ຂຽນເມື່ອ: ມິ.ຖ.. 8, 2009
| ມີ
18 ຄຳເຫັນ
ແລະ
0 trackback(s)
ບໍ່ຮູ້ວ່າທ່ານຜູ້ອ່ານເຄີຍສົງໃສຄື ຂພຈ ບໍ່ວ່າ ຄົນລາວເຮົາກິນເຫຼົ້າເກັ່ງສ່ຳໃດ ຈາກຄວາມສົງໃສນີ້ ເລີຍໄປຊອກຫາຂໍ້ມູນຫຼິ້ນໆເບິ່ງວ່າ ຖ້າວັດຈາກຄວາມສາມາດໃນການດື່ມເຫຼົ້າ ຄົນລາວເຮົາຈະຕິດອັນດັບທີ່ເທົ່າໃດຂອງໂລກ? ຜົນປາກົດວ່າ ຕາມຂໍ້ມູນຂອງ WHO (2004) ຈາກຈຳນວນ 193 ປະເທດໃນໂລກ ຄົນລາວເຮົາຢູ່ອັນດັບທີ່ 65 ໂດຍມີອັດຕາການດື່ມແອວກໍຮໍໂດຍສະເລ່ຍແມ່ນ 6.72 ລິດ ຕໍ່ຄົນຕໍ່ປີ ນັ້ນໝາຍຄວາມວ່າຢູ່ໃນລະດັບກາງເຖິງເກັ່ງຊຶ່ງກໍ່ຍັງບໍ່ນັບວ່າແປກພໍປານໃດ.
ແຕ່ທີ່ໜ້າແປກໃຈຄື ຄົນລາວມີອັດຕາການດື່ມແອວກໍຮໍ (alcohol) ເປັນດັນດັບ 4 ຂອງອາຊີ ຮອງຈາກ ໄທ, ເກົາຫຼຼີ ແລະ ຍີ່ປຸ່ນ ແລະເປັນອັນດັບ 2 ຂອງອາຊຽນ (ASEAN) ຮອງຈາກປະເທດໄທ ພຽງປະເທດດຽວ.
ສຳຫຼັບຂໍ້ດີຂໍ້ເສຍຂອງການຕິດອັນດັບໂລກແບບນີ້ ຂພຈ ຍັງບໍ່ມີຂໍ້ມູນມານຳສະເໜີ ຈຶ່ງຝາກໃຫ້ທ່ານຜູ້ອ່ານລອງປະກອບຄຳຄິດຄຳເຫັນຮ່ວມກັນເບິ່ງ
ອັນດັບໂລກ ປະເທດ ອັດຕາການດື່ມແອວກໍຮໍ່ສະເລ່ຍຕໍ່ຄົນຕໍ່ປີ (ລິດ)
1 ອູການດາ 19.47
2 ລຸກຊຳບວກ 17.54
3 ສາທາລະນະລັດເຊັກ 16.21
45 ໄທ 8.47
50 ເກົາຫຼືໃຕ້ 7.71
56 ຍີ່ປຸ່ນ 7.38
65 ລາວ 6.72
103 ຟີລິບປິນ 3.75
118 ສິງກະໂປ 2.73
144 ກຳປູເຈຍ -
148 ຫວຽດນາມ -
156 ມາເລເຊຍ -
165 ບຣູໄນ -
169 ພະມ້າ -
181 ອິນໂດເນເຊຍ -