ເປົ້າຫມາຍຂອງຊີວິດ:
|
ຝັນໃຫ້ໃກ ໄປໃຫ້ເຖີງ ຍ່າງຊ້າ ໆ ຍັງດີກວ່າຢຽບຂີ້ຫມາແລ້ວຢືນຢູ່ບ່ອນເກົ່າ,
|
ຄະຕິປະຈຳໃຈ:
|
ຫີບທີ່ເຕັມໄປດ້ວຍເງີນທອງ ຍັງບໍ່ເທົ່າຫົວສະຫມອງທີ່ເຕັມໄປດ້ວຍຄວາມຮູ້, ມີແນວຄິດທີ່ສ້າງສັນ ເມົາມັນກັບການຄອງເພດບັນພຣະຊິດ ສິ່ງທີ່ໄດ້ມາມື້ນີ້ ໃນມື້ຫນ້າບໍ່ມື້ໃດ ມື້ຫນື່ງຈະຕ້ອງເສຍມັນໄປ. ແລະຄວນພໍໃຈໃນສິ່ງທີ່ຕົນມີ ແລະຍິນດີໃນສິ່ງທີ່ຕົນໄດ້ມາ ຢ່າງບໍລິສຸດ ແລະສຸດຈະລິດ
|
ສີທີ່ມັກ:
|
|
Hobby:
|
ກວດວັດ ຖູສາລາ ຫາບ່ອນຕາກຜ້າຄຸມ ແລະຜ້າສະບົງທີ່ປອດໄພກວ່າເກົ່າ
|
ດາລາໃນດວງໃຈ:
|
ດາລາໃຕ້ຫວັນ ແລະດາລາລາວ ຂີ້ເຫລີຖັງ ຂີ້ລາດຫົວ ຂີ້ໂລເລ ເລີເລີ ຖັງ ແລະ ຊຽງຍານ
|
ນັກຮ້ອງ:
|
ບຸນເກີດຫນູເພົ້າ
|
ເພງທີ່ມັກ:
|
ຕາມນາງມາລ້າງຫ້ອງນ້ຳ , ແລະ ຂາດເຈົ້າແລ້ວຂ້ອຍສິເສຍໃຈ
|
ນັກກິລາ:
|
ວົງກົດ ເພັດຈິນດາ ນັກມວຍລາວ
|
ອາຫານທີ່ມັກ:
|
ເປັນອາຫານຊັ້ນສູງ ຈຳພວກກ້ອຍໄຂ່ມົດແດງ
|
ອື່ນ ໆ:
|
ບາງສິ່ງບາງຢ່າງເບີ່ງມີຄ່າ ແຕ່ໄຮ່ຄ່າສຳຫລັບບາງຄົນ ບາງຢ່າງເບີ່ງໄຮ້ຄ່າ ແຕ່ມີຄ່າແລະມີຄວາມຫມາຍສຳຫລັບຄົນບາງຄົນ
ຫລັກພຣະພຸດທະສາສນາສອນໄວ້ວ່າ ກ່ອນຈະນັບຖືສາດສະຫນາ ຄວນ ປະກອບດ້ວຍ 2 ຢ່າງໃນຕົວ. 1. ສັດທາ 2. ປັນຍາ ສອງຢ່າງນີ້ຄວນມີໄວ້ໃນຕົວ ບໍ່ວ່າຈະເຊື່ອສາດສະຫນາ ຫລື ເຊື່ອເລື່ອງຕ່າງ ໆ ກໍ່ຕາມ ຄົນທີ່ມີແຕ່ສັດທາ ແຕ່ຂາດປັນຍາ ມັກຈະຖືກຕົວະໄດ້ງ່າຍ ເຊັ່ນເມື່ອເຊື່ອໃນສິງໃດ ກໍ່ຈະທຳຕາມທຸກຢ່າງ ເພາະເຊື່ອ ແມ່ນວ່າສິ່ງທີ່ເຮັດນັ້ນຜົນຈະອອກມາ ດີ ຫລື ຮ້າຍກໍ່ຕ້ອງເຮັດ ແບບນີ້ເອີ້ນວ່າຂາດ ປັນຍາ ໃນທາງຕົງກັນຂ້າມ ບຸກຄົນທີ່ຂາດ ສັດທາ ມີແຕ່ປັນຍາ ກໍ່ບໍ່ດີ ຂາດຄວາມ ອ່ອນນ້ອມຖ່ອມຕົນ ບໍ່ຍອມຮັບຄວມຄິດເຫັນຈາກ ລັດທິໃດ ໆ ຫລື ຄວາມຄິດເຫັນຂອງໃຜ ແຜ່ນວ່າຈະສອນດີກໍ່ຕາມ ບໍ່ຍອມ ຊື່ງຈະເປັນບຸກຄົນທີ່ມີຕົວຕົນ ບໍ່ສົນ ບໍ່ແຄ ແລະບໍ່ງໍ້ ແບບນີ້ຈະດຳລົງຊີວິດຢູ່ຮ່ວມຫມູ່ໃນສັງຄົມກໍ່ລຳບາກ ເມື່ອເຮົາມີ ທັງສັດທາ ແລະປັນຍາ ກໍ່ຈະໃຊ້ຊີວິດປອດໄພ ຈາກການຫລອກຕົ້ມ ຫລື ເຮົາຈະມີມິດ ມີຄົນທີ່ຢາກຈະເຄົາລົບນັບຖືກ ບຸກຄົນທີ່ສອນເຮົາ ອາດຈະບໍ່ຖືກຫມົດທຸກຢ່າງ ແຕ່ກະຄວນຈະຟັງເຫດຜົນ ແຕ່ບໍ່ຈຳເປັນຕ້ອງເຊື່ອຫມົດທຸກຄຳ ຄວນເລືອກແລະ ຄັດເອົາແຕ່ສິ່ງ ດີໆ ແລະສາມາດນຳມາໃຊ້ໃນຊີວິດປະຈຳວັນໄດ້ ແບບນີ້ຈິ່ງຖືວ່າ ຜູ້ມີທັງປັນຍາ ແລະສັດທາ ໄປພ້ອມກັນ
- ຄວາມຫມາຍ ຂອງຄຳວ່າສັດທາ ຄື: ຄວາມເຊື່ອ ຄວາມຢືດຫນັ້ນ ຄວາມລົດທິດທິມານະ ຄວາມອ່ອນນ້ອມຕໍ່ສິ່ງທີ່ຮັກ ແລະສັດທານັ້ນ ຖ້າບຸກຄົນ ບໍ່ມີສັດທາ ກໍ່ບໍ່ສາມາດທີ່ຈະລົດຕົວເອງມາ ນັບຖື ຫລື ເຄົາລົບ ກາບໄຫວ້ໄດ້ ( ເຖີງໄດ້ກໍ່ດ້ວຍຄວາມຈຳເປັນ ຫລື ຖືບັງຄັບ ແລະ ດ້ວຍປະການອື່ນ ທີ່ເຄົາລົບບໍ່ໄດ້ອອກມາຈາກໃຈ ຫລື ສັດທາ )
|