeditor/editor/images/smiley/msn/devil_smile.gif)
ວັນເວລາເຄື່ອນຍ້າຍ ກາຍປ່ຽນລະດູການ
ເຖີ່ງຈະນານແສນໄກ ແຕ່ຫົວໃຈຍັງມີເພື່ອນ
ເຖີ່ງວັນເດືອນເຄື່ອນຍ້າຍ ວັນວານໄດ້ຜ່ານພົ້ນ
ຕຳນານເຄີຍທຳຮ່ວມກັນນັ້ນ ຈຳໄວຢູ່ໃນໃຈສະເໝີ.........ຕ່າຍອໍລະໄທ![](http://punlao.com/include/fckeditor/editor/images/smiley/msn/heart.gif)
![](http://punlao.com/include/fckeditor/editor/images/smiley/msn/heart.gif)
ຂໍອວຍພອນສົ່ງທ້າຍ ໃຫ້ໝູ່ເພືອນຈົ່ງສຸກສົມທຸກປະການ
ຢ່າສັບສົນ confuse ໃຫ້ຢູ່ດີສະຖຽນໝັ້ນ
ກູຂໍລາລົງແລ້ວ ປັນຍາມີຊິມາໃໝ່
ຝາກຜົນງານນີ້ໄວ້ ໃຫ້ເພື່ອນຈຳໄວ້ຕະຫຼອດໄປ.......ຄິດຮອດກູແດ່ເດີ.....ສ່ຽວ
![](http://punlao.com/include/fckeditor/editor/images/smiley/msn/heart.gif)