
ຂຽນເມື່ອ: ສ.ຫ.. 8, 2011
| ມີ
11 ຄຳເຫັນ
ແລະ
0 trackback(s)
ກ່ອນນີ້ບໍ່ແມ່ນເຮົາເປັນຄົນແຕ່ງດອກ ແຕ່ເປັນສ່ຽວແຕ່ງໃຫ້ສະໄໝຮຽນທີ່ຫຼວງພະບາງ
ພໍດີຄິດຮອດມັນແຮງເພື່ອມັນຫຼິນພັນລາວເຫັນກອນນີ້ຄືຊິຄິດຮອດເຮົາແດ່....ສ່ຽວດອນເອີຍ.....


ກອນນີ້ຂຽນຈາກກ້ຳ ທາງຝ່າຍຊາຍຄົນຈົນ
ຂຽນຈາກຄົນໄກແດນ ຖິ່ນສະຖານເຄີຍຢັ້ງ
ຄົນປາກຊັນທາງແຄ້ນ ແດນກຸຫຼາບທີ່ລືຊາ
ຝາກສົ່ງມາມອບໃຫ້ ທາງເພື່ອນຍາມຫ່າງໄກ......ສ່ຽວເອີຍ.
ເຖີ່ງວ່າບໍ່ຄ້ອງແຄ້ວ ກອນບໍ່ມ່ວນນວນຫູ
ໃຫ້ອີດູຄົນຊື່ດອນ(ຕ່ວນ) ຜູ້ຂຽນກອນໃນຕອນນີ້
ບາງເທື່ອເພື່ອນຮຽນຮູ້ ຄວາມໃນໃຈທີ່ຈະບອກ
ຄຳວ່າເພື່ອນນັ້ນຕ້ອງຢ້ຳ ມຶງຈຳໄວຢ່າໄດ້ລືມ........ສ່ຽວເອີຍ
ກູບໍ່ເຄີຍຂຽນແບບນີ້ ແຕ່ຊິອົດຂຽນໄປ
ຂຽນຕາມໃຈທີ່ຢາກຂຽນ ໃຫ້ໝູ່ຄູ່ເຄີຍຮ່ວມຫ້ອງ
ຢ່າໄດ້ມອງກາຍຂ້າມ ຍາມທຸກຈົນໃຫ້ເບິ່ງແດ່
ພໍ່, ແມ່ບໍ່ທັນສົ່ງໃຫ້ ກະສິໄດ້ຂໍສູ......ຊັນດອ໋ກວາສ່ຽວ
ວັນເວລາເຄື່ອນຍ້າຍ ກາຍປ່ຽນລະດູການ
ເຖີ່ງຈະນານແສນໄກ ແຕ່ຫົວໃຈຍັງມີເພື່ອນ
ເຖີ່ງວັນເດືອນເຄື່ອນຍ້າຍ ວັນວານໄດ້ຜ່ານພົ້ນ
ຕຳນານເຄີຍທຳຮ່ວມກັນນັ້ນ ຈຳໄວຢູ່ໃນໃຈສະເໝີ.........ຕ່າຍອໍລະໄທ

ຂໍອວຍພອນສົ່ງທ້າຍ ໃຫ້ໝູ່ເພືອນຈົ່ງສຸກສົມທຸກປະການ
ຢ່າສັບສົນ confuse ໃຫ້ຢູ່ດີສະຖຽນໝັ້ນ
ກູຂໍລາລົງແລ້ວ ປັນຍາມີຊິມາໃໝ່
ຝາກຜົນງານນີ້ໄວ້ ໃຫ້ເພື່ອນຈຳໄວ້ຕະຫຼອດໄປ.......ຄິດຮອດກູແດ່ເດີ.....ສ່ຽວ
